ທ່ານປະທານາທິບໍດີ ລັດເຊຍ ຢ້ຽມຢາມ UAE ແລະ ອາຣັບບິ ຊາອຸດິ

Chia sẻ
(VOVWORLD) - ການພົວພັນລະຫວ່າງ UAE ແລະ ລັດເຊຍ ມີລັກສະນະປະຫວັດສາດ; UAE ແມ່ນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງລັດເຊຍ ຢູ່ ຕາເວັນອອກກາງ.
ທ່ານປະທານາທິບໍດີ ລັດເຊຍ ຢ້ຽມຢາມ UAE ແລະ ອາຣັບບິ ຊາອຸດິ - ảnh 1ການຕ້ອນຮັບທ່ານ ະທານາທິບໍດີ ລັດເຊຍ Vladimir Putin ຢູ່ສະໜາມບິນ
(ພາບ:AFP/TTXVN)

ວັນທີ 6 ທັນວາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເລີ່ມດຳເນີນການໄປຢ້ຽມຢາມ ສະຫະລັດ ອາຣັບ ເອມີເລັດ (UAE) ແລະ ອາຣັບບິ ຊາອຸດິ. ກ່າວຄຳເຫັນທີ່ການເຈລະຈາກັບ ທ່ານ Mahammed bin Zayed Al Nahyan, ປະທານາທິບໍດີ (UAE) ຢູ່ Abu Dhabi, ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ: ການພົວພັນສອງປະເທດພວມຢູ່ໃນລະດັບສູງສຸດທີ່ບໍ່ເຄີຍມີມາກ່ອນ; ການຮ່ວມມືອຸດ້ານດສາຫະກຳລະຫວ່າງສອງປະເທດພວມມີຄວາມຄືບໜ້າ, ລວມມີການຮ່ວມມືສ້າງພື້ນຖານໂຄງລ່າງການຜະລິດຂອງທັງ UAE ແລະ ລັດເຊຍ, ໃນນັ້ນມີບາງໂຄງການໃຫຍ່ພວມໄດ້ຜັນຂະຫຍາຍໃນຂົງເຂດນ້ຳມັນອາຍແກັດ. ສ່ວນທ່ານປະທານາທິບໍດີ UAE ຢັ້ງຢືນວ່າ: ການພົວພັນລະຫວ່າງ UAE ແລະ ລັດເຊຍ ມີລັກສະນະປະຫວັດສາດ; UAE ແມ່ນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງລັດເຊຍ ຢູ່ ຕາເວັນອອກກາງ. ປະຈຸບັນ, ສອງປະເທດພວມປຶກສາຫາລືບັນດາບັນຫາໃນໂຄງການດຳເນີນງານພາກພື້ນ ໃນຂອບເຂດການໂອ້ລົມສົນທະນາຍຸດທະສາດລະຫວ່າງສະຫະພັນລັດເຊຍ ແລະ ສະພາຮ່ວມມືເຂດ ອ່າວ ເປີເຊຍ (GCC).

        ທ່ານປະທານາທິບໍດີ Putin ໄດ້ສິ້ນສຸດການຢ້ຽມຢາມ UAE, ສືບຕໍ່ເດີນທາງໄປຢ້ຽມຢາມ ອາຣັບບິ ຊາອຸດິ.

ຕອບກັບ