ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ເຮັດວຽກກັບກຸ່ມບໍລິສັດ ຢາງພາລາ

Chia sẻ
(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ສະເໜີ ກຸ່ມບໍລິສັດ ຢາງພາລາ ຈົ່ງສ້າງແຜນຮ່າງສັງລວມ ຈັດຕັ້ງການຜະລິດດໍາເນີນທຸລະກິດຄືນໃໝ່; ເພີ່ມຂອບຂະໜາດຂອງວິສາຫະກິດ ໃຫ້ຂຶ້ນທົບ 10 ເທົ່າ ຂອງຂະໜາດທີ່ມີໃນປັດຈຸບັນ.

ຕອນເຊົ້າວັນທີ 18 ເມສາ, ຢູ່ນະຄອນ ໂຮ່ຈີມິນ ຂອງຫວຽດນາມ ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້, ຫົວໜ້າຄະນະຊີ້ນໍາການປ່ຽນແປງໃໝ່ ແລະ ພັດທະນາວິສາຫະກິດ, ໄດ້ມີການເຮັດວຽກກັບກຸ່ມບໍລິສັດຢາງພາລາ ກ່ຽວກັບການປະຕິບັດການສັບຊ້ອນບໍລິສັດກະສິກໍາ, ປ່າໄມ້ ປະຕິບັດບັນດາເປົ້າໝາຍພັດທະນາການຜະລິດດໍາເນີນທຸລະກິດ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ເຮັດວຽກກັບກຸ່ມບໍລິສັດ ຢາງພາລາ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ເຮັດວຽກກັບກຸ່ມບໍລິສັດ ຢາງພາລາ

      ຕີລາຄາສູງຄວາມມານະພະຍາຍາມໃນການຜະລິດດໍາເນີນທຸລະກິດຂອງກຸ່ມບໍລິສັດ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຖືວ່າ ໃນຂົງເຂດພັດທະນາເຂດອຸດສາຫະກໍາ,  ທາງກຸ່ມບໍລິສັດຄວນຄິດໄລ່ເຖິງເລື່ອງດຶງດູດນັກລົງທຶນ ທີ່ເຄື່ອນໄຫວກ່ຽວກັບຂົງເຂດປຸງແຕ່ງໄມ້ເພື່ອໜູນຊ່ວຍໃຫ້ແກ່ຂົງເຂດການເຄື່ອນໄຫວຂອງຕົນ. ດ້ວຍທ່າແຮງມີເນື້ອທີ່ດິນກະສິກໍາ ແລະ ດິນປ່າກວ້າງກວ່າ 400.000 ha ນັ້ນ, ກຸ່ມບໍລິສັດຄວນສູ້ຊົນກາຍເປັນ ວິສາຫະກິດແຖວໜ້າໃນຂົງເຂດຜະລິດກະສິກໍາ ທັງດ້ານຂອບຂະໜາດ, ການບໍລິຫານ, ໝູນໃຊ້ວິທະຍາສາດເຕັກໂນໂລຢີ ແລະ ການເຄື່ອນໄຫວຢ່າງມີ ປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ສະເໜີ ກຸ່ມບໍລິສັດ ຢາງພາລາ ຈົ່ງສ້າງແຜນຮ່າງສັງລວມ ຈັດຕັ້ງການຜະລິດດໍາເນີນທຸລະກິດຄືນໃໝ່; ເພີ່ມຂອບຂະໜາດຂອງວິສາຫະກິດ ໃຫ້ຂຶ້ນທົບ 10 ເທົ່າ ຂອງຂະໜາດທີ່ມີໃນປັດຈຸບັນ.


ຕອບກັບ