CEO Tim Cook ມາຍັງ ຫວຽດນາມ - Apple ເພີ່ມການໃຊ້ຈ່າຍໃຫ້ແກ່ບັນດານັກສະໜອງຢູ່ທ້ອງຖິ່ນ

Chia sẻ
(VOVWORLD) - ເມື່ອມາ ຫວຽດນາມ, CEO Apple ໄດ້ແບ່ງປັນວ່າ: “ບໍ່ມີບ່ອນໃດຄື ຫວຽດນາມ, ປະເທດທີ່ຂະຫຍັນຂັນເຄື່ອນ ແລະ ສວຍງາມ
CEO Tim Cook ມາຍັງ ຫວຽດນາມ - Apple ເພີ່ມການໃຊ້ຈ່າຍໃຫ້ແກ່ບັນດານັກສະໜອງຢູ່ທ້ອງຖິ່ນ - ảnh 1CEO Tim Cook
(ພາບ: VOV)

ວັນທີ 15 ເມສາ, ທ່ານ Tim Cook, ຜູ້ອຳນວຍການໃຫຍ່ (CEO) ກຸ່ມບໍລິສັດເຕັກໂນໂລຊີ Apple (ປະເທດ ອາເມລິກາ) ໄດ້ມາຮອດຮ່າໂນ້ຍ, ເລີ່ມຕົ້ນການປະຕິບັດງານເປັນເວລາ 2 ວັນຢູ່ ຫວຽດນາມ. ຄາດວ່າ, ໃນວັນທີ 15 – 16 ເມສາ, CEO Tim Cook ເຮັດວຽກ, ພົບປະກັບສ່ວນບຸກຄົນຂອງ ຫວຽດນາມ ຈຳນວນໜຶ່ງ.

          ເມື່ອມາ ຫວຽດນາມ, CEO Apple ໄດ້ແບ່ງປັນວ່າ: “ບໍ່ມີບ່ອນໃດຄື ຫວຽດນາມ, ປະເທດທີ່ຂະຫຍັນຂັນເຄື່ອນ ແລະ ສວຍງາມ. ຂ້າພະເຈົ້າມີຄວາມຫ້າວຫັນຢາກມາແຫ່ງນີ້ເພື່ອເຊື່ອມຕໍ່ກັບນັກສຶກສາ, ລູກຄ້າ, ເຂົ້າໃຈກ່ວາກ່ຽວກັບຄວາມເປັນຫຼາຍຮູບຫຼາຍແບບ ໃນວິທີທີ່ເຂົາເຈົ້ານຳໃຊ້ຜະລິດຕະພັນຂອງພວກຂ້າພະເຈົ້າເພື່ອສ້າງເປັນສິ່ງມະຫັດສະຈັນ”.

        CEO Tim Cook ກໍ່ຢັ້ງຢືນວ່າ Apple ຈະສືບຕໍ່ເພີ່ມທະວີບັນດາການເຊື່ອມຕໍ່ຢູ່ ຫວຽດນາມ. ພ້ອມກັບເລື່ອງທ່ານ Tim Cook ມາ ຫວຽດນາມ ຄັ້ງນີ້, Apple ໄດ້ອອກແຈ້ງການກ່ຽວກັບການເພີ່ມທະວີຄຳໝັ້ນສັນຍາກັບ ຫວຽດນາມ, ລວມທັງການເພີ່ມບ້ວງໃຊ້ຈ່າຍໃຫ້ແກ່ບັນດານັກສະໜອງ, ນັກອຸປະຖຳ ໃຫ້ແກ່ຂໍ້ລິເລີ່ມກ່ຽວກັບນ້ຳສະອາດຢູ່ບັນດາໂຮງຮຽນທ້ອງຖິ່ນ.

ຕອບກັບ