ພາຍຫລັງເຫດການດັ່ງກ່າວ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ດຳເນີນບັນດາການເຄື່ອນໄຫວຢ່າງລະອຽດ, ຕັ້ງໜ້າເພື່ອລົບລ້າງບັດເຫຼືອງຂອງຄະນະກຳມະການ ເອີຣົບ ສຳລັບສິນໃນນ້ຳຂອງ ຫວຽດນາມ ໂດຍໄວ.
ຊາວປະມົງແຂວງ ຝູ໊ອຽນ ພາບ: TTXVN |
ສິ້ນສຸດບັ້ນກວດກາຢູ່ ຫວຽດນາມ ແຕ່ວັນທີ 16 – 24 ພຶດສະພາ ປີ 2018, ຄະນະກຳມະການເອີຣົບ (EC) ໄດ້ສົ່ງຈົດໝາຍທາງການເຖິງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ປະກາດຄຳເຫັນຂອງ EC ສຳລັບເນື້ອໃນຕ່າງໆຂອງຄະນະກວດກາທີ່ໄດ້ກວດກາຢູ່ ຫວຽດນາມ. ເພື່ອຜັນຂະຫຍາຍຢ່າງມີປະສິດທິຜົນນັ້ນ ການຕ້ານການຂຸດຄົ້ນຢ່າງຜິດກົດໝາຍ, ບໍ່ແຈ້ງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ບໍ່ປະຕິບັດຕາມການກຳນົດ (IUU), ຄະນະກວດກາຂອງ EC ຖືວ່າ: ເລື່ອງຕ້ານການຂຸດຄົ້ນ IUU, ຫວຽດນາມ ຄວນມີການກະທຳລະອຽດ, ຕັ້ງໜ້າ, ຂ້ຽວຂາດກ່ວາໃນສະພາບຕົວຈິງ. ໜຶ່ງໃນບັນດາຂໍ້ສະເໜີແນະຂອງ EC ຍົກອອກມາ ເຊິ່ງ ຫວຽດນາມ ຄວນໃຫ້ບຸລິມະສິດໃນໄລຍະຈະມາເຖິງ ນັ້ນແມ່ນນັບແຕ່ວັນທີ 1 ມັງກອນ ປີ 2019, ກ່ຳປັ່ນຫາປາທີ່ມີລວງຍາວແຕ່ 24 ແມັດຂຶ້ນໄປ ຕ້ອງໄດ້ຕິດຕັ້ງລະບົບຕິດຕາມການເຄື່ອນໄຫວດ້ວຍເຕັກໂນໂລຢີດາວທຽມ; ເພີ່ມທະວີວຽກງານຄວບຄຸມກ່ຳປັ່ນຫາປາຢູ່ທ່າກ່ຳປັ່ນ, ບົນທະເລ ແລະ ນຳໃຊ້ຂໍ້ມູນຕິດຕາມການເຄື່ອນໄຫວຂອງກ່ຳປັ່ນຫາປາຕາມລະບົບ, ມີຄວາມຊັດເຈນເພື່ອຮັບປະກັນຜະລິດຕະພັນສົ່ງອອກໄປຍັງຕະຫລາດ ເອີຣົບ ໄດ້ແຈ້ງຕົ້ນກຳເນີດ, ຮັບປະກັນລັກສະນະຖືກຕ້ອງຕາມກົດໝາຍຂອງບັນດາຜະລິດຕະພັນທີ່ໄດ້ການຢັ້ງຢືນ.
ເພື່ອແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງ ແລະ ຂາດຕົກບົກຜ່ອງປະຕິບັດບັນດາເນື້ອໃນຂອງຄະນະກວດກາ EC ທີ່ຍົກອອກມາໃນບັ້ນກວດກາ, ຕີລາຄາຜ່ານມານັ້ນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ສະເໜີເພີ່ມທະວີການຄຸ້ມຄອງອາຊີບຫາປາ, ສ້າງການຫັນປ່ຽນໃຫ້ທົ່ວລະບົບຄຸ້ມຄອງການຂຸດຄົ້ນສິນໃນນ້ຳ, ເປັນຕົ້ນແມ່ນສະພາບຕົວຈິງຂອງທ້ອງຖິ່ນຕ່າງໆ ເພື່ອໃຫ້ EC ພິຈາລະນາລົບລ້າງ “ບັດເຫຼືອງ” ໃນໄລຍະຈະມາເຖິງ. ຕາມທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫງວຽນຊວນເກື່ອງ ແລ້ວ: 6 ເດືອນທ້າຍປີ ແມ່ນໄລຍະເວລາບໍ່ພຽງພໍ ເພືື່ອປະຕິບັດໃຫ້ໝົດບັນດາຂໍ້ສະເໜີແນະ ຊຶ່ງ EC ຍົກອອກມາ ພ້ອມທັງຫັນອາຊີບຫາປາຂອງປະຊາຊົນໄປສູ່ອາຊີບຫາປາຂຸດຄົ້ນທີ່ມີຄວາມຮັບຜິດຊອບແບບຍືນຍົງ, ເຖິງຢ່າງໃດກໍ່ຕາມ ກ່ຽວກັບໄລຍະຍາວ ນີ້ແມ່ນຄວາມຮຽກຮ້ອງຕ້ອງຈັດຕັ້ງປະຕິບັດ. ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນຊວນເກື່ອງ ຖືວ່າ:
“ນີ້ແມ່ນຄຳກ່າວເຕືອນ ເຖິງຢ່າງໃດກໍ່ຕາມ ພວກເຮົາຕ້ອງສູ້ຊົນເພື່ອມີອາຊີບຫາປາແບບຍືນຍົງ, ອາຊີບຫາປາດ້ວຍລະບົບມູນຄ່າ, ອາຊີບຫາປາຂຸດຄົ້ນແບບມີຄວາມຮັບຜິດຊອບ ບໍ່ປະໃຫ້ຊາວປະມົງຂຸດຄົ້ນບໍ່ຍືນຍົງ. ນີ້ແມ່ນເປົ້າໝາຍຍາວນານ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ເປັນເສນາທິການໃຫ້ນາຍົກລັດຖະມົນຕີ ໃນໄລຍະຈະມາເຖິງ ສືບຕໍ່ປະກາດໃຊ້ບັນດາເອກະສານຊີ້ນຳ, ເປັນຕົ້ນແມ່ນໂຄງການດຳເນີນງານ ເພື່ອໃຫ້ 28 ແຂວງ, ນະຄອນແຄມທະເລເຂົ້າຮ່ວມມີຄວາມຮັບຜິດຊອບຢ່າງຂ້ຽວຂາດກ່ວາ. ຄວາມຮັບຜິດຊອບຂອງຊາວປະມົງ, ຄວາມຮັບຜິດຊອບຂອງບັນດາວິສາຫະກິດ, ອົງການຄຸ້ມຄອງຕ້ອງຈະແຈ້ງກ່ວາ ແລະ ຂ້ຽວຂາດກ່ວາອີກ ຈຶ່ງລົບລ້າງບັດເຫຼືອງໄດ້ໂດຍໄວ”.
ພາບປະກອບ/ TTXVN |
ພາຍຫລັງຖືກ “ບັດເຫຼືອງ”, ບັນດາຂະແໜງການ, ທ້ອງຖິ່ນຢູ່ ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງ ເພື່ອຂົນຂວາຍ, ໂຄສະນາໃຫ້ຊາວປະມົງບໍ່ຫາປາຢ່າງຜິດກົດໝາຍ. ຈຳນວນກໍລະນີລະເມີດເຂດທະເລຕ່າງປະເທດໄດ້ຫລຸດລົງຫລາຍ, ພຽງແຕ່ມີກໍລະນີດຽວທີ່ລະເມີດການຫາປາແບບຜິດກົດໝາຍເທົ່ານັ້ນ. ບັນດາທ່າກ່ຳປັ່ນຫາປາຕ້ອງຈົດບັນທຶກການຂຸດຄົ້ນ, ຫ້ອງການສິນໃນນ້ຳຕ້ອງແຕ່ງຕັ້ງຫົວໜ່ວຍມາທ່າກ່ຳປັ່ນຫາປາ ເພື່ອກຳນົດລະບຽບການ, ສ້າງຄວາມສະດວກໃຫ້ວິສາຫະກິດ. ທ່ານ ຫວູວັນຕ໊າມ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ:
“ປັດຈຸບັນ, ພວມເຮົາຕ້ອງສຸມໃສ່ບັນດາມາດຕະການປະຕິບັດ, ປະຕິບັດຢ່າງຄົບ 9 ຄຳກ່າວເຕືອນຂອງ EC ແລະ ໃນພື້ນທີ່ຕົວຈິງ ພວກເຮົາຕ້ອງມີການຫັນປ່ຽນ. ການຂຸດຄົ້ນ, ແຈ້ງຕົ້ນກຳເນີດ ແລະ ຮັບປະກັນໄດ້ການຕ້ານການຫາປາແບບຜິດກົດໝາຍ. ພາຍຫລັງຈາກຈຸດເວລາຖືກບັດເຫຼືອງ ພວກເຮົາໄດ້ຈຳກັດຫລາຍຢ່າງ”.
ຫວ່າງແລ້ວນີ້, ຄະນະກຳມະການ ເອີຣົບ (EC) ຫາກໍ່ປະກາດຈະແກ່ຍາວການກຳນົດເວລາເລື່ອງກ່າວເຕືອນບັດເຫຼືອງສຳລັບສິນໃນນ້ຳ ຫວຽດນາມ ຮອດເດືອນ ມັງກອນ ປີ 2019 ແລະ ຍົກອອກ 39 ຂໍ້ສະເໜີແນະ ເພື່ອແນໃສ່ຊ່ວຍ ຫວຽດນາມ ຜັນຂະຫຍາຍຕ້ານການຂຸດຄົ້ນຫາປາແບບຜິດກົດໝາຍ, ບໍ່ແຈ້ງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ບໍ່ປະຕິບັດຕາມກຳນົດຢ່າງມີປະສິດທິຜົນ. ແນໃສ່ແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງ ເພື່ອໃຫ້ EC ພິຈາລະນາລົບລ້າງ “ບັດເຫຼືອງ” ໃນໄລຍະຈະມາເຖິງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດສະເໜີບັນດາກະຊວງ, ຂະແໜງການ, ບັນດາແຂວງ, ນະຄອນແຄມທະເລເພີ່ມທະວີການຄຸ້ມຄອງອາຊີບຫາປາ, ສ້າງການຫັນປ່ຽນຢ່າງແທ້ຈິງຂອງທົ່ວລະບົບຄຸ້ມຄອງຂຸດຄົ້ນສິນໃນນ້ຳ, ເປັນຕົ້ນແມ່ນ ສະພາບຕົວຈິງຢູ່ທ້ອງຖິ່ນຕ່າງໆ./.