ລອງອານ ເປີດຊ່ອງທາງໃຫ້ໝາກນາວ ສົ່ງອອກໂດຍກົງໄປຍັງ ຕາເວັນອອກກາງ

Ng Quang - Anh Huyen
Chia sẻ
(VOVWORLD) - ໄລຍະຜ່ານມາ ແຂວງ ລອງອານ ໄດ້ສົ່ງອອກໝາກນາວໄປຍັງຕະຫລາດ ຕາເວັນອອກກາງ ຜ່ານບັນດາວິສາຫະກິດໃຫຍ່. ເພື່ອຫັນກຳໄລໃຫ້ໄດ້ສູງສຸດ ແລະ ເຂົ້າເຖິງຕະຫລາດບົ່ມຊ້ອນນີ້ໃຫ້ດີກວ່າ, ບັນດາສະຫະກອນຂອງທ້ອງຖິ່ນ ໄດ້ກ້າແກ່ນໄປຍັງຕາເວັນອອກກາງ ເພື່ອຊອກຮູ້ຕະຫລາດຂາຍສົ່ງ, ເປີດຫ້ອງການ ແລະ ເຊັນສັນຍາການຄ້າໂດຍກົງເພື່ອສະຫນອງໝາກນາວໃຫ້ຫລາຍປະເທດໃນພາກພື້ນນີ້. ສິ່ງດັ່ງກ່າວໄດ້ສ້າງຄວາມເປັນປົກກະຕິ, ນຳມາເຊິ່ງມູນຄ່າສູງໃຫ້ແກ່ປະເພດສິນຄ້າຜະລິດຕະພັນກະເສດນີ້.
ລອງອານ ເປີດຊ່ອງທາງໃຫ້ໝາກນາວ ສົ່ງອອກໂດຍກົງໄປຍັງ ຕາເວັນອອກກາງ - ảnh 1ຜະລິດຕະພັນໝາກນາວ ຂອງລອງອານ ສົ່ງໄປຂາຍຢູ່ ຕະຫລາດສາກົນຫລາຍແຫ່ງ. ພາບ: Quang Anh

 ພາຍຫລັງ 1 ປີທີ່ແຊກຊຶມເຂົ້າຕະຫລາດ ຕາເວັນອອກກາງ, ມາຮອດປະຈຸບັນ ຫ້ອງການຕິດຕໍ່ຄ້າຂາຍຂອງສະຫະກອນບໍລິການກະສິກຳ ເບນລຶກ, ລອງອານ ຢູ່ ຕະຫລາດຂາຍສົ່ງ ດູບາຍ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ. ຕະຫລາດແຫ່ງນີ້ແມ່ນບ່ອນເຕົ້າໂຮມຜະລິດຕະພັນກະເສດນຳເຂົ້າເປັນສ່ວນຫລາຍ, ໃນນັ້ນ ມີໝາກນາວທີ່ສົ່ງມາຈາກບັນດາປະເທດເພື່ອສົ່ງຕໍ່ໄປຍັງທ້ອງຖິ່ນອື່ນໆຢູ່  UAE ແລະ ປະເທດໃກ້ຄຽງ.

ອ້າຍ ຟານແທງລຽມ ໂດຍແມ່ນສະຫະກອນ ສົ່ງໄປເຮັດວຽກຢູ່ ດູບາຍ (ສະຫະລັດ ອາຣັບ ເອມີເລດ) ເພື່ອຮັບຜິດຊອບວຽກງານຫ້ອງການຜູ້ຕາງຫນ້ານີ້. ວຽກງານຕົ້ນຕໍຂອງອ້າຍ ແມ່ນ ທຸກເຊົ້າມີຫນ້າຢູ່ຕະຫລາດຂາຍສົ່ງ ດູບາຍ ເພື່ອສຳຫລວດຄວາມຕ້ອງການການບໍລິໂພກຜະລິດຕະພັນກະເສດ, ເຄື່ອງເທດຂອງ ຕາເວັນອອກກາງ.

-ບໍ່ພຽງແຕ່ສະເພາະໝາກນາວເທົ່ານັ້ນ ຫາກພວກຂ້າພະເຈົ້າ ຍັງສົ່ງອອກບັນດາຜະລິດຕະພັນກະເສດອື່ນຊື່ງຊາວປະເທດປະຈຳຖິ່ນມີຄວາມຕ້ອງການ. ຊ່ວງເວລາລາຄາໝາກນາວຂາຍດີ ພວກຂ້າພະເຈົ້າສົ່ງອອກໝາກນາວ, ແຕ່ເວລາລາຄາຫລຸດລົງ ພວກຂ້າພະເຈົ້ານຳເອົາໝາກໄມ້ຊະນິດອື່ນຄື: ໝາກພ້າວ, ໝາກສີດາ, ໝາກມັງກອນ .. ໄປຂາຍພ້ອມ ໂດຍຜ່ານບາງບໍລິສັດການຄ້າຢູ່ ດູບາຍ ເພື່ອນຳໄປຂາຍໃຫ້ລູກຄ້າໂດຍກົງ.

          ນັບແຕ່ເມື່ອຕັ້ງຫ້ອງການຕິດຕໍ່ຄ້າຂາຍໃນໄລຍະຕົ້ນປີມາຮອດປະຈຸບັນ, ສະຫະກອນ ເບນລຶກ ໄດ້ຕິດຕໍ່ຄ້າຂາຍໂດຍກົງໄປຍັງຕະຫລາດຂາຍສົ່ງ ດູບາຍ ເດືອນລະ 8 -10 container, ແຕ່ລະ container ແມ່ນມີໝາກນາວ 24 ໂຕນ. ຕາມທ່ານ ເຈີນຢູຍທ້ວນ ຫົວຫນ້າສະຫະກອນແລ້ວ, ເຖິງວ່າ ໄລຍະຜ່ານມາ ການຜັນແປສັບສົນຈາກຕະຫລາດ, ສະພາວະການຮົບຢູ່ ຕາເວັນອອກກາງ ໄດ້ເຮັດໃຫ້ການເຄື່ອນໄຫວນຳເຂົ້າສົ່ງອອກປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ພິເສດແມ່ນການຂົນສົ່ງ logistics, ແຕ່ສະຫະກອນ ຍາມໃດກໍ່ເປັນເຈົ້າການປຶກສາຫາລືໂດຍກົງກັບຄູ່ຄ້າຢູ່ຕາເວັນອອກກາງ ສະນັ້ນ ປະລິມານສິນຄ້າ ແລະ ລາຄາຍາມໃດກໍ່ເປັນປົກກະຕິ. ທ່ານ ເຈີນຢູຍທ້ວນ ແບ່ງປັນວ່າ:

ຕາເວັນອອກກາງ ແມ່ນຫນຶ່ງໃນບັນດາຕະຫລາດສຳຄັນທີ່ສຸດສຳລັບໝາກນາວສົ່ງອອກຂອງ ສະຫະກອນ ເບນລຶກ, ລອງອານ. ສິນຄ້າໄດ້ສົ່ງໄປຍັງ ດູບາຍ ຫລັງຈາກນັ້ນ ຈະສົ່ງໄປຂາຍຢູ່ບັນດາປະເທດອື່ນຄື: ໂອມານ, ກາຕາ...”

ລອງອານ ເປີດຊ່ອງທາງໃຫ້ໝາກນາວ ສົ່ງອອກໂດຍກົງໄປຍັງ ຕາເວັນອອກກາງ - ảnh 2ສະຫະກອນ ເບນລຶກ ໄດ້ຕິດຕໍ່ຄ້າຂາຍສິນຄ້າ ກັບ ຕະຫລາດຂາຍສົ່ງ ດູບາຍ. ພາບ: Thanh Liêm

ປະຈຸບັນ ເນື້ອທີ່ປູກຕົ້ນໝາກນາວ ຫວຽດນາມ ສ່ວນຫລາຍແມ່ນສຸມໃສ່ຕົ້ນຕໍຢູ່ ລອງອານ ດ້ວຍກວ່າ 11.300 ເຮັກຕາ, ໃນນັ້ນ ຫລາຍສຸດແມ່ນຢູ່ ເມືອງ ເບນລຶກ ດ້ວຍກວ່າ 7.100 ເຮັກຕາ, ໃນນັ້ນ ກວ່າ 5.000 ເຮັກຕາກຳລັງອອກໝາກ. ສ່ວນເນື້ອທີ່ຍັງເຫລືອແມ່ນສຸມໃສ່ຢູ່ ເມືອງ ແທ້ງຮວາ, ຖູເທື່ອ, ດຶກເຫ້ວ... ລາຄາໝາກນາວແບບມີແກ່ນ ບາງຊ່ວງແມ່ນ 0,75 USD/kg. 6 ເດືອນຕົ້ນປີນີ້ ປະລິມານໝາກນາວ ຢູ່ ເບນລຶກ ຄາດວ່າບັນລຸ 36.000 ໂຕນ.

ປີ 2025, ຕົ້ນໝາກນາວ ໄດ້ຮັບການກຳນົດວ່າ ແມ່ນ 1 ໃນຈຳນວນ 4 ຕົ້ນປູກທີ່ນຳມາເຊິ່ງບຸກລະລຸໃຫ້ແກ່ຂະແຫນງກະສິກຳຂອງແຂວງ. ມາຮອດຈຸດເວລານີ້ ເຂດວັດຖຸດິບໝາກນາວ ລອງອານ ໄດ້ສ້າງເປັນ 3.000 ເຮັກຕາ ທີ່ຜະລິດເຕັກໂນໂລຊີສູງ ດ້ວຍ 165,5 ເຮັກຕາ VietGAP ແລະ 220 ເຮັກຕາ GlobalGAP. ຊາວກະສິກອນປູກຕົ້ນໝາກນາວ ໄດ້ຮັບການຝືກອົບຮົມຜະລິດແບບເປັນມືອາຊີບ ເພື່ອກໍ່ສ້າງເຂດວັດຖຸດິບ ບໍ່ພຽງແຕ່ຮັບໃຊ້ໃຫ້ຕະຫລາດພາຍໃນ ຫາກຍັງນັບທັງຕະຫລາດສາກົນ ຄື: ອີຢູ, ອັງກິດ, ລັດເຊຍ, ນິວເຊີແລນ, ໂຮນລັງ ແລະ ຕາເວັນອອກກາງ ອີກດ້ວຍ.

ສະນັ້ນ ເລື່ອງຊາວກະສິກອນ, ສະຫະກອນ ຮ່ວມສຳພັນເປັນເຈົ້າການໃນການມີຫນ້າຂອງຕົນຢູ່ບັນດາຕະຫລາດຂາຍສົ່ງຢູ່ນອກເຂດດິນແດນ ຫວຽດນາມ ກໍ່ໄດ້ຮັບການສົ່ງເສີມ ແລະ ຫນູນຊ່ວຍຢ່າງແຮງຈາກອຳນາດການປົກຄອງທ້ອງຖິ່ນ. ທ່ານນາງ ດິງທິເຟືອງແຄງ, ຮອງຫົວຫນ້າ ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ລອງອານ ໃຫ້ຮູ້ວ່າ:

ບັນດາທູດການຄ້າໄດ້ໃຫ້ຄຳໝັ້ນສັນຍາຫນູນຊ່ວຍໃຫ້ແກ່ບັນດາວິສາຫະກິດ ລອງອານ ເມື່ອເປີດຫ້ອງການຕາງຫນ້າຢູ່ຕ່າງປະເທດ. ແຂວງ ກໍ່ສືບຕໍ່ແມ່ນຂົວຕໍ່ເພື່ອການເຄື່ອນໄຫວດຳເນີນທຸລະກິດຂອງວິສາຫະກິດ   ໄດ້ຮັບການສະຫນັບສະຫນູນ, ຫນູນຊ່ວຍຈາກທູດ ການຄ້າ. ເປັນຕົ້ນແມ່ນໄດ້ຮັບການແນະນຳ, ໃຫ້ຄຳປຶກສາດ້ານນິຕິກຳກໍ່ຄືການຫນູນຊ່ວຍເງື່ອນໄຂອື່ນອີກ ຮັບປະກັນການເຄື່ອນໄຫວໃຫ້ຖືກຕ້ອງກັບກົດໝາຍ ຫວຽດນາມ ແລະ ປະເທດອື່ນ.

ລອງອານ ພວມຢັ້ງຢືນເຄື່ອງໝາຍການຄ້າຜະລິດຕະພັນໝາກນາວເທື່ອລະກ້າວຢູ່ບັນດາຕະຫລາດ ທີ່ມີຄວາມເຄັ່ງຂັດກັບຄຸນນະພາບສິນຄ້າ. ເລື່ອງບັນດາວິສາຫະກິດ, ສະຫະກອນ ເປັນເຈົ້າການສົ່ງເສີມການຄ້າເພື່ອເປີດກວ້າງການຈຳຫນ່າຍ, ຍົກສູງມູນຄ່າຜະລິດຕະພັນກະເສດ ແມ່ນທິດກ້າວເດີນທີ່ຕັ້ງຫນ້າ, ສ້າງກຳລັງແຮງໃຫມ່ເພື່ອໃຫ້ຊາວກະສິກອນ ແລະ ວິສາຫະກິດ ລົງທຶນທຳການຜະລິດ ແລະ ຮັບໃຊ້ການສົ່ງອອກໃຫ້ມີປະສິດທິຜົນກວ່າ.

 

ຕອບກັບ