ວິສາຫະກິດຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການພັດທະນາເສດຖະກິດສັງຄົມຢູ່ກຳປູເຈຍ

Chia sẻ
(vovworld)-  ​ໃນ​ວິວັດທະນາ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່ ກຳປູ​ເຈຍ, ບັນດາ​ບໍລິສັດ​ຢາງພາລາ ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງຕັ້ງຫນ້າ​​​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​

ວິສາຫະກິດຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການພັດທະນາເສດຖະກິດສັງຄົມຢູ່ກຳປູເຈຍ - ảnh 1
ຕົ້ນຢາງພາລາ
ພາບປະກອບ:internet


(vovworld)-  ​ໃນ​ວິວັດທະນາ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່ ກຳປູ​ເຈຍ, ບັນດາ​ບໍລິສັດ​ຢາງພາລາ ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງຕັ້ງຫນ້າ​​​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ, ລົບ​ລ້າງ​ຄວາມ​ອຶດຫິວ​ທຸກ​ຍາກ​ໃຫ້​ແກ່​ປະຊາຊົນ ກຳປູ​ເຈຍ. ນັ້ນ​ແມ່ນ​ການ​ຮັບ​ຮູ້​ຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ທ້ອງ​ຖິ່ນ ກຳປູ​ເຈຍ ຊື່​ງ​ແມ່ນ​ແຫ່ງ​ທີ່​ມີ​ວິ​ສາ​ຫະກິດ​ຫວຽດນາມ ພວມ​ຜັນ​ຂະຫຍາຍ​ໂຄງການ​ລົງທຶນ. ກ່າ​ວຄຳ​ເຫັນ​ທີ່​ພິທີ​ສະ​ເຫລີ​ມສະຫລອງ 5 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ບໍລິສັດ​ພັດທະນາ ຢາງພາລາ ​ເຟືອ​ກຮວ່າ Kampong Thom ຈັດ​ຂຶ້ນ​​ໃນ​ວັນ​ທີ 20/2 ຢູ່ ​ເມືອງ Santuk ​ແຂວງ Kampong Thom, ຮອງ​ເຈົ້າ​ແຂວງ Huon Manit ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ບໍລິສັດ​ມານະ​ພະຍາຍາມ​ປະຕິບັດ​ຢ່າງ​ຖືກຕ້ອງ​ຕາມ​ຂໍ້​ຕົກລົງກັບ​ລັດຖະບານ ກຳປູ​ເຈຍ ກ່ຽວ​ກັບ​ຄວາມ​ຄືບ​ຫນ້າ​ຜັນ​ຂະຫຍາຍ​ໂຄງການ ພ້ອມ​ກັບ​ບັນດາ​ການ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ. ດ້ວຍ​ເລື່ອງ​ຮັບ​ຄົນ​ງານ​ເກືອບ 1.300 ຄົນ​ເຂົ້າ​ເຮັດ​ວຽກ​ຢູ່​ບັນດາ​ໂຄງການ ​ແລະ ​ເຂົາ​ເຈົ້າ​​ໄດ້​ຮັບ​ເງິນ​ເດືອນ​ສະ​ເລ່ຍ 140 USD/​ເດືອນ/ຄົນ, ບໍລິສັດ​ໄດ້​ພ້ອມ​ກັບ​ລັດຖະບານ ກຳປູ​ເຈຍ ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດຫິວ​ທຸກ​ຍາກ, ສ້າງ​ວຽກ​ເຮັດ​ງາ​ນທຳ ​ແລະ ຊຸກຍູ້​ການ​ຖ່າຍ​ທອດ​​ເຕັກ​ໂນ​ໂລ​ຊີ​ການ​ຜະລິດ​ໃຫ້​ແກ່​ຊາວ​ທ້ອງ​ຖິ່ນ.