ແງ່ຫວັງພັດທະນາຈາກບັນດາເຂດເສດຖະກິດດ່ານຊາຍແດນຢູ່ແຂວງກວາງນີງ

Hoang Trinh – Thu Hoa
Chia sẻ
ໃນ​ປີ 2015, ແຂວງ ກວາງ​ນີງ ໄດ້​ປະ​ກາດ​ການ​ວາງ​ແຜນ​ຜັງເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ 2 ແຫ່ງ​ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອະ​ນຸ​ມັ​ດ​ຜ່ານນັ້ນ​ແມ່ນ: ​ແຮ່ວງ​ໂມ - ດົ່ງ​ວັນ ແລະ ມ໋ອງ​ກ໋າຍ, ດ້ວຍ​ວິ​ໄສ​ທັ​ດ​ຮອດ​ປີ 2030. ​

(vovworld) - ໃນ​ປີ 2015, ແຂວງ ກວາງ​ນີງ ໄດ້​ປະ​ກາດ​ການ​ວາງ​ແຜນ​ຜັງເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ 2 ແຫ່ງ​ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອະ​ນຸ​ມັ​ດ​ຜ່ານນັ້ນ​ແມ່ນ: ​ແຮ່ວງ​ໂມ - ດົ່ງ​ວັນ ແລະ ມ໋ອງ​ກ໋າຍ, ດ້ວຍ​ວິ​ໄສ​ທັ​ດ​ຮອດ​ປີ 2030. ​ເລື່ອງ​ປະ​ກ​າດ​​ການ​ວາງແຜນ​ຜັງ​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ພັດ​ທະ​ນາ​ບັນ​ດາ​ເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດ​ນ​ເວົ້າ​ສະ​ເພາະ, ການພັດ​ທະ​ນາ​ເສດ​ຖະ​ກິດ - ວັດ​ທະ​ນະ​ທຳ - ສັງ​ຄົມ​ເຂດ​​ຊາ​ຍ​ແດນ​ຂອງ​ແຂວງ ກວາງ​ນີງ ເວົ້​າ​ລວມ. ນັ​ກ​ຂ່າວ VOV ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ມີ​ບົດ​ຂຽນ “ແງ່​ຫວັງ​ພັດ​ທະ​ນາ​ຈາກ​ບັນ​ດາ​ເຂດ​ເສດ​ຖະ​ກິດ​​ດ່ານຊາຍ​ແດນ​ຢູ່​ແຂວງກວາງ​ນີງ”.

        ເຂດ​ເສດ​ຖະ​ກ​ິດ​ດ່ານຊ​າຍ​ແດນ ແຮ່​ວງ​ໂມ- ດົ່ງ​ວັນ, ຕິດ​ກັບ​ດ່ານ​ຊາຍ​ແດນ ແຮ່ວງ​ໂມ, ນອນ​ໃນ​ບໍ​ລິ​ເວນ​ເມືອງ ບີ່ງ​ລຽວ, ຕິດ​ກັບ​ນະ​ຄອນ​ທ່າ​ກ່ຳ​ປັ່ນ ຝາງ​ເຈີ໋ງ, ແຂວງ ກວາງ​ສີ, ປະ​ເທດ​ຈີນ. ເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນນີ້​ໄດ້​ຮັບ​ການ​ວາງ​ແຜນ​ຜັງ​ພັດ​ທະ​ນາ​ຕາມ​ທິດ​ແມ່ນ​ເຂດ​ເສດ​ຖະ​ກິດຫຼາຍ​ຂະ​ແໜງ, ປະ​ກອບ​ສ່ວນ​ເປີດ​ກ້​ວາງ​ການ​ພົວ​ພັນ​ແລກ​ປ່ຽນ, ຄ້າ​ຂາຍ, ຫັນ​ປ່ຽນ​ໂຄງ​ປະກອບເສດ​ຖະ​ກິດ, ຍົກ​ສູງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ. ຕາມ​ທ່ານ ກາວ​ເຕື່ອງ​ຮູຍ, ເລ​ຂາ​ຄະ​ນະ​ພັກ​ເມືອງ ບີ່ງ​ລຽວ ແລ້ວ, ທີ່​ຕັ້ງ, ຄວາມ​ສຳ​ຄັນ ແລະ ກຳລັງຄວາມ​ດຶງ​ດູດ​ຂອງ​ດ່ານ​ຊາຍ​ແດນ ແຮ່ວງ​ໂມ ຍັງຈະ​ເພີ່ມ​ຂຶ້ນ​ສູງ​ເມື່ອ​ລັດ​ຖະ​ບານ​ຮັບ​ຮອງ​ເອົາແຮ່ວງ​ໂມ​ແມ່ນ​ດ່ານ​ຊາຍ​ແດນ 2 ຝ່າຍ​ຢ່າງ​ເປັນ​ທາງ​ການ. ຝ່າຍປະ​ເທດ​ເພື່ອນ​ບ້ານ ຈີນ ກໍ​ພວມ​ຜັນ​ຂະ​ຫ​ຍາຍ​ວິ​ວັດ​ການ​ນຳ​ສະ​ຖານ​ທີ່ນີ້​ກາຍ​ເປັນ​ດ່ານ​ຊາຍ​ແດນ​ສາ​ກົນ ແລະ ພວມ​ກໍ່​ສ້າງ​ເສັ້ນ​ທາງ​ຄວາ​ມ​ໄວ​ສູງ​ຈາກ​ດ່ານ​ຊາຍ​ແດນນີ້​ໄປ​ແຂວງ ຝາງ​ເຈີ໋ງ. ທ່ານ ກາວ​ເຕື່ອງ​ຮູຍ, ໃຫ້​ຮູ້​ວ່າ:

“ໄລ​ຍະ​ຜ່ານ​ມາ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ກຳ​ນົດ​ວ່າ​ຕ້ອງ​ລົ​ບ​ລ້າງ​ແນວ​​ຄິດ​ລໍ​ຖ້າ, ເອື່ອຍອີງ​ເຂົ້າ​ໃນ​ການ​ໜ​ູນ​ຊ່ວຍ​ຂອງ​ລັດ ແລະ ວິ​ສາ​ຫະ​ກິດ. ຕ້ອງ​ບືນ​ຕົວ​ຂຶ້ນ​ເພື່ອ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ສ້າງ​ຄວາມ​ຮັ່ງ​ມີ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທ່າ​ແຮງຂອງ​ຕົນ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ​ເມື່ອບັນ​ດາ​ວິ​ສາ​ຫະ​ກິດ​ເຮັດ​ທຸ​ລະ​ກິດ​ຢູ່ ​ບີ່ງ​ລຽວ ຈະ​ພັດ​ທະ​ນາ​ໄດ້​ດີ​ຍ້ອ​ນ​ຊອກ​ຫາ​ໄດ້​ບັນ​ດາ​ສິ່ງ​ທີ່​ແຕກ​ຕ່າງ​ກັນ.”

ແງ່ຫວັງພັດທະນາຈາກບັນດາເຂດເສດຖະກິດດ່ານຊາຍແດນຢູ່ແຂວງກວາງນີງ - ảnh 1
ດ່ານຊາຍແດນ ແຮ່ວງໂມ - ດົ່ງວັນ
(ພາບປະກອບ)

ໃນ​ຂະ​ນະ​ນັ້ນ, ເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ ມ໋ອງ​ກ່າຍ ແມ່ນ​ເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ​ແຫ່ງ​ໜຶ່ງ​ດຽວ​ໃນ​ທົ່ວ​ປະ​ເທດ​ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ເຊັນອະ​ນຸ​ມັດ​ຜ່ານ​ນັບທັງ​ແຜນ​ຜັງ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ແຜນ​ຜັງ​ກໍ່​ສ້າງ​ລວມ. ເຂດ​ເສດ​ຖະ​ກິດດ່ານ​ຊາຍ​ແດນມ໋ອງ​ກາຍ, ໃນ​ນັ້ນ​ມີ​ດ່ານ​ຊາຍ​ແດນ​ສາ​ກົນ ມ໋ອງ​ກາຍ, ຕິດກັບ​ນະ​ຄອນ ຕູ​ງສີ, ແຂວງ ກວາງ​ສີ, ປະ​ເທດ​ຈີນ. ເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນນີ້​ລວວມີເນື້ອ​ທີ່​, ພົນ​ລະ​ເມືອງ​ທັງ​ໝົດ​ຂອງ​ນະ​ຄອນ ມ໋ອງ​ກ່າຍ ແລະ 9 ຕາ​ແສງ, ເທດ​ສະ​ບານ​ຂອງ​ເມືອງ ຫາຍ​ຮ່າ​ດ້ວຍ​ເນື້ອ​ທີ່​ທັງ​ໝົດ​ກ່​ວາ 121.000 ha. ເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນນີ້​ຈະ​ພັດ​ທະ​ນາ​ໃນ 3 ເສົາ​ຄ້ຳ​ເສດ​ຖະ​ກິດ​ຕົ້​ນ​ຕໍແມ່ນ​ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ອຸດ​ສາ​ຫະ​ກຳ. ທ່ານ ຫງວຽນ​ງອກ​ຖູຍ, ຮອງ​ຫົວໜ້າ​ພະ​ແນກ​ອຸດ​ສາ​ຫະ​ກຳ - ການ​ຄ້າ​ແຂວງ ກວາງ​ນີງ, ຢັ້ງ​ຢືນ​ວ່າ:

“ເມື່ອ​ພວກ​ເຮົາ​ມີ​​ແຜນ​ຜັງ​ແລ້ວ, ບັນ​ດາ​ນັກ​ລົງ​ທຶນ​ຍຸດ​ທະ​ສາດ​ຈະ​ມີ​ແຜນ​ການ​ລະ​ອຽດ​ເພື່ອ​ລົງ​ທຶນ​ເຂົ້າ​ເຂດນີ້. ພິ​ເສດ​ແມ່​ນ​ເມື່ອ ຫວຽດ​ນາມ ໄດ້​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ແລະ ເມື່ອ TPP ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ​ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຜະ​ລິດ​ຕະ​ພັນທີ່ມີ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ແຂວງ ກວາງ​ນີງ.”

​ໂດຍມີ​ແຜນ​ຜັງ​ດ້ວຍ​ບັນ​ດາ​ວິ​ໄສ​ທັ​ດ​ຍາວ​ນານ, ວິ​ສາ​ຫະ​ກິດຫຼາຍ​ແຫ່ງກໍ​ມີ​ຄວາມ​ອຸ່ນອ​່ຽນ​ໃຈ​ເມື່ອ​ລົງ​ທຶນ​ຢູ່​ແຂວງ ມ໋ອງ​ກ່າຍ. ທ່ານ ເຈີ່ນ​ແມ້ງ​ຮູ່ງ, ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ສົ່ງ​ອອກ-ນຳ​ເຂົ້າ ງອກ​ຮ່າ, ໃຫ້​ຮູ້​ວ່າ:

“ກ່ອນນີ້, ເມື່ອຢ​າກ​ລົງ​ທຶນ​ເຂົ້າຂົງ​ເຂດ​ໃດ​ໜຶ່ງ​​ແມ່ນ​ຕ້ອງ​ຊອກ​ຫາ​ສະ​ຖານ​ທີ່​ກ່ອນ, ຫຼັງຈາກນັ້ນ​ແມ່ນ​​ສຳ​ຫລ​ວດ ແລະ ​ເຮັດບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ ດັ່ງ​ນັ້ນ​ຕ​້ອງ​ເສຍ​ເວ​ລາ​ຫຼາຍທີ່​ສຸດອັນ​ໄດ້ສ້າງ​ຄວາມ​ຫ​ຍຸ້ງ​ຍາກ​ຫຼາຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ. ປະ​ຈຸ​ບັນ, ​ແຜນ​ຜັງ​ພັດ​ທະ​ນາ​ຂອງ​ແຂວງ ມ໋ອງ​ກ່າຍ ໄດ້​ຮັບ​ການ​ປະ​ກາດ​​ໄດ້​ສ້າງ​ຄວາມ​ສະ​ດວກທີ່​ສຸດ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ພວກ​ຂ້າ​ພະ​ເຈົ້າ. ແຜນ​ຜັງ​ນີ້​ແມ່ນ​ຍາວ​ນານ​ດັ່ງ​ນັ້ນ​ເມື່ອ​ວິ​ສາ​ຫະ​ກິ​ດ​ພວກ​ຂ້າ​ພະ​ເຈົ້າ​ລົງ​ທຶນ​ເຂົ້າ​ກໍ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ກ່​ວາ”

ດ້ວຍ​​ເລື່ອງ​ສ້າ​ງ​ເງື່ອນ​ໄຂ​ພິ​ເສດຫຼາຍ​ຢ່າງ​ເພື່ອ​ດຶງ​ດູດ​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ການ​ທ່ອງ​ທ່ຽວ, ບັນ​ດາ​ເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ​ຢູ່​ແຂວງ ກວາງ​ນີງ ພວມ​ຄ່ອຍໆກາຍ​ເປັນ​ສະຖານ​ທີ​່ທ່ອງ​ທ່ຽວ​ຂອງ​ແຂກ​ທັງພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່​ວຽນ, ບໍ​ລິ​ສັດ​ທ່ອງ​ທ່ຽວ ຫາຍ​ເລີມ​ຊາ, ໃຫ້​ຮູ້​ວ່າ:

“ໃນ​ໄລ​ຍະ​ຜ່ານ​ມາ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຢ້ຽມ​ຢາມ ມ໋ອງ​ກາຍ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ, ພິ​ເສດ​ແມ່ນ​ແຂກ ຫວຽດ​ນາມ ແລະ ຈີນ. ເຂົາ​ເຈົ້າ​ຕີ​ລາ​ຄາ​ສູງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງນະຄອນ ມ໋ອງ​ກ່າຍ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຕາມ​ການ​ຄາ​ດ​ຄະ​ເນ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ແລ້ວ, ຈະ​ມີ​ແຂກ​ທ່ອງ​ທ່ຽວ​ຫຼາຍ​ຄົນມາ​ຈາກ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ນັບ​ທັງ​ແຂກ​ທ່ອງ​ທ່​ຽວ ເອີ​ລົບ ກໍ​ຈະ​ຢ້ຽມຢາມມ໋ອງ​ກາຍ.”

ມາ​ຮອດ​ປະ​ຈຸ​ບັນ, ເຂດ​ເສ​ດ​ຖະ​ກິດ​ດ່ານ​ຊາຍ​ແດນມ໋ອງ​ກ່າຍ ໄດ້​ດຶງ​ດູດໂຄງ​ການ FDI 20 ແຫ່ງ, ດ້ວຍຍອດ​ຈຳນວນ​ທຶນ​ຈົດ​ທະ​ບຽນ​​ແມ່ນກ່​ວາ 1 ຕື້ USD ແລະ ນັບ​ຮ້ອຍ​ໂຄງ​ການ​ລົງ​ທຶນ DDI. ສ່ວນ​ເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ ແຮ່ວງ​ໂມ - ດົ່ງ​ວັນ, ວັນ​ປະ​ກາດ​ແຜນ​ຜັງກໍ​​ໄດ້ດຶງ​ດູດ​​ເງິນລົງທຶນ​ໄດ້​ກ່ວາ 1.100 ຕື້​ດົ່ງ​ຈາກ​ບັນ​ດາ​ນັກ​ລົງ​ທຶນ​ໃນ​. ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ມີ​ປະ​ມານ 40 ໂຄງ​ການ​ທີ່ຂຶ້ນ​ກັບ 7 ຂົງ​ເຂດ​ຄື: ຄົມ​ມະ​ນາ​ຄົມ, ພື້ນ​ຖານ​ໂຄງ​ລ່າງ, ວັດ​ທະ​ນະ​ທຳ, ການ​ຄ້າ, ການ​ບໍ​ລິ​ການ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ໄຟ​ຟ້າ, ການສະ​ໜອງ​ ​ແລະ ລະ​ບາຍ​ນ້ຳ, ສິ່ງ​ແວດ​ລ້ອມ, ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ​ຈະ​ໄດ້​ຮັ​ບ​ບຸ​ລິ​ມະ​ສິດ​ຮຽກ​ຮ້ອງ​ການລົງ​ທຶນ​ເຂົ້າ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ນີ້.