ເຊີນລາ ມີເນື້ອທີ່ປູກຕົ້ນໄມ້ກິນໝາກກ່ວາ 84.000 ເຮັກຕາ-ຢືນອັນດັບ 1 ໃນພາກເໜືອ ແລະ ອັນດັບ 2 ໃນປະເທດຫວຽດນາມ (ພາບ: VOV)
ຂ້າພະເຈົ້າຂໍແນະນຳລະບົບຫົດນ້ຳແບບອັດຕະໂນມັດຂອງຄອບຄົວຂ້າພະເຈົ້າ ແລະ ແຫຼ່ງນ້ຳນີ້ແມ່ນເອົາມາຈາກນ້ຳຫ້ວຍຈົນໄປຮອດຄອງເໝືອງປະມານ 1 ກມ. ເມື່ອປູກຕົ້ນໝາກໝັ້ນ ຕ້ອງຮັບປະກັນການຫົດນ້ຳເປັນປະຈຳ, ເພື່ອໃຫ້ຕົ້ນໝາກໝັ້ນພັດທະນາເຕີບໂຕດີ, ເປັນໝາກໃຫ່ຍ, ກອບ, ຫວານ.
ເພື່ອປູກຕົ້ນໝາກໝັ້ນ, ໝາກມ່ວງ, ໝາກລຳໄຍ… ຢູ່ເປີ້ນພູ, ຄອບຄົວອ້າຍ ວີ່ວັນຫວຽດ ຊາວເຜົ່າ ຊິງມູນ ຢູ່ບ້ານບອນຄຳ, ຕາແສງຟຽງຄ່ວາຍ, ເມືອງອຽນເຈົາ, ແຂວງເຊີນລາ ໄດ້ຊອກຮູ້, ຮຽນຮູ້ ແລະ ລົງທຶນສ້າງລະບົບຫົດນ້ຳແບບອັດຕະໂນມັດຢູ່ສວນປູກຕົ້ນໄມ້ຂອງຄອບຄົວຕົນ ດ້ວຍລາຄານັບສິບຕື້ດົ່ງ, ໃນນັ້ນ ເນື້ອທີ່ປູກຕົ້ນໝາກໝັ້ນແມ່ນກ່ວາ 1 ເຮັກຕາ ລາຄາຂາຍໝາກໝັ້ນແມ່ນແຕ່ 70.000-80.000 ດົ່ງ/ໂລ ໄດ້ຊ່ວຍໃຫ້ຄອບຄົວອ້າຍ ກາຍເປັນຜູ້ຮັ່ງມີຢູ່ເຂດດິນແດນບ້ານບອນຄຳ. ອ້າຍ ວີ່ວັນຫວຽດ ໃຫ້ຮູ້ວ່າ:
ກ່ອນນີ້, ຄອບຄົວຂອງຂ້າພະເຈົ້າໄດ້ປູກສາລີ, ມັນຕົ້ນເປັນສ່ວນຫຼາຍ ແຕ່ປະສິດທິຜົນດ້ານເສດຖະກິດບໍ່ດີ. ຜ່ານການຄົ້ນຄ້ວາ ແລະ ໄປຮ່ຳຮຽນຮູບແບບປູກໝາກໝັ້ນ, ຂ້າພະເຈົ້າຈຶ່ງມາລົງທຶນປູກຕົ້ນໝາກໝັ້ນ. ຜ່ານມາ, ເຖິງວ່າ ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດກໍ່ຕາມ ແຕ່ຍັງມີລາຍຮັບເຖິງ 200 ລ້ານດົ່ງ/ປີ.
ອ້າຍຟ້າມວັນເຢືອງ ປະທານສະຫະກອນລຳໄຍດໍບາວເຢືອງ-ຊົງມ້າ-ເຊີນລາ (ພາບ: VOV)
ເສດຖີເງິນຕື້ໜຸ່ມ ຟ້າມວັນເຢືອງ, ປະທານສະຫະກອນໝາກລຳໄຍດໍ (ສຸກກ່ອນລະດູ) ບາວເຢືອງ ຢູ່ບ້ານ ຈ້າຍຢົງ, ຕາແສງນ່າງີ້ວ, ເມືອງຊົງມ້າ, ແຂວງເຊີນລາ ກໍ່ແມ່ນຊາວກະສິກອນແບບຢ່າງ. ໂດຍໄດ້ປະຕິບັດຕາມແຜນນະໂຍບາຍຫັນປ່ຽນຜົນລະປູກ ແລະ ປູກຕົ້ນໄມ້ກິນໝາກແບບກະເສດສຸມຢູ່ເຂດດິນໂຄກ; ໂດຍໄດ້ໝູນໃຊ້ທ່າໄດ້ປຽບກ່ຽວກັບເນື້ອທີ່ປູກຕົ້ນໝາກລຳໄຍທີ່ເປັນມູນເຊຶ້ອຂອງທ້ອງຖິ່ນ ແລະ ຈາກຄວາມຄາດຫວັງ ຢາກບືນຕົວຂຶ້ນຂອງໄວໜຸ່ມນັ້ນ, ອ້າຍເຢືອງ ໄດ້ກ້າຫານທີ່ຈະຊອກຮູ້ຮາໍ່ຮຽນ ເພື່ອກາຍເປັນຜູ້ທຳອິດທີ່ຜັນຂະຫຍາຍຮູບແບບການປູກຕົ້ນໝາກລຳໄຍດໍ (ສຸກກ່ອນລະດູ) ທີ່ໃຫ້ປະສິດທິຜົນສູງ ຢູ່ເຂດຊາຍແດນແຫ່ງນີ້. ອ້າຍ ຟ້າມວັນເຢືອງ ໃຫ້ຮູ້ວ່າ:
ທຳອິດ ຂ້າພະເຈົ້າກໍ່ປູກຕົ້ນລຳໄຍ ດໍ (ສຸກກ່ອນລະດູ) ຄືກັນກັບຕົ້ນລຳໄຍທຳມະດາ ແຕ່ບໍ່ປະສົບຜົນສຳເລັດ. ຂ້າພະເຈົ້າໄດ້ໄປຊອກຮູ້ຮ່ຳຮຽນວິທີບົວລະບັດຮັກສາ ຢູ່ພາກໃຕ້ສອງຄັ້ງ ແລະ ເອົາຢາມານຳໃຊ້ພ້ອມ ກໍ່ເຫັນວ່າເໝາະສົມ. ໃນເວລາອອກດອກ ກໍ່ມີວີທີບົວລະບັດ ແລະ ຕັດງ່າຢ່າງຖືກວິທີ, ໝາກຈຶ່ງໃຫ່ຍ ແລະ ຂາຍໄດ້ລາຄາດີ.
ພາຍຫຼັງກ່ວາ 6 ປີໄດ້ຕັດຕໍ່ແນວພັນຕົ້ນລຳໄຍດໍ (ສຸກກ່ອນລະດູ) ໃສ່ກັບຕົ້ນລຳໄຍມູນເຊື້ອ ທີ່ມີຢູ່ທ້ອງຖິ່ນ, ມາຮອດປະຈຸບັນ, ເນື້ອທີ່ປູກຕົ້ນລຳໄຍທັງໝົດ 13 ເຮັກຕາຂອງສະຫະກອນ ໂດຍອ້າຍເປັນປະທານ ລ້ວນແຕ່ຫັນໄປປູກຕົ້ນລຳໄຍສຸກກ່ອນລະດູທັງໝົດ. ໃນລະດູການເກັບກ່ຽວປີ 2022 ນີ້, ດ້ວຍລາຄາຂາຍເປັນປົກກະຕິແມ່ນແຕ່ 30-40.000 ດົ່ງ/ໂລ, ອ້າຍ ແລະ ບັນດາສະມາຊິກໃນສະຫະກອນໄດ້ຮັບຈຳນວນເງິນນັບເປັນຕື້ດົ່ງ:
ຕົ້ນໄມ້ຊະນິດນີ້ເມື່ອອອກໝາກ ຕ້ອງຫົດນ້ຳຈົນຮອດໃກ້ຈະຮອດລະດູເກັບກ່ຽວ. ຕົ້ນລຳໄຍທຳມະດາ ຈະທົນແຫ້ງແລ້ງໄດ້ປະມານ 1 ເດືອນ ແຕ່ສຳລັບຕົ້ນລຳໄຍ ດໍ (ສຸກກ່ອນລະດູ), ໃນເວລາ 1 ເດືອນຖ້າບໍ່ຫົດນ້ຳ, ໝາກຈະບໍ່ໃຫ່ຍອີກ.
ຕາມທ່ານຫງວຽນແທັງກົງ, ຮອງປະທານຄະນະກຳມະການ ປຊຊ ແຂວງ ເຊີນລາ ແລ້ວ, ປະຈຸບັນ, ຈາກການປູກຕົ້ນໄມ້ກິນໝາກ, ທາງແຂວງມີຊາວກະສິກອນປະມານ 30% ມີລາຍຮັບເປັນປົກກະຕິ, ຄອບຄົວພໍຢູ່ພໍກິນ, ໃນນັ້ນ ມີຫຼາຍຄອບຄົວມີລາຍຮັບແຕ່ 200 ລ້ານດົ່ງຂຶ້ນໄປ, ຈຳນວນຄອບຄົວມີລາຍຮັບຮອດຕື້ດົ່ງໃນແຕ່ລະປີ ແມ່ນມີຫຼາຍ:
ບັນດາຄອບຄົວປູກຕົ້ນໝາກມ່ວງ, ໝາກລຳໄຍ, ໝາກຂຽບກໍ່ມີລາຍຮັບປະມານ 200-300 ລ້ານດົ່ງ, ພິເສດແມ່ນປູກຕົ້ນໝາກຂຽບກໍ່ໄດ້ກ່ວາ 1 ຕື້ດົ່ງ. ສິ່ງດັ່ງກ່າວກໍ່ເປັນການຢັ້ງຢືນປະສິດທິຜົນໃນການຈັດຕັ້ງປະຕິບັດ ແລະ ບັນດາໝາກຜົນທີ່ບັນລຸໄດ້ນັ້ນ ໄດ້ປະກອບສ່ວນເຂົ້າໃນການເຕີບໂຕໃນການຜະລິດ; ພ້ອມທັງຍົກສູງລາຍຮັບຂອງ ປຊຊ, ສະຫະກອນ ແລະ ວິຫາສະກິດ ໃນເຂດດິນແດນຂອງຕົນເອງ.
ໃນປີ 2022, ທົ່ວແຂວງ ເຊີນລາ ມີ 28.300 ກ່ວາຄອບຄົວຊາວກະສິກອນທຳການຜະລິດ, ດຳເນີນທຸລະກິດເກັ່ງ ຊື່ງໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານກ່ວາ 12.000 ຄົນ; ຊ່ວຍເຫຼືອດ້ານທຶນຮອນ, ເບ້ຍໄມ້, ແນວພັນສັດລ້ຽງ ແລະ ບົດຮຽນປະສົບການໃນການຜະລິດໃຫ້ແກ່ບັນດາຄອບຄົວທຸກຍາກ. ດັ່ງນັ້ນ, ແຕ່ລະປີ, ທົ່ວແຂວງມີກ່ວາ 1.000 ຄອບຄົວຊາວກະສິກອນ ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ./.