ທ່ານປະທານາທິບໍດີ ອີຣານ Ibrahim Raisi ຢ້ຽມຢາມ ປາກິດສະຖານ ໃນອາທິດໜ້າ

ນັກຂ່າວ VOV ປະຈຳ ອິນເດຍ
Chia sẻ
(VOVWORLD) - ຄາດວ່າ, ເນື້ອໃນການປຶກສາຫາລືໃນການຢ້ຽມຢາມ ປາກິດສະຖານ ຂອງທ່ານປະທານາທິບໍດີ ອີຣານ ລວມມີ ການພົວພັນສອງຝ່າຍ, ການຮ່ວມມືດ້ານຄວາມໝັ້ນຄົງ, ທໍ່ສົ່ງອາຍແກັດ ແລະ ສັນຍາການຄ້າເສລີ (FTA) ມີຄວາມສາມາດບົ່ມຊ້ອນ. ກ
ທ່ານປະທານາທິບໍດີ ອີຣານ Ibrahim Raisi ຢ້ຽມຢາມ ປາກິດສະຖານ ໃນອາທິດໜ້າ - ảnh 1ທ່ານປະທານາທິບໍດີ ອີຣານ Ibrahim Raisi
(ພາບ:Reuters)

ທ່ານປະທານາທິບໍດີ ອີຣານ Ibrahim Raisi ຈະໄປຢ້ຽມຢາມປະເທດບ້ານໃກ້ເຮືອນຄຽງ ປາກິດສະຖານ ໃນວັນທີ 22 ເມສາ. ແຈ້ງການກ່ຽວກັບການຢ້ຽມຢາມໂດຍອີຣານ ປະກາດໃນວັນທີ 15 ເມສາ.

        ຢູ່ນະຄອນຫຼວງ Islamabad (ປະເທດ ປາກິດສະຖານ), ທ່ານປະທານາທິບໍດີ Ibrahim Raisi ຈະມີການພົບປະກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Shehbaz Sharif, ທ່ານປະທານາທິບໍດີ Asif Ali Zardari ແລະ ວົງການການນຳການທະຫານ ປາກິດສະຖານ.

        ຄາດວ່າ, ເນື້ອໃນການປຶກສາຫາລືໃນການຢ້ຽມຢາມ ປາກິດສະຖານ ຂອງທ່ານປະທານາທິບໍດີ ອີຣານ ລວມມີ ການພົວພັນສອງຝ່າຍ, ການຮ່ວມມືດ້ານຄວາມໝັ້ນຄົງ, ທໍ່ສົ່ງອາຍແກັດ ແລະ ສັນຍາການຄ້າເສລີ (FTA) ມີຄວາມສາມາດບົ່ມຊ້ອນ. ການຢ້ຽມຢາມຂອງທ່ານປະທານາທິບໍດີ ອີຣານ ຍັງມີຄວາມໝາຍສຳຄັນໃນຂະນະທີ່ສອງປະເທດແບ່ງປັນບັນດາຜົນປະໂຫຍດເສດຖະກິດສຳຄັນ, ພົ້ນເດັ່ນທີ່ສຸດແມ່ນທໍ່ສົ່ງອາຍແກັດ ປາກິດສະຖານ - ອີຣານ.

ຕອບກັບ