ດຶງດູດທຶນ FDI 6 ເດືອນຕົ້ນປີ: ຮັກສາທ່ວງທ່າຢ່າງຕັ້ງຫນ້າ

Anh Huyen - Xuan Lan
Chia sẻ

(VOVWORLD) - 6 ເດືອນຕົ້ນປີນີ້, ລັດຖະບານ, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ມີຄວາມເປັນເຈົ້າການໃນການເຂົ້າເຖິງ, ແກ້ໄຂຈຸດອຸດຕັນ, ຮົ້ວກີດຂວາງດ້ານນິຕິກຳທີ່ກີດຂວາງການລົງທຶນ, ດຳເນີນທຸລະກິດຂອງວິສາຫະກິດ. ຍ້ອນເຫດນັ້ນ ການດຶງດູດທຶນFDI ຂອງ ຫວຽດນາມ ບັນລຸໝາກຜົນຕັ້ງຫນ້າ. ຍອດຈຳນວນທຶນບັນລຸເກືອບ 15,2 ຕື້ USD, ເພີ່ມຂຶ້ນກວ່າ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ບໍ່ພຽງແຕ່ເທົ່ານັ້ນ ການດຶງດູດ FDI ຂອງ ຫວຽດນາມ ຍັງໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ຮັກສາທ່າຕັ້ງຫນ້າ.

ດຶງດູດທຶນ FDI 6 ເດືອນຕົ້ນປີ: ຮັກສາທ່ວງທ່າຢ່າງຕັ້ງຫນ້າ - ảnh 1ກຳມະກອນ ບໍລິສັດ Samsung Electronics Viet Nam. ພາບປະກອບ:  Thanh Thương/TTXVN

ໃນ 6 ເດືອນຕົ້ນປີ, ເງິນລົງທຶນໃຫມ່ກໍ່ຄືການດັດປັບທຶນ ລ້ວນແຕ່ເພີ່ມຂຶ້ນດ້ວຍລະດັບເຕີບໂຕແມ່ນ46,9% ແລະ 35%ຕາມລຳດັບ. ທຶນປະຕິບັດ ຄາດວ່າບັນລຸກວ່າ 10,8ຕື້  USD, ເພີ່ມຂຶ້ນ 8,2%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການເພີ່ມຂຶ້ນຂອງທຶນFDI ທີ່ຈົດທະບຽນ ແລະ ປະຕິບັດ ໄດ້ຊຸກຍູ້ບັນດາການເຄື່ອນໄຫວຜະລິດພາຍໃນປະເທດຢ່າງແຮງ. ເປັນຫນ້າສົນໃຈ, ຄຸນນະພາບຂອງບັນດາໂຄງການລົງທຶນມີການປັບປຸງຫລາຍສົມຄວນ.

ທຶນ FDI ເຂົ້າ ຫວຽດນາມ ເພີ່ມຂຶ້ນຍ້ອນມີຫລາຍແຂວງ, ນະຄອນ ແລະ ທ້ອງຖິ່ນຕ່າງໆ ມານະພະຍາຍາມປະຕິຮູບລະບຽບການບໍລິຫານ, ມີຄວາມຂະຫຍັນຂັນເຄື່ອນໃນວຽກງານສົ່ງເສີມການລົງທຶນ. ໃນນັ້ນ ແຂວງ ຫວີງຟຸກ ແມ່ນແຂວງນຳຫນ້າໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະ ດຶງດູດບັນດານັກລົງທຶນຕ່າງປະເທດ. ໂດຍມີທຶນFDI  ກວ່າ 430 ລ້ານ USD ແມ່ນຕົວເລກດຶງດູດເງິນລົງທຶນຂອງຕ່າງປະເທດຂອງແຂວງ ໃນ 6 ເດືອນຕົ້ນປີ ລື່ນກາຍເກືອບ 9% ແຜນການທີ່ວາງອອກໃຫ້ທັງປີ. ບັນລຸໄດ້ໝາກຜົນຕັ້ງຫນ້ານີ້ ຍ້ອນທາງແຂວງ ຍາມໃດກໍ່ເປັນເຈົ້າການສຸມໃສ່ດຶງດູດບັນດາໂຄງການລົງທຶນທີ່ມີເຕັກໂນໂລຊີກ້າວຫນ້າ, ມີມູນຄ່າເພີ່ມສູງ; ສະຫນອງຂໍ້ມູນທີ່ຈຳເປັນໃຫ້ແກ່ນັກລົງທຶນຢ່າງເປັນທາງການເພື່ອໃຫ້ເຂົາເຈົ້າຊອກຮູ້ກ່ຽວກັບສະພາບແວດລ້ອມ, ນະໂຍບາຍດຶງດູດການລົງທຶນຢູ່ບັນດາເຂດອຸດສາຫະກຳ ຫວີງຟຸກ. ທ່ານ ຫງວຽນຊວນເຟືອງ, ຫົວຫນ້າ ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ຫວີງຟຸກ ໃຫ້ຮູ້ວ່າ:

 “ຫວີງຟຸກ ກຳນົດວ່າ ນັກລົງທຶນເຂົ້າມາແຂວງ ກໍ່ແມ່ນພົນລະເມືອງຂອງແຂວງ. ເມື່ອຄືດັ່ງພົນລະເມືອງຂອງແຂວງແລ້ວ ວິສາຫະກິດເຄື່ອນໄຫວຢູ່ ແຂວງ ຫວີງຟຸກ ກໍ່ຄ້າຍຄືຢູ່ບ້ານຂອງຕົນ ສະນັ້ນ ສະພາບແວດລ້ອມແຫ່ງການລົງທຶນແມ່ນເປັນມິດ. ເພື່ອຮ່ວມເດີນທາງພ້ອມກັບວິສາຫະກິດ, ພວກຂ້າພະເຈົ້າໄດ້ປະຕິຮູບລະບຽບການບໍລິຫານຕາມທິດຫລຸດຜ່ອນການພົບປະ ຫລື ໄປເຮັດໂດຍກົງ ແລະເພີ່ມການເຮັດວຽກທາງໄກຂອງການບໍລິການສາທາລະນະຜ່ານການຮັບເອົາສຳເນົາທາງອອນລາຍ, ສົ່ງຜົນທາງອອນລາຍ ແລະ ການຊຳລະອອນລາຍ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ວິສາຫະກິດ. ນອກນັ້ນພວກຂ້າພະເຈົ້າຍັງສ້າງຫນ້າພຽງທີ່ມີເນື້ອທີ່ກວ້າງໃຫຍ່ສົມຄວນເພື່ອໃຫ້ບັນດານັກລົງທຶນເຂົ້າມາລົງທຶນຢູ່ບັນດາເຂດອຸດສາຫະກຳ.

ດຶງດູດທຶນ FDI 6 ເດືອນຕົ້ນປີ: ຮັກສາທ່ວງທ່າຢ່າງຕັ້ງຫນ້າ - ảnh 2ທ່ານ ເຈີນກວັກເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ. ພາບ:baotintuc.vn

 ນອກຈາກແຂວງ ຫວີງຟຸກ, ແຂວງ ບັກນິງ, ບ່າເຣ້ຍ- ຫວູງເຕົາ, ກວ໋າງນິງ, ຮ່າໂນ້ຍ, ຫາຍຟ່ອງ, ນະຄອນ ໂຮ່ຈີມິນ, ດົ່ງນາຍ...ກໍ່ແມ່ນບັນດາທ້ອງຖິ່ນນຳຫນ້າໃນການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ ຍ້ອນມີພື້ນຖານໂຄງລ່າງດີ, ແຫລ່ງຊັບພະຍາກອນມະນຸດເປັນປົກກະຕິ ແລະ ຄວາມມານະພະຍາຍາມຂອງອຳນາດການປົກຄອງທ້ອງຖິ່ນໃນການປະຕິບັດບັນດາມາດຕະການຢ່າງຄົບຊຸດ, ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ແກ່ການຜະລິດດຳເນີນທຸລະກິດ, ຊຸກຍູ້ການຟື້ນຕົວ ແລະ ການເຕີບໂຕເສດຖະກິດ. ທ່ານນາງ ເຈີນຖູ່ຍຈາງ, ຮອງຜູ້ອຳນວຍການໃຫຍ່ບໍລິສັດ Jasan Viet Namຈຳກັດ, ເຂດອຸດສາຫະກຳ VSIPຖູຍງວຽນ, ຫາຍຟ່ອງ ຕີລາຄາວ່າ:

ໂດຍແມ່ນວິສາຫະກິດ FDI ຂ້າພະເຈົ້າເຫັນໄດ້ຢ່າງຈະແຈ້ງທີ່ສຸດກ່ຽວກັບຄວາມກ້າວຫນ້າ, ການປະຕິຮູບກໍ່ຄືບັນດາກົນໄກດ້ານບໍລິຫານທີ່ພວມນັບມື້ນັບດີກວ່າໃນສະພາບແວດລ້ອມແຫ່ງການລົງທຶນຢູ່ ຫາຍຟ່ອງ. ຄະນະ, ຂະແຫນງການ, ອຳນາດການປົກຄອງ ນະຄອນ ມີຄວາມມານະພະຍາຍາມທີ່ສຸດໃນການຊ່ວຍເຫລືອວິສາຫະກິດແກ້ໄຂຂໍ້ຂ້ອງໃຈ. ກ່ອນນີ້ ຖ້າເຮັດລະບຽບການບໍລິຫານ ພວກຂ້າພະເຈົ້າຕ້ອງໃຊ້ເວລາ 15-20 ມື້, ຊ້ຳບໍ່ໜຳຍັງຍາວກວ່ານັ້ນ ແຕ່ປະຈຸບັນ ສາມາດແກ້ໄຂໃນມື້.

ໃນທ່າຕັ້ງຫນ້າຂອງການດຶງດູດທຶນ  FDI ໃນ 6 ເດືອນຜ່ານມາ, ມີຫລາຍອົງການການເງິນຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ຂໍ້ສັງເກດວ່າ ແງ່ຫວັງການດຶງດູດການລົງທຶນ  FDI ທັງປີຂອງ ຫວຽດນາມ ຈະຮັກສາທ່າຕັ້ງຫນ້າ. ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈີນກວັກເຟືອງ ຢືນຢັນວ່າ:

ບັນດານັກລົງທຶນກໍ່ເຫັນໄດ້ຢ່າງຈະແຈ້ງວ່າ ຫວຽດນາມ ມີບັນດາການກະທຳລະອຽດທີ່ສຸດໃນການກຽມພ້ອມດຶງດູດບັນດາໂຄງການຂອງນັກລົງທຶນ, ຕອບສະຫນອງບັນດາເງື່ອນໄຂພື້ນຖານຄື: ທີ່ດິນ, ພະລັງງານ, ແຫລ່ງຊັບພະຍາກອນມະນຸດ...ໃນວຽກງານເຊື່ອມໂຍງເຂົ້າກັບສາກົນ, ເມື່ອພວກເຮົາປັບປຸງໄດ້ທີ່ຕັ້ງບົດບາດໃນເວທີສາກົນ, ນີ້ຈະແມ່ນປະຖົມປັດໄຈພື້ນຖານເພື່ອໃຫ້ພວກເຮົາເຂົ້າຮ່ວມບັນດາລະບົບໃນເສດຖະກິດ ແລະ ການຜະລິດດຳເນີນທຸລະກິດ.

          ປະຈຸບັນ, ຫວຽດນາມ ລົງທຶນເຂົ້າຫລາຍຂະແຫນງອຸດສາຫະກຳນຳຫນ້າ. ໃນນັ້ນ ຂະແຫນງເຕັກໂນໂລຊີພວມຜ່ານຜ່າການປ່ຽນໃຫມ່ຫລາຍຢ່າງ ແລະ ຫັນເປັນດິຈີຕອນ. ຖານະບົດບາດຂອງຫວຽດນາມ ໃນລະບົບສະຫນອງໄຟຟ້າ, ເອເລັກໂຕນິກ ນັບມື້ນັບໄດ້ຮັບການປັບປຸງ ສະນັ້ນ ມີຫລາຍກຸ່ມບໍລິສັດຜະລິດບັນດາຜະລິດຕະພັນເອເລັກໂຕນິກພວມຊອກເຂົ້າມາຫວຽດນາມ ນັບມື້ນັບຫລາຍ.

ດ້ວຍບັນດາສັນຍານຕັ້ງຫນ້າໃນການດຶງດູດທຶນ  FDI ໄລຍະຈະມາເຖິງ, ລັດຖະບານ, ນາຍົກລັດຖະມົນຕີ ຈະສືບຕໍ່ມີການຊີ້ນຳຢ່າງທັນການ, ມີບັນດາມາດຕະການແກ້ໄຂຢ່າງຂ້ຽວຂາດເພື່ອດຶງດູດການລົງທຶນຂອງຕ່າງປະເທດໃນ 6 ເດືອນທ້າຍປີ, ຮັກສາທ່າເຕີບໂຕ, ບັນລຸຄາດໝາຍຂອງທັງປີ.

ຕອບກັບ