ສ້າງ​ຊົນ​ນະ​ບົດ​ໃໝ່​ຈາ​ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເລື່ອງ​ກຽວ

Sỹ Đức-Thu Hoa
Chia sẻ
(VOVWORLD) - ໂດຍແມ່ນແບບຢ່າງຂອງເຂດບ້ານນາທີ່ໄດ້ຕິດພັນຄຸນຄ່າວັດທະນະທຳ ກັບການພັດທະນາການທ່ອງທ່ຽວ, ເມືອງງີຊວັນ ແຂວງຮ່າຕິ້ງ, ມີແຜນນະໂຍບາຍຜັນຂະຫຍາຍການສ້າງເມືອງຊົນນະບົດໃໝ່ ທີ່ເປັນແບບຢ່າງຕາມທິດເອົາວັດທະນະທຳທີ່ເປັນມູນເຊື້ອເປັນພື້ນຖານ, ສ້າງແຫຼ່ງລາຍຮັບຈາກການທ່ອງທ່ຽວ. ໃນນັ້ນ, ເລື່ອງກຽວ ຂອງຫງວຽນຢູ ຖືກຖືວ່າແມ່ນຈິດວິນຍານ ມຸ່ງໄປເຖິງບັນດາຄຸນຄ່າອັນດີງາມໃນວົງຄະນະຍາດຊົນນະບົດໃໝ່.
ສ້າງ​ຊົນ​ນະ​ບົດ​ໃໝ່​ຈາ​ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເລື່ອງ​ກຽວ - ảnh 1(ພາບປະກອບ)

    ໃນໄລຍະກ່ອນເກີດໂລກລະບາດໂຄວິດ 19 ຮອບທີ 4, ໃນຕອນທ່ຽງຂອງແຕ່ລະມື້, ເອື້ອຄູ ຟານທິແຮັ້ງ, ກໍ່ໄດ້ກ່ອມບັນດາເດັກນ້ອຍຢູ່ໂຮງຮຽນອະນຸບານ ຊວັນຖຸຍ, ເມືອງງີຊວັນ ແຂວງຮ່າຕິ້ງ ນອນ ດ້ວຍເລື່ອງກຽວ. ເອື້ອຍຄູແຮັ້ງ ປີນີ້ອາຍຸ 20 ປີ ແຕ່ກໍ່ເຄີຍໄດ້ກ່ອມເດັກນ້ອຍ ໃນບ້ານເກີດເມືອງນອນຂອງນັກກະວີ ຫງວຽນຢູ ນອນດ້ວຍບັນດາກາບກອນກຽວເປັນເວລາ 2-3 ປີແລ້ວ. ບໍ່ພຽງແຕ່ຢູ່ໂຮງຮຽນອະນຸບານແຫ່ງນີ້ເທົ່ານັ້ນ, ປະຈຸບັນ, ຢູ່ຫຼາຍແຫ່ງໃນ ເມືອງງີຊວັນ ແຂວງຮ່າຕິ້ງ, ເລື່ອງກຽວ ໄດ້ຊາບຊືມເຂົ້າແຕ່ລະເຮືອນ, ແຕ່ລະບ້ານ ແລະ ບຳລຸງສ້າງດ້ານຈິດວິນຍານໃຫ້ ປຊຊ ແຕ່ລະຄົນນັບແຕ່ຄາວຍັງນ້ອຍ. ເອື້ອຍຄູແຮັ້ງ ໃຫ້ຮູ້ວ່າ:

  ຢູ່ເຮືອນລູກຫຼານກໍ່ໄດ້ຮັບຟັງເພງກ່ອມນອນດ້ວຍເລື່ອງກຽວ, ຢູ່ໂຮງຮຽນອະນຸບານຫຼາຍແຫ່ງ ກໍ່ໄດ້ກ່ອມເດັກນ້ອຍນອນຍາມຕອນທ່ຽງດ້ວຍເລື່ອງກຽວ, ສະນັ້ນ, ພວກຫຼານໄດ້ຊາບຊືມເລື່ອງກຽວແຕ່ຍັງນ້ອຍ. ພວກຫຼານອາດຈະບໍ່ເຂົ້າໃຈກ່ຽວກັບເລື່ອງກຽວ ແຕ່ກໍ່ເລີ່ມມີຄວາມຮູ້ສຶກ ແລະ ຮັບຮູ້ໄດ້ຈາກເພງກ່ອມນອນຂອງເອື້ອຍຄູ, ຂອງແມ່, ຂອງແມ່ເຖົ້າ, ແມ່ຍ່າ…

   ຖ້າຫາກວ່າ ວັດທະນະທຳໄດ້ຮັບການຄັດເລືອກເປັນຈຸດສຸມ ໃນການກໍ່ສ້າງຊົນນະບົດໃໝ່ຢູ່ເມືອງ ງີຊວັນ ນັ້ນ, ປຊຊ ຢູ່ທີ່ນີ້ ພັດໄດ້ເລືອກເລື່ອງກຽວ ເປັນພື້ນຖານຄຸນຄ່າ, ຫຼັກແຫຼ່ງເພື່ອບຳລຸງສ້າງດ້ານຈິດໃຈ. ນີ້ແມ່ນຈຸດທີ່ແຕກຕ່າງກັນຂອງເມືອງ ງີຊວັນ ເມື່ອທຽບກັບບັນດາເມືອງອື່ນ ໃນການກໍ່ສ້າງຊົນນະບົດໃໝ່. ທ່ານ ຫງວຽນຫາຍນາມ, ປະທານຄະນະກຳມະການ ປຊຊ ເມືອງງີຊວັນ ແບ່ງປັນວ່າ:

   ໃນວິວັດການຜັນຂະຫຍາຍການປະຕິບັດ, ພວກຂ້າພະເຈົ້າ ມີບາດກ້າວສະເພາະ, ງີຊັວນ ໄດ້ກໍ່ສ້າງຊົນນະບົດໃໝ່ ອີງຕາມພື້ນຖານຄຸນຄ່າມູນເຊື້ອ. ພວກຂ້າພະເຈົ້າໄດ້ສ້າງເປົ້າໝາຍຄວບຄູ່, ທັງພັດທະນາເສດຖະກິດ ແຕ່ຍັງໄດ້ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ພິເສດແມ່ນຄຸນຄ່າວັດທະນະທຳດີເດັ່ນ, ຄຸນຄ່າວັດທະນະທຳຂອງເຂດບ້ານ.

ສ້າງ​ຊົນ​ນະ​ບົດ​ໃໝ່​ຈາ​ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເລື່ອງ​ກຽວ - ảnh 2(ພາບປະກອບ)

    ໃນຈຳນວນບັນດາມາດຖານເມື່ອກໍ່ສ້າງຊົນນະບົດໃໝ່, ເມືອງງີຊວັນ ໄດ້ເພີ່ມມາດຖານທີ່ເຂດຊຸມຊົນຈະບັນລຸມາດຖານໄດ້ນັ້ນ ແມ່ນຕ້ອງມີສະໂມສອນສິລະປະພື້ນເມືອງທີ່ເຄື່ອນໄຫວຢ່າງມີປະສິດທິຜົນ. ຕົວຢ່າງຄື: ສະໂມສອນຮ້ອງເລື່ອງກຽວ, ຂັບກາຈູ່, ຂັບເພງພື້ນເມືອງວີຢ້ຳ ເງະຕີ້ງ… ມາຮອດຈຸດເວລານີ້, ມີເຂດຊຸມຊົນ ແລະ ໂຮງຮຽນ 152 ແຫ່ງໃນບໍລະເວນເມືອງ ລ້ວນແຕ່ມີສະໂມສອນສິລະປະພື້ນເມືອງ. ທ່ານຫງວຽນເມົ້າ, ຜູ້ທີ່ມີເວລາຫຼາຍປີ ໄດ້ຕິດພັນກັບສະໂມສອນສິລະປະພື້ນເມືອງ ໃຫ້ຮູ້ວ່າ:

         ແຂກທ່ອງທ່ຽວມາທີ່ນີ້ກໍ່ມັກທີ່ສຸດ. ໃນໂອກາດຈັດພິທີສະເຫຼີມສະຫຼອງ 255 ແຫ່ງວັນຄ້າຍວັນເກີດນັກກະວີ ຫງວຽນຢູ, ສະໂມສອນກໍ່ໄດ້ໄປສະແດງນັບແຕ່ເວລາ 6 ໂມງເຊົ້າ. ແຂກທ່ອງທ່ຽວທຸກຄົນ ກໍ່ລ້ວນແຕ່ນິຍົມເລື່ອງກຽວ ທີ່ສຸດ. ແຂກທອ່ງທຽວມາຈາກທົ່ວປະເທດ ກໍ່ຢາກມາຢ້ຽມຊົມການກໍ່ສ້າງຊົນນະບົດໃໝ່ຕາມຮູບແບບນີ້ຂອງ ງີຊັວນ.

    ທ່ານ ຫງວຽນຫາຍນາມ, ປະທານຄະນະກຳມະການ ປຊຊ ເມືອງງີຊວັນ ໃຫ້ຮູ້ຕື່ມອີກວ່າ: ງີຊັວນ ໄດ້ຕັ້ງເປົ້າໝາຍວ່າ: ຕ້ອງກໍ່ສ້າງຊົນນະບົດໃໝ່ຍົກສູງ, ເປັນແບບຢ່າງ ແລະ ມຸ່ງໄປເຖິງບັນດາຄຸນຄ່າທີ່ມີລັກສະນະຍືນຍົງ ເພື່ອໃຫ້ ງີຊັວນ ຈະກາຍເປັນນະຄອນມໍລະດົກໃນອະນາຄົດ:

   ພວກຂ້າພະເຈົ້າຈະກໍ່ສ້າງງີຊັວນ ໃຫ້ກາຍເປັນນະຄອນມໍລະດົກໃນອະນາຄົດ, ຂ້າພະເຈົ້າຄິດວ່າ ນີ້ແມ່ນບັນຫາຫຼັກແຫຼ່ງ ແລະ ເພື່ອໃຫ້ໄລຍະເວລາຕໍ່ໄປ ບັນດາຄຸນຄ່າວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ, ພິເສດແມ່ນບັນດາຄຸນຄ່າວັດທະນະທຳໂດຍນັກກະວີຫງວຽນຢູ ປະໄວ້ໃຫ້ ຈະແມ່ນພື້ນຖານເພື່ອໃຫ້ ງີຊວັນ ກາຍເປັນນະຄອນມໍລະດົກໃນອະນາຄົດ. ຂ້າພະເຈົ້າຄິດວ່າ, ງີຊັວນ ຈະສືບຕໍ່ຂຸດຄົ້ນ, ເສີມຂະຫຍາຍຄຸນຄ່າມໍລະດົກດັ່ງກ່າວ.

   ເມື່ອກໍ່ສ້າງຊົນນະບົດໃໝ່, ການນຳເມືອງ ງີຊວັນ ໄດ້ເຂົ້າໃຈກ່ຽວກັບຄວາມເມົາມົວຂອງ ປຊຊ ງີຊັວນ, ເຂົ້າໃຈກ່ຽວກັບພະລັງຊີວິດຂອງຄຸນຄ່າວັດທະນະທຳທີ່ບໍ່ເປັນວັດຖຸ ໃນຊີວິດວັດທະນະທຳຍຸກສະໄໝປະຈຸບັນ, ສະນັ້ນ ຈຶ່ງມີບັນດາລັດຖະນະໂຍບາຍທີ່ດີ ເພື່ອແນໃສ່ເຮັດໃຫ້ບັນດາເຂດບ້ານນາ ງີຊັວນ ທັງທັນສະໄໝ, ທັງເຂັ້ມຂຸ້ນໄປດ້ວຍສີສັນ, ສ້າງພາບພົດຊາວງີຊັວນ ທັງດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ທັງຮັ່ງມີສວຍງາມດ້ານຈິດວິນຍານ, ນິດໄສ, ປະກອບສ່ວນອັນຕັ້ງໜ້າເຂົ້າໃນວິວັດທະນະການປ່ຽນແປງໃໝ່ຂອງບ້ານເກີດເມືອງນອນ.

   

ຕອບກັບ