ປະຊາຊົນຕາແສງ ລັງ, ແຂວງ ກວາງນາມ ຫຼຸດພົ້ນອອກຈາກຄວາມທຸກຍາກຜ່ານການປູກຕົ້ນເຄືອໄສ້ໄກ່

Ngoc Anh
Chia sẻ
(VOVWORLD) - ປະຈຸບັນ, ເມືອງ ໄຕຢາງ ຍັງມີບັນດາຮາກຖານ ດຳເນີນທຸລະກິດຕົ້ນເຄືອໄສ້ໄກ່ ແລະ ບັນດາຜະລິດຕະພັນຈາກຕົ້ນໄມ້ດັ່ງກ່າວ
ປະຊາຊົນຕາແສງ ລັງ, ແຂວງ ກວາງນາມ ຫຼຸດພົ້ນອອກຈາກຄວາມທຸກຍາກຜ່ານການປູກຕົ້ນເຄືອໄສ້ໄກ່ - ảnh 1(ຕົ້ນເຄືອໄສ້ໄກ່ໄດ້ປູກໃນປ່າ)

        ຕາແສງ ລັງ ແມ່ນໜຶ່ງໃນຈຳນວນ 3 ຕາແສງຈຸດສຸມປູກຕົ້ນເຄືອໄສ້ໄກ່ຢູ່ເມືອງ ໄຕຢາງ, ແຂວງ ກວາງນາມ. ຍ້ອນການປູກຕົ້ນເຄືອໄສ້ໄກ່, ປະຊາຊົນຢູ່ຕາແສງ ລັງ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກໂດຍພື້ນຖານ, ຊີວິດການເປັນຢູ່ນັບມື້ນັບໄດ້ຮັບການປົວແປງໃຫ້ດີຂຶ້ນ.

    ຕາແສງ ລັງ ມີກວ່າ 650 ຄອບຄົວດຳລົງຊີວິດ, ດ້ວຍປະຊາຊົນກວ່າ 2.500 ຄົນ, ໃນນັ້ນ, ເປັນຕົ້ນແມ່ນຊາວເຜົ່າ ເກີຕູ. ປະຊາຊົນຢູ່ທີ່ນີ້ໄດ້ເລືອກເອົາຕົ້ນເຄືອໄສ້ໄກ່ເປັນຕົ້ນໄມ້ຕົ້ນຕໍ່, ເພື່ອພັດທະນາ ເສດຖະກິດ. ທ່ານ ບຣິວ ໂປ໊, ເຈົ້າກົກເຈົ້າເຫຼົ່າຢູ່ຕາແສງ ລັງ, ໃຫ້ຮູ້ວ່າ:

   “ຕົ້ນເຄືອໄສ້ໄກ່ເປັນສາຍມີປ້ອງ, ຄ້າຍຄືກັບຕົ້ນມັນດາງ, ປູກງ່າຍ, ບໍ່ຕ້ອງບົວລະບັດຫຼາຍ. ຂ້າພະເຈົ້າເອີນຕົ້ນເຄືອໄສ້ໄກ່ແມ່ນຕົ້ນຂີ້ຄ້ານ. ຄິດສະເລ່ຍປູກຕົ້ນໄມ້ເປັນ 5 ສຸມຈະໄດ້ຮັບ 1 ກີໂລກຣາມ ເຄືອໄສ້ໄກ່, ປີໜຶ່ງກໍ່ມີລາຍຮັບກວ່າ 100 ລ້ານດົ່ງ (4.120 USD). ຕົ້ນເຄືອໄສ້ໄກ່ ແມ່ນໜຶ່ງໃນບັນດາຕົ້ນໄມ້ຊ່ວຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ຄາດວ່າ, ແຕ່ 65% ຫາ 70% ຄອບຄົວໃນຕາແສງໄດ້ຫຼຸດພົ້ນອອກຈາກຄວາມອຶດຫິວ, ທຸກຍາກຍ້ອນການປູກຕົ້ນເຄືອໄສ້ໄກ່”.

        ປະຈຸບັນ, ຢູ່ຕາແສງ ລັງ ໄດ້ສ້າງເຂດປົກປັກຮັກສາຕົ້ນເຄືອໄສ້ໄກ່ສີອິດທີ່ໄດ້ປູກໃນເນື້ອທີ່ກວ້າງ 6 ເຮັກຕາ ຢູ່ໃຕ້ຮົ່ມປ່າດົງດິບ. ທາງຕາແສງໄດ້ສົ່ງເສີມ, ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນພັດທະນາຮູບແບບປູກຕົ້ນ ເຄືອໄສ້ໄກ່. ເຂົາເຈົ້າໄດ້ແນະນຳ, ຝຶກອົບຮົມເຕັກນິກກ້າເບ້ຍ, ເຕັກນິກປູກ, ບົວລະບັດ, ຜະລິດເຄືອໄສ້ໄກ່ໃນເບື້ອງຕົ້ນ. ອ້າຍ ເປີນິງ ຟາດ, ນາຍບ້ານ ເປີນິງ, ຕາແສງ ລັງ, ໃຫ້ຮູ້ວ່າ:

    “ທິດພັດທະນາຕົ້ນໄມ້ສະໝູນໄພໃນບໍລິເວນຕາແສງ ລັງ ໄດ້ປູກຕົ້ນເຄືອໄສ້ໄກ່ສີອິດຂອງຕາແສງ. ສະເພາະບ້ານ ເປີນິງ ກໍ່ແມ່ນສວນປູກຕົ້ນເຄືອໄສ້ໄກ່, ໃນເນື້ອທີ່ກວ້າງເກືອບ 10 ເຮັກຕາ. ໃນບັນດາຄອບຄົວປູກຕົ້ນເຄືອໄສ້ໄກ່ມີຄອບຄົວດີເດັ່ນແມ່ນຄອບຄົວທ່ານ ເກີເລົາ ທ້າຍຮອກ, ໄດ້ປູກຕົ້ນເຄືອໄສ້ໄກ່ໃນເນື້ອທີ່ເກືອບ 5 ເຮັກຕາ. ຮູບແບບປູກຕົ້ນເຄືອໄສ້ໄກ່ຂອງຄອບຄົວທ່ານ ເກີເລົາ ທ້າຍຮອກ ແມ່ນດີທີ່ສຸດ, ທັງປູກ ທັງຂະຫຍາຍແນວພັນຮັບໃຊ້ບັນດາຄອບຄົວມີຄວາມຕ້ອງການ. ເຄືອໄສ້ໄກ່ ໂລໜຶ່ງແມ່ນມີລາຄາ 500.000 ດົ່ງ (ກວ່າ 20 USD/ໂລ). ຕົ້ນເຄືອໄສ້ໄກ່ແມ່ນຕົ້ນໄມ້ສະໝູນໄພ. ຄຸນປະໂຫຍດຂອງເຄືອໄສ້ໄກ່ແມ່ນມີຫຼາຍ, ຫົວຂອງມັນເອົາມາດອງເຫຼຼົ້າປິ່ນປົວພະຍາດເຈັບກະດູກ, ຊ່ວຍໃຫ້ສຸຂະພາບແຂງແຮງ”.

ປະຊາຊົນຕາແສງ ລັງ, ແຂວງ ກວາງນາມ ຫຼຸດພົ້ນອອກຈາກຄວາມທຸກຍາກຜ່ານການປູກຕົ້ນເຄືອໄສ້ໄກ່ - ảnh 2(ຫົວຕົ້ນເຄືອໄສ້ໄກ່)

    ພ້ອມກັບການພັດທະນາເຂດປູກ, ປົກປັກຮັກສາເຂດປູກເຄືອໄສ້ໄກ່, ປະຈຸບັນ, ເມືອງ ໄຕຢາງ ຍັງມີບັນດາຮາກຖານດຳເນີນທຸລະກິດຕົ້ນເຄືອໄສ້ໄກ່ ແລະ ບັນດາຜະລິດຕະພັນຈາກຕົ້ນໄມ້ດັ່ງກ່າວ, ຄື: ຈິງເຈົາ, ດຶກຮຸຍ ແລະ ບາງຮາກຖານນ້ອຍໆອື່ນ, ຄື: ສະຫະກອນ ທຽນບິ່ງ, ສະຫະກອນກະສິກຳ ເຈີເອີມ, ກາຣີ. ບັນດາວິສາຫະກິດດັ່ງກ່າວໄດ້ເຂົ້າຮ່ວມການຮ່ວມສຳພັນສະໜອງແນວພັນປູກ, ຈຳໜ່າຍຕົ້ນເຄືອໄສ້ໄກ່ກັບ ປະຊາຊົນ. ຜະລິດຕະພັນຈາກຕົ້ນເຄືອໄສ້ໄກ່ໄດ້ພັດທະນາເປັນຫຼາຍຮູບຫຼາຍແບບ ແລະ ປຸງແຕ່ງເປັນ ຜະລິດຕະພັນ. ມີບັນດາຜະລິດຕະພັນຈາກຕົ້ນເຄືອໄສ້ໄກ່ຢູ່ເມືອງ ໄຕຢາງ ໄດ້ຮັບຮູ້ເປັນຜະລິດຕະພັນ OCOP (ໂຄງການແຫ່ງຊາດໜຶ່ງຕາແສງໜຶ່ງຜະລິດຕະພັນ), ຄື: ຊາສະໝູນໄພເຄືອໄສ້ໄກ່, ເຫຼົ້າເຄືອໄສ້ໄກ່, ກາວເຄືອໄສ້ໄກ່.

   ຕາມການວາງແຜນແລ້ວ, ຮອດປີ 2025, ແຂວງ ກວາງນາມ ຈະອະນຸລັກຮັກສາ, ພັດທະນາ ເຂດວັດຖຸດິບມີຕົ້ນໄມ້ສະໝູນໄພ 9 ຊະນິດ, ດ້ວຍເນື້ອທີ່ປູກເກືອບ 40.000 ເຮັກຕາ. ທ່ານ ໂຮ່ກວາງບຶວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ, ໃຫ້ຮູ້ວ່າ:

        “ແຂວງ ກວາງນາມ ແມ່ນທ້ອງຖິ່ນມີຕົ້ນໄມ້ສະໝູນໄພຫຼາຍ. ແຜນນະໂຍບາຍຂອງແຂວງ ກວາງນາມ ຈະແມ່ນສູນຢາສະໝູນໄພຂອງທາງພາກກາງ - ເຂດ ໄຕງວຽນ. ນາຍົກລັດຖະມົນຕີໄດ້ເຫັນດີຕໍ່ແຜນນະໂຍບາຍ ດັ່ງກ່າວແລ້ວ”.

        ຕາແສງ ລັງ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາເຂດປູກຕົ້ນເຄືອໄສ້ໄກ່ຫຼາຍຢູ່ແຂວງ ກວາງນາມ. ປະຈຸບັນ, ຕາແສງ ລັງ, ມີຄອບຄົວປູກຕົ້ນເຄືອໄສ້ໄກ່ຢ່າງໜ້ອຍສຸດກໍ່ໄດ້ນັບຮ້ອຍກົກ, ມີຄອບຄົວໄດ້ປູກຮອດໝື່ນກົກ. ບໍ່ພຽງແຕ່ໄດ້ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກເທົ່ານັ້ນ, ຫາກຊີວິດການເປັນຢູ່ປະຊາຊົນຢູ່ແຫ່ງນີ້ ກໍ່ມີການປ່ຽນແປງ, ສ້າງຄວາມຮັ່ງມີຈາກການປູກຕົ້ນເຄືອໄສ້ໄກ່ອີກດ້ວຍ.

ຕອບກັບ