ເຂດ​ດິນ​ພູ​ດອຍ​ໄດ້​ປ່ຽນ​ແປງ​ຍ້ອນ​ການ​ປູກມອນ​ລ້ຽງ​ມ້ອນ

Anh Huyen
Chia sẻ
(VOVWORLD) -   ຢູ່ເມືອງພູດອຍ ເຈິນອຽນ, ແຂວງ ອຽນບາຍ, ປຊຊ ມີລາຍຮັບສູງທົບ 3-4 ເທົ່າຍ້ອນ ປຊຊ ໄດ້ຫັນປ່ຽນການປູກເຂົ້າ ແລະ ພືດຜັກ ໄປປູກມອນລ້ຽງມ້ອນ. ມີຫຼາຍຄອບຄົວມີລາຍຮັບແຕ່ສີບລ້ານ ຮອດຮ້ອຍລ້ານດົ່ງໃນແຕ່ລະປີ. ຊີວິດການເປັນຢູ່ຂອງ ປຊຊ ຢູ່ບັນດາຕາແສງຊົນນະບົດ ພວມໄດ້ປ່ຽນແປງຕາມແຕ່ລະມື້ຈາກຕົ້ນມອນ, ໂຕມ້ອນ.
ເຂດ​ດິນ​ພູ​ດອຍ​ໄດ້​ປ່ຽນ​ແປງ​ຍ້ອນ​ການ​ປູກມອນ​ລ້ຽງ​ມ້ອນ - ảnh 1

ຊາວຕາແສງ ບາວດາບ ມີຄວາມພາກພູມໃຈ ຍ້ອນການປູກມອນລ້ຽງມ້ອນ ໄດ້ນຳມາເຊິ່ງປະສິດທິຜົນເສດຖະກິດສູງ

    ພາຍຫຼັງໄດ້ລ້ຽງມ້ອນຊຸດທຳອິດຂອງລະດູການປູກມອນລ້ຽງມ້ອນປີນີ້, ປ້າ ເຈິ່ນທິຮວ່ານ ຢູ່ບ້ານ ງ່ອຍຮອບ, ເມືອງ ເຈິນອຽນ, ແຂວງ ອຽນບາຍ  ກໍ່ໄດ້ເລີ່ມກະກຽມໃຫ້ຊຸດຕໍ່ໄປ. ເຖິງວ່າມີອາຍຸເກືອບ 70 ປີແລ້ວກໍ່ຕາມ ແຕ່ສອງຜົວເມຍປ້າ ຍັງໄດ້ປູກມອນໃນເນື້ອທີ່ 8 ໄລ່. ປ້າ ຮວ່ານ ໃຫ້ຮູ້ວ່າ, ການລົງທຶນໃນເບື້ອງຕົ້ນແມ່ນບໍ່ຫຼາຍ ສາມາດເກັບທຶນຄືນໄດ້ໄວ, ເຕັກນິກການບົວລະບັດກໍ່ບໍ່ຍາກ, ວຽກງານບໍ່ໜັກໜ່ວງ, ດັ່ງນັ້ນ ກໍ່ເໝາະສົມກັບຫຼາຍຄົນຄືຜົວເມຍປ້າ. ສະເລ່ຍແຕ່ລະປີ, ຄອບຄົວຂອງປ້າ ຮວ່ານ ມີລາຍຮັບປະມານ 70 ລ້ານດົ່ງ (ເກືອບ 3.000 USD) ຈາກການປູກມອນລ້ຽງມ້ອນ:

   ນັບແຕ່ເມື່ອໄດ້ລ້ຽງມ້ອນ, ເສດຖະກິດຂອງຄອບຄົວຂ້າພະເຈົ້າ ໄດ້ພັດທະນາດີ, ບໍ່ຕ້ອງເອື່ອຍອີງລູກຫຼານ. ນອກຈາກນັ້ນ ຍັງມີເງິນເພື່ອສາມາດປະກອບສ່ວນເຂົ້າໃນກິດຈະກຳຕ່າງໆໃນບ້ານອີກດ້ວຍ ຕົວຢ່າງຄື: ການກໍ່ສ້າງບ້ານເຂດຊຸມຊົນ ຫຼືເຮັດເສັ້ນທາງ.

ເຂດ​ດິນ​ພູ​ດອຍ​ໄດ້​ປ່ຽນ​ແປງ​ຍ້ອນ​ການ​ປູກມອນ​ລ້ຽງ​ມ້ອນ - ảnh 2

ບໍລິສັດກຸ່ນສ່ວນມອນມ້ອນໄໝ ອຽນບາຍ ມີແຜນການຊື້ຝັກຫຼອກ 1.000 ໂຕນໃນປີນີ້.

     ສ່ວນຄອບຄົວເອື້ອຍ ຫງວຽນທິຖາວ ໄດ້ເລີ່ມເຮັດອາຊີບປູກມອນລ້ຽງມ້ອນ ດ້ວຍການເຂົ້າເປັນສະມາຊິກສະຫະກອນຂອງທ້ອງຖິ່ນ ແລະ ໄດ້ປະສົບຜົນສຳເລັດໃນການລ້ຽງມ້ອນຊຸດທຳອິດ. ເອື້ອຍ ຫງວຽນທິຖາວ ແບ່ງປັນວ່າ:

    ໃນເບື້ອງຕົ້ນ, ຂ້າພະເຈົ້າກໍ່ລ້ຽງມ້ອນໄດ້ 2 ກະດົ້ງ ແລະ ໄດ້ຮັບການຊ່ວຍເຫຼືອຈາກສະມາຊິກອື່ນໆໃນສະຫະກອນ. ເມື່ອມີໂຕມ້ອນເປັນພະຍາດ, ບັນດາສະມາຊິກຂອງສະຫະກອນໄດ້ລົງເບິງຕົວຈິງ ແລະ ຊ່ວຍຂ້າພະເຈົ້າ ຍ້ອນຕົນເອງຍັງບໍ່ທັນມີປະສົບການ. ມີບາງເທີ່ອກໍ່ຂາຍຝັກຫຼອກໄດ້ແຕ່ 180.000 - 190.000/ໂລ. ຂ້າພະເຈົ້າເຫັນວ່າມີລາຍຮັບດີຫຼາຍ.

      ປະຈຸບັນ, ຕາແສງ ບາວດາບ ມີເນື້ອທີ່ປູກມອນເກືອບ 150 ເຮັກຕາ, ໃນນັ້ນເນື້ອທີ່ໃຫ້ເກັບກ່ຽວແມ່ນກ່ວາ 132 ເຮັກຕາ. ດ້ວຍເນື້ອທີ່ປູກມອນນີ້, ປີ 2022, ອາຊີບລ້ຽງມ້ອນໃນຕາແສງ ໄດ້ໃຫ້ປະລິມານການຜະລິດປະມານ 210 ໂຕນ, ບັນລຸແຫຼ່ງລາຍຮັບ 20 ຕື້ດົ່ງ ( ກ່ວາ 850.000 USD).

    ເປົ້າໝາຍຂອງຕາແສງ ບາວດາບ  ແມ່ນນັບມື້ນັບຈະເປີດກ້ວາງເນື້ອທີ່ປູກມອນ ເພື່ອພັດທະນາອາຊີບລ້ຽງມ້ອນ. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ທາງທ້ອງຖິ່ນ ໄດ້ສຸມໃສ່ຊອກຫາສົ້ນອອກທີ່ເປັນປົກກະຕິໃຫ້ແກ່ຜະລິດຕະພັນ. ທ່ານນາງ ໂງທິຖຸຍເວິນ, ປະທານສະມາຄົມຊາວກະສິກອນຕາແສງ ບາວດາບ, ເມືອງ ເຈິນອຽນ, ແຂວງ ອຽນບາຍ,  ໃຫ້ຮູ້ວ່າ:

   ກ່ອນນີ້, ບໍ່ທັນມີການຮ່ວມສຳພັນ, ປຊຊ ຈະລ້ຽງມ້ອນເອງ ແລະ ຂາຍໃຫ້ພໍ່ຄ້າໂດຍກົງ. ນັບແຕ່ປີ 2022, ໃນບໍລເວນຕາແສງ ບາວດາບ, ໄດ້ກໍ່ສ້າງໂຮງງານສາໄໝອັດຕະໂນມັດ. ດັ່ງນັ້ນ, ແນ່ນອນວ່າ, ປຊຊ ກໍ່ນັບມື້ນັບເຊື່ອໝັ້ນຕໍ່ອາຊີບປູກມອນລ້ຽງມ້ອນຕື່ມອີກ.

     ຕາມທ່ານນາງ ໂງທິຖຸຍເວິນ ແລ້ວ, ໂຄງການກໍ່ສ້າງໂຮງງານສາວໄໝອັດຕະໂນມັດ ຢູ່ຕາແສງ ບາວດາບ, ເມືອງ ເຈິນອຽນ ໂດຍບໍລິສັດຫຸ້ນສ່ວນມອນມ້ອນໄໝ ອຽນບາຍ ຄຸ້ມຄອງ ໄດ້ເລີ່ມເຂົ້າເຄື່ອນໄຫວນັບແຕ່ເດືອນມີນາ ປີ 2023 ດ້ວຍສະມັດຕະພາບຜະລິດເສັ້ນໄໝ 150 ໂຕນ/ປີນັ້ນ, ເທົ່າກັບ ຝັກຫຼອກ 1.100 ໂຕນ. ພາຍຫຼັງປຸງແຕ່ງແລ້ວ, ບັນດາຜະລິດຕະພັນເສັ້ນໄໝ ຈະຖືກສົ່ງອອກໄປຍັງຕະຫຼາດ ອິນເດຍ, ຍີ່ປຸ່ນ ແລະ ບັນດາປະເທດ ອີຢູ.

   ທ່ານ ດິງຊັວນເຈື່ອງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນມອນມ້ອນໄໝ ອຽນບາຍ ໃຫ້ຮູ້ວ່າ, ເພື່ອຮັບປະກັນແຫຼ່ງວັດຖຸດິບ ຮັບໃຊ້ໃຫ້ແກ່ວິວັດການຜະລິດ ກໍ່ຄືຮັບປະກັນຄຸນນະພາບຂອງເສັ້ນໄໝ, ທາງບໍລະສັດໃຫ້ຄຳໝັ້ນສັນຍາຈະຊື້ຜະລິດຕະພັນຝັກຫຼອກນຳບັນດາຕາແສງ ໃນບໍລິເວນເມືອງ ເຈິນອຽນ ແລະ ບັນດາທ້ອງຖິ່ນໃກ້ຄຽງ. ທາງບໍລິສັດໄດ້ວາງເປົ້າໝາຍໃນປີນີ້ຈະເກັບຊື້ຝັກຫຼອກ 1.000 ໂຕນໃນປີນີ້. ນີ້ແມ່ນພື້ນຖານເພື່ອໃຫ້ ປຊຊ ເມືອງ ເຈິນອຽນ ມີຄວາມອຸ່ນອ່ຽນໃຈ ຕິດພັນກັບອາຊີບປູກມອນລ້ຽງມ້ອນນີ້:

   ບໍລິສັດໄດ້ໃຫ້ຄຳໝັ້ນໝາຍກັບ ປຊຊ ວ່າຈະເກັບຊື້ຜະລິດຕະພັນທັງໝົດ ແລະ ຈັດແບ່ງປະເພດຜະລິດຕະພັນ. ຜູ້ໃດລ້ຽງມ້ອນບໍບັນລຸມາດຖານ, ບໍລິສັດຈະສົ່ງນັກເຕັກນິກລົງແນະນຳ ເພື່ອໃຫ້ ປຊຊ ເຮັດຝັກຫຼອກທີ່ມີຄຸນນະພາບດີກ່ວາ, ແຫຼ່ງລາຍຮັບຈຶ່ງຈະດີກ່ວາອີກ. ການຮ່ວມສຳພັນກັນຜະລິດ ຈະຊ່ວຍຊາວກະສິກອນມີເຕັກນິກດີກ່ວາ, ການລ້ຽງປູກຈະບັນລຸປະສິດທິຜົນກ່ວາ, ຊ່ວຍວິສາຫະກິດມີແຫຼ່ງວັດຖຸດິບທີ່ດີກ່ວາ, ມີຄຸນນະພາບສູງກ່ວາ, ເພື່ອຜະລິດບັນດາຜະລິດຕະພັນຈາກເສັ້ນໄໝທີ່ມີຄຸນນະພາບສູງ ຮັບໃຊ້ໃຫ້ແກ່ຕະຫຼາດສົ່ງອອກ.

   ຕາມການຄິດໄລ່ແລ້ວ, ໃນເນື້ອທີ່ປູກມອນ 1 ເຮັກຕາ ກໍ່ສາມາດໃຫ້ລາຍຮັບປະມານ 200 ລ້ານດົ່ງ (8.500 USD),  ສູງກ່ວາແຕ່ 2-3 ເທົ່າ ເມື່ອທຽບໃສ່ການຜະລິດພືດຜັກຊະນິດອື່ນໆ. ກໍ່ຄືກັນກັບຢູ່ຕາແສງ ບາວດາບ, ບັນດາຕາແສງປູກມອນລ້ຽງມ້ອນແຫ່ງອື່ນໆ ຢູ່ເມືອງ ເຈິນອຽນ ກໍ່ລ້ວນແຕ່ໄດ້ສ້າງຕັ້ງບັນດາໜ່ວຍຮ່ວມມື ແລະ ສະຫະກອນ, ຊື່ງໄດ້ສ້າງລະບົບຮ່ວມສຳພັນທີ່ແໜ້ນແຟ້ນ ລະຫວ່າງບັນດາຄອບຄົວລ້ຽງມ້ອນ ກັບຫົວໜ່ວຍເກັບຊື້. ໃນຊຸມປີທີ່ຜ່ານມາ, ແຂວງ ອຽນບາຍ ພ້ອມກັບວິສາຫະກິດ ໄດ້ຜັນຂະຫຍາຍຫຼາຍໂຄງການໜູນຊ່ວຍໃຫ້ແກ່ບັນດາຄອບຄົວລ້ຽງມ້ອນຄື: ໜູນຊ່ວຍເງິນເພື່ອກໍ່ສ້າງເຮືອນລ້ຽງມ້ອນ, ແນະນຳຄວາມຮູ້, ເຕັກນິກ ແລະ ສິ່ງສຳຄັນກ່ວາ ນັ້ນແມ່ນໄດ້ເກັບຊື້ຜະລິດຕະພັນ ດ້ວຍລາຄາເປັນປົກກະຕິ….ນີ້ແມ່ນພື້ນຖານ ເພື່ອໃຫ້ອາຊີບປູກມອນລ້ຽງມ້ອນໄດ້ເປີດກ້ວາງ, ພັດທະນາກ່ວາອີກ, ອັນໄດ້ສ້າງຊີວິດການເປັນຢູ່ທີ່ອີ່ມໜຳສຳລານໃຫ້ແກ່ຫຼາຍເຂດຊົນນະບົດ ຢູ່ແຂວງພູດອຍ ອຽນບາຍ./.



          

ຕອບກັບ