ຮຶງອຽນ ສ້າງເຄື່ອງໝາຍໃຫ້ແກ່ຜະລິດຕະພັນ OCOP ຂອງແຂວງ

Lê Hoa
Chia sẻ
(VOVWORLD) - ໂດຍໄດ້ປະຕິບັດໂຄງການ “ໜຶ່ງຕາແສງ ໜຶ່ງຜະລິດຕະພັນ” (OCOP), ໃນໄລຍະທີ່ຜ່ານມາ, ບັນດາຕາແສງ, ເມືອງ, ເທດສະບານຕາແສງ, ນະຄອນໃນບໍລິເວນແຂວງ ຮຶງອຽນ ໄດ້ຖືເປັນສຳຄັນການພັດທະນາບັນດາຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງ ນຳມາເຊິ່ງຈຸດພິເສດສະເພາະ, ທ່າໄດ້ປຽບ. ເຄື່ອງໝາຍການຄ້າຂອງແຕ່ລະທ້ອງຖິ່ນ ໄດ້ປະກອບສ່ວນເປີດໂອກາດຮ່ວມສຳພັນໃນການສ້າງລະບົບການຜະລິດ ເພື່ອພັດທະນາເສດຖະກິດກະສິກຳ, ຊົນນະບົດຕາມທິດຍືນຍົງ.
 
ຮຶງອຽນ ສ້າງເຄື່ອງໝາຍໃຫ້ແກ່ຜະລິດຕະພັນ OCOP ຂອງແຂວງ - ảnh 1ຮ້ານວາງສະແດງຜະລິດຕະພັນ OCOP
(ພາບ:congthuong.vn)
 

ໄລ່ຮອດຈຸດເວລານີ້, ທົ່ວແຂວງໄດ້ຕີລາຄາ, ຈັດອັນດັບ 228 ຜະລິດຕະພັນບັນລຸລະດັບແຕ່ 3 ດາວຂຶ້ນໄປ. ບັນດາຜະລິດຕະພັນ OCOP ຖືກຈັດອັນດັບທີ່ມີຄວາມກ້າວໜ້າດ້ານຄຸນນະພາບ, ຮູບແບບ, ການຫຸ້ມຫໍ່, ຮັບປະກັນເງື່ອນໄຂການຕິດສະແຕມ, ຍີ່ຫໍ້, ການຊອກຫາແຫຼ່ງກຳເນີດ… ອາດຈະເວົ້າເຖິງບັນດາຜະລິດຕະພັນມີເຄື່ອງໝາຍການຄ້າສະເພາະຂອງ ຮຶງອຽນ ຄື: ໝາກລຳໄຍ, ໄກ່ ດົງຕ້າວ, ໝາກກວ້ຍບົວ, ຂີ້ໝີ້ນ ຈີເຕິນ, ໝາກລີນຈີ່ໄຂ່, ນ້ຳຖົ່ວເຫຼືອງ ເບິ່ນ…     ພາຍຫຼັງທີ່ບັນດາຜະລິດຕະພັນໄດ້ຮັບຮອງນຳໃຊ້ເຄື່ອງໝາຍ OCOP ແລະ ຈັດອັນດັບດາວແລ້ວ ກໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຜູ້ບໍລິໂພກ:

   ໂຄງການ “ໜຶ່ງຕາແສງ ໜຶ່ງຜະລິດຕະພັນ” OCOP ແມ່ນໂຄງການທີ່ມີຄວາມໝາຍທີ່ສຸດສຳລັບບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ. ເມື່ອນຳຜະລິດຕະພັນອອກສູ່ທ້ອງຕະຫຼາດ, ວິສາຫະກິດຂອງພວກຂ້າພະເຈົ້າ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຕີລາຄາສູງ.

   ເພື່ອຮັກສາບັນດາຜະລິດຕະພັນ OCOP, ພວກຂ້າພະເຈົ້າໄດ້ເອົາໃຈໃສ່ເປັນພິເສດເຖິງບັນຫາຄຸນນະພາບຂອງຜະລິດຕະພັນ ກໍ່ຄືຮູບແບບ, ການຫຸ້ມຫໍ່, ກ່ອນທີ່ຈະສົ່ງໄປທ້ອງຕະຫຼາດ, ຮອດມືຂອງຜູ້ບໍລິໂພກ.

  ພາຍຫຼັງຊີ້ນໄກ່ໄດ້ຮັບຮູ້ວ່າແມ່ນຜະລິດຕະພັນ OCOP ພວກຂ້າພະເຈົ້າກໍ່ໄດ້ຮັບສັນຍານຕັ້ງໜ້າຫຼາຍຢ່າງ.

    ນັບແຕ່ເມື່ອບໍລິສັດມີຜະລິດຕະພັນທີ່ໄດ້ຮັບຮູ້ວ່າ ແມ່ນຜະລິດຕະພັນ OCOP,  ຜະລິດຕະພັນກໍ່ຂາຍໄດ້ດີທີ່ສຸດ, ໂດຍສະເພາະແມ່ນແຕ່ຕົ້ນປີມາຮອດປະຈຸບັນ, ບໍລິສັດໄດ້ເຮັດວຽກຢ່າງລຽນຕິດ. ໃນໄລຍະທີ່ຈະມາເຖິງ, ທາງບໍລິສັດຈະສືບຕໍ່ຮັກສາພັດທະນາ, ເພີ່ມຈຳນວນກຳມະກອນ, ເພີ່ມຄຸນນະພາບຜະລິດຕະພັນ, ທາງບໍລິສັດກໍ່ມີເວັບໄຊເພື່ອໂຄສະນາຜະລິດຕະພັນຂອງຕົນ.

     ໂຄງການ OCOP ໄດ້ສ້າງຈິນຕະນາການ ແລະ ວີທີເຄື່ອນໄຫວຜະລິດໃໝ່ຂອງບັນດາວິສາຫະກິດ, ຜູ້ຜະລິດໃນທົ່ວແຂວງ ຮຶງອຽນ. ບໍ່ພຽງແຕ່ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ຄຸນນະພາບຜະລິດຕະພັນເທົ່ານັ້ນ, ບັນດາວິສາຫະກິດ ຍັງຢາກນຳບັນດາຜະລິດຕະພັນທີ່ມີເຄື່ອງໝາຍການຄ້າຂອງແຂວງ ອອກສູ່ຕະຫຼາດຕ່າງປະເທດອີກດ້ວຍ. ທ່ານນາງ ເຈິ່ນທິທູຮ່ຽນ, ຮອງຜູ້ອຳນວຍການໃຫ່ຍບໍລິສັດຫຸ້ນສ່ວນລົງທຶນ ເຕິນຫວຽດຮຶງ ຖູໂດ, ຊື່ງແມ່ນບໍລິສັດຂາຍບັນດາຜະລິດຕະພັນກະເສດ, ອາຫານພິເສດຂອງ ຮຶງອຽນ ແບ່ງປັນວ່າ:

   ເມື່ອນຳໃຊ້ຜະລິດຕະພັນ ພວກຂ້າພະເຈົ້າຢາກໃຫ້ລູກຄ້າແຕ່ລະຄົນ ຄິດເຖິງວັດທະນະທຳຂອງ ຮຶງອຽນ. ຍ້ອນວ່າ, ທຸກຜະລິດຕະພັນ ກໍ່ລ້ວນແຕ່ມີວັດຖຸດິບ ແລະ ສ່ວນໜຶ່ງແມ່ນອາຫານພິເສດຂອງ ຮຶງອຽນ. ພວກຂ້າພະເຈົ້າຢາກຝາກຝັງອາລົມຈິດຄວາມຮັກແພງ ແລະ ວັດທະນະທຳພິເສດສະເພາະຂອງ ຮຶງອຽນ ມາຍັງບັນດາລູກຄ້າທີ່ເປັນຊາວ ຮຶງອຽນ ທີ່ດຳລົງຊີວິດຢູ່ໄກຈາກບ້ານເກີດເມືອງນອນ ກໍ່ຄືລູກຄ້າຢູ່ທຸກແຫ່ງໃນທົ່ວປະເທດ ແລະ ຕ່າງປະເທດ.

    ໜຶ່ງໃນບັນດາຄາດໝາຍອັນດັບໜຶ່ງຂອງຜະລິດຕະພັນ OCOP ແມ່ນຕ້ອງມີຈຸດພິເສດສະເພາະຂອງແຕ່ລະທ້ອງຖິ່ນ ຕິດພັນກັບການຈັດຕັ້ງການຜະລິດ, ສ້າງບັນດາເຂດຜະລິດສິນຄ້າລວມສູນ, ມີຂອບຂະໜາດໃຫ່ຍ ຕິດພັນກັບເຂດວັດຖຸດິບທີ່ເປັນປົກກະຕິ. ທ່ານ ຮວ່າງກວາງດົງ, ບໍລິສັດ ຮວ່າງມິງເຈົາ ຈຳກັດ ຊື່ງໄດ້ຜະລິດ ຜະລິດຕະພັນຈາກແປ້ງຂີ້ໝີ້ນ ໃຫ້ຮູ້ວ່າ:

   ພວກຂ້າພະເຈົ້າພວມສ້າງພື້ນທີ່ທີ່ບັນລຸມາດຖານຢາສະໝູນໄພ ເພື່ອເປັນວັດຖຸດິບຕົ້ນຕໍ ຜະລິດອອກບັນດາຜະລິດຕະພັນສຳຄັນຄື: ຢາຂີ້ໝີ້ນ Cucumin, ເພື່ອສົ່ງອອກຍັງໄປຕະຫຼາດຍີ່ປຸ່ນ, ອາເມລິກາ, ເອີລົບ…

ຮຶງອຽນ ສ້າງເຄື່ອງໝາຍໃຫ້ແກ່ຜະລິດຕະພັນ OCOP ຂອງແຂວງ - ảnh 2ຮ້ານວາງສະແດງຂອງແຂວງ ຮືງອຽນ
(ພາບ congthuong.vn)

  ໂດຍບັນລຸຜົນສຳເລັດຈາກໂຄງການ OCOP ໄດ້ແມ່ນຍ້ອນຄວາມເອົາໃຈໃສ່, ຊີ້ນຳຢ່າງໃກ້ຊິດຂອງແຂວງ. ທາງແຂວງກໍ່ມີຫລາຍນະໂຍບາຍຮ່ວມເດີນທາງກັບບັນດາເຈົ້າຂອງພັດທະນາຜະລິດຕະພັນ OCOP. ແຕ່ປີ 2018 ມາຮອດຈຸດເວລານີ້, ແຂວງໄດ້ສະຫງວນແຫຼ່ງງົບປະມານກ້ອນໃຫ່ຍ ໜູນຊ່ວຍໃຫ້ແກ່ເຈົ້າຂອງການຜະລິດ ເພື່ອລົງທຶນພັດທະນາໂຄງປະກອບໂຄງລ່າງ, ເຄື່ອງຈັກ, ອຸປະກອນ, ການໝູນໃຊ້ວິທະຍາສາດເຕັກນິກ ຮັບໃຊ້ໃຫ້ແກ່ການຜະລິດ, ປຸງແຕ່ງ ຜະລິດຕະພັນບັນລຸມາດຖານ OCOP. ທ່ານ ຫງວຽນວັນເທີ ຫົວໜ້າພະແນກອຸດສາຫະກຳການຄ້າແຂວງ ຮຶງອຽນ ຢືນຢັນວ່າ:

   ພວຂ້າພະເຈົ້າ ໄດ້ເຊື່ອມຕໍ່ນັກຜະລິດກັບບັນດາຜະລິດຕະພັນ OCOP ໄປຍັງບັນດາສູນການຄ້າ, ລະບົບຂາຍຍ່ອຍ, ຮ້ານສັບພະສິນຄ້າ. ຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າຍັງໄດ້ໜູນຊ່ວຍບັນດາສະຖານທີ່ແນະນຳຜະລິດຕະພັນ ແລະ ກວດກາຄຸນນະພາບຜະລິດຕະພັນ, ຮັບປະກັນໃຫ້ຜູ້ບໍລິໂພກສາມາດຊົມໃຊ້ບັນດາຜະລິດຕະພັນທີ່ມີຄຸນນະພາບສົມກັບຄຸນຄ່າທີ່ເຂົາເຈົ້າໄດ້ເຮັດອອກມາ.

    ພ້ອມກັບການເຊື່ອມຕໍ່, ໂຄສະນາຜະລິດຕະພັນ, ແຂວງ ຮຶງອຽນ ຍັງມີບັນດານະໂຍບາຍສົ່ງເສີມການພັດທະນາກະສິກຳ, ໜູນຊ່ວຍການຊຸກຍູ້ການສ້າງຕັ້ງ ແລະ ພັດທະນາບັນດາເຂດຜະລິດສິນຄ້າລວມສູນ, ມີຂອບຂະໜາດໃຫ່ຍ ຕິດພັນກັບການຮັກສາ, ປຸງແຕ່ງ ແລະ ຈຳໜ່າຍຜະລິດຕະພັນ; ໜູນຊ່ວຍຕົ້ນໄມ້ປູກ, ສັດລ້ຽງຕົ້ນຕໍ ເພື່ອຮັບໃຊ້ໃຫ້ແກ່ການຜະລິດສິນຄ້າລວມສູນ; ສົ່ງເສີມການພັດທະນາບັນດາຜະລິດຕະພັນພິເສດ, ມີທ່າໄດ້ປຽບຂອງທ້ອງຖິ່ນ… ໃນໄລຍະທີ່ຈະມາເຖິງ, ໂຄງການ OCOP ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງແຮງຢູ່ແຂວງ ຮຶງອຽນ, ຊື່ງໄດ້ເປີດໂອກາດຮ່ວມສຳພັນໃນການສ້າງລະບົບການຜະລິດ ແລະ ການສະໜອງ ເພື່ອພັດທະນາກະສິກຳຊີວະພາບ-ຊົນນະບົດທັນສະໄໝ-ຊາວກະສິກອນສີວິໄລ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນປີ 2023 ແລະ ຊຸມປີຕໍ່ໄປ./.

ຕອບກັບ