ມາ​ນະ​ພະ​ຍາ​ຍາມ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ໃນ​ລະ​ບົບ​ມູນ​ຄ່າ​ເຂົ້າ​ສານ ແລະ ໝາກ​ມ່ວງ​ຢູ່​ແຂວງ​ກຽນ​ຢາງ

Trần Hiếu; Huyền
Chia sẻ
(VOVWORLD) - ໃນຄວາມມານະພະຍາຍາມປັບປຸງຂະແໜງກະສິກຳຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ໂຄງການສູນປ່ຽນແປງໃໝ່ປະດິດຄິດສ້າງສີຂຽວໃນຂະແໜງກະສິກຳ ແລະ ສະບຽງອາຫານຫວຽດນາມ ( GIC Viet Nam) ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ສົມທົບກັບອົງການຮ່ວມມືພັດທະນາ ເຢຍລະມັນ (GIZ) ປະຕິບັດ ດ້ວຍການອຸປະຖຳຂອງກະຊວງຮ່ວມມືເສດຖະກິດ ແລະ ພັດທະນາສະຫະພັນເຢຍລະມັນ. ໂດຍແມ່ນ 1 ໃນຈຳນວນ 6 ທ້ອງຖິ່ນຜັນຂະຫຍາຍໂຄງການໃນໄລຍະ 2020-2024, ກຽນຢາງ ພວມມານະພະຍາຍາມຫຼາຍຢ່າງ ເພື່ອປ່ຽນແປງໃໝ່ປະດິດຄິດສ້າງ ໃນລະບົບມູນຄ່າເຂົ້າສານ ແລະ ໝາກມ່ວງ.
ມາ​ນະ​ພະ​ຍາ​ຍາມ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ໃນ​ລະ​ບົບ​ມູນ​ຄ່າ​ເຂົ້າ​ສານ ແລະ ໝາກ​ມ່ວງ​ຢູ່​ແຂວງ​ກຽນ​ຢາງ - ảnh 1

 ຮູບແບບຜະລິດເຂົ້າສານຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ (ພາບ: VOV)

   ໂຄງການ GIC ມີຍອດຈຳນວນເງິນລົງທຶນ 7 ລ້ານເອີໂຣ ໂດຍລັດຖະບານ ສະຫະພັນເຢຍລະມັນ ອຸປະຖຳ ດ້ວຍແຫຼ່ງທຶນ ODA ຊ່ວຍເຫຼືອຫຼ້າ. ໂຄງການດັ່ງກ່າວຈະຊ່ວຍປັບປຸງບັນດາລະບົບການປູກຝັງຕາມທິດຍືນຍົງ, ຜ່ານນັ້ນ ໄດ້ຍົກສູງປະສິດທິຜົນການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດ ພ້ອມທັງເພີ່ມທະວີຄວາມສາມາດຮັບມືກັບບັນດາການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ຂອງສອງລະບົບມູນຄ່າຜະລິດຕະພັນກະເສດຕົ້ນຕໍຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຄືເຂົ້າສານ ແລະ ໝາກມ່ວງ.

   ໃນໄລຍະທີ່ຜ່ານມາ, ແຂວງກຽນຢາງ ໄດ້ຮັບໂຄງການ GIC ຢ່າງຕັ້ງໜ້າທີ່ສຸດ. ຄະນະກຳມະການ ປຊຊ ແຂວງກຽນຢາງ ໃຫ້ຄຳໝັ້ນສັນຍາສະໜອງຄ່າສົມທົບປະມານ 700.000 ເອີໂຣ ເພື່ອເຂົ້າຮ່ວມໂຄງການບັນດາສູນປ່ຽນແປງໃໝ່ປະດິດຄິດສ້າງສີຂຽວໃນຂະແໜງກະສິກຳ ແລະ ສະບຽງອາຫານຫວຽດນາມ-GIC. ທ່ານເລກວັກແອງ, ຮອງປະທານຄະນະກຳມະການ ປຊຊ ແຂວງກຽນຢາງ ໃຫ້ຮູ້ວ່າ:

   ເລື່ອງຜັນຂະຫຍາຍການປະຕິບັດໂຄງການແມ່ນມີຄວາມໝາຍ ແລະ ແທດຈິງທີ່ສຸດ ໃນການປັບປຸງເຕັກນິກການປູກຝັງຕໍ່ການສຳພັດກັບຕະຫຼາດ. ບັນດາແຂວງເຂົ້າຮ່ວມໂຄງການ GIC ມີຄວາມຫວັງຕໍ່ບັນດາມາດຕະການພັດທະນາອົງການຈັດຕັ້ງຂອງຊາວກະສິກອນ ເພື່ອຍົກສູງຄຸນນະພາບ, ມູນຄ່າຜະລິດຕະພັນ, ຊ່ວຍອົງການຄຸ້ມຄອງລັດຂັ້ນຕ່າງໆ ໃນວິວັດການຊີ້ນຳ, ສ້າງ, ດັດປັບນະໂຍບາຍ ຊຸກຍູ້ການພັດທະນາການຮ່ວມສຳພັນຜະລິດ ຈຳໜ່າຍຜະລິດຕະພັນກະເສດຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອແນໃສ່ປະກອບສ່ວນພັດທະນາຊົນນະບົດແບບຍືນຍົງຂອງເຂດ, ໃນນັ້ນມີແຂວງກຽນຢາງ.

ມາ​ນະ​ພະ​ຍາ​ຍາມ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ ໃນ​ລະ​ບົບ​ມູນ​ຄ່າ​ເຂົ້າ​ສານ ແລະ ໝາກ​ມ່ວງ​ຢູ່​ແຂວງ​ກຽນ​ຢາງ - ảnh 2

 ກຽນຢາງພວມ ມານະພະຍາຍາມປ່ຽນແປງໃໝ່ປະດິດຄິດສ້າງຫຼາຍຢ່າງ ໃນລະບົບມູນຄ່າເຂົ້າສານ ແລະ ໝາກມ່ວງ (ພາບປະກອບ: VOV)

   ຕາມທ່ານ Oemar Idoe ຮອງຜູ້ອຳນວຍການອົງການ GIZ ແລ້ວ, ການຜະລິດກະສິກຳຢູ່ກຽນຢາງ ເວົ້າສະເພາະ,  ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເວົ້າລວມ ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍນາໆປະການ ຍ້ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ສະນັ້ນ, ຖ້າຫາກບໍ່ປ່ຽນແປງຮູບແບບການຜະລິດ, ຂະແໜງກະສິກຳຈະປະສົບກັບຄວາມຫຍຸ້ງຍາກກ່ວາອີກ:

   ໂຄງການສູນປ່ຽນແປງໃໝ່ປະດິດຄິດສ້າງສີຂຽວໃນຂະແໜງກະສິກຳ ແລະ ສະບຽງອາຫານຫວຽດນາມ GIC ພ້ອມກັບບັນດາຄູ່ຮ່ວມມືຢາກສຳຜັດກັບບັນດາວິສາຫະກິດ, ບັນດາຝ່າຍທີ່ກ່ຽວຂ້ອງໃນຂົງເຂດສະບຽງອາຫານ ແລະ ກະສິກຳ, ແລະ ມະຫາຊົນເວົ້າລວມ ເພື່ອແນໃສ່ແນະນຳວິທີສຳຜັດກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງໃນຂະແໜງກະສິກຳ, ພ້ອມທັງກຳນົດບັນດາໂອກາດຮ່ວມມືລະອຽດ ແລະ ແລກປ່ຽນກ່ຽວກັບບັນດາການບຸລິມະສິດ ແລະ ເປົ້າໝາຍໃຫ້ແກ່ອະນາຄົດ.

     ເພື່ອໝູນໃຊ້ບັນດາການປ່ຽນແປງໃໝ່ປະດິດຄິດສ້າງສຳເລັດຜົນ, ຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງທຸກຝ່າຍທີ່ກ່ຽວຂ້ອງໃນລະບົບມູນຄ່າ.

   ການປ່ຽນແປງໃໝ່ປະດິດຄິດສ້າງໃນຂະແໜງກະສິກຳ ແມ່ນການປ່ຽນແປງໃໝ່ຂັ້ນຕອນການຜະລິດ, ກ່ຽວກັບການຈັດຕັ້ງການຜະລິດ, ກ່ຽວກັບການເຊື່ອມຕໍ່ຕະຫຼາດເພື່ອຍົກສູງມູນຄ່າຂອງຜະລິດຕະພັນ, ເອົາໃຈໃສ່ເປັນພິເສດຕໍ່ບັນດາຄອບຄົວທຳການຜະລິດ. ບັນດາເປົ້າໝາຍຕົ້ນຕໍຂອງລະບົບມູນຄ່າຜະລິດຕະພັນນີ້ ແມ່ນຄອບຄົວຊາວກະສິກອນ, ສະຫະກອນ ແລະ ວິສາຫະກິດ.

   ແຂວງກຽນຢາງ ກໍ່ຄືບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ທີ່ເຂົ້າຮ່ວມໂຄງການ ພວມຜັນຂະຫຍາຍ ການປ່ຽນແປງໃໝ່ປະດິດຄິດສ້າງໃນຂະແໜງກະສິກຳຕາມທິດດັ່ງກ່າວ, ດ້ວຍຄວາມປາດຖະໜາຢາກກຳນົດທິດລະບົບມູນຄ່າຄືນໃໝ່ໃຫ້ສົມບູນແບບ ຈາກຂັ້ນຕອນແນວພັນປູກ, ຫວ່ານກ້າ, ບົວລະບັດ, ຕະຫຼອດຮອດການເກັບກ່ຽວ, ປຸງແຕ່ງ…. ພ້ອມກັບການໜູນຊ່ວຍຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ, ບັນດາທ້ອງຖິ່ນພວມຮີບເຮັ່ງກຳນົດເຂດວັດຖຸດິບ ເພື່ອສ້າງວິວັດການຮ່ວມສຳພັນຜະລິດຕະພັນສຳເລັດ, ປັບປຸງບັນດາລະບົບປູກຝັງຕາມທິດຍືນຍົງ, ສ້າງລະບົບມູນຄ່າຜະລິດຕະພັນກະເສດຫຼັກແຫຼ່ງທີ່ມີມູນຄ່າສູງ./.

ຕອບກັບ