ຊຸກຍູ້ການຮ່ວມມືດ້ານການສຶກສາ ຫວຽດນາມ ແລະ ສະຫະພັນ ລັດເຊຍ

Chia sẻ
(VOVWORLD) - ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ ດັ້ງມິງຄອຍ, ຢືນຢັນນະໂຍບາຍຂອງ 2 ປະເທດໃນການພັດທະນາການສຶກສາ ແລະ ບຳລຸງສ້າງທີ່ມີຄວາມຄ້າຍຄືກັນ.
ຊຸກຍູ້ການຮ່ວມມືດ້ານການສຶກສາ ຫວຽດນາມ ແລະ ສະຫະພັນ ລັດເຊຍ - ảnh 1(ທີ່ເວທີປາໄສ)

       ວັນທີ 18 ເມສາ, ອະທິການບໍດີ 60 ທ່ານຂອງມະຫາວິທະຍາໄລ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໄດ້ມີໜ້າຢູ່ມະຫາວິທະຍາໄລສັງລວມແຫ່ງຊາດ ມົດສະກູ ທີ່ມີຊື່ວ່າ Lomonosov ເພື່ອເຂົ້າຮ່ວມເວທີປາໄສອະທິການບໍດີບັນດາມະຫາວິທະຍາໄລ ຫວຽດນາມ - ລັດເຊຍ ຄັ້ງທີ 2.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ ດັ້ງມິງຄອຍ, ຢືນຢັນນະໂຍບາຍຂອງ 2 ປະເທດໃນການພັດທະນາການສຶກສາ ແລະ ບຳລຸງສ້າງທີ່ມີຄວາມຄ້າຍຄືກັນ. ການລົງທຶນ ແລະ ພັດທະນາການສຶກສາແມ່ນເປົ້າໝາຍສຳຄັນໃນການພັດທະນາຂອງ 2 ປະເທດ. ເວທີປາໄສດັ່ງກ່າວແມ່ນກົນໄກສຳຄັນເພື່ອໃຫ້ບັນດາຮາກຖານການສຶກສາຂັ້ນມະຫາວິທະຍາໄລແລກປ່ຽນບົດຮຽນ, ເພີ່ມທະວີການຮ່ວມມື, ປະກອບສ່ວນຫັນເປັນລະອຽດ ແລະ ຜັນຂະຫຍາຍບັນດາຄຳໝັ້ນສັນຍາຮ່ວມມືກ່ຽວກັບການສຶກສາ ແລະ ບຳລຸງສ້າງທີ່ໄດ້ຮັບການລົງນາມແລ້ວ.

        ສ່ວນຝ່າຍ ລັດເຊຍ, ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ການສຶກສາມະຫາວິທະຍາໄລສະຫະພັນ ລັດເຊຍ Konstantin Mogilevsky ຊີ້ແຈ້ງວ່າ, ການພັດທະນາແຫຼ່ງຊັບພະຍາກອນມະນຸດໃນການພົວພັນລະຫວ່າງ 2 ປະເທດແມ່ນໜຶ່ງໃນບັນດາໜ້າທີ່ເຊິ່ງບັນດາມະຫາວິທະຍາໄລຂອງ 2 ປະເທດຕ້ອງຖືເປັນສຳຄັນທີ່ສຸດ. ສະຫະພັນ ລັດເຊຍ ຖື ຫວຽດນາມ ແມ່ນຄູ່ຮ່ວມມືທີ່ເປັນມູນເຊື້ອໃນຂົງເຂດການສຶກສາ ແລະ ບຳລຸງສ້າງ.

ຕອບກັບ