ປຊຊ ຕາແສງ ບາວຮຶງ ເດັດຊາ ບາດຕຽນ (ພາບ: TTXVN)
|
ແຂວງ ອຽນບາຍ ມີກ່ວາ 30 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ. ອີງຕາມແຕ່ລະເຂດ, ແຕ່ລະຮີດຄອງປະເພນີ, ແຕ່ລະຊົນເຜົ່າໄດ້ສ້າງໃຫ້ມີບັນດາອາຊີບພື້ນເມືອງທີ່ບັນຈຸຄຸນຄ່າດ້ານວັດທະນະທຳ-ຊີວິດໃນແຕ່ລະຜະລິດຕະພັນ.
ໃນເວລາກ່ວາ 10 ປີທີ່ໄດ້ປູກແນວພັນຕົ້ນຊາບາດຕຽນໃໝ່ ດ້ວຍຄວາມຫວັງຫຼາຍຢ່າງນັ້ນ, ປະຈຸບັນ, ຄອບຄົວທ່ານ ຫວຸ້ງອກເຕ່ ຢູ່ເມືອງ ເຈິນອຽນ ພວມເກັບກ່ຽວຜົນງານທຳການຜະລິດຢ່າງໃຫ່ຍຫຼວງ. ຈາກເນື້ອທີ່ປູກຊາບາດຕຽນ 720 ຕາແມັດ ໃນເບື້ອງຕົ້ນ, ມາຮອດປະຈຸບັນ, ຄອບຄົວທ່ານໄດ້ຂະຫຍາຍກ້ວາງເປັນເນື້ອທີ່ເກືອບ 10 ເຮັກຕາ, ແຕ່ລະປີກໍ່ມີລາຍຮັບກ່ວາ 200 ລ້ານດົ່ງ, ສູງກ່ວາຕົ້ນໄມ້ກະສິກຳທຸກຊະນິດທີ່ໄດ້ປູກຢູ່ທ້ອງຖິ່ນ. ທ່ານ ຫວຸ້ງອກເຕ່ ແບ່ງປັນວ່າ:
ເມື່ອກະກຽມເດັດຊາ ຕ້ອງຈັດແບ່ງແຮງງານກ່ອນ, ນອກຈາກຜູ້ຄົນໃນຄອບຄົວແລ້ວ ຕ້ອງມີຊາວບ້ານໃກ້ຄຽງມາຊ່ວຍຕື່ມອີກ ແລ້ວຜັດປ່ຽນກັນໄປເດັດຊາຢູ່ບ້ານອື່ນ. ຕ້ອງເດັດແຕ່ຍາມຮຸ່ງເຊົ້າ, ເມື່ອແດດຂຶ້ນແລ້ວຄຸນນະພາບຂອງຊາຈະບໍ່ດີ. ຕອນບ່າຍຈະສຸມໃສ່ການປຸງແຕ່ງເທົ່ານັ້ນ.
ໃນທົ່ວຕາແສງ ບາວຮືງ, ເມືອງ ເຈິນອຽນ ແມ່ນບັນດາເຂດປູກຊາບາດຕຽນ ທີ່ຂຽວອຸ່ມທຸ່ມ ຢູ່ລຽບຕາມເຂດໂນນພູ. ທົ່ວຕາແສງມີກ່ວາ 300 ຄອບຄົວທຳການຜະລິດຊາດ້ວຍເນື້ອທີ່ກ່ວາ 100 ເຮັກຕາ ຊື່ງລ້ວນແຕ່ແມ່ນແນວພັນຊາໃໝ່ ແລະ ສ່ວນຫຼາຍແມ່ນຊາບາດຕຽນ ຄຸນນະພາບສູງ. ຊາວກະສິກອນຢູ່ທີ່ນີ້ ໄດ້ສ້າງເປັນບັນດາຜະລິດຕະພັນຊາຂຽວ OCOP ທີ່ມີຄຸນນະພາບສູງ (ໂຄງການໜຶ່ງຕາແສງ ໜຶ່ງຜະລິດຕະພັນ), ມີເຄື່ອງໝາຍການຄ້າ, ບໍ່ພຽງແຕ່ໄດ້ຂາຍຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງບັນລຸມາດຖານສົ່ງອອກໄປຍັງ ເອີລົບ ອີກດ້ວຍ.
ໃນຂະນະນັ້ນ, ຕາແສງ ເຢີຍຟຽນ ກໍ່ໄດ້ເປັນທີ່ຮູ້ຈັກກັນດີວ່າ ແມ່ນໝູ່ບ້ານຊົນນະບົດແຫ່ງທຳອິດຂອງນະຄອນ ອຽນບາຍ ດ້ວຍມູນເຊື້ອປູກ ແລະ ປຸງແຕ່ງລ້ອນດາວ. ປະຈຸບັນ, ໝູ່ບ້ານອາຊີບນີ້ມີ 68 ຄອບຄົວຜະລິດ, ດຳເນີນທຸລະກິດເສັ້ນລ້ອນດາວ ແລະ ແຕ່ລະປີໄດ້ສະໜອງຜະລິດຕະພັນປະມານ 400-450 ໂຕນ ໃຫ້ແກ່ຕະຫຼາດນຳມາເຊິ່ງລາຍຮັບເກືອບ 1.3 ລ້ານໂດລາສະຫະລັດ. ຍ້ອນໄດ້ຜະລິດເສັ້ນລ້ອນດາວ, ຫຼາຍຄອບຄົວກໍ່ຮັ່ງມີຂຶ້ນ, ມີລາຍຮັບແຕ່ 2.100-2.900 ໂດລາສະຫະລັດ/ປີ. ປ້າ ຟ້າມທິທູຮ່າ, ສະມາຊິກສະຫະກອນເສັ້ນລ້ອນດາວ ເຢີຍຟຽນ ໃຫ້ຮູ້ວ່າ:
ໝູ່ບ້ານອາຊີບເຮັດເສັ້ນລ້ອນ ເຢີຍຟຽນ ໄດ້ມີມາແຕ່ດົນນານແລ້ວ. ເມື່ອກ່ອນ,
ລຸ້ນພໍ່ລຸ້ນອ້າຍໄດ້ປູກຫົວສາຄູຢູ່ເຂດດິນຢູ່ແຄມຝັ່ງແມ່ນ້ຳແດງ ເພື່ອຮັບໃຊ້ການລ້ຽງສັດ, ຫຼັງຈາກນັ້ນ ກໍ່ຄິດອອກວິທິເຮັດເສັ້ນລ້ອນ ແຕ່ໃນເບື້ອຕົ້ນໄດ້ຜະລິດແບບຫັດຖະກຳ, ຫຼັງຈາກນັ້ນ ຈຶ່ງພັດທະນາເປັນໝູ່ບ້ານອາຊີບ, ຮອດປີ 2013 ຈຶ່ງໄດ້ຮັບຮູ້ວ່າເປັນໝູ່ບ້ານອາຊີບ. ຈຳນວນຮາກຖານຜະລິດຫລຸດລົງ ແຕ່ປະລິມານການຜະລິດເພີ່ມຂຶ້ນ ແລະ ຂອບຂະໜາດກໍ່ໃຫ່ຍກ່ວາ.
ພັດທະນາອາຊີບເຮັດພາບຫີນເພັດນິນຈີນດາ (ພາບ: VOV)
|
ແຂວງ ອຽນບາຍ ຍັງມີຊື່ສຽງດ້ວຍບັນດາຫີນທີ່ມີຄ່າຄື: Ruby, Sapphire, Spinel, ຫີນຂາວ… ຈາກທ່າໄດ້ປຽບນີ້, ໃນຫຼາຍສີບປີທີ່ຜ່ານມາ, ຊາວບ້ານ ລຸກອຽນ ໄດ້ເລີ່ມຜະລິດ, ຄັວດສະຫຼັກ, ຕິດຫີນເປັນບັນດາຜະລິດຕະພັນເຄື່ອງຂອງທີ່ລະນຶກ, ມາວາງສະແດງ. ປະຈຸບັນ, ຢູ່ ລຸກອຽນ ມີບັນດາໝູ່ບ້ານຜະລິດ, ແກະຄັວດສະຫຼັກຫີນ, ເຮັດພາບຫີນເພັດນິນຈິນດາດ້ວຍນັບສິບປະເພດສິນຄ້າ, ຜະລິດຕະພັນທີ່ມີລາຄາແຕ່ສິບລ້ານ, ຮ້ອຍລ້ານຕະຫຼອດຮອດຕື້ດົ່ງຕໍ່ຜະລິດຕະພັນໜຶ່ງ. ເອື້ອຍ ຫງວຽນທິຫຼີເວິນ, ໜຶ່ງໃນບັນດານາຍຊ່າງເຮັດພາບຫີນເພັດນິນຈິນດາທີ່ອຸດົມໄປດ້ວຍປະສົບການ ໃຫ້ຮູ້ວ່າ:
ຖ້າຢາກເຮັດພາບໜຶ່ງສຳເລັດຕ້ອງຜ່ານ 3 ຂັ້ນຕອນ, ລວມມີ: ເລືອກຫີນ, ສ້າງເປັນພາບ ແລະ ຢອດກາວໃສ່. ວຽກງານນີ້ຮຽກຮ້ອງຕ້ອງເຮັດລະອຽດທີ່ສຸດ ແລະ ກໍ່ຕ້ອງມີຈິນຕະນາການ, ຖ້າຜູ້ໃດມີຄວາມປະດິດຄິດສ້າງ, ມີສີລະປະຈຶ່ງຈະເຮັດເປັນພາບທີ່ງາມກ່ວາ.
ບັນດາໝູ່ບ້ານອາຊີບພື້ນເມືອງຢູ່ເຂດພູດອຍ ອຽນບາຍ ໄດ້ຄົງຕົວມາແຕ່ດົນນານ ແລະ ແມ່ນສ່ວນໜຶ່ງຂອງວັດທະນະທຳຂອງຊາດ. ບັນດາໝູ່ບ້ານອາຊີບມູນເຊື້ອນີ້ ພວມປະກອບສ່ວນບໍ່ແມ່ນໜ້ອຍ ເຂົ້າໃນການພັດທະນາເສດຖະກິດທ້ອງຖິ່ນ. ທ່ານ ຫງວຽນດຶດດ້ຽນ ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ອຽນບາຍ ໃຫ້ຮູ້ວ່າ:
ຄຸນຄ່າສູງສຸດຂອງບັນດາໝູ່ບ້ານອາຊີບໃນປະຈຸບັນ ແມ່ນໄດ້ເສີມຂະຫຍາຍຄຸນຄ່າທີ່ເປັນມູນເຊື້ອ ແລະ ຄວາມສາມາດບົ່ມຊ້ອນຂອງຜະລິດຕະພັນຢູ່ທ້ອງຖິ່ນ, ນັ້ນແມ່ນຈາກບັນດາຜະລິດຕະພັນຂອງໝູ່ບ້ານອາຊີບນີ້ ຈະສ້າງບັນດາຜະລິດຕະພັນ OCOP. ຄຽງຄູ່ກັນນັ້ນ ກໍ່ໄດ້ຕິດພັນບັນດາໝູ່ບ້ານອາຊີບ ກັບເສດຖະກິດການທ່ອງທ່ຽວ, ຕິດພັນໝູ່ບ້ານອາຊີບ ກັບການເຄື່ອນໄຫວວັດທະນະທຳພື້ນເມືອງ ເພື່ອສ້າງຄຸນນະພາບຊີວິດທາງດ້ານວັດຖຸ ແລະ ຈິດໃຈຢູ່ເຂດຊົນນະບົດ.
ບັນດາໝູ່ບ້ານອາຊີບຢູ່ ອຽນບາຍ ພວມຫັນປ່ຽນເພື່ອເຊື່ອມໂຍງ, ສ້າງໃຫ້ມີບັນດາຜະລິດຕະພັນສືບທອດສິ່ງທີ່ຢອດຢ້ຽມ, ບົດຮຽນປະສົບການທີ່ເປັນມູນເຊື້ອ, ທັງມີລັກສະນະທັນສະໄໝ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້. ນີ້ກໍ່ແມ່ນວິທີເພື່ອບັນດາໝູ່ບ້ານອາຊີບຢູ່ ອຽນບາຍ ພັດທະນາແບບຍືນຍົງ, ສ້າງວຽກເຮັດງານທຳ ແລະ ລາຍຮັບເປັນປົກກະຕິໃຫ້ແກ່ ປຊຊ./.