Meey Land ລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບແຖວຫນ້າຢູ່ ຫວຽດນາມ

Chia sẻ
(VOVWORLD) -

ບໍລິສັດຫຸ້ນສ່ວນກຸ່ມບໍລິສັດ Meey Land ກັບຜະລິດຕະພັນລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບ Meey Land ຫາກໍ່ໄດ້ຮັບການເຊີດຊູໃນ TOP 10 ຈຳນວນວິສາຫະກິດເຕັກໂນໂລຊີດີເດັ່ນຂອງຫວຽດນາມ ປີ 2023. ນີ້ແມ່ນຈຳນວນຫນ້ອຍໃນວິສາຫະກິດເຕັກໂນໂລຊີອະສັງຫາລິມະຊັບທີ່ໄດ້ຮັບການເຊີດຊູໃນງານມອບລາງວັນທີ່ມີຊື່ສຽງນີ້ ດ້ວຍລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບ ສະເພາະທາງ ທີ່ມີຫລາຍບາດກ້າວບຸກທະລຸ.

Meey Land ລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບແຖວຫນ້າຢູ່ ຫວຽດນາມ - ảnh 1ບາງຜະລິດຕະພັນພົ້ນເດັ່ນຂອງ ລະບົບນິເວດການເງິນ (ພາບ:vtc.vn)
 ລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບ Meey Land ແມ່ນການປະສານສົມທົບບັນດາຜະລິດຕະພັນເຕັກໂນໂລຊີຫນູນຊ່ວຍເຊິ່ງກັນ ແລະ ກັນຢ່າງສົມບູນແບບ ແລະ ຕອບສະຫນອງໄດ້ຄວາມຕ້ອງການທີ່ກ່ຽວຂ້ອງເຖິງການພົວພັນຄ້າຂາຍອະສັງຫາລິມະຊັບໃນປະຈຸບັນ, ສ້າງເປັນຮູບການເຂົ້າເຖິງໃຫມ່ໃນການພົວພັນຄ້າຂາຍອະສັງຫາລິມະຊັບຢ່າງສົມບູນແບບ. ຈຸດເດັ່ນຂອງລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບ Meey Land ແມ່ນການເຊື່ອມຕໍ່ຄວາມຕ້ອງການຂອງຜູ້ນຳໃຊ້ຢ່າງວ່ອງໄວ, ງ່າຍດາຍ, ມີປະສິດທິຜົນ, ນຳມາເຊິ່ງຫລາຍປະສົບການກ່ຽວກັບການນຳໃຊ້ເຕັກໂນໂລຊີໃນການພົວພັນຄ້າຂາຍອະສັງຫາລິມະຊັບ.

 “App Meey Land ນອນໃນລະບົບນິເວດ ຊື່ງລວມມີບັນດາຜະລິດຕະພັນຕິດພັນນຳກັນ. ເມື່ອເຂົ້າ App ພວກເຮົາສາມາດເຫັນໄດ້ຮູບພາບຂອງຕະຫລາດອະສັງຫາລິມະຊັບໂດຍສັງເຂບ, ມີເທົ່າໃດອະສັງຫາລິມະຊັບທີ່ຈະຊື້ຂາຍ, ໃຫ້ເຊົ່າ, ໂອນ…”

ມາຮອດປະຈຸບັນ ມີບາງ App Meey Land ໄດ້ເປີດຕົວ ແລະ ເບື້ອງຕົ້ນໄດ້ຮັບການຕີລາຄາສູງໃນຕະຫລາດ ເຊັ່ນ: Meey CRM, Meey Map, website meeyland.com, app Meey Land, Meey Ads)... ທ່ານ ຫງວຽນດຶກຕ່າຍ, ຜູ້ອຳນວຍການຝ່າຍການເງິນ ບໍລິສັດຫຸ້ນສ່ວນກຸ່ມບໍລິສັດ Meey Land ໃຫ້ຮູ້ວ່າ:

ດ້ວຍລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບ ຮອບດ້ານ, ພວກຂ້າພະເຈົ້າປາດຖະຫນາຢາກນຳມາເຊິ່ງປະສົບການດີທີ່ສຸດໃຫ້ແກ່ປະຊາຊົນ. ປະຊາຊົນສາມາດເຂົ້າເຖິງບັນດາອະສັງຫາລິມະຊັບດ້ວຍລາຄາເໝາະສົມ, ບັນດາຂໍ້ມູນເພື່ອຄົ້ນຫາການວາງແຜນຜັງແມ່ນຈະແຈ້ງ, ໂປ່ງໃສ ກໍຄືການຊອກຫາລາຄາດີທີ່ສຸດກ່ຽວກັບອະສັງຫາລິມະຊັບ, ຈາກນັ້ນ ກໍ່ມີພື້ນຖານເພື່ອພົວພັນຄ້າຂາຍ, ລົງທຶນ, ຊື້ຂາຍຢ່າງວ່ອງໄວກວ່າ.

Meey Land ລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບແຖວຫນ້າຢູ່ ຫວຽດນາມ - ảnh 2ທ່ານ ຫງວຽນດຶກຕ່າຍ, ຜູ້ອຳນວຍການຝ່າຍການເງິນ ບໍລິສັດຫຸ້ນສ່ວນກຸ່ມບໍລິສັດ Meey Land
(ພາບ:vtc.vn)

ປະຈຸບັນ, ລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບ Meey Land ໄດ້ເປີດຕົວຜະລິດຕະພັນທຳອິດໂດຍໝູນໃຊ້ເຕັກໂນໂລຊີທັນສະໄຫມ, ກ້າວຫນ້າຊັ້ນນຳຄື: AI,   Blockchain, Big Data…ຊື່ງໄດ້ຮັບການຕີລາຄາສູງຈາກຕະຫລາດ. ທ່ານ ຮວ່າງມາຍຈູງ, ປະທານ ສະພາຝ່າຍບໍລິຫານ ບໍລິສັດຫຸ້ນສ່ວນກຸ່ມບໍລິສັດ Meey Land ຢືນຢັນວ່າ:

 “Meey Land ແມ່ນ ລະບົບນິເວດເຕັກໂນໂລຊີ - ອະສັງຫາລິມະຊັບ ດ້ວຍຫລາຍມາດຕະການກ່ຽວກັບເຕັກໂນໂລຊີຊ່ວຍແກ້ໄຂບັນດາບັນຫາໃນຂົງເຂດອະສັງຫາລິມະຊັບ, ຊຸກຍູ້ລັກສະນະຊຳລະໃນຕະຫລາດອະສັງຫາລິມະຊັບ. ລະບົບນີ້ລວມມີ 30 ຜະລິດຕະພັນເຕັກໂນໂລຊີດີຈີຕອນສະເພາະທາງໃຫ້ແກ່ຂະແຫນງອະສັງຫາລິມະຊັບ ແລະ ປະຈຸບັນ ບັນດາຜະລິດຕະພັນຂອງ Meey Land ນັບມື້ຮັບໄດ້ຕີລາຄາສູງຈາກລູກຄ້າ”.

Meey Land ລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບແຖວຫນ້າຢູ່ ຫວຽດນາມ - ảnh 3ທ່ານ ຮວ່າງມາຍຈູງ, ປະທານ ສະພາຝ່າຍບໍລິຫານ ບໍລິສັດຫຸ້ນສ່ວນກຸ່ມບໍລິສັດ Meey Land
(ພາບ:vtc.vn)

ການປະຕິວັດອຸດສາຫະກຳ 4.0 ພວມຊຸກຍູ້ບາດກ້າວບຸກທະລຸໃຫ້ແກ່ຕະຫລາດອະສັງຫາລິມະຊັບ. ມີວິສາຫະກິດເຕັກໂນໂລຊີຫລາຍແຫ່ງ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອສ້າງລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບ. ໃນຈຳນວນນັ້ນ Meey Land ແມ່ນວິສາຫະກິດນຳຫນ້າ ແລະ ໄລ່ມາຮອດປະຈຸບັນ app Meey Land ແມ່ນຜະລິດຕະພັນທັນສະໄຫມທີ່ສຸດຢູ່ ພາກພື້ນ ອາຊີ.

ດ້ວຍການປະກອບສ່ວນຂອງຕົນ, Meey Land ໄດ້ຮັບການເຊີດຊູຢູ່ຫລາຍງານມອບລາງວັນທີ່ມີຊື່ສຽງ. ດ້ວຍວິໄສທັດຢາກກາຍເປັນກຸ່ມບໍລິສັດທຸລະກິດນາໆຊາດ ທີ່ມີມູນຄ່າດ້ານທຶນຮອນໃຫຍ່,  Meey Land ກາຍເປັນບໍລິສັດນຳຫນ້າໃນການຫັນເປັນດິຈີຕອນຂອງຂະແຫນງອະສັງຫາລິມະຊັບ, ປະກອບສ່ວນຢັ້ງຢືນພູມປັນຍາ, ເຄື່ອງໝາຍການຄ້າ ຫວຽດນາມ.

ພາຍຫລັງ 3 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ບໍລິສັດຫຸ້ນສ່ວນກຸ່ມບໍລິສັດ Meey Land ຍາມໃດກໍ່ຢືດໝັ້ນດ້ວຍຍຸດທະສາດສ້າງລະບົບນິເວດບັນດາຜະລິດຕະພັນເຕັກໂນໂລຊີສະເພາະທາງໃຫ້ແກ່ຂະແຫນງອະສັງຫາລິມະຊັບ ຫວຽດນາມ ແລະ ພວມປະຕິບັດຄວາມຄາດຫວັງນຳລະບົບນິເວດເຕັກໂນໂລຊີ - ການເງິນ - ອະສັງຫາລິມະຊັບ Meey Land ອອກສູ່ທົ່ວໂລກ.

ຕອບກັບ