ປູດອງ-ມໍລະດົກວັດທະນະທຳ​ບໍ່​ເປັນ​ວັດ​ຖຸ​ຂອງ​ຊາວ ກາ​ເມົາ

Tran Hieu-Hong Van
Chia sẻ
(VOVWORLD) - ແຂວງ ກາເມົາ ມີອາຫານພິເສດຫຼາຍເຍື່ອງ, ໃນນັ້ນ ປູດອງແມ່ນໜຶ່ງໃນບັນດາອາຫານພິເສດທີ່ເປັນເອກະລັກສະເພາະ. ອາຊີບເຮັດປູດອງ ໄດ້ຮັບການຮັບຮູ້ວ່າ ແມ່ນອາຊີບມໍລະດົກລະດັບຊາດ. ເທດສະບານເມືອງ ແຣກກົກ ເມືອງງອກຫຽນ ແມ່ນແຫ່ງທີ່ມີຊື່ສຽງດ້ວຍອາຫານພິເສດນີ້.
 
ປູດອງ-ມໍລະດົກວັດທະນະທຳ​ບໍ່​ເປັນ​ວັດ​ຖຸ​ຂອງ​ຊາວ ກາ​ເມົາ - ảnh 1(ພາບ: VOV)

     ອາຊີບເຮັດປູດອງ ໄດ້ມີມາແຕ່ດົນນານແລ້ວຢູ່ເຂດດິນແດນ ກາເມົາ, ຊື່ງແມ່ນແຂວງແຄມທະເລຢູ່ໃຕ້ສຸດຂອງຫວຽດນາມ. ນີ້ແມ່ນອາຊີບທີ່ເປັນມູນເຊື້ອທີ່ໄດ້ສືບທອດກັນມາຫຼາຍລຸ້ນຄົນ. ປະຈຸບັນ,     ອາຊີບເຮັດປູດອງ ຍັງຄົງໄດ້ຂະຫຍາຍຢູ່ບັນດາເມືອງແຄມທະເລຂອງແຂວງ ກາເມົາ ຄື: ເດີມເຣີຍ, ຝູເຕິນ, ນຳກັນ, ງອກຫຽນ...  ແຕ່ເຖິງຢ່າງໃດກໍ່ຕາມ,     ອາຊີບເຮັດປູດອງ ຍັງໄດ້ເຜີຍແຜ່ ແລະ ຂະຫຍາຍຢ່າງແຮງທີ່ສຸດ ແມ່ນຢູ່ເທດສະບານເມືອງ ແຣກກົກ, ເມືອງງອກຫຽນ. ນີ້ແມ່ນແມ່ນແຫ່ງທີ່ມີໂຕປູ ແຊບ ແລະ ມີຊື່ສຽງ, ອັນໄດ້ປະກອບສ່ວນນຳຜະລິດຕະພັນ ປູດອງໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ.

      ຕາມຊາວທ້ອງຖິ່ນແລ້ວ, ໂຕປູຢູ່ເທດສະບານເມືອງ ແຣກກົກ ແຊບແມ່ນຍ້ອນແຫຼ່ງອາຫານ ແລະ ເງື່ອນໄຂທຳມະຊາດຢູ່ທີ່ນີ້. ເອື້ອຍ ຫງວຽນຮົ່ງດ້າມ, ຜູ້ທີ່ ເຮັດອາຊີບປູດອງ ມາເປັນເວລາຫຼາຍປີ ໄດ້ແບ່ງປັນວ່າ:

     ໃນຕະຫຼາດແຂວງ ບາກລຽວ ແລະ ຫຼາຍເມືອງຂອງແຂວງ ກາເມົາ ກໍ່ມີໂຕປູ. ແຕ່ໂຕປູຢູ່ ແຣກກົກ ແຊບ ແລະ ມີຊື່ສຽງແມ່ນຍ້ອນພູມສັນຖານຢູ່ທີ່ນີ້. ໂຕປູກິນອາຫານພິເສດຈາກທຳມະຊາດ, ສະນັ້ນມັນຈຶ່ງຈະແຊບ, ຫວານ ແລະ ເນື້ອແໜ້ນ.

ປູດອງ-ມໍລະດົກວັດທະນະທຳ​ບໍ່​ເປັນ​ວັດ​ຖຸ​ຂອງ​ຊາວ ກາ​ເມົາ - ảnh 2(ພາບ: VOV)

      ແຕ່ຫຼາຍປີມານີ້, ຢູ່ແຂວງ ກາເມົາ ມີໂຕປູຢ່າງຫຼວງຫຼາຍ. ຮອດລະດູການຂອງໂຕປູ (ປະມານເດືອນ 7-9 ໄລ່ຕາມຈັນທະປະຕິທິນ), ປຊຊ ໄປເອົາໂຕປູດ້ວຍເຮືອນ້ອຍ. ຍ້ອນຈຳໜ່າຍບໍ່ໝົດ, ປຊຊ ຈຶ່ງຄິດວິທີເຮັດປູດອງອອກ ເພື່ອສາມາດຮັກສາໄວ້ໄດ້ດົນ. ຕໍ່ຈາກນັ້ນຫຼາຍປີ, ບັນດາຂັ້ນຕອນເຮັດປູດອງ ກໍ່ບໍ່ໄດ້ປ່ຽນແປງ. ຄອບຄົວທ່ານ ເລືອງວັນບິນ, ແມ່ນຄອບຄົວທີ່ເຮັດປູດອງ ໃນຫຼາຍລຸ້ນຄົນຢູ່ເທດສະບານເມືອງ ແຣກກົກ ເມືອງງອກຫຽນ ແບ່ງປັນວ່າ:

    ນ້ຳເກືອເພື່ອ ເຮັດປູດອງ ໃຊ້ພຽງເທື່ອດຽວເທົ່ານັ້ນ, ຫຼັງຈາກນັ້ນເອົາໂຕປູອອກ, ລ້າງໃຫ້ສະອາດ, ແລ້ວປ່ຽນນ້ຳເກືອໃໝ່. ນ້ຳເກືອຕ້ອງເຄັມ, ມີຄຸນນະພາບທີພໍດີ. ເຂັດລັບຢູ່ບ່ອນວ່າ ປຸງນ້ຳເກືອແນວໃດໃຫ້ມີຄຸນນະພາບພໍດີ.

    ຖ້າຫາກວ່າ, ເກືອເຄັມບໍ່ພໍກໍ່ຈະເຮັດປູດອງບໍໄດ້, ສ່ວນເຄັມຫຼາຍຕະຫຼາດກໍ່ບໍ່ນິຍົມ. ຍ້ອນເຫດນີ້, ເຖິງວ່າ, ບັນດາຂັ້ນຕອນ ເຮັດປູດອງ ຈະງ່າຍດາຍກໍ່ຕາມ ແຕ່ເມື່ອ ເຮັດປູດອງ ໃຫ້ແຊບກໍ່ບໍ່ແມ່ນເລື່ອງງ່າຍ. ການ ເຮັດປູດອງ ຕ້ອງໃຊ້ເວລາປະມານ 1 ອາທິດແມ່ນສາມາດກິນໄດ້ແລ້ວ. ເມື່ອກິນປູດອງ ຈະຕ້ອງຄົນເອືອບກັບໝາກນາວ, ກະທຽມ, ໝາກເຜັດ, ໝາກນັດ, ນ້ຳຕານ…. ໂຕປູ ຈຶ່ງຈະບໍ່ເຄັມຫຼາຍ ແລະ ລົດຊາດຈະຫອມ ແລະ ແຊບກ່ວາ.

     ປະຈຸບັນ, ຊາວເທດສະບານເມືອງ ແຣກກົກ ໄດ້ຂາຍຢູ່ຕະຫຼາດດ້ວຍ 2 ຜະລິດຕະພັນຄື: ປູດອງເປັນໂຕ ແລະ ປູດອງທີ່ປະສົມເຄື່ອງປຸງແລ້ວ. ຜະລິດຕະພັນປູດອງ ຂອງແຂວງ ກາເມົາ ໄດ້ຮັບຄວາມນິຍົມທີ່ສຸດຈາກລູກຄ້າ. ທ່ານ ລາກວກແຄງ ຮອງປະທານສະມາ ຄົມຊາວກະສິກອນເມືອງ ງອກຫຽນ ໃຫ້ຮູ້ວ່າ:

   ໂຕປູແມ່ນມີໃນທຳມະຊາດ, ປຊຊ ໄດ້ເອົາມາເຮັດປູດອງ ແລ້ວເຫັນວ່າແຊບຫຼາຍ. ຊາວພາກໃຕ້ມັກກິນປູດອງຍ້ອນລົດຊາດຫອມ, ກິນງ່າຍ. ແຕ່ໂຕປູກໍ່ມີຕາມລະດູການ, ບໍ່ເປັນເຈົ້າການໃນດານປຸງແຕ່ງໄດ້. ສະນັ້ນ, ບັນດາຮາກຖານເຮັດປູດອງ ຕ້ອງພ້ອມກັບອົງການທີ່ມີສ່ວນກ່ຽວຂ້ອງ ສ້າງເຄື່ອງໝາຍການຄ້າໃຫ້ແກ່ຜະລິດຕະພັນນີ້.

    ໃນກາງປີ 2020, ອາຊີບເຮັດປູດອງ ຂອງ ປຊຊ ແຂວງ ກາເມົາ ໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸແຫ່ງຊາດ. ຈາກນັ້ນ, ຜະລິດຕະພັນປູດອງ ນັບມື້ນັບເປັນທີ່ຮູ້ຈັກຂອງຫຼາຍຄົນ. ພະແນກວັດທະນະທຳ-ກິລາ ແລະ ທ່ອງທ່ຽວ ກາເມົາ ພ້ອມກັບ ຄະນະກຳມະການ ປຊຊ ເມືອງ ງອກຫຽນ ພວມມີແຜນການສ້າງບັນດາໝູ່ບ້ານເຮັດອາຊີບປູດອງ ທີ່ເປັນມູນເຊື້ອ, ສົມທົບກັບການໂຄສະນາ, ແນະນຳຜະລິດຕະພັນ ຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວ.

ຕອບກັບ