ອາ​ຊີບ​ລ້ຽງ​ປາ​ບົ້ງ​ຢູ່​ເມືອງ ບາວອຽນ ແຂວງ ລາວ​ກາຍ

Phuong-Huyen
Chia sẻ
(VOVWORLD) - ເມືອງ ບາວອຽນ ແຂວງ ລາວກາຍ ແມ່ນເຂດດິນທີ່ມີຫຼາຍເຍື່ອງອາຫານພິເສດສະເພາະທີ່ມີຊື່ສຽງ. ໃນໄລຍະທີ່ຜ່ານມາ, ເມືອງ ບາວອຽນ ໄດ້ສຸມໃສ່ພັດທະນາບັນດາຜະລິດຕະພັນພິເສດສະເພາະ, ມີຄວາມສາມາດບົ່ມຊ້ອນພັດທະນາ ກາຍເປັນສິນຄ້າທີ່ມີມູນຄ່າດ້ານເສດຖະກິດສູງ, ໃນນັ້ນມີປາບົ້ງ.
ອາ​ຊີບ​ລ້ຽງ​ປາ​ບົ້ງ​ຢູ່​ເມືອງ ບາວອຽນ ແຂວງ ລາວ​ກາຍ - ảnh 1

ເອົານ້ຳມາລ້ຽງປາບົ້ງ (ພາບ: VOV)

   ປາບົ້ງ ແມ່ນປາຊະນິດສະເພາະຂອງທ້ອງຖິ່ນທີ່ດຳລົງຊີວິດຢູ່ແມ່ນ້ຳ ໄຈ ຊື່ງໄດ້ຖືກຖືວ່າ ແມ່ນປາຊະນິດທີ່ແຊບກ່ວາໝູ່. ນັບແຕ່ເວລາຫຼາຍສີບປີມານີ້, ປຊຊ ຢູ່ເຂດ ບາວອຽນ ໄດ້ເອົາປາຊະນິດນີ້ຈາກແມ່ນ້ຳ ໄຈ ໄປລ້ຽງໃນເຮືອນ. ຕາມຊາວທ້ອງຖິ່ນແລ້ວ, ເມື່ອປາບົ້ງໄດ້ລ້ຽງໃນນ້ຳສະອາດ ກໍ່ສາມາດຢູ່ໄດ້ເຖິງ 50 ປີ ແລະ ມີນ້ຳໜັກປະມານ 20 ໂລ. ປາບົ້ງສາມາດເຕີບໂຕໃນນ້ຳໃສ, ມີອົກຊີຫຼາຍ ແລະ ພື້ນໜອງບໍ່ມີຂີ້ຕົ້ມເທົ່ານັ້ນ. ດັ່ງນັ້ນ, ຜູ້ລ້ຽງປາຕ້ອງເອົານ້ຳສະອາດຈາກຫ້ວຍ ໄຫຼລົງມາໜອງ ແລະ ສູບນ້ຳຈາກບ່ອນສູງໄຫຼລົງແບບໝູນວຽນ ເພື່ອສ້າງອົກຊີໃຫ້ປາ. ການລ້ຽງປາບົ້ງຖືກຖືວ່າ ແມ່ນວິທີ່ເຮັດເສດຖະກິດທີ່ເໝາະສົມກັບຊາວກະສິກອນຫຼາຍຄົນ, ຍ້ອນວ່າ ຫົວອາຫານຂອງປາຊະນິດນີ້ ແມ່ນໃບໄມ້ຊະນິດຕ່າງໆທີ່ຫາງ່າຍ, ປູກງ່າຍ ຫຼື ຂອງເສດເຫຼືອຈາການເຮັດກະສິກຳ. ທ່ານ ຮວ່າງວັນດາດ, ຢູ່ບ້ານ ປິດ, ຕາແສງ ເລືອງເຊີນ ໃຫ້ຮູ້ວ່າ:

   ຂັ້ນຕອນລ້ຽງປາແມ່ນງ່າຍທີ່ສຸດ, ໃຫ້ປາກິນໃບມ້, ໃບມັນຕົ້ນເປັນຕົ້ນຕໍ. ປາບົ້ງສາມາດຂາຍໄດ້ລາຄາແຕ່ 200.000-300.000 ດົ່ງ/ໂລ. ອຳນາດການປົກຄອງໄດ້ລົງທຶນ, ພະນັກງານຕາແສງກໍ່ໄດ້ລົງກວດກາແຫຼ່ງນ້ຳ, ສຳຫຼວດໜອງລ້ຽງປາໃຫ້ ປຊຊ, ດັ່ງນັ້ນ, ປຊຊ ກໍ່ອຸ່ນອຽນໃຈ ເຮັດຕາມຂັ້ນຕອນລ້ຽງປາ ທີ່ໄດ້ຮັບການແນະນຳ.

ອາ​ຊີບ​ລ້ຽງ​ປາ​ບົ້ງ​ຢູ່​ເມືອງ ບາວອຽນ ແຂວງ ລາວ​ກາຍ - ảnh 2

ຫົວອາຫານຂອງປາບົ້ງແມ່ນໃບໃມ້, ໃບມັນຕົ້ນ (ພາບ: VOV)

    ປະຈຸບັນ, ຕາແສງ ເລືອງເຊີນ, ເມືອງ ບາວອຽນ ໄດ້ຜັນຂະຫຍາຍທົດລອງຮູບແບບລ້ຽງປາບົ້ງ, ປະຕິບັດການຂະຫຍາຍແນວພັນປາຢູ່ກັບທີ່ ເພື່ອພັດທະນາປາຊະນິດນີ້. ໂຄງການນີ້ ໂດຍສູນແນວພັນສິນໃນນ້ຳແຂວງ ສົມທົບກັບຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງ ບາວອຽນ ປະຕິບັດ. ບັນດາຄອບຄົວລ້ຽງປາ ທັງໄດ້ຮັບແນວພັນປາ, ທັງໄດ້ຮັບການແນະນຳ, ຝຶກອົບຮົມດ້ານເຕັກນິກຈາກພະນັກງານສູນແນວພັນສິນໃນນ້ຳ. ທ່ານ ຮ່ວາງວັນຈີ, ຢູ່ບ້ານ ປິດ, ຕາແສງ ເລືອງເຊີນ ແບ່ງປັນວ່າ:

   ຂ້າພະເຈົ້າໄດ້ເຂົ້າຮ່ວມໂຄງການ ແລ້ວໄດ້ຮັບການໜູນຊ່ວຍດ້ານແນວພັນປາ. ຂ້າພະເຈົ້າດີໃຈຫຼາຍ ເມື່ອໄດ້ຮັບການລົງທຶນຈາກລັດຄືແນວນີ້ .

   ທ່ານ ຮ່ວາງວັນຮຸ່ງ ຮອງປະທານຄະນະກຳມະການ ປຊຊ ຕາແສງ ເລືອງເຊີນ, ເມືອງ ບາວອຽນ ໃຫ້ຮູ້ວ່າ:

    ໃນ 2 ປີຜ່ານມາ, ຕາແສງກໍ່ໄດ້ຂໍຄຳເຫັນຈາກເມືອງ, ແລ້ວເຊີນບັນດາອົງການທີ່ມີໜ້າທີ່ຮັບຜິດຊອບເຂົ້າມາເຮັດໂຄງການ. ປະຈຸບັນ ກໍ່ພວມຜັນຂະຫຍາຍໃນອີກໄລຍະໜຶ່ງ ຈຶ່ງຈະຕີລາຄາ. ຖ້າເຫັນວ່າ ການລ້ຽງປາແບບນີ້ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດ, ພວກຂ້າພະເຈົ້າກໍ່ຈະທະວີຄູນອອກຢ່າງກວ້າງຂວາງ.

    ປະຈຸບັນ, ຕາແສງ ເລືອງເຊີນ ມີເນື້ອທີ່ລ້ຽງປູກສິນໃນນ້ຳກ່ວາ 20 ເຮັກຕາ, ໃນນັ້ນ, ເນື້ອທີ່ລ້ຽງປາບົ້ງ ແມ່ນເກືອບ 1 ເຮັກຕາ. ຫຼາຍຄອບຄົວຢູ່ເມືອງ ບາວອຽນ ໄດ້ກ້າຫັນປ່ຽນເຂດທົ່ງນາທີ່ໃຫ້ປະສິດທິຜົນຕ່ຳ ໄປຂຸດໜອງ, ລ້ຽງປາບົ້ງ. ຕາມການສະຖິຕິ, ທົ່ວເມືອງ ບາວອຽນ ມີປະມານ 300 ຄອບຄົວໄດ້ລ້ຽງປາບົ້ງ, ໂດຍສຸ່ມໃສ່ຫຼາຍກ່ວາໝູ່ແມ່ນຢູ່ຕາແສງ ເລືອງເຊີນ ດ້ວຍ 100 ຄອບຄົວໄດ້ລ້ຽງປາບົ້ງ ຊື່ງໄດ້ສະໜອງປາປະມານ 10 ໂຕນ/ປີ. ທ່ານ ຫງວຽນວັນເຍີດ, ຮອງປະທານຄະນະກຳມະການ ປຊຊ ເມືອງ ບາວອຽນ ໃຫ້ຮູ້ວ່າ:

   ທ້ອງຖິ່ນໄດ້ກຳນົດວ່າ ປາບົ້ງ ເມືອງ ບາວອຽນ ຈະກາຍເປັນຜະລິດຕະພັນສິນຄ້າ. ແຕ່ເຖິງແນວນ້ຳກໍ່ຕາມ, ລ້ຽງປາບົ້ງ ໄດ້ຮຽກຮ້ອງໃຫ້ມີນ້ຳສະອາດ. ພວກຂ້າພະເຈົ້າກຳນົດວ່າ ຈະຄັດເລືອກບັນດາຄອບຄົວທີ່ຢູ່ໃກ້ກັບແຫຼ່ງນ້ຳສະອາດຢູ່ຕາແສງ ເລືອງເຊີນ, ຟຸກແຄັງ ເພື່ອຜັນຂະຫຍາຍການລ້ຽງປາບົ້ງກາຍເປັນສິນຄ້າ.

   ໃນອະນາຄົດອັນໃກ້ໆນີ້, ຜະລິດຕະພັນປາບົ້ງ ຢູ່ຕາແສງ ເລືອງເຊີນ ຈະໄດ້ຮັບໃບຢັ້ງຢືນໜຶ່ງຕາແສງ ໜຶ່ງຜະລິດຕະພັນ (OCOP). ນີ້ແມ່ນພື້ນຖານເພື່ອໃຫ້ເມືອງ ບາວອຽນ ຍົກສູງມູນຄ່າບັນດາຜະລິດຕະພັນກະເສດ, ພ້ອມທັງປະກອບສ່ວນພັດທະນາການທ່ອງທ່ຽວຢູ່ທ້ອງຖິ່ນນຳອີກ./.

          

ຕອບກັບ