ນາຍຊ່າງ ສໍ່ທິຈວຽນ ຕ່ຳຫູກ (ພາບ: VOV)
|
ໝູ່ບ້ານອາຊີບຕ່ຳຫູກ ຊີທວ້າຍ ໄດ້ຮັບການສ້າງຂຶ້ນນັບແຕ່ປີ 1975. ໃນເບື້ອງຕົ້ນ, ບັນດາຄອບຄົວ, ສ່ວນບຸກຄົນໄດ້ຜະລິດ ແລະ ຈຳໜ່າຍຜະລິດຕະພັນເອງ. ເມື່ອເຫັນວ່າ ຜະລິດຕະພັນໄດ້ຮັບຄວາມນິຍົມ ຈຶ່ງໄດ້ສົ່ງໄປຂາຍຢູ່ບ້ານຕ່າງໆໃນບໍລິເວນຕາແສງ ຊວັນແລັ້ງ ແລະ ບັນດາເມືອງ ເຊີນຮວ່າ, ຊົງຮິງ… ແລ້ວໄດ້ຮັກສາຈົນມາຮອດປະຈຸບັນ. ຈຸດພິເສດສະເພາະ ໃນບັນດາຜະລິດຕະພັນຂອງໝູ່ບ້ານອາຊີບຕ່ຳຫູກ ຊີທວ້າຍ ແມ່ນບັນດາລວດລາຍດ້ວຍຮູບທໍ່ກົມສົມດຸນກັນ ຊື່ງໄດ້ສ່ອງແສງໃຫ້ເຫັນທັດສະນະຄະຕິກ່ຽວກັບອາວະກາດ, ດິນຟ້າ, ໂລກມະນຸດ - ໂລກແຫ່ງຈິດວິນຍານ ເອົາທຳມະຊາດເປັນແບບຢ່າງ... ບັນດາລວດລາຍໃນແຜ່ນແພ ໄດ້ສະແດງໃຫ້ເຫັນການດຳເນີນຊີວິດປະຈຳວັນຂອງຊາວບ້ານຢູ່ທີ່ນີ້. ເອື້ອຍ ສໍ່ທິຈວຽນ ນາຍຊ່າງໝູ່ບ້ານອາຊີບຕ່ຳຫູກ ຊີທວ້າຍ ເມືອງ ດົ່ງຊວັນ, ແຂວງ ຝູອຽນ ໃຫ້ຮູ້ວ່າ:
ຈຸດພິເສດແມ່ນຢູ່ບ່ອນວ່າ: ຖ້າຕ່ຳຫູກດ້ວຍເຄື່ອງຈັກຈະໄດ້ແຕ່ໜ້າດຽວເທົ່ານັ້ນ ແຕ່ການຕ່ຳຫູກດ້ວຍມືຢູ່ ຝູອຽນ ແມ່ນມີສອງໜ້າຢ່າງຈະແຈ້ງທີ່ສຸດ. ລວດລາຍໃນຊຸດອາພອນຂອງຜູ້ຍິງ ແລະ ຜູ້ຊາຍແມ່ນຄ້າຍຄືກັນ ແຕ່ຜູ້ຊາຍຈະມີເສື້ອຄຸມແຂນສັ້ນ, ສ່ວນຜູ້ຍິງມີເສື້ອຄຸມແຂນຍາວ. ພິເສດ, ໃນຊຸດອາພອນຂອງຜູ້ຍິງ ໄດ້ຕິດແກ່ນໝາກ ກາລຽກ ແຫ້ງ, ສິ່ງທີ່ແຕກຕ່າງອີກອັນໜຶ່ງ ນັ້ນແມ່ນຜູ້ຍິງຈະພັນໝວກໃສ່ຫົວ ເພື່ອປ່ອຍຜົມແລ້ວພັນຂຶ້ນ… ຊຸດອາພອນນີ້ໄດ້ນຸ່ງໃນຍາມງານບຸນ, ຕ່ຳຊຸດໜຶ່ງຕ້ອງເສຍເວລາປະມານ 1 ເດືອນ.
ບັນດາຊຸດອາພອນພື້ນະເມືອງຂອງໝູ່ບ້ານອາຊີບ ຊີທ້ວາຍ (ພາບ: VOV)
|
ໃນຊຸມປີມໍ່ໆມານີ້, ຍ້ອນນະໂຍບາຍໜູນຊ່ວຍຈາກລັດ ໃຫ້ແກ່ບັນດາຂະແໜງອາຊີບຢູ່ເຂດຊົນນະບົດນັ້ນ, ອາຊີບຕ່ຳຫູກພື້ນເມືອງຢູ່ບ້ານ ຊີທວ້າຍ ໄດ້ພັດທະນາຕື່ມອີກບາດກ້າວໃໝ່. ເມື່ອຫາກໍ່ໄດ້ຟື້ນຟູຄືນໃໝ່ໃນປີ 2000, ໜ່ວຍຕ່ຳຫູກມີເອື້ອຍນ້ອງແມ່ນຍິງ 16 ຄົນທີ່ມີສີມືດີ, ເມົາມົວກັບການຕ່ຳຫູກ, ຖັກແສ່ວດອກໄມ້. ມາຮອດປະຈຸບັນກໍ່ມີເອື້ອຍນ້ອງເຂົ້າຮ່ວມກ່ວາ 40 ຄົນແລ້ວ.
ເຮືອນຣົງຂອງບ້ານ ຊີທວ້າຍ ແມ່ນບ່ອນທີ່ເອື້ອຍນ້ອງໃນບ້ານ ໄດ້ມີໜ້າພາຍຫຼັງເວລາໄປເຮັດໄຮ່ເຮັດນາ. ຜູ້ມີອາຍຸສູງ ໄດ້ສອນວິທີຕ່ຳຫູກດ້ວຍລວດລາຍທີ່ມີຫຼາຍສີສັນໃຫ້ຜູ້ມີອາຍຸໜຸ່ມກ່ວາ. ມີແມ່ຍິງຫຼາຍຄົນ ໄດ້ສະແດງຄວາມພາກພູມໃຈທີ່ສຸດ ເມື່ອເຫັນວ່າ ບັນດາຜະລິດຕະພັນທີ່ລຶ້ງເຄີຍໃນແຕ່ລະຄອບຄົວ, ປະຈຸບັນ, ເອື້ອຍນ້ອງຫຼາຍຄົນກໍ່ຮູ້ວິທີຕ່ຳຫູກ, ຮູ້ວິທີປະສົມສີ ແລະ ເຂົາເຈົ້າບໍ່ຕ້ອງຫ່ວງວ່າ ອາຊີບຕ່ຳຫູກຢູ່ບ້ານຂອງຕົນຖືກສູນຫາຍໄປອີກແລ້ວ. ເອື້ອຍ ລາອໍທິຕີມ, ຢູ່ບ້ານ ຊີທວ້າຍ ແບ່ງປັນວ່າ:
ຂ້າພະເຈົ້າມີຄວາມພາກພູໃຈທີ່ສຸດ ເມື່ອເຫັນວ່າ ອາຊີບຕ່ຳຫູກ ໄດ້ຟື້ນຟູຄືນໃໝ່. ແມ່ເຖົ້າ ແລະ ແມ່ໄດ້ສອນອາຊີບນີ້ໃຫ້ແກ່ຂ້າພະເຈົ້າ ແລະ ບັນດາເອື້ອຍນ້ອງ… ແລ້ວຂ້າພະເຈົ້າກໍ່ຈະສອນໃຫ້ແກ່ລູກຫຼານຂອງຕົນ.
ປີ 2023, ຄະນະກຳມະການ ປຊຊ ແຂວງ ຝູອຽນ ໄດ້ປະກາດຂໍ້ຕົກລົງຮັບຮອງເອົາໝູ່ບ້ານອາຊີບ ສຳລັບໝູ່ບ້ານອາຊີບຕ່ຳຫູກພື້ນເມືອງ ຊີທວ້າຍ. ທາງເມືອງກໍ່ຍັງຍູ້ແຮງການໂຄສະນາໃຫ້ແກ່ ປຊຊ ມີສະຕິປົກປັກຮັກສາສິ່ງແວດລ້ອມ, ຍົກສູງຜະລິດຕະພັນຂອງ ໝູ່ບ້ານອາຊີບເພື່ອພັດທະນາແບບຍືນຍົງ. ຜ່ານນັ້ນ, ກໍ່ໄດ້ຊ່ວຍ ປຊຊ ໃນການອະນຸລັກຮັກສາ ແລະ ພັດທະນາອາຊີບທີ່ເປັນມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍທີ່ປະໄວ້ໃຫ້. ທ່ານ ເຈິ່ນກວັກຮຸຍ, ຮອງປະທານຄະນະກຳມະການ ປຊຊ ເມືອງ ດົ່ງຊວັນ ໃຫ້ຮູ້ວ່າ:
ທາງເມືອງໄດ້ແນະນຳໃຫ້ບັນດານາຍຊ່າງໄປຮ່ຳຮຽນຢູ່ທ້ອງຖິ່ນຕ່າງໆຕື່ມອີກ, ພ້ອມກັນນັ້ນ ກໍ່ສືບຕໍ່ຊອກຫາການລົງທຶນ ເພື່ອຊ່ວຍ ປຊຊ ຈຳໜ່າຍຜະລິດຕະພັນ, ຈາກນັ້ນ, ກໍ່ຊ່ວຍ ປຊຊ ເພີ່ມລາຍຮັບເພື່ອຮັກສາໝູ່ບ້ານອາຊີບ.
ໂດຍນອນຢູ່ໃນບັນດາການເຄື່ອນໄຫວໂຄສະນາກ່ຽວກັບ ໝູ່ບ້ານອາຊີບຕ່ຳຫູກພື້ນເມືອງ ຊີທວ້າຍ ນັ້ນ, ວັນທີ 15 ເມສາທີ່ຜ່ານມາ, ຄະນະຄຸ້ມຄອງໜອງ ຮ່ວານກຽມ ແລະ ຄຸ້ມເມືອງເກົ່າ ຮ່າໂນ້ຍ ສົມທົບກັບຫົວໜ່ວຍທ່ອງທ່ຽວແຂວງ ຝູອຽນ ໄດ້ຈັດການແນະນຳໝູ່ບ້ານອາຊີບຕ່ຳຫູກພື້ນເມືອງ ຊີທວ້າຍ ຢູ່ສູນຖະແຫຼງຂ່າວມໍລະດົກຄຸ້ມເມືອງເກົ່າ ຮ່າໂນ້ຍ. ມາເຂົ້າຮ່ວມເຫດການ, ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຮັບຊົມສີມືຕ່ຳຫູກຂອງບັນດານາຍຊ່າງບ້ານ ຊີທວ້າຍ, ໄດ້ຮັບການແນະນຳນຸ່ງຊຸດອາພອນປະຈຳເຜົ່າ ບານາ, ໄດ້ຊອກຮູ້ຄວາມໝາຍຂອງລວດລາຍ ກໍ່ຄືບັນດາສິ່ງປະດັບໃນຊຸດອາພອນ. ຜູ້ຊ່ຽວຊານດ້ານວັດທະນະທຳ ເຈິ່ນດ່ວນເລີມ ແລະ ອ້າຍ ຕ້າວັນກວາງ ຢູ່ເມືອງ ບາດິ່ງ, ຮ່າໂນ້ຍ ໃຫ້ຮູ້ວ່າ:
ຊຸດອາພອນຂອງບັນດາຊົນເຜົ່າ ແມ່ນບໍລະດົກວັດທະນະທຳບໍ່ມີຮູບຮ່າງ ແລະ ພ້ອມກັນນັ້ນ ກໍ່ຄືກັນກັບຂີດໝາຍຂອງຊົນເຜົ່າ, ເພື່ອເຫັນໄດ້ວ່າ ຊຸດອາພອນຂອງຊາວເຜົ່າ ບານາ ຈະຕ່າງກັບຊຸດອາພອນຊອງຊາວເຜົ່າ ມົ້ງ ຫຼືວ່າການຕິດສິ່ງປະດັບຕ່າງໆ, ແພພັນຄໍ, ເຄື່ອງປະດັບທີ່ເຮັດດ້ວຍເງິນ, ຄຳ ແລະ ທັງວິທີນຸ່ງໂສ້ງເສຶ້ອອີກດ້ວຍ.
ຂ້າພະເຈົ້າຮູ້ສຶກມີຄວາມປະທັບໃຈ ເມື່ອແຂກທ່ອງທ່ຽວກໍ່ສາມາດນຸ່ງຊຸດອາພອນພື້ນເມືອງ ຊີທວ້າຍ ຂອງຊາວເຜົ່າ ບານາ ໄດ້. ເມື່ອຊອກຮູ້ແຈ້ງກ່ວາ, ບໍ່ພຽງແຕ່ໄດ້ເຫັນເທົ່ານັ້ນ, ຫາກຍັງໄດ້ນຸ່ງ, ມີຄວາມຮູ້ສຶກ, ເຫັນວີທີເຂົາເຈົ້າຕ່ຳຫູກ, ຮູ້ໄດ້ຄວາມໝາຍບັນດາລວດລາຍ, ສັນຍາລັກໃນແຜ່ນແພ, ຈາກສີສັນຕະຫຼອດຮອດຮູບພາບ, ອັນໄດ້ຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈແຈ້ງກ່ວາ ກ່ຽວກັບຄວາມສຳຄັນໃນການຮັກສາຄຸນຄ່າຂອງແຜ່ນແພພື້ນເມືອງ.
ໃນໄລຍະທີ່ຈະມາເຖິງ, ແຂວງ ຝູອຽນ ມຸ່ງໄປເຖິງການສ້າງບ້ານ ຊີທວ້າຍ ກາຍເປັນສະຖານທີ່ທ່ອງທ່ຽວເຂດຊຸມຊົນ ເພື່ອໂຄສະນາ, ແນະນຳກ່ຽວກັບອາຊີບຕ່ຳຫູກ ຂອງຊາວເຜົ່າ ບານາ ໃຫ້ແຂກທ່ອງທ່ຽວ ພ້ອມທັງນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດ ໃຫ້ແກ່ ປຊຊ ຢູ່ທີ່ນີ້./.