ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ປະ​ຕິ​ຮູບ ໂຄງ​ປະ​ກອບ​ການ​ເງິນ​ທົ່ວ​ໂລກ​ຢ່າງ​ຮອບ​ດ້ານ

Chia sẻ
(VOVWORLD) - ທ່ານເລຂາທິການໃຫຍ່ ສປຊ ໄດ້ຢັ້ງຢືນວ່າ ເໜືອກ່ວາສິ່ງໃດໝົດ, ຕ້ອງເພີ່ມທະວີການມີໜ້າຂອງບັນດາປະເທດພວມພັດທະນາ ໃນທົ່ວລະບົບການເງິນສາກົນ ແລະ ໃນທຸກໆການຕັດສິນໃຈ ທີ່ໄດ້ວາງອອກ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ປະ​ຕິ​ຮູບ ໂຄງ​ປະ​ກອບ​ການ​ເງິນ​ທົ່ວ​ໂລກ​ຢ່າງ​ຮອບ​ດ້ານ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN)

ກ່າວຄຳເຫັນໃນວັນທີ 15 ເມສາ ຢູ່ກອງປະຊຸມປຶກສາຫາລື ຂັ້ນສູງ ຫົວເລື່ອງສະເພາະ ກ່ຽວກັບການໜິສິນແບບຍືນຍົງ ແລະ ຄວາມສະເໝີພາບດ້ານເສດຖະກິດ - ສັງຄົມໃຫ້ແກ່ທຸກຄົນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນໜັກວ່າ ການເພີ່ມທະວີຄວາມໂປ່ງໃສໃນການໜິສິນ ຕະຫຼອດຮອດການເປີດກວ້າງການກູ້ຢຶມດ້ວຍສະກູນເງິນພາຍໃນປະເທດ, ການພັດທະນາບັນດາເຄື່ອງມືໜິສິນໃໝ່ ແລະ ວິວັດການສ້າງໂຄງປະກອບໃໝ່ໂດຍໄວກ່ວາເກົ່າ, ມີຄວາມຍຸຕິທຳກ່ວາເກົ່າ, ພວກເຮົາຕ້ອງຊອກຫາບັນດາວິທີການໃໝ່ເພື່ອໃຫ້ບັນດາປະເທດມີໂອກາດໄດ້ກູ້ຢຶມເງິນ ໃນຈຸດເວລາຈຳເປັນ.

ທີ່ວາລະປຶກສາຫາລືສ້າງຂີດໝາຍເລີ່ມຕົ້ນສັບປະດາ ພັດທະນາແບບຍືນຍົງ ຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ ສະມັດຊາໃຫຍ່ ສປຊ ຢູ່ ນະຄອນ ນິວຢອກ (ປະເທດ ອາເມລິກາ), ທ່ານເລຂາທິການໃຫຍ່ ສປຊ ໄດ້ຢັ້ງຢືນວ່າ ເໜືອກ່ວາສິ່ງໃດໝົດ, ຕ້ອງເພີ່ມທະວີການມີໜ້າຂອງບັນດາປະເທດພວມພັດທະນາ ໃນທົ່ວລະບົບການເງິນສາກົນ ແລະ ໃນທຸກໆການຕັດສິນໃຈ ທີ່ໄດ້ວາງອອກ. ທ່ານ Antonio Guterres ກໍ່ຮຽກຮ້ອງຕ້ອງມານະພະຍາຍາມປະຕິບັດການຫັນເງິນກະຕຸກຊຸກຍູ້ບັນດາເປົ້າໝາຍພວມພັດທະນາແບບຍືນຍົງ (SDG) ທີ່ມີມູນຄ່າ ຢ່າງໜ້ອຍສຸດ 500 ຕື້ USD ຕໍ່ປີ ເພື່ອອຸປະຖຳໃຫ້ແກ່ບັນດາປະເທດພວມພັດທະນາ ໂດຍແມ່ນສິ່ງທີ່ບັນດາການນຳໂລກ ໄດ້ເຫັນດີເປັນເອກະພາບ ຢູ່ກອງປະຊຸມສຸດຍອດ SDG ໃນເດືອນກັນຍາ ປີ 2023.

ຕອບກັບ