ເພື່ອເຮັດຫວີອັນນ້ອຍໆຈາກເຂົາສັດ, ນາຍຊ່າງໝູ່ບ້ານ ທຸຍອຶງ ຕ້ອງຜ່ານ 30 ຂັ້ນຕອນ, ແຕ່ລະຂັ້ນຕອນໄດ້ຮຽກຮ້ອງຄວາມລະອຽດລະອໍ, ຊັດເຈນທີ່ສຸດ. ວັດຖຸດິບເພື່ອເຮັດຫວີສ່ວນຫຼາຍແມ່ນເຂົາ ແລະ ເລບຕີນຄວາຍ, ງົວທີ່ໄດ້ເກັບຊື້ຈາກເຂດພູດອຍທາງພາກເໜືອ ຫວຽດນາມ, ບາງເທື່ອກໍ່ຕ້ອງນຳເຂົ້າຈາກ ລາວ, ໄທ, ກຳປູເຈຍ ແລະ ບັນດາປະເທດອາຟຼິກກາ ເພື່ອຮັບໃຊ້ໃຫ້ແກ່ການຜະລິດ. ຫວີທີ່ເຮັດຈາກເຂົາສັດ ຈະມີມູນຄ່າສູງກວ່າເຮັດຈາກເລັບຕີນງົວ, ຄວາຍ. ອ້າຍ ຫງວຽນແທງຈຸງ, ນາຍຊ່າງໝູ່ບ້ານ ທຸຍອຶງ ໃຫ້ຮູ້ວ່າ:
ເຂົາງົວ ເຂົາຄວາຍ ທີ່ບັນລຸມາດຖານແມ່ນຕ້ອງມີຄວາມໜາ ແລະ ກ້ວາງຢ່າງພຽງພໍ, ອີງຕາມຄຸນນະພາບຂອງວັດຖຸດິບ ແລະ ແຫຼ່ງສະໜອງ. ປະຈຸບັນ, ເຂົາຄວາຍເຜືອກແມ່ນຫາຍາກ, ແຕ່ມີລາຄາແພງ ແລະ ຄຸນນະພາບກໍ່ສູງກວ່າໝູ່.
ເພື່ອເຮັດຫວີນັ້ນ, ທຳອິດ, ຕ້ອງຕັດ 2 ສົ້ນຂອງເຂົາ, ເອົາແຕ່ສ່ວນກາງຂອງເຂົາ ຊື່ງມີຄວາມໜາປະມານ 4-5 mm. ຫຼັງຈາກນັ້ນຈະຕັດຕາມລວງຍາວເປັນ 2 ປ່ຽງ ແລ້ວນາຍຊ່າງຈະຕັດອອກເປັນປ່ຽງນ້ອຍກ່ວາເພື່ອເຮັດຫວີ.
ກ່ອນທີ່ຈະເຮັດຫວີ, ຕ້ອງເຮັດໃຫ້ເຂົາອ່ອນກ່ອນ. ເມື່ອກ່ອນ, ຊາວບ້ານ ທຸຍອຶງ ເຮັດໃຫ້ເຂົາອ່ອນດ້ວຍວິທີໝັກດ້ວຍຂີ້ເທົ່າ. ແຕ່ປະຈຸບັນ ແມ່ນເຮັດດ້ວຍນຳມັນທີ່ຟົດຮ້ອນໃນອຸນຫະພູມສູງ ສະເລ່ຍແມ່ນ 200 ອົງສາ ປະມານ 4-5 ນາທີແລ້ວຕ້ອງແຊ່ນ້ຳເຢັນ. ອ້າຍ ຫງວຽນແທງຈຸງ, ນາຍຊ່າງໝູ່ບ້ານ ທຸຍອຶງ ແບ່ງປັນຕື່ມອີກວ່າ:
ນ້ຳມັນຮ້ອນຈະມີອຸນຫະພູມສູງກ່ວານ້ຳ ຊື່ງມີອຸນຫະພູມພຽງພໍເພື່ອເຮັດໃຫ້ເຂົາອ່ອນໄດ້ ແລະ ໃນນ້ຳມັນເຂົາຈະບໍ່ປ່ຽນຄຸນນະພາບ.
ພາຍຫຼັງເຮັດໃຫ້ເຂົາງົວຄວາຍອ່ອນແລ້ວ, ຈະຕ້ອງເອົາໃສ່ເຄື່ອງຮີດ (ເຄື່ອງອັດ ໄຮໂດລິກ) ເພື່ອອັດໃຫ້ພຽງ ແລະ ບາງ. ຮູບແບບຂອງຫວີ ຈະໄດ້ຄວັດແກະແຕ້ມດ້ວຍສໍດຳໃນໜ້າເຂົາທີ່ໄດ້ຕັດໃຫ້ພຽງແລ້ວ. ຕາມປະສົບການຂອງຊາວບ້ານ ທຸຍອຶງ, ຖ້າເຮັດບໍ່ຖືກຕາມລວງຂອງເຂົາ ກໍ່ຈະເຮັດໃຫ້ຫວີຫັກງ່າຍ ແລະ ກົງກັນຂ້າມ ຖ້າເຮັດຖືກຕາມລວງຂອງເຂົາ ຫວີຈະທົດທານ ແລະ ງາມກ່ວາ.
ມູນຄ່າຂອງແຕ່ລະຜະລິດຕະພັນຫວີທີ່ເຮັດຈາກເຂົາ ບໍ່ມີລາຄາແພງຍ້ອນວັດຖຸດິບ, ຫາກແພງຍ້ອນຄ່າແຮງງານ. ພາຍຫຼັງເຮັດແຂ້ວຫວີແລ້ວ ຈະນຳໄປແຊ່ນ້ຳໃນເວລາປະມານ 1 ຊົ່ວໂມງ ຫຼັງຈາກນັ້ນເອົາໄປຝົນໃຫ້ລຽບທັງສອງເບື້ອງ. ອ້າຍ ຫງວຽນວັນທາຍ ຊາວບ້ານ ທຸຍອຶງ ໃຫ້ຮູ້ວ່າ:
ກ່ອນອື່ນໝົດແມ່ນເຮັດໃຫ້ເປັນຮູບຂອງຫວີ, ຕ້ອງເຮັດໃຫ້ຫວີພຽງ ແລ້ວຈຶ່ງເຮັດແຂ້ວຂອງຫວີ, ຫຼັງຈາກນັ້ນ ກໍ່ຕ້ອງຝົນອີກເທື່ອໜຶ່ງ.
ຕາມແຕ່ຫວີແຕ່ລະແບບ, ນາຍຊ່າງຈະໃຊ້ເລື່ອຍປະເພດຕ່າງໆເພື່ອເຮັດແຂ້ວຫວີ ເຂິ່ງແມ່ນຂັ້ນຕອນຮຽກຮ້ອງເຕັກນິກສູງທີ່ສຸດຂອງນາຍຊ່າງ. ໃນໂຮງງານຜະລິດ, ບໍ່ແມ່ນຜູ້ໃດກໍ່ເຮັດເຕັກນິກນີ້ໄດ້:
ສອງຝາມືຂອງນາຍຊ່າງຕ້ອງເຮັດດຸ່ນດ່ຽງກັນ, ແຂ້ວຫວີຈຶ່ງຈະສະເໝີ, ຖ້າເຮັດຜິດດ່ຽງ ແຂ້ວຫວີຈະບໍ່ງາມ, ຈະເປັນແຂ້ວໃຫ່ຍແຂ້ວນ້ອຍ.
ມາດຖານຂອງຫວີງາມອັນໜຶ່ງ ກ່ອນອື່ນໝົດແມ່ນແຂ້ວຫວີຕ້ອງສະເໝີກັນ, ບໍ່ແຫຼມແຕ່ກໍ່ບໍ່ປູ້ເກີນໄປ. ມັນຕ້ອງກົມ, ສະເໝີກັນ ແລະ ຕີນແຂ້ວຕ້ອງຊື່.
ພາຍຫຼັງເຮັດແຂ້ວຂອງຫວີ, ຕ້ອງຜ່ານການຝົນ 4 ເທື່ອ, ໃນນັ້ນ 2 ເທື່ອແມ່ນຝົນນ້ຳ ແລະ 2 ເທື່ອຝົນແຫ້ງ ຊື່ງລ້ວນແຕ່ໄດ້ເຮັດດ້ວຍມື, ຂັ້ນຕອນນີ້ແມ່ນສ້າງຄວາມພຽງ ແລະ ຄວາມເງົາງາມ. ອ້າຍ ຫງວຽນແທງຈຸງ, ນາຍຊ່າງໝູ່ບ້ານ ທຸຍອຶງ ໃຫ້ຮູ້ວ່າ:
ຫວີຕ້ອງມີຄວາມເງົາງາມ ແລະ ບໍ່ມີຮອຍ. ທຳມະດາແລ້ວ, ຢູ່ໃນເຂົາມັກມີຫຼາຍຮູ ແລະ ຮອຍນ້ອຍ. ຫວີມີຄຸນນະພາບສູງແມ່ນບໍ່ມີຮອຍນັ້ນ. ຫວີທີ່ມີມູນຄ່າສູງກວ່າໝູ່ແມ່ນມີສີຂາວໃສ, ອອກສີເຫຼືອງງາຊ້າງໜ້ອຍໜຶ່ງ.
ຖ້າຫາກວ່າ ກ່ອນນີ້ ບັນດາຜະລິດຕະພັນເຮັດຈາກເຂົາສັດຂອງໝູ່ຍ້ານ ທຸຍອຶງ ມີພຽງແຕ່ຫວີ ດ້ວຍບັນດາຮູບແບບທີ່ງ່າຍດາຍນັ້ນ, ແຕ່ປະຈຸບັນ, ພັດປະກົດມີບັນດາຮູບແບບຫວີທີ່ຄວັດແກະລວດລາຍທີ່ອຸດົມສົມບູນ. ຫວີເຂົາສັດຂອງໝູ່ບ້ານ ທຸຍອຶງ ໄດ້ສົ່ງອອກໄປຍັງ ສ.ເກົາຫຼີ, ຍີ່ປຸ່ນ, ຈີນ ອີກດ້ວຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ນາຍຊ່າງໝູ່ບ້ານ ທຸຍອຶງ ບໍ່ພຽງແຕ່ໄດ້ສືບທອດເຕັກນິກຂອງຄົນລຸ້ນກ່ອນເທົ່ານັ້ນ ຫາກຍັງໄດ້ປະດິດສ້າງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ບັນດາຜະລິດຕະພັນຂອງໝູ່ບ້ານ ຍາມໃດກໍ່ມີໜ້າໃນຊີວິດຍຸກປະຈຸບັນ ອີກດ້ວຍ./.