ກອງ​ປະ​ຊຸມ​ຄັ້ງ​ທີ 9 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII ຮັບ​ຮອງ​ເອົາ​ວຽກ​ງານ​ບຸກ​ຄະ​​ລາ​ກອນ

Chia sẻ
(VOVWORLD) - ກົມການເມືອງ ໄດ້ລາຍງານຕໍ່ຄະນະບໍລິຫານງານສູນກາງພັກ ກ່ຽວກັບເລື່ອງ ກົມການເມືອງໄດ້ຕົກລົງແຕ່ງຕັ້ງທ່ານ ພົນເອກ ເລືອງເກື່ອງ, ກຳມະການກົມການເມືອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມຄະນະເລຂາ ແລະ ຮັບດຳລົງຕຳແໜ່ງຜູ້ປະຈຳການຄະນະເລຂາ; ທ່ານ ເລມິງຮຶງ, ເລຂາສູນກາງພັກ, ຫົວໜ້າຫ້ອງການສູນກາງພັກ ຮັບດຳລົງຕຳແໜ່ງເປັນຫົວໜ້າຄະນະຈັດຕັ້ງສູນກາງ, ຫົວໜ້າຫ້ອງການສູນກາງພັກ.
ກອງ​ປະ​ຊຸມ​ຄັ້ງ​ທີ 9 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII ຮັບ​ຮອງ​ເອົາ​ວຽກ​ງານ​ບຸກ​ຄະ​​ລາ​ກອນ - ảnh 1ກອງປະຊຸມສູນກາງພັກ ຄັ້ງທີ 9 ຄະນະບໍລິຫານງານສູນກາງພັກຊຸດທີ XIII (ພາບ: VOV)

ຕາມແຈ້ງການສື່ມວນຊົນກ່ຽວກັບມື້ເຮັດວຽກທຳອິດຂອງກອງປະຊຸມສູນກາງພັກ ຄັ້ງທີ 9, ຄະນະບໍລິຫານງານສູນກາງພັກຊຸດທີ XIII, ເຊິ່ງໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 16 ພຶດສະພາ ຢູ່ຮ່າໂນ້ຍ, ກົມການເມືອງ ໄດ້ລາຍງານຕໍ່ຄະນະບໍລິຫານງານສູນກາງພັກ ກ່ຽວກັບເລື່ອງ ກົມການເມືອງໄດ້ຕົກລົງແຕ່ງຕັ້ງທ່ານ ພົນເອກ ເລືອງເກື່ອງ, ກຳມະການກົມການເມືອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມຄະນະເລຂາ ແລະ ຮັບດຳລົງຕຳແໜ່ງຜູ້ປະຈຳການຄະນະເລຂາ; ທ່ານ ເລມິງຮຶງ, ເລຂາສູນກາງພັກ, ຫົວໜ້າຫ້ອງການສູນກາງພັກ ຮັບດຳລົງຕຳແໜ່ງເປັນຫົວໜ້າຄະນະຈັດຕັ້ງສູນກາງ, ຫົວໜ້າຫ້ອງການສູນກາງພັກ.

        ພ້ອມດຽວກັນນັ້ນ, ສູນກາງພັກ ກໍໄດ້ປະກອບຄຳເຫັນໃສ່ວຽກງານບຸກຄະລາກອນ. ລະອຽດ, ພິຈາລະນາຍົກເລີກບັນດາຕຳແໜ່ງ, ລາອອກວຽກງານສຳລັບທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ, ກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ XIII. ຄະນະບໍລິຫານງານສູນກາງພັກ ໄດ້ແຕ່ງຕັ້ງກຳມະການກົມການເມືອງຊຸດທີ XIII ຕື່ມອີກ 4 ທ່ານ. ຄະນະບໍລິຫານງານສູນກາງພັກ ໄດ້ຕົກລົງເຫັນດີແນະນຳບຸກຄະລາກອນ ເພື່ອໃຫ້ສະພາແຫ່ງຊາດຊຸດທີ XV ເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2021 – 2026 ແລະ ປະທານສະພາແຫ່ງຊາດ ຊຸດທີ XV ອາຍຸການ 2021 – 2026.

ຕອບກັບ