ລະ​ດູ​ການ​ເກັບ​ກ່ຽວ​ທີ່​ອີ່ມ​ໜຳ​ສຳ​ລານ​ໃນ​ບັນ​ດາ​ເຂດ​ທົ່ງ​ນາ​ເມືອງ​ລັກ

H Xíu - Ngọc Anh
Chia sẻ
(VOVWORLD) - ຢູ່ລຽບຕາມຝັ່ງແມ່ນ້ຳ ກຼົງ ອານາ ແມ່ນເຂດທົ່ງນາທີ່ມີເນື້ອທີ່ນັບພັນເຮັກຕາ ຂອງສາມຕາແສງ: ບວນຈຽດ, ດັກລຽງ, ບວນເຈຍ ຂອງເມືອງລັກ, ແຂວງດັກລັກ. ແຕ່ດົນນານມາແລ້ວ, ແຫ່ງນີ້ຖືກຖືວ່າ ແມ່ນອູ່ເຂົ້າຢູ່ເຂດໄຕງວຽນ. ປະຈຸບັນ, ພວມແມ່ນເວລາຈຸດສຸມໃນລະດູການເກັບກ່ຽວ, ຊາວກະສິກອນຢູ່ເມືອງລັກ, ແຂວງດັກລັກ ມີຄວາມພາກພູມໃຈ ຍ້ອນວ່າ ລະດູການເກັບກ່ຽວໄດ້ຮັບຜົນດີ ແລະ ລາຄາຂາຍກໍ່ໄດ້ດີອີກ.
 
ລະ​ດູ​ການ​ເກັບ​ກ່ຽວ​ທີ່​ອີ່ມ​ໜຳ​ສຳ​ລານ​ໃນ​ບັນ​ດາ​ເຂດ​ທົ່ງ​ນາ​ເມືອງ​ລັກ - ảnh 1
   ການຫວ່ານກ້າ ແລະ ເກັບກ່ຽວເຂົ້າລ້ວນແຕ່ໃຊ້ເຄື່ອງຈັກ (ພາບ: VOV)

   ລະດູເຂົ້າໃນລະດູໜາວຕໍ່ລະດູບານໃໝ່ປີນີ້, ເມືອງລັກ, ແຂວງດັກລັກ ໄດ້ປູກເຂົ້າໃນເນື້ອທີ່ດິນກ່ວາ 5300 ເຮັກຕາ ແລະ ສ່ວນຫຼາຍແມ່ນສຸມໃສ່ປູກຢູ່ບັນດາຕາແສງ ບວນຈຽດ, ດັກລຽງ ແລະ ບວນເຈຍ. ປີນີ້, ອາກາດເອື້ອອຳນວຍ, ສະນັ້ນ, ເຂົ້າໄດ້ພັດທະນາດີ, ບັນລຸສະມັດຕະພາບສູງ. ປະຊາຊົນກໍ່ໄດ້ຍູ້ແຮງການໝູນໃຊ້ວິທະຍາສາດເຕັກນິກ, ຫັນເປັນການຜະລິດດ້ວຍເຄື່ອງຈັກ, ສະນັ້ນ, ການບົວລະບັດ ແລະ ເກັບກ່ຽວເຂົ້ານັບມື້ນັບບັນລຸປະສິດທິຜົນດີກ່ວາ.

   ໃນລະດູການປີນີ້, ຄອບຄົວປ້າ ຫງວຽນທິຟານ, ຢູ່ບ້ານບວນຕຸງ 1, ຕາແສງບວນຈຽດ ໄດ້ປູກແນວພັນເຂົ້າ ດ່າຍເທີມ ໃນເນື້ອທີ່ດິນກ່ວາ 4 ເຮັກຕາ. ພໍ່ຄ້າໄດ້ມາເກັບຊື້ຢູ່ກັບທົ່ງນາເລີຍ, ສະນັ້ນ, ການເກັບກ່ຽວ ແລະ ຄ້າຂາຍໄດ້ດຳເນີນໄປສະດວກດີ. ປ້າ ຫງວຽນທິຟານ ຄາດວ່າ, ລະດູການປີນີ້, ຄອບຄົວປ້າໄດ້ຮັບກຳໄລປະມານ 150 ລ້ານດົ່ງ:

      ຄອບຄົວຂອງຂ້າພະຈົ້າໄດ້ປູກແນວພັນເຂົ້າ ດ່າຍເທີມ ບັນລຸໄດ້ປະລິມານການຜະລິດ 1.2 ໂຕນ/ໄລ່. ລາຄາກໍ່ສູງກ່ວາປີກາຍ, ພໍ່ຄ້າໄດ້ມາເກັບຊື້ເລີຍ, ເກັບກ່ຽວແລ້ວກໍ່ຂາຍໄດ້ເລີຍ. ປີນີ້ລາຄາເຂົ້າກໍ່ສູງກ່ວາໜ້ອຍໜຶ່ງ ແລະ ກໍ່ຂາຍໄດ້ງ່າຍ.

ລະ​ດູ​ການ​ເກັບ​ກ່ຽວ​ທີ່​ອີ່ມ​ໜຳ​ສຳ​ລານ​ໃນ​ບັນ​ດາ​ເຂດ​ທົ່ງ​ນາ​ເມືອງ​ລັກ - ảnh 2

 ປຊຊ ມີຄວາມພາກພູມໃຈຍ້ອນປີນີ້ລະດູການເກັບກ່ຽວໄດ້ຮັບຜົນດີ ແລະ ລາຄາສູງ(ພາບ: VOV)

    ໃນຊຸມມື້ນີ້, ຄວາມຄົວທ່ານ ຫງວຽນກົງຮຸ່ງ, ຢູ່ບ້ານເມລິນ 2, ຕາແສງ ບວນຈຽດ ກໍ່ຟ້າວຝັ່ງເກັບກ່ຽວເຂົ້າ, ຄອບຄົວທ່ານມີເນື້ອທີ່ປູກເຂົ້າ 5 ເຮັກຕາ, ແຕ່ຫຼາຍປີມານີ້ ກໍ່ລ້ວນແຕ່ປູກແນວພັນເຂົ້າ ST-24. ປີນີ້, ພ້ອມກັບການປູກເຂົ້າ, ທ່ານຍັງຫັນປ່ຽນເນື້ອທີ່ດິນປູກເຂົ້າກ່ວາ 5 ໄລ່ໄປປູກມັນດ້າງ. ຄວາມພູມໃຈກໍ່ທະວີຄຸນທົບ 2 ເທົ່າເມື່ອລະດູການເກັບກ່ຽວປີນີ້, ລາຄາຂາຍມັນດ້າງກໍ່ດີທີ່ສຸດ, ຂາຍສົ່ງໄດ້ລາຄາແຕ່ 8000-10.000 ດົ່ງ/ໂລ. ເຂົ້າກໍ່ມີສະມັດຕະພາບສູງ, ລາຄາສູງກ່ວາທຸກປີ. ທ່ານ ຫງວຽນກົງຮຸ່ງ ໃຫ້ຮູ້ວ່າ:

   ປີນີ້ ການປູກເຂົ້າບັນລຸສະມັດຕະພາບ, ເກັບກ່ຽວເຂົ້າແຕ່ 1.2 ຫາ 1.3 ໂຕນ/ໄລ່. ເກັບກ່ຽວແລ້ວແມ່ນຂາຍໄດ້ເລີຍ, ລາຄາປະມານ 6700 ດົ່ງ/ໂລ. ພໍ່ຄ້າໄດ້ມາເກັບຊື້ຢູ່ບ້ານເລີຍ.

   ໂດຍແມ່ນຕາແສງເຮັດກະສິກຳເປັນຕົ້ນຕໍ່, ມີເນື້ອທີ່ປູກເຂົ້າຫຼາຍກ່ວາໝູ່ຢູ່ເມືອງລັກ, ໃນລະດູໜາວຕໍ່ລະດູບານໃໝ່ປີນີ້, ຕາແສງ ບວນຈຽດ ໄດ້ປູກເຂົ້ານາທາມໃນເນື້ອທີ່ເກືອບ 2000 ເຮັກຕາ. ຍ້ອນດິນຟ້າອາກາດເອື້ອອຳນວຍ, ລະບົບຊົນລະປະທານຮັບປະກັນແຫຼ່ງນ້ຳ, ສະນັ້ນ, ເຂົ້ານາທາມກໍ່ພັດທະນາດີ, ໃຫ້ສະມັດຕະພາບສູງ. ສະມັດຕະພາບສະເລ່ຍແມ່ນ 9 ໂຕນ/ເຮັກຕາ. ສະເພາະບັນດາແນວພັນເຂົ້າຄື: ດ່າຍເທີມ, ST-24, ST-25  ໃຫ້ສະມັດຕະພາບແຕ່ 12-13 ໂຕນ/ເຮັກຕາ. ພໍ່ຄ້າມາຊື້ຢູ່ທົ່ງນາດ້ວຍລາຄາແຕ່ 5800-7000 ດົ່ງ/ໂລ ຕາມແຕ່ລະແນວພັນເຂົ້າ, ລະດັບນີ້ແມ່ນສູງກ່ວາເກືອບ 1000 ດົ່ງຖ້າທຽບໃສ່ລາຄາປີກາຍ. ທ່ານ ບຸ່ງແມັງຫາຍ, ປະທານຄະນະກຳມະການ ປຊຊ ຕາແສງ ບວນຈຽດ ໃຫ້ຮູ້ວ່າ:

   ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ ໃນການລົງທຶນກໍ່ສ້າງເສັ້ນທາງໃນຕາແສງ, ການຂົນສົ່ງຜະລິດຕະພັນຂອງຊາວກະສິກອນ ກໍ່ມີຄວາມສະດວກທີ່ສຸດ. ຕາແສງ ບວນຈຽດ ໄດ້ສົມທົບປະສົບການໃນການຜະລິດທີ່ເປັນມູນເຊື້ອ ກັບການນຳໃຊ້ວິທະຍາສາດເຕັກນິກ ແລະ ມີຄວາມເອົາໃຈໃສ່ສົ່ງເສີມກະສິກຳ, ບັນດານັກວິທະຍາສາດ, ສະນັ້ນ, ແນວພັນເຂົ້າຈຳນວນໜຶ່ງທີ່ໄດ້ປູກໃນບໍລະເວນຕາແສງ ໄດ້ເສີມຂະຫຍາຍ ແລະ ຮັບປະກັນປະສິດທິຜົນ ແລະ ສະມັດຕະພາບໂດຍພື້ນຖານ.

   ເພື່ອໜູນຊ່ວຍ ປຊຊ ທຳການປູກຝັງແບບຍືນຍົງ, ຂະແໜງກະສິກຳເມືອງລັກ ໄດ້ຈັດບັນດາກອງປະຊຸມສຳມະນາ, ຊຸດຝຶກອົບຮົມ, ແບ່ງປັນບົດຮຽນ ເຕັກນິກການຜະລິດ, ປູກຝັງ, ເລືອກແນວພັນ, ວິທີຂ້າສັດຕູພືດ. ເມືອງລັກ ກໍ່ໜູນຊ່ວຍການເຊື່ອມຕໍ່ບັນດາສະຫະກອນ ກັບບັນດາຫົວໜ່ວຍສະໜອງແນວພັນທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ບັນດາສະຫະກອນເກັບຊື້ຜະລິດຕະພັນກະເສດ. ຍ້ອນເຫດນັ້ນ, ໃນຊຸມປີມໍ່ໆມານີ້, ຍາມໃດ, ສະມັດຕະພາບເຂົ້າກໍ່ເປັນປົກກະຕິ ແລະ ຂາຍໄດ້ລາຄາດີ. ພ້ອມກັບການປູກຕົ້ນໝາກພິກໄທ, ກາເຟ, ຕົ້ນເຂົ້າກຳລັງແມ່ນຜົນລະປູກຫຼັກແຫຼ່ງ ນຳມາເຊິ່ງແຫຼ່ງລາຍຮັບເປັນປົກກະຕິໃຫ້ແກ່ ປຊຊ ເມືອງລັກ.

ຕອບກັບ