(ພາບ:VOV) |
ຂ້າພະເຈົ້າເກີດເມື່ອປີ 1954, ເຕີບໃຫ່ຍຂຶ້ນມາກໍ່ເຫັນຜື (ຫຍ້າຂະໂໝງ) ແລ້ວ ແລະ ໄດ້ເຮັດອາຊີບຕ່ຳສາດນີ້ມາຮອດປະຈຸບັນ, ກໍ່ແມ່ນຈັກ 20, 30 ປີແລ້ວ.
ຂ້າພະເຈົ້າໃຫ່ຍຂຶ້ນມາກໍ່ເຫັນແມ່ໄດ້ຕ່ຳສາດ ແລ້ວກໍ່ເຮັດຕາມນັບແຕ່ຕອນຍັງເປັນສາວ. ຜົວຂອງຂ້າພະເຈົ້າຢູ່ບອ່ນອື່ນກໍ່ມານີ້ຕ່ຳສາດໄດ້ 20, 30 ປີແລ້ວ
ວັດຖຸດິບຢູ່ນີ້ແມ່ນດີທີ່ສຸດ, ເມື່ອຕ່ຳສາດກໍ່ງາມຫຼາຍ.
ສາດ ກາຮອມ-ເບັນບະ ມີປະເພດກວ້າງ 1,6 m, ຍາວ 2m ແລະ ປະເພດກ້ວາງ 1m, ຍາວ 1,9 m, ມີຫຼາຍປະເພດຈາກສາດຂາວ, ສາດສີ, ສາດພິມລວດລາຍ, ພິມຕົວໜັງສືດ້ວຍ 5 ສີຕົ້ນຕໍຄື: ຂາວ, ແດງ, ຂຽວ, ເຫຼືອງ ແລະ ສີອິດ. ຂັ້ນຕອນການຕ່ຳສາດຢູ່ພາກໃຕ້ ຫວຽດນາມ ແມ່ນການເລືອກຜືທີ່ແກ່, ຍາວ, ແລ້ວເອົາໄປຕາກແຫ້ງ, ຍ້ອມສີ. ສາດ ກາຮອມ-ເບັນບະ ມີຊື່ສຽງຍ້ອນມີຄວາມທົນທານ, ບໍ່ອອກສີ. ເຄັດລັບຕ່ຳສາດຂອງຊາວ ກາຮອມ-ເບັນບະ ແມ່ນຜ່ານເວລາກ່ວາ 100 ປີແຕ່ບໍ່ໄດ້ເປີດເຜີຍອອກ. ຕາມເອື້ອຍ ກີມຮວາ, ນາຍຊ່າງຕ່ຳສາດບ້ານ ກາຮອມ-ເບັນບະ ແລ້ວ, ປຊຊ ໄດ້ຕ່ຳສາດດ້ວຍມື, ມີຄວາມລະອຽດລະອໍ, ເສຍເວລາຍ້ອມສີ ແລະ ພິມລວດລາຍຫຼາຍ:
ຕ້ອງຍ້ອມສີສົດໃສ, ຕ່ຳແບບສະໝ່ຳສະເໝີ, ສາດຈຶ່ງແໜ້ນ ແລະ ງາມ
(ພາບ:VOV) |
ປ້າ ຫລີທີຮ່າ, ຊາວບ້ານ ເບັນບະ ເລົ່າໃຫ້ຮູ້ວ່າ, ໃນຊຸມປີ 1960, ລາຄາຂາຍສາດ ກາຮອມ-ເບັນບະ ແມ່ນສູງກ່ວາສາດປະເພດດຽວກັນຂອງ ກ່າເມົາ ເຖິງ 40% ແຕ່ຍັງບໍ່ພໍຂາຍ. ໃນໝູ່ບ້ານ, ແຕ່ລະຄອບຄົວກໍ່ມີຢ່າງໜ້ອຍສຸດ 3 ກີ່ຕ່ຳສາດ ຊຶ່ງໄດ້ເຄື່ອນໄຫວໝົດສະມັດຕະພາບເພື່ອຮັບໃຊ້ຕະຫຼາດ:
ແຕ່ລະວັນຕ່ຳສາດໄດ້ 2 ຜືນ, ລາຄາຂາຍໄດ້ 2 ແສນດົ່ງ/ຄູ່. ການຍ້ອມສີກໍ່ຕ້ອງເສຍເວລາເຖິງ 2,3 ວັນ, ເມື່ອຕາກແຫ້ງແລ້ວກໍ່ຕ່ຳສາດບາດດຽວ.
ຮອດຊຸມປີ 1970, ສາດຢາງປລາສະຕິກປະກົດຂຶ້ນ ເຮັດໃຫ້ໝູ່ບ້ານຕ່ຳສາດ ກາຮອມ-ເບັນບະ ປະສົບກັບຄວາມຫຍຸ້ງຍາກຍ້ອນຕ້ອງມີການແກ່ງແຍ້ງ. ແຕ່ຍ້ອນສາດຢາງປລາສຕິກມີຫຼາຍຈຸດອ່ອນ, ຜູ້ໃຊ້ສອຍຍັງຄົງນິຍົມສາດຂອງ ກາຮອມ-ເບັນບະ. ແຕ່ຮອດປີ 1990, ໝູ່ບ້ານຕ່ຳສາດ ກາຮອມ-ເບັນບະ ໃກ້ຈະຖືກສູນເສຍໄປ ຍ້ອນຊາວບ້ານຂາດແຄນແຫຼ່ງວັດຖຸດິບ, ບໍ່ໄດ້ປ່ຽນແປງຮູບແບບຂອງສາດ, ສະນັ້ນ ບໍ່ສາມາດແກ້ງແຍ້ງໃນຕະຫຼາດໄດ້. ໃນຈຸດເວລານັ້ນ, ນາຍຊ່າງ ໂງທີຟໍ ໄດ້ອອກແບບລວດລາຍ, ປະສົມສີດ້ວຍຕົນເອງ, ແລ້ວທົດລອງຕ່ຳສາດ ແລ້ວພິມລວດລາຍໃນ 2 ໜ້າ. ເຖິງວ່າ ບໍ່ສຳເລັດເຖິງ 20 ຄັ້ງກໍ່ຕາມ, ແຕ່ຮອດປີ 2000, ສາດພິມລວດລາຍ 2 ໜ້າຂອງປ້າ ໂງທິຟໍ ເມື່ອເອົາໄປຈ່າວຂາຍຢູ່ຕະຫຼາດຂອງຕາແສງ, ລາຊະອານາຈັກ ກຳປູເຈຍ ໄດ້ເລືອກສັ່ງຊື້ ແລ້ວນຳເຂົ້າບັນດາວັດວາອາຮາມ. ປີ 2001, ຕາແສງ ຮ່າມເຕິນ ໄດ້ສ້າງໂຄງການໜູນຊ່ວຍເງິນເຮັດກີ່ຕ່ຳສາດໃຫ້ 40 ຄອບຄົວທຸກຍາກ ແລະ ນາຍຊ່າງ ໂງທິຟໍ ໄດ້ສອນວີຊາຊີບຕ່ຳສາດພິມລວດລາຍ 2 ໜ້າໃຫ້, ປ້າ ໂງທີຟໍ ກໍ່ສອນບັນດາເຄັດລັບຂອງຕົນດ້ວຍຄວາມສຸດຈິດສຸດໃຈ. ຫຼັງຈາກນັ້ນ, ໝູ່ບ້ານຕ່ຳສາດ ກາຮອມ-ເບັນບະ ກໍ່ຄ່ອຍໆໄດ້ຮັບການຟື້ນຟູ. ມາຮອດປະຈຸບັນ, ໝູ່ບ້ານມີ 450 ຄອບຄົວໄດ້ທຳມາຫາກິນດ້ວຍອາຊີບຕ່ຳສາດ, ໃນນັ້ນ ມີແຮງງານກ່ວາ 400 ຄົນໄດ້ຕ່່ຳສາດໂດຍກົງ ແລະ 1.500 ຄົນເຮັດວຽກໂດຍທາງອ້ອມ.
ແຕ່ລະປີ, ໝູ່ບ້ານຕ່ຳສາດ ກາຮອມ-ເບັນບະ ໄດ້ສະໜອງສາດໃຫ້ຕະຫຼາດ 300.000 ຜືນ. ອຳນາດການປົກຄອງທ້ອງຖິ່ນ ໄດ້ສ້າງຕັ້ງສະຫະກອນສາດ ຮ່າມເຕິນ ເພື່ອເຕົ້າໂຮມ ປຊຊ ທຸກຄົນ ມຸ່ງໄປເຖິງການຜະລິດແບບໝັ້ນຄົງ, ຍືນຍົງ, ຍົກສູງຜະລິດຕະພັນ ແລະ ເປີດກ້ວາງຕະຫຼາດ. ປະຈຸບັນ, ສາດ ກາຮອມ-ເບັນບະ ໄດ້ວາງຂາຍຢູ່ທົ່ວເຂດທົ່ງພຽງແມ່ນ້ຳຂອງ, ເຂດຕາເວັນອອກທາງພາກໃຕ້ ຫວຽດນາມ. ເອື້ອຍ ໂດ້ທິມາຍຮວາ, ຜູ້ຂາຍສາດ ກາຮອມ-ເບັນບະ ໃຫ້ຮູວ່າ:
ແຕ່ລະປີ, ຮາກຖານຂາຍສາດຂອງຂ້າພະເຈົ້າກໍ່ຂາຍໄດ້ 7.000 ຜືນ, ສາດໄດ້ເອົາມາແຕ່ແຂວງ ຈ່າວິງ ເທົ່ານັ້ນ ຍ້ອນວ່າສາດມີວັດຖຸດິບດີ, ສາດງາມ. ຂາຍສາດດີທີ່ສຸດແມ່ນຍາມເດືອນທັນວາ ຮອດບຸນເຕັດ.
ໃນເວລາ 100 ປີຜ່ານມາ, ບັນດານາຍຊ່າງຜູ້ມີສີມືດີຢູ່ໝູ່ບ້ານ ກາຮອມ-ເບັນບະ ໄດ້ຜະລິດອອກບັນດາຜືນສາດທີ່ເປັນເອກະລັກພິເສດສະເພາະ, ທົນທານ, ງາມຕາ. ກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ຫາກໍ່ນຳອາຊີບຕ່ຳສາດ ກາຮອມ-ເບັນບະ ຂອງຊາວເຜົ່າ ຂະແມ ຕາແສງ ຮ່າມເຕິນ, ເມືອງຈ່າກູ, ແຂວງ ຈ່າວິງ ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ, ປະເພດອາຊີບຫັດຖະກຳທີ່ເປັນມູນເຊື້ອ./.