ຖະໜົນປື້ມ ຮ່າໂນ້ຍ ຕອບສະໜອງວັນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ

Chia sẻ
(VOVWORLD) - ພິທີໄຂລາຍການຈະຈັດຂຶ້ນໃນວັນທີ 17 ເມສາ, ຢູ່ຖະໜົນປື້ມ ຮ່າໂນ້ຍ (ຖະໜົນ 19/12, ຕາແສງ ເຈິ່ນຮຶງດ້າວ, ເມືອງ ຮ່ວານກ໋ຽມ, ນະຄອນ ຮ່າໂນ້ຍ).

ບັນດາເຫດການ “ຫລໍ່ລ້ຽງພູມປັນຍາ - ສ້າງອະນາຄົດ” ແມ່ນລາຍການມີຄວາມໝາຍ ໂດຍຄະນະກຳມະການປະຊາຊົນ ເມືອງ ຮ່ວານກ໋ຽມ (ຮ່າໂນ້ຍ) ສົມທົບກັບບັນດາສຳນັກພິມຈຳໜ່າຍ, ບັນດາຫົວໜ່ວຍ, ບຸກຄົນ ເຄື່ອນໄຫວໃນຂົງເຂດດຽວກັນຈັດຂຶ້ນ, ເພື່ອແນໃສ່ວັນຕອບສະໜອງປື້ມ ແລະ ວັດທະນະທຳອ່ານ ຫວຽດນາມ (24 ເມສາ) ຄັ້ງທີ 3, ສະເຫຼີມສະຫຼອງ 7 ປີແຫ່ງວັນສ້າງຕັ້ງຖະໜົນປື້ມ ຮ່າໂນ້ຍ (1/5/2017 – 1/5/2024).

        ພິທີໄຂລາຍການຈະຈັດຂຶ້ນໃນວັນທີ 17 ເມສາ, ຢູ່ຖະໜົນປື້ມ ຮ່າໂນ້ຍ (ຖະໜົນ 19/12, ຕາແສງ ເຈິ່ນຮຶງດ້າວ, ເມືອງ ຮ່ວານກ໋ຽມ, ນະຄອນ ຮ່າໂນ້ຍ). ບັນດາເຫດການ “ຫລໍ່ລ້ຽງພູມປັນຍາ - ສ້າງອະນາຄົດ” ຢູ່ຖະໜົນປຶ້ມ ຮ່າໂນ້ຍ ຈະໄດ້ຮັບການຈັດຕັ້ງຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ ແລະ  ຫຼາຍຮູບຫຼາຍແບບ, ຄື: ການເສັງ “ແຕ້ມຮູບຕາມເນື້ອໃນປື້ມຫົວທີ່ນ້ອງມັກ”, ການເສັງ “ຈັດປື້ມສິລະປະ”, ການມອບລາງວັນການສອບເສັງດັ່ງກ່າວ, ການໂອ້ລົມສົນທະນາ, ສະເໜີປື້ມ…

ຕອບກັບ