ງານບຸນແມ່ນ້ຳລຳເຊນະຄອນ ໂຮ່ຈີມິນ ເປີດກ້ວາງຂອບຂະໜາດ ແລະ ເວລາຈັດຕັ້ງ

Chia sẻ
(VOVWORLD) - ງານບຸນແມ່ນ້ຳລຳເຊແມ່ນຈຸດສຸມຂອງບັນດາເຫດການທ່ອງທ່ຽວນະຄອນ ໂຮ່ຈີມິນ ໃນໄຕມາດທີ 2 ປີ 2024. ປີນີ້, ເຫດການຈະແກ່ຍາວແຕ່ວັນທີ 31 ພຶດສະພາ - 9 ມິຖຸນາ
ງານບຸນແມ່ນ້ຳລຳເຊນະຄອນ ໂຮ່ຈີມິນ ເປີດກ້ວາງຂອບຂະໜາດ ແລະ ເວລາຈັດຕັ້ງ - ảnh 1(ທ່ານນາງ ຫງວຽນທິແອັງຮວາ, ຫົວໜ້າພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ)

        ງານບຸນແມ່ນ້ຳລຳເຊນະຄອນ ໂຮ່ຈີມິນ ຄັ້ງທີ 2, ຄາດວ່າຈະຈັດຂຶ້ນໃນທ້າຍເດືອນ ພຶດສະພາ ແລະ ຕົ້ນເດືອນ ມິຖຸນາ. ເມື່ອທຽບໃສ່ຄັ້ງທຳອິດ, ງານບຸນຄັ້ງນີ້ບໍ່ພຽງແຕ່ໄດ້ເປີດກວ້າງຂອບຂະໜາດ, ເວລາຈັດຕັ້ງເທົ່ານັ້ນ ຫາກຍັງເພີ່ມບັນດາການເຄື່ອນໄຫວເຊື່ອມຕໍ່ການທ່ອງທ່ຽວລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນທາງທິດຕາເວັນອອກພາກໃຕ້ ແລະ ເຂດທົ່ງພຽງແມ່ນ້ຳຂອງອີກດ້ວຍ.

        ເມື່ອແຈ້ງຂໍ້ມູນຕໍ່ສື່ມວນຊົນກ່ຽວກັບບັນດາການເຄື່ອນໄຫວສົ່ງເສີມການທ່ອງທ່ຽວໄຕມາດທີ 2 ໃນຕອນບ່າຍວັນທີ 15 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາງ ຫງວຽນທິແອັງຮວາ, ຫົວໜ້າພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ, ງານບຸນແມ່ນ້ຳລຳເຊແມ່ນຈຸດສຸມຂອງບັນດາເຫດການທ່ອງທ່ຽວນະຄອນ ໂຮ່ຈີມິນ ໃນໄຕມາດທີ 2 ປີ 2024. ປີນີ້, ເຫດການຈະແກ່ຍາວແຕ່ວັນທີ 31 ພຶດສະພາ - 9 ມິຖຸນາ, ແທນທີ 4 ມື້ຄືປີ 2023. ບັນດາການເຄື່ອນໄຫວຈະຈັດຂຶ້ນພ້ອມດຽວກັນຢູ່ສະຖານທີ່ຫຼາຍແຫ່ງໃນບໍລິເວນນະຄອນ ໂຮ່ຈີມິນ, ເຊື່ອມຕໍ່ກັບສັບປະດາໝາກໄມ້ຢູ່ທ່າເຮືອ ບິ່ງດົງ (ເມືອງ 8).

ຕອບກັບ