ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອ​ນ​ຮັບ​ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Apple Tim Cook

Chia sẻ
(VOVWORLD) -  ຕອນເຊົ້າວັນທີ 16 ເມສາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Apple (ອາເມລິກາ) Tim Cook ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່   ຫວຽດນາມ. ນີ້ແມ່ນຄັ້ງທຳອິດທີ່ທ່ານ Tim Cook ມາ ຫວຽດນາມ.   
ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອ​ນ​ຮັບ​ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Apple Tim Cook - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Apple (ອາເມລິກາ) Tim Cook  (ພາບ: VOV)

ຊົມເຊີຍຜູ້ອຳນວຍການຝ່າຍບໍລິຫານຂອງ Apple ມາ ຫວຽດນາມ ເປັນຄັ້ງທຳອິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕີລາຄາສູງການປະກອບສ່ວນສຳຄັນຂອງ Apple ເຂົ້າໃນການພັດທະນາຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Apple ດ້ວຍບົດບາດຂອງຕົນ ຈະຊ່ວຍສະໜັບສະໜູນປະກອບສ່ວນຊຸກຍູ້ລັດຖະບານ ແລະ ສະພາແຫ່ງຊາດ ອາເມລິກາ ຮັບຮອງ ລະບຽບການເສດຖະກິດການຕະຫຼາດຂອງ ຫວຽດນາມ ແລະ ນຳ ຫວຽດນາມ ຫຼຸດພົ້ນອອກຈາກບັນຊີລາຍຊື່ບັນດາປະເທດຖືກຈຳກັດການສົ່ງອອກເຕັກໂນໂລຢີສູງຂອງ ອາເມລິກາ ໂດຍໄວ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ Apple ຈະເປີດກວ້າງການຮ່ວມມືລົງທຶນກັບ ຫວຽດນາມ, ຊ່ວຍ ຫວຽດນາມ ເຂົ້າຮ່ວມລະບົບການຜະລິດ, ລະບົບສະໜອງ ແລະ ລະບົບມູນຄ່າຂອງ Apple ຂອງ ອາເມລິກາ ແລະ ທົ່ວໂລກ ຢ່າງເລິກເຊິ່ງກວ່າອີກ.

ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອ​ນ​ຮັບ​ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Apple Tim Cook - ảnh 2ບັນຍາກາດການຕ້ອນຮັບ (ພາບ: VOV) 
  ສ່ວນທ່ານຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Apple Tim Cook ໃຫ້ຮູ້ວ່າ Apple ພ້ອມແລ້ວທີ່ຈະຊຸກຍູ້ການລົງທຶນ, ເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ ຄືດັ່ງຄຳສະເໜີຂອງທ່ານນາຍົກລັດຖະມົນຕີ. ທ່ານ Tim Cook ກໍໃຫ້ຮູ້ວ່າ Apple ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ໃນການຫັນປ່ຽນພະລັງງານ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກວ້ລົງເປັນ 0 ໃນປີ 2050; ເຂົ້າຮ່ວມການສົ່ງອອກບັນດາຄຸນຄ່າວັດທະນະທຳ, ໂຄສະນາວັດທະນະທຳຂອງ ຫວຽດນາມ ອອກສູ່ໂລກ.

ຫວູຄວຽນ

ຕອບກັບ