ຟາມ​ລ້ຽງ​ງົວ​ນົມ ເຕິນ​ຕ່າຍ​ລົກ ຢູ່​ຕາ​ແສງ​ດ້າຍ​ເຕິມ ແຂວງ​ຊອກ​ຈັງ

Ngoc Anh
Chia sẻ
(VOVWORLD) -

ຟາມລ້ຽງງົວນົມ ເຕິນຕ່າຍລົກ ຢູ່ຕາແສງດ້າຍເຕິມ ແຂວງຊອກຈັງ ແມ່ນຟາມບັນລຸມາດຖານສາກົນ, ໄດ້ໝູນໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນການລ້ຽງງົວນົມ. ນີ້ແມ່ນໜຶ່ງໃນບັນດາຈຸດທີ່ພົ້ນເດັ່ນ ກ່ຽວກັບການພັດທະນາເສດຖະກິດຊົນນະບົດຢູ່ແຂວງ ຊອກຈັງ.


ຟາມ​ລ້ຽງ​ງົວ​ນົມ ເຕິນ​ຕ່າຍ​ລົກ ຢູ່​ຕາ​ແສງ​ດ້າຍ​ເຕິມ ແຂວງ​ຊອກ​ຈັງ - ảnh 1

ຊາວກະສິກອນ ຢຽບກິງເຕິນ

ຟາມລ້ຽງງົວນົມ ເຕິນຕ່າຍລົກ ໂດຍອ້າຍ ຢຽບກິງເຕິນ, ຜູ້ອຳນວຍການບໍລິສັດ ເຕິນຕ່າຍລົກ ສ້າງຕັ້ງຂຶ້ນເມື່ອປີ 2014 ຊື່ງໄດ້ລົງທຶນກໍ່ສ້າງຕາມຂັ້ນຕອນລ້ຽງງົວແບບຄົບວົງຈອນ, ໄດ້ໃຊ້ເຄື່ອງອັດຕະໂນມັດໂດຍພື້ນຖານ. ສະເພາະແຕ່ເຄື່ອງອຸປະກອນຮັບໃຊ້ການລ້ຽງງົວຄື: ເຄື່ອງກັ່ນຕອງອາກາດ, ເຄື່ອງຮີດນ້ຳນົມ ແລະ ທໍ່ສົ່ງນ້ຳນົມເຂົ້າຖັງເຢັນ….ລ້ວນແຕ່ໄດ້ໃຊ້ເຄື່ອງອັດຕະໂນມັດ. ປີ 2018, ຟາມລ້ຽງງົວນົມ ເຕິນຕ່າຍລົກ ໄດ້ຮັບໃບຢັ້ງຢືນບັນລຸມາດຖານສາກົນ ກ່ຽວກັບການປະຕິບັດກະສິກຳດີທົ່ວໂລກ (GlobalGAP). ອ້າຍ ຢຽບກິງເຕິນ, ຜູ້ອຳນວຍການບໍລິສັດ ເຕິນຕ່າຍລົກ ໃຫ້ຮູ້ວ່າ:

ຟາມໄດ້ຮັບການກໍ່ສ້າງ, ອອກແບບຕາມມາດຖານຂອງ ໂຮນລັງ ໂດຍບໍລິສັດນ້ຳນົມ Dutch Lady (ສາວໂຮນລັງ) ໜູນຊ່ວຍການອອກແບບກໍ່ສ້າງ. ຟາມໄດ້ຊື້ແນວພັນງົວນົມຂອງ ອົດສະຕາລີ ແລະ ອາເມລິກາ ຂອງບໍລິສັດຫຸ້ນສ່ວນນ້ຳນົມ ຫວຽດນາມ (Vinamilk). ບໍລິສັດ Vinamilk ມີຮາກຖານເກັບຊື້ນ້ຳນົມງົວຂອງຟາມ. ຍາມໃດ ຟາມກໍ່ໄດ້ລ້ຽງງົວປະມານ 200 ໂຕ. ແຕ່ລະມື້ແມ່ນຈະຮີດເອົານ້ຳນົມ 2 ເທື່ອ ໄດ້ນົມງົວປະມານເກືອບ 900 ໂລ ຊື່ງມີລາຄາ 16.000 ດົ່ງ/ໂລ (ປະມານ 0,7 USD), ປະຈຸບັນ ລາຍຮັບໃນເດືອນ 1 ຂອງພວກຂ້າພະເຈົ້າແມ່ນກ່ວາ 300 ລ້ານດົ່ງ (ກ່ວາ 12.000 USD), ຫັກຄ່າໃຊ້ຈ່າຍແລ້ວ ແມ່ນມີກຳໄລປະມານ 100 ລ້ານດົ່ງ (ກ່ວາ 4.000 USD).

ຟາມ​ລ້ຽງ​ງົວ​ນົມ ເຕິນ​ຕ່າຍ​ລົກ ຢູ່​ຕາ​ແສງ​ດ້າຍ​ເຕິມ ແຂວງ​ຊອກ​ຈັງ - ảnh 2

ການລ້ຽງງົວນົມຢູ່ ຟາມລ້ຽງງົວນົມ ເຕິນຕ່າຍລົກ

   ເພື່ອຮັບປະກັນແຫຼ່ງອາຫານສີຂຽວໃຫ້ແກ່ງົວ, ຟາມລ້ຽງງົວນົມ ເຕິນຕ່າຍລົກ ໄດ້ສະຫງວນເນື້ອທີ່ດິນ 6 ເຮັກຕາເພື່ອປູກຫຍ້າ. ເອື້ອຍ ແທັງຈຸກ, ເມຍອ້າຍ ຢຽບກິງເຕິນ, ເຈົ້າຂອງຟາມລ້ຽງງົວນົມ ເຕິນຕ່າຍລົກ ໃຫ້ຮູ້ວ່າ:

ຖ້າຫາກວ່າ ຢາກລ້ຽງງົວດ້ເປັນຢ່າງດີ, ຄອກກໍ່ຕ້ອງເຮັດອານະໄມໃຫ້ສະອາດ, ເຢັນສະບາຍ. າຫານໃຫ້ງົວແມ່ນ: ຫຍ້າ, ເຟືອງ, ສາລີໝັັັກ, ຍອດຕົ້ນອອ້ຍ, ກາກນ້ຳຕານ, ທາດແປ້ງ… ງົວມີອາຍຸ 2 ປີກໍ່ສາມາດຮີດເອົານ້ຳນົມໄດ້ແລ້ວ. ໂຕໃດແຂງແຮງດີ, ແຕ່ລະມື້ກໍ່ສາມາດໃຫ້ນ້ຳນົມກວ່າ 20 ໂລ. ປະຈຸບັນ, ຟາມໄດ້ລ້ຽງງົວປະມານ 200 ໂຕ, ໃນນັ້ນ ງົວໃຫ້ນ້ຳນົມປະມານ 100 ໂຕ. ງົວແມ່ພັນເກີດລູກແລ້ວກໍ່ລ້ຽງຕໍ່, ລ້ຽງງົວແມ່ເພື່ອຮີດເອົານ້ຳນົມ, ລ້ຽງງົວຜູ້ເພື່ອເອົາຊີ້ນ.

 
ຟາມ​ລ້ຽງ​ງົວ​ນົມ ເຕິນ​ຕ່າຍ​ລົກ ຢູ່​ຕາ​ແສງ​ດ້າຍ​ເຕິມ ແຂວງ​ຊອກ​ຈັງ - ảnh 3

ສາງຂອງ ຟາມລ້ຽງງົວນົມ ເຕິນຕ່າຍລົກ

    ຟາມລ້ຽງງົວນົມ ເຕິນຕ່າຍລົກ ຂອງຜົວເມຍອ້າຍ ຢຽບກິງເຕິນ ໄດ້ປະກອບສ່ວນສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ບັນດາຜູ້ອອກແຮງງານທ້ອງຖິ່ນ. ຕາມທຳມະດາ, ຢູ່ຟາມຈະມີຜູ້ອອກແຮງງານປະຈຳ 6 ຄົນ, ໃນລະດູການຮີດເອົານ້ຳນົມງົວ, ຟາມຈະນຳໃຊ້ແຮງງານຕື່ມອີກ 10 ຄົນ ຊື່ງມີລາຍຮັບແຕ່ 3-9 ລ້ານດົ່ງ/ເດືອນ (ປະມານ 250-370 USD/ເດືອນ). ອ້າຍ ຢຽບຮຸ່ງກວັກ, ຜູ້ເຮັດວຽກຢູ່ ຟາມລ້ຽງງົວນົມ ເຕິນຕ່າຍລົກ ໃຫ້ຮູ້ວ່າ:

    ລາຍຮັບຂອງຂ້າພະເຈົ້າໃນເດືອນໜຶ່ງແມ່ນ 7 ລ້ານດົ່ງ. ຟາມໄດ້ໃຫ້ບ່ອນກິນ ບ່ອນຢູ່, ຊື້ບັດປະກັນສຸຂະພາບ, ບັດປະກັນສັງຄົມໃຫ້ຂ້າພະເຈົ້າ. ໃນເວລາ 4 ປີທີ່ເຮັດວຽກຢູ່ນີ້, ຊີວິດຂອງຂ້າພະເຈົ້າກໍ່ເປັນປົກກະຕິ, ພໍຢູ່ ພໍກິນ.

    ຍາມໃດ ຜົວເມຍອ້າຍ ຢຽບກິງເຕິນ ກໍ່ພ້ອມທີ່ຈະໜູນຊ່ວຍບັນດາຄອບຄົວລ້ຽງສັດຢູ່ທ້ອງຖິ່ນ ກ່ຽວກັບແນວພັນ, ແບ່ງປັນເຕັກນິກ, ປະສົບການໃນການລ້ຽງງົວ… ນອກຈາກນັ້ນ, ຜົວເມຍອ້າຍ ຢຽບກິງເຕິນ ກໍຍັງຕັ້ງໜ້າເຂົ້າຮ່ວມວຽກງານຮັບປະກັນຊີວິດສັງຄົມຢູ່ທ້ອງຖິ່ນນຳອີກ. ທ່ານ ເຈືອງເຕິນເລິມ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງດ້າຍເຕີມ ໃຫ້ຮູ້ວ່າ:

   ຟາມໄດ້ເຄື່ອນໄຫວເປັນຢ່າງດີທີ່ສຸດ. ອ້າຍ ເຕິນ ໄດ້ປະກອບສ່ວນໃຫ້ທ້ອງຖິ່ນຫຼາຍສິ່ງຫຼາຍຢ່າງຄື: ໜູນຊ່ວຍກໍ່ສ້າງໂຮງຮຽນອະນຸບານ 2 ແຫ່ງໃຫ້ແກ່ທ້ອງຖິ່ນ, ອ້າຍແມ່ນສາຂາຈຳໜ່າຍຊັ້ນ 1 ຂອງບໍລະສັດ Kagill ຂຶ້ນກັບກຸ່ມບໍສັດ Kagill ຂອງ ອາເມລິກາ ຊື່ງສະໜອງບັນດາຜະລິດຕະພັນ ແລະ ການບໍລິການກ່ຽວກັບສະບຽງອາຫານ, ກະສິກຳ, ການເງິນ ແລະ ອຸດສາຫະກຳໃຫ້ທົ່ວໂລກ. ທ່າແຮງຂອງຕາແສງ ແມ່ນການຜະລິດກະສິກຳ ແລະ ລ້ຽງສັດ. ການລ້ຽງງົວນົມໄດ້ຊ່ວຍການລົບລ້າງຄວາມສຶດຫິວ ຫລຸດຜ່ອນຄວາມທຸກຍາກ.

    ສະມາຄົມຊາວກະສິກອນແຂວງ ຊອກຈັງ ຖືວ່າ: ຟາມລ້ຽງງົວນົມ ເຕິນຕ່າຍລົກ ຂອງຜົວເມຍອ້າຍ ຢຽບກິງເຕິນ ແມ່ນຮູບແບບເສດຖະກິດຊົນນະບົດດີເດັ່ນ ແລະ ຄວນທະວີຄູນ. ຟາມດັ່ງກ່າວ ແມ່ນສະຖານທີ່ທີ່ລຶ້ງເຄີຍ ເພື່ອໃຫ້ຊາວກະສິກອນລ້ຽງງົວນົມ ມາຢ້ຽມຢາມ, ຮ່ຳຮຽນເອົາບົດຮຽນໃນການຄຸ້ມຄອງ ແລະ ລ້ຽງງົວນົມ.

ຕອບກັບ