ຄວາມຄາດຫວັງໃຫຍ່ໃນປະຊາຄົມວິສາຫະກິດເຕັກໂນໂລຊີດິຈີຕອນ ຢູ່ ຫວຽດນາມ

Chia sẻ
(VOVWORLD) - ວັນທີ 22 ກັນຍາຜ່ານມາ, ສະຫະສະມາຄົມ ຊອບແວ ແລະ ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ (VINASA) ໄດ້ປະກາດ ແລະ ເຊີດຊູ TOP 10 ວິສາຫະກິດເຕັກໂນໂລດິຈີຕອນ ຫວຽດນາມ ປີ 2023.
ຄວາມຄາດຫວັງໃຫຍ່ໃນປະຊາຄົມວິສາຫະກິດເຕັກໂນໂລຊີດິຈີຕອນ ຢູ່ ຫວຽດນາມ - ảnh 1ວິສາຫະກິດ ນອນໃນຕອບ 10 ວິສາຫະກິດດີເດັ່ນ (ພາບ:TT&TT)
 
 

ໂດຍຮ່ວມເດີນທາງ ແລະ ເຊີດຊູບັນດາວິສາຫະກິດມາເປັນເວລາຄົບຮອບ 1 ທົດສະວັດ, ໂຄງການດັ່ງກ່າວໄດ້ເຫັນປະຈັກຕາການເຕີບໃຫຍ່ຢ່າງກະໂດຂັ້ນ ຂອງຂະແຫນງອຸດສາຫະກໍາເຕັກໂນໂລຢີຂໍ້ມູນຂ່າວສານຂອງຫວຽດນາມ. ບັນດາວິສາຫະກິດດິຈີຕອນ, ດ້ວຍບັນດາຜະລິດຕະພັນ  ແລະ ບັນດາມາດຕະການເຕັກໂນໂລຊີດິຈີຕອນທີ່ໄດ້ຮັບການເຊີດຊູ ໄດ້ສ້າງກຳລັງນູນ ແລະ ສົ່ງແຮງບັນດານໃຈຢ່າງແຮງໃຫ້ແກ່ປະຊາຄົມວິສາຫະກິດເຕັກໂນໂລຊີ ຫວຽດນາມ, ຊຸກຍູ້ຂະບວນການຫັນເປັນດີຈີຕອນແຫ່ງຊາດ.

ຕາມການສະຖິຕິຂອງ VINASA ແລ້ວ, ບັນດາວິສາຫະກິດດີຈີຕອນ ຫວຽດນາມ ພວມເຕີບໂຕຢ່າງເຂັ້ມແຂງ ດ້ວຍວິສາຫະກິດ ກ່ວາ 70.000 ແຫ່ງ. ລາຍຮັບຈາກຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານໃນປີ 2022 ບັນລຸ 148 ຕື້ USD, ເພີ່ມຂຶ້ນເກືອບ 4 ເທົ່າເມື່ອທຽບໃສ່ 10 ປີກ່ອນ (2012). ຊັບພະຍາກອນມະນຸດໃນຂົງເຂດນີ້ກໍ່ເພີ່ມຂຶ້ນ, ດ້ວຍ 300.000 ກວ່າຄົນ. ໃນນັ້ນ ຍອດລາຍຮັບໃນປີກາຍຂອງບັນດາວິສາຫະກິດທີ່ໄດ້ຮັບການເຊີດຊູແມ່ນ 10 ວິສາຫະກິດເຕັກໂນໂລຊີດີຈີຕອນ ຫວຽດນາມ ປີນີ້ ບັນລຸກວ່າ 164 ຕື້ດົ່ງ (ກວ່າ 7 ຕື້ USD), ກວມເກືອບ 44% ຍອດລາຍຮັບຂອງຂະແຫນງອຸດສາຫະກຳຊອບແວ ແລະ ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານຫວຽດນາມ ໃນປີ 2022.

ຄວາມຄາດຫວັງໃຫຍ່ໃນປະຊາຄົມວິສາຫະກິດເຕັກໂນໂລຊີດິຈີຕອນ ຢູ່ ຫວຽດນາມ - ảnh 2ທ່ານນາງ ຫງວຽນທິທູຢາງ, ຮອງປະທານ, ທັງເປັນເລຂາທິການສະຫະສະມາຄົມ ຊອບແວ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ

ເຖິງວ່າຍັງຢູ່ໃນໄລຍະສະພາບການເສດຖະກິດປະສົບກັບຄວາມຫຍຸ້ງຍາກ, ແຕ່ບັນດາວິສາຫະກິດເຕັກໂນໂລຊີດີຈີຕອນຍັງມີການເຕີບໂຕທີ່ໜ້າປະທັບໃຈ. ຕາມທ່ານນາງ ຫງວຽນທິທູຢາງ, ຮອງປະທານ, ທັງເປັນເລຂາທິການສະຫະສະມາຄົມ ຊອບແວ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ ແລ້ວ, ຜ່ານການຈັດຕັ້ງເປັນ 9 ຄັ້ງ, ໂຄງການໄດ້ຄັດເລືອກ ແລະ ເຊີດຊູບັນດາວິສາຫະກິດເຕັກໂນໂລຊີດີຈີຕອນດີເດັ່ນ ຊື່ງໄດ້ເຫັນປະຈັກຕາການເຕີບໂຕອັນພົ້ນເດັ່ນຂອງຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ແລະຂົງເຂດດີຈີຕອນ.

 “ພວກຂ້າພະເຈົ້າຮ່ວມເດີນທາງພ້ອມກັບລັດຖະບານໃນໂຄງການພັດທະນາວິສາຫະກິດດີຈີຕອນ ຫວຽດນາມ. ຜ່ານນັ້ນ, ກໍ່ຄົ້ນພົບບັນດາວິສາຫະກິດທີ່ມີຄວາມສາມາດບົ່ມຊ້ອນ, ມີບັນດາຜະລິດຕະພັນເຕັກໂນໂລຊີທີ່ດີ ແລະ ມີກຳລັງຄວາມສາມາດດ້ານເຕັກໂນໂລຢີທີ່ເຂັ້ມແຂງເພື່ອສືບຕໍ່ຫລໍ່ລ້ຽງ ແລະ ພັດທະນາ.

ໂຄງການເຊີດຊູວິສາຫະກິດເຕັກໂນໂລດິຈີຕອນ ຫວຽດນາມ ປີ 2023 ໄດ້ເຫັນປະຈັກຕາຫຼາຍເລື່ອງລາວສົ່ງແຮງບັນດານໃຈກ່ຽວກັບການຫັນເປັນດິຈິຕອນ. ນັ້ນແມ່ນ, Viettel Solutions ໄດ້ກໍ່ສ້າງສູນບໍລິຫານແບບອັດສະລິຍະ IOC 36 ແຫ່ງ, ປະຕິບັດການຫັນເປັນດິຈິຕອນໃຫ້ແກ່ 32 ແຂວງ, ນະຄອນ. ກຸ່ມບໍລິສັດ OneMount ພວມຫັນເປັນດິຈີຕອນໃຫ້ແກ່ ຮ້ານຂາຍເຄື່ອງຍ່ອຍຫຼາຍກວ່າ 100.000 ຮ້ານ, ອັນໄດ້ປະກອບສ່ວນເຂົ້າໃນການຫັນເປັນດີຈີຕອນຢ່າງວ່ອງໄວຂອງບັນດາຂະແໜງເສດຖະກິດ, ຄຽງຄູ່ກັນນັ້ນ, VNPT ແລະ MobiFone ກໍ່ພວມນຳໃຊ້ພື້ນຖານດິຈິຕອນເພື່ອຮັບໃຊ້ຂະແໜງກະສິກຳ ແລະ ການທ່ອງທ່ຽວຢ່າງມີປະສິດທິຜົນສູງ; FPT ໄດ້ປະສົບຜົນສໍາເລັດໃນການຄົ້ນຄວ້າ ແລະຜະລິດຊິບ ເຄິ່ງຊັກນຳໄຟຟ້າ ແລະ ເລີ່ມຕົ້ນຮັບໃບສັ່ງຊື້. Rikkeisoft, ໃນ 10 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່, ຈາກ 5 ສະມາຊິກກໍ່ຕັ້ງ, ພາຍຫຼັງ 10 ປີ ມີພະນັກງານ 1.500 ຄົນ ດ້ວຍການເຕີບໂຕແຕ່ລະປີແມ່ນ 180%. ທ່ານ ບຸ່ຍຊວນເຊີນ, ຜູ້ອໍານວຍການສູນພັດທະນາເລກ 1, ກຸ່ມບໍລິສັດເຕັກໂນໂລຢີ Rikkeisoft, ແບ່ງປັນວ່າ:

 “ບັນດາວິສາຫະກິດເຕັກໂນໂລຊີດີຈີຕອນຫວຽດນາມ ພວມໄດ້ຮັບການໜູນຊ່ວຍ ແລະ ອຳນວຍຄວາມສະດວກອັນໃຫຍ່ຫລວງຈາກລັດຖະບານ. ແຫລ່ງຊັບພະຍາກອນມະນຸດດ້ານເຕັກໂນໂລຊີຂໍ້ມູນຂ່າວສານຢູ່ຫວຽດນາມ ແມ່ນອຸດົມສົມບູນ ແລະ ໄດ້ຮັບການບຳລຸງສ້າງເປັນຢ່າງດີ ແລະ ບັນດາການມອບລາງວັນດັ່ງກ່າວແມ່ນມີຄວາມໝາຍທີ່ສຸດເພື່ອສືບຕໍ່ສ້າງກຳລັງນູນໃຫ້ແກ່ວິສາຫະກິດຂອງພວກຂ້າພະເຈົ້າພັດທະນາ ແລະ ພ້ອມກັນນັ້ນ ກໍ່ສ້າງກຳລັງນູນໃຫ້ບັນດາວິສາຫະກິດດີຈີຕອນອື່ນພັດທະນາ.

ຄວາມຄາດຫວັງໃຫຍ່ໃນປະຊາຄົມວິສາຫະກິດເຕັກໂນໂລຊີດິຈີຕອນ ຢູ່ ຫວຽດນາມ - ảnh 3ທ່ານ ຫງວຽນວັນຄວາ, ຜູ້ອຳນວຍການໃຫຍ່ FPT

ທ່ານ ຫງວຽນວັນຄວາ, ຜູ້ອຳນວຍການໃຫຍ່ FPT ຊື່ງແມ່ນບໍລິສັດນຳຫນ້າໃນຂົງເຂດເຕັກໂນໂລຊີ ໃຫ້ຮູ້ວ່າ: ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອໃຫ້ບັນດາວິສາຫະກິດດີຈີຕອນພັດທະນາ. FPT ໄດ້ ແລະ ພວມລົງທຶນຢ່າງແຮງເຂົ້າໃນແຫລ່ງຊັບພະຍາກອນມະນຸດເພື່ອຄົ້ນຄ້ວາ, ປະດິດສ້າງບັນດາພື້ນຖານເຕັກໂນໂລຊີນຳຫນ້າ Make in Viet Nam.

ຫວຽດນາມ ພວມກ້າວເຂົ້າສູ່ໄລຍະທີ່ມີກາລະໂອກາດຫຼາຍຢ່າງເພື່ອໃຫ້ບັນດາວິສາຫະກິດປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ. ໃນບົດບາດແມ່ນກຸ່ມບໍລິສັດນຳນ້າໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, FPT ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມເດີນທາງກັບປະຊາຄົມວິສາຫະກິດດີຈີຕອ.

ບັນດາວິສາຫະກິດເຕັກໂນໂລຊີດີຈີຕອນດີເດັ່ນຂອງຫວຽດນາມ ໄດ້ ແລະ ພວມສ້າງເປັນແຮງບັນດານໃຈໃຫ້ປະຊາຄົມວິສາຫະກິດເຕັກໂນໂລຊີ ດ້ວຍຄວາມຄາດຫວັງອັນໃຫຍ່ຫຼວງເພື່ອພັດທະນາແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ່ງໃນທົ່ວໂລກ. ບັນດາວິສາຫະກິດດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການປະຕິບັດໂຄງການຫັນເປັນດີຈີຕອນແຫ່ງຊາດ ດ້ວຍເປົ້າໝາຍຄວບຄູ່ຄື: ພັດທະນາຢ່າງຄົບຊຸດ 3 ເສົາຄ້ຳ - ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ; ຍູ້ແຮງຂະບວນການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດຊາດ./.

ຕອບກັບ