ວັນ​ເລິມ-ພັດ​ທະ​ນາ​ເສດ​ຖະ​ກິດ​ຈາກ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ

ແອງ​ຮ່​ວຽນ
Chia sẻ
(VOVWORLD) - ເຖິງວ່າແມ່ນເມືອງອຸດສາຫະກຳຈຸດສຸມຂອງແຂວງຮຶງອຽນ ກໍ່ຕາມ ແຕ່ເຂດດິນແດນວັນເລິມ ຍັງຮັກສາໄດ້ບັນດາຈຸດທີ່ສວຍງາມແບບບູຮານ ຂອງເຂດບ້ານນາຫວຽດນາມ ໄວ້ຢູ່ ດ້ວຍຮູບພາບຕົ້ນໂພ, ທ່ານ້ຳ, ເດີ່ນສາລາບ້ານ ພ້ອມກັບໝູ່ບ້ານອາຊີບທີ່ເປັນມູນເຊື້ອ ແລະ ຮີດຄອງປະເພນີອັນດີງາມຂອງ ປຊຊ. ເຊີນທ່ານໄປຢ້ຽມຢາມວັນເລິມ ເພື່ອເຫັນວ່າຢູ່ທີ່ນີ້ ພວມມີການຫັນປ່ຽນຢ່າງແຮງ, ໂສມໜ້າຂອງໝູ່ບ້ານອາຊີບທີ່ເປັນມູນເຊື້ອທີ່ມີການປ່ຽນແປງຫຼາຍຢ່າງນັ້ນ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງທ້ອງຖິ່ນ.
 
ວັນ​ເລິມ-ພັດ​ທະ​ນາ​ເສດ​ຖະ​ກິດ​ຈາກ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ - ảnh 1

ຜະລິດຕະພັນຈຳນວນໜຶ່ງຂອງໝູ່ບ້ານອາຊີບຫຼໍ່ທອງແດງລົ້ງເທື້ອງ (ພາບ:VOV)

     ໜຶ່ງໃນບັນດາໝູ່ບ້ານອາຊີບທີ່ມີຊື່ສຽງຢູ່ ວັນເລິມ ແມ່ນໝູ່ບ້ານຫຼໍ່ທອງແດງລົ້ງເທື້ອງ, ຕາແສງດ້າຍດົ່ງ. ປະຈຸບັນ, ໝູ່ບ້ານອາຊີບທີ່ເປັນມູນເຊື້ອນີ້ມີເກືອບ 200 ຄອບຄົວເຮັດອາຊີບຫຼໍ່ທອງ ຊື່ງໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານເກືອບ 1000 ຄົນ. ສະເລ່ຍແຕ່ລະປີ, ໝູ່ບ້ານອາຊີບນີ້ ໄດ້ສະໜອງຜະລິດຕະພັນປະເພດຕ່າງໆໃຫ້ແກ່ຕະຫຼາດປະມານກ່ວາ 31.000 ຢ່າງດ້ວຍລາຍຮັບເກືອບ 100 ຕື້ດົ່ງ/ປີ. ທ່ານຢືອງວັນວ້ຽນ ເຈົ້າຂອງຮາກຖານຫຼໍ່ທອງບ໋າວມິງ ໃຫ້ຮູ້ວ່າ:

   ຕ້ອງຍູ້ແຮງລັກສະນະປະດິດສ້າງ, ຄວາມຍອດຍິ່ງ ຍ້ອນວ່າຮາກຖານການຜະລິດຂອງພວກຂ້າພະເຈົ້າ ໄດ້ຖືເອົາຄຸນນະພາບ ແມ່ນມາດຖານເພື່ອພັດທະນາ, ສະນັ້ນ ຕ້ອງຮັບປະກັນຄຸນນະພາບ.

ວັນ​ເລິມ-ພັດ​ທະ​ນາ​ເສດ​ຖະ​ກິດ​ຈາກ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ - ảnh 2

 ຊາວກະສິກອນເກັບກ່ຽວຫອມເຫືອດຢູ່ຕາແສງເຕິນກວາງ ເມືອງງວັນເລິມ (ພາບ: ໜັງສືພິມຮຶງອຽນ)

     ໝູ່ບ້ານຫຼໍ່ທອງແດງລົ້ງເທື້ອງ ແມ່ນທ້ອງຖິ່ນໄດ້ຮັບຄວາມເອົາໃຈໃສ່, ການໜູນຊ່ວຍຈາກໂຄງການສົ່ງເສີມອຸດສາຫະກຳຂອງແຂວງ. ຍ້ອເຫດນັ້ນ, ບັນດາຮາກຖານຫຼໍ່ທອງໃນບໍລິເວນ ຈຶ່ງກ້າຫານປ່ຽນໃໝ່ເຕັກໂນໂລຊີ, ກຳນົດທິ, ບຳລຸງສ້າງ, ຍົກສູງສີມືໃຫ້ແກ່ຜູ້ອອກແຮງງານ ເພື່ອຜະລິດບັນດາຜະລິດຕະພັນໃຫ້ມີຄຸນນະພາບສູງ, ສ້າງເຄື່ອງໝາຍການຄ້າ, ຍົກສູງລະດັບແກ່ງແຍ້ງຂອງຜະລິດຕະພັນ. ທ່ານຫງວຽນຊວັນຫວູ ປະທານຄະນະກຳມະການ ເມືອງວັນເລິມ ໃຫ້ຮູ້ວ່າ:

ມາຮອດປະຈຸບັນ, ທົ່ວໝູ່ບ້ານໄດ້ເຂົ້າຮ່ວມເຮັດອາຊີບຫຼໍ່ທອງໝົດແລ້ວ, ຊື່ງໄດ້ສ້າງແຫຼ່ງລາຍຮັບທີ່ດີໃຫ້ແກ່ ປຊຊ ໃນບ້ານ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ ປຊຊ ບ້ານລົ້ງເທື້ອງ ເວົ້າລວມ, ຕາແສງດ້າຍດົ່ງ ເວົ້າສະເພາະ. ຄະນະກຳມະການ ປຊຊ ແຂວງຮຶງອຽນ ໄດ້ຮັບຮອງເອົາ ຕາແສງດ້າຍດົ່ງ ເປັນຕາແສງບັນລຸມາດຖານຊົນນະບົດໃໝ່ນັບແຕ່ປີ 2015.

     ເມື່ອມາຢ້ຽມຢາມວັນເລິມ, ແຂກທ່ອງທ່ຽວຍັງໄດ້ກິ່ນຫອມຂອງດອກເບັນຈະມາດ  ແລະ ກິ່ນຫອມຈາກຕົ້ນໄມ້ສະໝູນໄພທີ່ມີຄ່າໃນໝູ່ບ້ານເຕິນກວາງ, ຕາແສງເຕິນກວາງອີກດ້ວຍ. ເຕິນກວາງ ແມ່ນເຂດດິນແດນທີ່ມີຊື່ສຽງມາແຕ່ດົນນານ ແລະມີມູນເຊື້ອໃນການປູກຕົ້ນໄມ້ສະໝູນໄພທີ່ມີຄ່າປະເພດຕ່າງໆ. ປະຈຸບັນ, ທົ່ວຕາແສງມີເນື້ອທີ່ປູກຕົ້ນໄມ້ສະໝູນໄພ 56 ha ເຊິ່ງຈຸດສຸມແມ່ນຢູ່ບ້ານ ເຫງັ້ຍຈາຍ, ຕັງບາວດ້ວຍທ່າໄດ້ປຽບແມ່ນມີເນື້ອທີ່ເໝາະສົມ, ມີປະສົບການ, ມີຄວາມຮູ້, ໃນຊຸມປີມໍ່ໆມານີ້, ເນື້ອທີ່ປູກຕົ້ນໄມ້ສະໝູນໄພໃນບໍລິເວນຕາແສງ ນັບມື້ນັບໄດ້ເປີດກ້ວາງ ແລະ ສຸມໃສ່ຊະນິດຕົ້ນໄມ້ທີ່ມີຄຸນຄ່າເສດຖະກິດສູງຄືດອກເບັນຈະມາດ, ອມເຫືອດ…. ແຕ່ລະປີໄດ້ສະໜອງຢາສະໝູນໄພປະມານ 4000-5000  ໂຕນ, ຢາພື້ນເມືອງ (ຢາແຜນບູຮານຈີນ) ປະມານ 2000-3000  ໂຕນໃຫ້ຕະຫຼາດ. ທ່ານຫງວຽນເທວ້ຽນ ປະທານສະມາຄົມແພດເພື້ນເມືອງ ຢູ່ເມືອງວັນເລິມ ໃຫ້ຮູ້ວ່າ:

   ເມື່ອໄປຢ້ຽມຢາມໝູ່ບ້ານເຫງັ້ຍຈາຍ, ເຖິງວ່າຢູ່ໃນເຮືອນ ຫຼືຢູ່ທົ່ງນາກໍ່ ຈະມີແຕ່ຕົ້ນໄມ້ສະໝູນໄພເຕັມໄປໝົດ, ຊະນິດໃດກໍ່ລ້ວນແຕ່ມີຄ່າ ແລະ ໄດ້ເກັບຮັກສາໄວ້ເປັນຢ່າງດີ. ຜະລິດຕະພັນທີ່ເຮັດຈາກດອກເບັນຈະມາດ ແມ່ນເຄື່ອງໝາຍການຄ້າທີ່ໂດດເດັ່ນ, ມີລັກສະນະພິເສດສະເພາະຂອງໝູ່ບ້ານ ທີ່ ປຊຊ ໄດ້ປູກມາເປັນເວລາຫຼາຍປີແລ້ວ, ສະຖາບັນຄຸນນະພາບຫວຽດນາມ ໄດ້ຮັບຮອງເອົາ ຜະລິດຕະພັນນີ້ ເປັນຜະລິດຕະພັນມີຄຸນນະພາບສູງ ແລະ ໄດ້ຮັບຫຼຽນຄຳ.

   ປະຈຸບັນ, ເມືອງວັນເລິມ ມີເນື້ອທີ່ປູກຕົ້ນໄມ້ສະໝູນໄພ 120 - 130ha ດ້ວຍບັນດາຊະນິດຄື: ດອກເບັນຈະມາດ, ຮວ່າຍເຊີນ (Chinese Yam), ງືວເຕິດ (Achyranthes bidentata), ໂກດຂີ (Reynoutria japonica), ດິງລັ່ງ (Polyscias fruticosa)...ໃນຊຸມປີທີ່ຜ່ານມາ, ເມືອງໄດ້ລົງທຶນໜູນຊ່ວຍພັດທະນາເຂດຜະລິດຕົ້ນໄມ້ສະໝູນໄພ ຢູ່ຫຼາຍຕາແສງໃນບໍລິເວນເມືອງ. ໃນນັ້ນ ມີຮູບແບບປູກຕົ້ນໄມ້ສະໝູນໄພຢູ່ຕາແສງ ເຕິນກວາງ, ປູກຕົ້ນດິງລັ່ງຢູ່ຕາແສງ ຫວຽດຮຶງ, ປູກທົ່ວດິນດຳຢູ່ຕາແສງມິງຫາຍ….ໄດ້ປະສົບຜົນສຳເລັດໃນເບື້ອງຕົ້ນ ແລະ ເປີດແງ່ຫວັງໃໝ່. ໃນໄລຍະຈະມາເຖິງ, ເມືອງຈະສືບຕໍ່ຂະຫຍາຍເຂດປູກ ຕົ້ນໄມ້ສະໝູນໄພໂດຍສະເພາະ ພ້ອມທັງສ້າງຮູບແບບຮ່ວມສຳພັນການຜະລິດ ຕິດພັນກັບການຈຳໜ່າຍຜະລິດຕະພັນ. ທ່ານນາງໂດ້ທິເມືອຍ ຮອງຜູ້ອຳນວຍການບໍລິສັດເຈົາຢາງ, ຮຶງອຽນ ເວົ້າວ່າ:

  ພວກຂ້າພະເຈົ້າຢາກຂະຫຍາຍເນື້ອທີ່ປູກຕົ້ນສະໝູນໄພ ແລະ ແຫຼ່ງສະກັດຫົວເຊື້ອ ສົ່ງອອກໄປຍີ່ປຸ່ນ ໃຫ້ເປັນປົກກະຕິ. ປີ 2020-2021 ພວກຂ້າພະເຈົ້າໄດ້ເຊັນສັນຍາກັບຊາວກະສິກອນ ດ້ວຍລາຄາຊື້ຫົວເຊື້ອ 800.000 ດົ່ງ/ໂລ, ເມື່ອເກັບກ່ຽວແລ້ວພວກຂ້າພະເຈົ້າຈະຊື້ຜະລິດຕະພັນນີ້ໂດຍກົງ.

  ຕາມຕົວເລກຈາກກະຊວງກະສິກຳ ແລະ ພັດນາຊົນນະບົດແລ້ວ, ປະຈຸບັນ, ທົ່ວແຂວງຮຶງອຽນ ມີເນື້ອທີ່ປູກຕົ້ນໄມ້ສະໝູນໄພເກືອບ 850 ha ໄດ້ປູກຫຼາຍທີ່ສຸດແມ່ນຢູ່ເມືອງ ຄວາຍເຈົາ, ວັນເລິມ, ກີມດົ້ງດ້ວຍປະສິດທິຜົນເສດຖະກິດທີ່ພົ້ນເດັ່ນ ຈາກການປູກຕົ້ນໄມ້ສະໝູນໄພ, ຫຼາຍຄອບຄົວໃນແຂວງ ພວມຢາກເປີດກ້ວາງການຜະລິດເພື່ອເພີ່ມລາຍຮັບ, ນຳຕົ້ນໄມ້ສະໝູນໄພຊະນິດຕ່າງໆ ກາຍເປັນຕົ້ນໄມ້ຫຼັກແຫຼ່ງຂອງຄອບຄົວ.

   ການພັດທະນາເສດຖະກິດ ຈາກບັນດາໝູ່ບ້ານອາຊີບ ດ້ວຍບັນດາຜະລິດຕະພັນທີ່ມີຄຸນນະພາບສູງ ພວມແມ່ນທິດເດີນໃໝ່ຂອງເມືອງວັນເລິມ, ແຂວງຮຶງອຽນ. ໝູ່ບ້ານອາຊີບຢູ່ວັນເລິມ ພ້ອມກັບໝູ່ບ້ານອາຊີບແຫ່ງອື່ນໆໃນທົ່ວແຂວງຮຶງອຽນ ພວມມີການປ່ຽນແປງໃນແຕ່ລະມື້ ເພື່ອໄປທັນກັບທ່າອ່ຽງເຊື່ອມໂຍງ, ປະກອບສ່ວນໃຫ້ແກ່ເສດຖະກິດສັງຄົມຂອງແຂວງ./.

 

ຕອບກັບ