ການປະທະກັນຢູ່ຕາເວັນອອກກາງ: Tel Aviv ຍັງບໍ່ທັນຍົກອອກບັນດາຄຳຕັດສິນສຸດທ້າຍກ່ຽວກັບມາດຕະການໂຕ້ຕອບ ອີຣານ

Chia sẻ
(VOVWORLD) - ວິທະຍຸເລກ 12 ຂອງ ອິດສະຣາແອນ ໄດ້ຄັດແຫຼ່ງຂ່າວບໍ່ເຜີຍຊື່ເວົ້າວ່າ ເຖິງວ່າຍັງບໍ່ທັນເປັນເອກະພາບກ່ຽວກັບເວລາ ແລະ ວິທີການໂຕ້ຕອບ, ແຕ່ຄະນະລັດຖະບານກ່ຽວກັບສົງຄາມຂອງທ່ານນາຍົກລັດຖະມົນຕີ Netanyahu ໄດ້ຕັດສິນບຸກໂຈມຕີໂຕ້ຕອບ ອີຣານ ຢ່າງແຮງ
ການປະທະກັນຢູ່ຕາເວັນອອກກາງ: Tel Aviv ຍັງບໍ່ທັນຍົກອອກບັນດາຄຳຕັດສິນສຸດທ້າຍກ່ຽວກັບມາດຕະການໂຕ້ຕອບ ອີຣານ - ảnh 1ການບຸກໂຈມຕີຂອງອີຣານ ຢູ່ ອິດສະຣາແອນ
(ພາບ:Reuters)

ຕອນຄ່ຳວັນທີ 15 ເມສາ, ສື່ມວນຊົນ ອິດສະຣາແອນ ໃຫ້ຮູ້ວ່າ: ຄະນະລັດຖະບານກ່ຽວກັບສົງຄາມຂອງປະເທດນີ້ຍັງບໍ່ທັນໄດ້ຍົກອອກຄຳຕັດສິນສຸດທ້າຍກ່ຽວກັບມາດຕະການໂຕ້ຕອບບຸກໂຈມຕີຂະໜາດໃຫຍ່ດ້ວຍລູກສອນໄຟ ແລະ ເຮືອບິນບໍ່ມີຄົນຂັບຂອງ ອີຣານ ເລັ່ງໃສ່ ອິດສະຣາແອນ ໃນຄ່ຳຄືນວັນທີ 13 ເມສາ ຜ່ານມາ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາແຫຼ່ງຂ່າວຢັ້ງຢືນການບຸກໂຈມຕີໂຕ້ຕອບຂອງ ອິດສະຣາແອນ ເລັ່ງໃສ່ອີຣານ ໄດ້ດຳເນີນຢ່າງແນ່ນອນ. ໃນນັ້ນ, ວິທະຍຸເລກ 12 ຂອງ ອິດສະຣາແອນ ໄດ້ຄັດແຫຼ່ງຂ່າວບໍ່ເຜີຍຊື່ເວົ້າວ່າ ເຖິງວ່າຍັງບໍ່ທັນເປັນເອກະພາບກ່ຽວກັບເວລາ ແລະ ວິທີການໂຕ້ຕອບ, ແຕ່ຄະນະລັດຖະບານກ່ຽວກັບສົງຄາມຂອງທ່ານນາຍົກລັດຖະມົນຕີ Netanyahu ໄດ້ຕັດສິນບຸກໂຈມຕີໂຕ້ຕອບ ອີຣານ ຢ່າງແຮງ, ເພື່ອແນໃສ່ສົ່ງສານວ່າ ອິດສະຣາແອນ ຈະມີການບຸກໂຈມຕີຂະໜາດໃຫຍ່ຕ້ານຄືນປະເທດນີ້.

        ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 15 ເມສາ, ຄະນະລັດຖະບານກ່ຽວກັບສົງຄາມຂອງ ອິດສະຣາແອນ ໄດ້ດຳເນີນການປຶກສາຫາລືໃໝ່ກ່ຽວກັບມາດຕະການໂຕ້ຕອບ ອີຣານ. ນີ້ແມ່ນກອງປະຊຸມຄັ້ງທີ 2 ຢ່າງລຽນຕິດຂອງຄະນະລັດຖະບານກ່ຽວກັບສົງຄາມ ອິດສະຣາແອນ ໃນວັນທີ 24 ຊົ່ວໂມງ ເພື່ອມາດຕະການໂຕ້ຕອບການບຸກໂຈມຕີຂອງອີີຣານ. ທີ່ກອງປະຊຸມນີ້, ທ່ານນາຍົກລັດຖະມົນຕີ Netanyahu ປະກາດວ່າ: ອິດສະຣາແອນ ຈະໂຕ້ຕອບການບຸກໂຈມຕີຂອງ ອີຣານ ຢ່າງສະຫຼາດສະຫຼຽວ ແລະ ບໍ່ຟ້າວຟັ່ງ.

ຕອບກັບ