ທົ່ງນາຂະໜາດໃຫ່ຍຢູ່ ຕາແສງຝູເກີນ (ພາບ: ງອກແອງ)
|
ທົ່ງນາຂະໜາດໃຫ່ຍ ແມ່ນວິທີຜະລິດໃໝ່, ຊາວກະສິກອນພ້ອມກັນໂຮມບັນດາທົ່ງນານ້ອຍເຂົ້ານຳກັນ, ພ້ອມກັນນຳໃຊ້ຂັ້ນຕອນການຜະລິດ VietGAP ອັນດຽວກັນ (ໝາຍເຖິງການປະຕິບັດການຜະລິດກະສິກຳດີ). ຜ່ານນັ້ນ, ໄດ້ຊ່ວຍຊາວກະສິກອນຫລຸດຄ່າໃຊ້ຈ່າຍສົ້ນເຂົ້າ, ຈຳໜ່າຍຜະລິດຕະພັນຢ່າງງ່າຍດາຍ, ເພີ່ມສະມັດຕະພາບການຜະລິດ.
ຕາແສງຝູເກີນ ມີ 3120 ຄອບຄົວຊາວກະສິກອນ ດ້ວຍ 11.560 ຄົນ, ໃນນັ້ນ ມີ 62% ແມ່ນຊາວເຜົ່າຂະແມ. ຊີວິດຂອງ ປຊຊ ຢູ່ທີ່ນີ້ ແມ່ນອີງໃສ່ການຜະລິດກະສິກຳເປັນຕົ້ນ, ໂດຍສະເພາະແມ່ນການປູກເຂົ້າ. ອ້າຍແທກທັງ ປຊຊ ຕາແສງຝູເກີນ ໃຫ້ຮູ້ວ່າ:
ທົ່ງນາຂະໜາດໃຫ່ຍມີເນື້ອທີ່ 110 ເຮັກຕາ, ໄດ້ສ້າງຂຶ້ນນັບແຕ່ປີ 2007 ເມື່ອໄດ້ກໍ່ສ້າງຄອງເໝືອງເບຕົງ. ປຊຊ ບໍ່ຕ້ອງເສຍຄ່ານ້ຳ, ຍ້ອນລັດໄດ້ຈ່າຍໃຫ້ໝົດ. ແຕ່ກ່ອນບໍ່ເຮັດທົ່ງນາຂະໜາດໃຫ່ຍ, ການປູກເຂົ້າພຽງແຕ່ພໍຢູ່ພໍກິນເທົ່ານັ້ນ. ແຕ່ປະຈຸບັນໄດ້ເຮັດ 3 ລະດູການ, ເຂົ້າມີຄຸນນະພາບສູງ, ມີພໍ່ຄ້າມາເກັບຊື້. ຜະລິດເຂົ້າເປືອກ 10 ໂລກໍ່ມີກຳໄລປະມານ 1 ແສນດົ່ງ.
ຊາວກະສິກອນ ຕາແສງຝູເກີນ ອອກໄປເຮັດນາ (ພາບ: ງອກແອງ)
|
ປະຈຸບັນ, ຕາແສງຝູເກີນ ມີ 126 ຄອບຄົວເຂົ້າຮ່ວມຮູບແບບການຜະລິດທົ່ງນາຂະໜາດໃຫ່ຍ. ໃນການຜະລິດເຂົ້າຂອງຊາວກະສິກອນ ໄດ້ປະສົມຮູບແບບການຜະລິດ “ແບບມີນຳ-ແບບແຫ້ງສະຫຼັບກັນ” ເພື່ອແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ນອກຈາກການປະຢັດລາຍຈ່າຍ, ການຜະລິດ ແບບ “ແບບມີນ້ຳ-ແບບແຫ້ງສະຫຼັບກັນ” ໄດ້ຊ່ວຍເພິ່ມສະມັດຕະພາບໃຫ້ຫຼາຍກ່ວາອີກ. ທ່ານບຸ່ຍເຈື່ອງອານ, ຮອງປະທານຄະນະກຳມະການ ປຊຊ ຕາແສງຝູເກີນ ໃຫ້ຮູ້ວ່າ:
ໃນເບື້ອງຕົ້ນ ເມື່ອຜັນຂະຫຍາຍຮູບແບບທົ່ງນາຂະໜາດໃຫ່ຍ, ຊາວກະສິກຳບໍ່ທັນມີຄວາມໝັ້ນໃຈປານໃດ ແຕ່ເມື່ອນຳເຂົ້າເຄື່ອນໄຫວແລ້ວກໍ່ເຫັນວ່າ ບັນລຸປະສິດທິຜົນດີທີ່ສຸດ. ຈາກນັ້ນ, ປຊຊ ໄດ້ເຊື່ອໝັ້ນຕໍ່ການຊີ້ນຳຂອງອຳນາດການປົກຄອງທ້ອງຖິ່ນ. ອົງຄະນະພັກແຂວງ ແລະ ຄະນະກຳມະການແຂວງກໍ່ ລ້ວນແຕ່ມີຄວາມສົນໃຈເຖິງຮູບແບບນີ້. ໃນໄລຍະຜ່ານມາກໍ່ໄດ້ປະຕິບັດຢ່າງມີປະສິດທິຜົນທີ່ສຸດ. ແຕ່ກ່ອນ, ສະມັດຕະພາບເຂົ້າສະເລ່ຍແມ່ນ 4.2 ໂຕນ/ເຮັກຕາ ແຕ່ເມື່ອສ້າງຮູບແບບທົ່ງນາຂະໜາດໃຫ່ຍ, ສະມັດຕະພາບເຂົ້າເພິ່ມຂຶ້ນແຕ່ 6.5-7.5 ໂຕນ/ເຮັກຕາ. ລາຍຮັບຂອງ ປຊຊ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ. ທາງຕາແສງໄດ້ມອບໃຫ້ສະຫະກອນກະສິກຳຝູເກີນ ຄຸ້ມຄອງຮູບແບບທົ່ງນາຂະໜາດໃຫ່ຍນີ້. ໃນວິວັດການຜະລິດຍັງໄດ້ຈັດຊຸດຝຶກອົບຮົມ ດ້ານເຕັກນິກການຜະລິດເຂົ້າ, ການປ້ອງກັນແມງໄມ້, ສັດຕູພືດ…ໃຫ້ແກ່ຊາວກະສິກອນນຳອີກ. ຊາວກະສິກອນໄດ້ຍູ້ແຮງການໝູນໃຊ້ຄວາມກ້າວໜ້າທາງວິທະຍາສາດເຕັກນິກເຂົ້າໃນການຜະລິດ. ສະຫະກອນກະສິກຳຝູເກີນ ຈະມຸ່ງໄປສູ່ການສ້າງ ສະຫະກອນກະສິກຳຝູທິ້ງ ຕື່ມອີກ ເພື່ອສົມທົບກັບ ສະຫະກອນກະສິກຳຝູເກີນ ຊ່ວຍຊື້ຜະລິດຕະພັນໃຫ້ແກ່ຊາວກະສິກອນ.
ທົ່ງນາຂະໜາດໃຫ່ຍຢູ່ ຕາແສງຝູເກີນ ໄດ້ຕິດພັນກັບລະບົບຮ່ວມສຳພັນກັນຜະລິດ, ສະໜອງວັດຖຸກະສິກຳ, ຈຳໜ່າຍຜະລິດຕະພັນກະເສດຊ່ວຍຊາວກະສິກອນ. ທ່ານແທັກເຊ, ສະມາຊິກສະຫະກອນກະສິກຳຝູເກີນ ເລົ່າສູ່ຟັງວ່າ:
ມີຊາວກະສິກອນຫຼາຍຄົນໄດ້ເຂົ້າຮ່ວມການຜະລິດທົ່ງນາຂະໜາດໃຫ່ຍ, ລັດຄຸ້ມຄອງລະບົບນ້ຳ, ຊື້ເຂົ້າໃຫ້ຊາວກະສິກອນເລີຍ. ຢູ່ນີ້, ຊາວກະສິກອນບໍ່ຕ້ອງເສຍຄ່າ ນ້ຳ. ທາງສະຫະກອນໄດ້ສະໜອງແນວພັນເຂົ້າ ແລະ ຊ່ວຍຈຳໜ່າຍຜະລິດຕະພັນພາຍຫຼັງການເກັບກ່ຽວ. ສ່ວນຄອບຄົວຂ້າພະເຈົ້າກໍ່ໄດ້ປູກເຂົ້າໃນເນື້ອທີ່ດິນ 1.5 ເຮັກຕາ ແລະ ລ້ຽງງົວເພື່ອມີລາຍຮັບຕື່ມອີກ. ແຕ່ລະລະດູເຂົ້າກໍ່ມີກຳໄລປະມານ 20 ລ້ານດົ່ງ. ທັງປີກໍ່ມີລາຍຮັບປະມານ 50 ລ້ານດົ່ງ.
ນັບແຕ່ເມື່ອມີທົ່ງນາຂະໜາດໃຫ່ຍ, ຊາວກະສິກອນ ຕາແສງຝູເກີນ ໄດ້ສຳຜັດກັບວິທີການຜະລິດທີ່ທັນສະໄໝ, ມີວິທະຍາສາດ. ໂສມໜ້າຊົນນະບົດຢູ່ ຕາແສງຝູເກີນ ໄດ້ປ່ຽນແປງຕາມແຕ່ລະມື້ ແລະ ພວມມຸ່ງໄປເຖິງການກໍ່ສ້າງຊົນນະບົດໃໝ່ແບບຢ່າງ. ຊາວກະສິກອນຢູ່ທ້ອງຖິ່ນຕ່າງໆ ກໍ່ໄດ້ມາຕາແສງຝູເກີນ ເພື່ອຢ້ຽມຢາມ, ຮ່ຳຮຽນເອົາຮູບແບບທົ່ງນາຂະໜາດໃຫ່ຍຢູ່ທີ່ນີ້./.