ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2024: CNN ຈະ​ເປັນ​ເຈົ້າ​ພາບ​ຈັດ​ການ​ໂຕ້​ວາ​ທີ​ໂດຍ​ກົງ​ຄັ້ງ​ທໍ​າ​ອິດ​ລະ​ຫວ່າງ​ຜູ້​​ສະ​ໝັກຮັບ​ເລືອກ​ຕັ້ງ 2 ທ່ານ Donald Trump ແລະ Joe Biden

Chia sẻ
(VOVWORLD) - CNN ແລະ ຜູ້ສະໝັກຮັບເລືອກຕັ້ງທັງ 2 ທ່ານ ຍັງບໍ່ທັນປະກາດຫົວຂໍ້ທີ່ຈະນຳມາໂຕ້ວາທີເທື່ອ ແຕ່ນີ້ແມ່ນໜຶ່ງໃນບັນດາການໂຕ້ວາທີໂດຍກົງ ເຊິ່ງໄດ້ດຳເນີນກ່ອນໄວທີ່ສຸດໃນປະຫວັດສາດການເລືອກຕັ້ງປະທານາທິບໍດີ ອາເມລິກາ ລະຫວ່າງຜູ້ສະໝັກຮັບລືອກຕັ້ງແຖວໜ້າຂອງສອງພັກ.
ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2024: CNN ຈະ​ເປັນ​ເຈົ້າ​ພາບ​ຈັດ​ການ​ໂຕ້​ວາ​ທີ​ໂດຍ​ກົງ​ຄັ້ງ​ທໍ​າ​ອິດ​ລະ​ຫວ່າງ​ຜູ້​​ສະ​ໝັກຮັບ​ເລືອກ​ຕັ້ງ 2 ທ່ານ Donald Trump ແລະ Joe Biden - ảnh 1ທ່ານ ປະທານາທິບໍດີ ອາເມລິກາ ຄົນປັດຈຸບັນ ທ່ານ Joe Biden (ເບື້ອງຊ້າຍມື) ແລະ ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີ Donald Trump(ພາບ: CNBC)

ວັນທີ 15 ພຶດສະພາ (ຕາມເວລາ ອາເມລິກາ), ປະທານາທິບໍດີ ອາເມລິກາ ຄົນປັດຈຸບັນ ທ່ານ Joe Biden ຂອງພັກປະຊາທິປະໄຕ ແລະ ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີ Donald Trump, ພັກສາທາລະນະລັດ ໄດ້ຮັບຄຳເຊີນເຂົ້າຮ່ວມການໂຕ້ວາທີໂດຍກົງໃນຊ່ອງໂທລະພາບ ໂດຍ CNN ເປັນເຈົ້າພາບຈັດຂຶ້ນໃນທ້າຍເດືອນ ມິຖຸນາ. ປັດຈຸບັນ, CNN ແລະ ຜູ້ສະໝັກຮັບເລືອກຕັ້ງທັງ 2 ທ່ານ ຍັງບໍ່ທັນປະກາດຫົວຂໍ້ທີ່ຈະນຳມາໂຕ້ວາທີເທື່ອ ແຕ່ນີ້ແມ່ນໜຶ່ງໃນບັນດາການໂຕ້ວາທີໂດຍກົງ ເຊິ່ງໄດ້ດຳເນີນກ່ອນໄວທີ່ສຸດໃນປະຫວັດສາດການເລືອກຕັ້ງປະທານາທິບໍດີ ອາເມລິກາ ລະຫວ່າງຜູ້ສະໝັກຮັບລືອກຕັ້ງແຖວໜ້າຂອງສອງພັກ.

        ໝາກຜົນການຢັ່ງຫາງສຽງຄັ້ງຫຼ້າສຸດ ໄດ້ຊີ້ໃຫ້ເຫັນວ່າ ທ່ານ Donald Trump ພວມເພີ່ມທ່າໄດ້ປຽບຢູ່ບັນດາລັດສຳຄັນສ່ວນໃຫຍ່. ຕາມການສຳຫຼວດຂອງ Times/Siena ແລະ The Philadelphia Inquirer, ທ່ານ Donald Trump ພວມນຳໜ້າທ່ານ Biden. ໃນຂະນະນັ້ນ, ທ່ານ Joe Biden ກໍ່ສືບຕໍ່ໄດ້ຮັບການສະໜັບສະໜູນຢ່າງໜັກແໜ້ນຈາກກຸ່ມຜູ້ມີສິດເລືອກຕັ້ງອາຍຸສູງ ແລະ ຊາວຜິວຂາວ.


ຕອບກັບ