ຊາວ​ເຜົ່າ​ຢ້າວຢູ່​ບ້ານ​ຕຸ່ນ​ເຈນ, ເມືອງວັນ​ບ່ານ, ແຂວງ​ລາວ​ກາຍ ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຜ່ານ​ບັນ​ດາ​ໂຄງ​ການ​ກະ​ສິ​ກຳ

Chia sẻ
(VOVWORLD) - ບ້ານຕຸ່ນເຈນ ຕັ້ງຢູ່ຫ່າງຈາກໃຈກາງຕາແສງເຢືອງກຸ່ຍ, ເມືອງວັນບ່ານ, ແຂວງລາວກາຍໄປປະມານ 9 ກ່ວາກິໂລແມັດ, ປະຈຸບັນມີ 57 ຄອບຄົວຊົນເຜົ່າຢ້າວດຳລົງຊີວິດຢູ່ທີ່ນີ້. ໃນຊຸມປີທີ່ຜ່ານມາ, ດ້ວຍຄວາມເອົາໃຈໃສ່ລົງທຶນຈາກອຳນາດການປົກຄອງຂັ້ນຕ່າງໆ, ຜ່ານບັນດາໂຄງການພັດທະນາການລ້ຽງສັດ,ພ້ອມກັບການຜ່ານຜ່າຄວາມຫຍຸ້ງຍາກຂອງແຕ່ລະຄອບຄົວ, ຊີວິດການເປັນຢູ່ຂອງຊາວເຜົ່າຢ້າວຢູ່ທີ່ນີ້ ພວມມີການປ່ຽນແປງໄປຕາມແຕ່ລະວັນ.
ຊາວ​ເຜົ່າ​ຢ້າວຢູ່​ບ້ານ​ຕຸ່ນ​ເຈນ, ເມືອງວັນ​ບ່ານ, ແຂວງ​ລາວ​ກາຍ  ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຜ່ານ​ບັນ​ດາ​ໂຄງ​ການ​ກະ​ສິ​ກຳ - ảnh 1

ພາບ: Phương Liên/Laocaitv

   ຊາວເຜົ່າຢ້າວຢູ່ບ້ານຕຸ່ນເຈນໄດ້ຮູ້ຈັກເຖິງ ແມ່ນຜູ້ທີ່ມີຄວາມດຸໝັ່ນຂະຫຍັນ

ພຽນ ແລະ ມີນ້ຳໃຈສາມັກຄີ, ສະໜິດຕິດພັນກັນໃນວົງຄະນະຍາດ. ແຕ່ເຖິງແນວນັ້ນກໍ່ຕາມ, ຊີວິດການເປັນຢູ່ຂອງຊົນເຜົ່າຢ້າວຫຼາຍຄອບຄົວ ຢູ່ບ້ານຕຸ່ນເຈນ ມີການປ່ຽນແປງຢ່າງແທ້ຈິງ ໃນຂະນະທີ່ເຂົາເຈົ້າໄດ້ຮັບຄວາມເອົາໃຈໃສ່, ສ້າງເງື່ອນໄຂພັດທະນາເສດຖະກິດ ຜ່ານການໜູນຊ່ວຍຂອງບັນດາໂຄງການ. ປີ 2015, ສະມາຄົມຊາວກະສິກອນແຂວງລາວກາຍ ໄດ້ຜັນຂະຫຍາຍໂຄງການລ້ຽງມ້າເປັນສິນຄ້າ. ອ້າຍຈ້ຽວວ້ານເງິນ, ຊາວບ້ານຕຸ່ນເຈນ ໄດ້ກູ້ຢືມທຶນບຸລິມະສິດຈາກໂຄງການ ສົມທົບກັບແຫຼ່ງທຶນຂອງຄອບຄົວ, ອ້າຍຊື້ມ້າແມ່ພັນ 3 ໂຕ, ພາຍຫຼັງລ້ຽງມາໄດ້ 3 ປີ, ມ້າ 3 ໂຕດັ່ງກ່າວໄດ້ເກີດລູກ ແລະ ທ້າຍປີ 2018 ຜ່ານມາ, ອ້າຍເງິນ ຂາຍມ້າແມ່ພັນໄດ້ 65 ລ້ານດົ່ງ. ເມື່ອສົ່ງຄືນທຶນທີ່ໄດ້ກູ້ຢືມມາແລ້ວ, ປະຈຸບັນຄອບຄົວອ້າຍຍັງມີມ້າ 3 ໂຕ ແລະ ຄວາຍ 5 ໂຕ. ສັດລ້ຽງເກືອບທັງໝົດ ລ້ວນແຕ່ໄດ້ກິນຫຍ້າຕາມທຳມະຊາດ, ສະນັ້ນ, ຄອບຄົວອ້າຍເກືອບຄືວ່າ ບໍ່ໄດ້ລົງທຶນກ່ຽວກັບຄ່າໃຊ້ຈ່າຍຫຍັງທັງໝົດ. ນີ້ຖືວ່າ ແມ່ນແຫຼ່ງລາຍຮັບທີ່ຍືນຍົງ ເຊິ່ງໄດ້ຊ່ວຍໃຫ້ຄອບຄົວອ້າຍຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ບືນຕົວຂຶ້ນ ກາຍເປັນຄອບຄົວມີເສດຖະກິດດີຂອງບ້ານຕຸ່ນເຈນ, ອ້າຍຈ້ຽວວ້ານເງິນ ໃຫ້ຮູ້ວ່າ:

   ໃນເບື້ອງຕົ້ນຂ້າພະເຈົ້າໄດ້ລ້ຽງມ້າ 2 ໂຕ, ໂຄງການໃຫ້ກູ້ຢືມເງິນຊື້ມ້າມາລ້ຽງຕື່ມອີກ 3 ໂຕ. ແຕ່ລະປີກໍ່ຂາຍໄດ້ 2,3 ໂຕ, ໂຕໃຫ່ຍ 18 ລ້ານດົ່ງ, ໂຕນ້ອຍ 15 ລ້ານດົ່ງ, ການລ້ຽງສັດສ່ວນຫຼາຍແມ່ນປ່ອຍກິນຫຍ້າຕາມທຳມະຊາດ.

   ຍ້ອນເງື່ອນໄຂທຳມະຊາດອຳນວຍຄວາມສະດວກ, ສະນັ້ນ, ສັດລ້ຽງຢູ່ບ້ານຕຸ່ນເຈນ ລ້ວນແຕ່ໄດ້ປ່ອຍຢູ່ກິນຫຍ້າຢູ່ຕາມທົ່ງນາ, ບັນດາຄອບຄົວບໍ່ໄດ້ລົງທຶນຄ່າໃຊ້ຈ່າຍຫຍັງທັງໝົດ, ນີ້ຖືວ່າແມ່ນທ່າແຮງ ແລະ ແຫຼ່ງລາຍຮັບທີ່ຍືນຍົງເຊິ່ງຊ່ວຍໃຫ້ບັນດາຄອບຄົວຢູ່ບ້ານຕຸ່ນເຈນ ຫລຸດພົ້ນອອກຈາກຄວາມທຸກຍາກ.

   ເພື່ອຍົກສູງລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນໃນຕາແສງ, ຈາກແຫຼ່ງກອງທຶນພັດທະນາ ໂດຍສະມາຄົມຊາວກະສິກອນແຂວງລົງທຶນ, ສະມາຄົມຊາວກະສິກອນຕາແສງເຢືອງກຸ່ຍ ໄດ້ຜັນຂະຫຍາຍຮູບແບບລ້ຽງມ້າສຳເລັດໃນ 3 ປີຜ່ານມາ. ດ້ວຍແຫຼ່ງທຶນໄລຍະເບື້ອງຕົ້ນແມ່ນ 300 ລ້ານດົ່ງ, ມີ 10 ຄອບຄົວເຂົ້າຮ່ວມ, ພາຍຫຼັງໂຄງການສິ້ນສຸດໄລຍະທີ 1, ທຸກໆຄອບຄົວທີ່ກູ້ຢືມທຶນ ກໍ່ໄດ້ສົ່ງຄືນໝົດ. ໂດຍເຫັນໄດ້ປະສິດທິຜົນຈາກໂຄງການ, ກອງທຶນດັ່ງກ່າວ ໄດ້ສືບຕໍ່ ລົງທຶນຄືນໃໝ່ ດ້ວຍແຫຼ່ງທຶນບຸລິມະສິດແມ່ນ 800 ລ້ານດົ່ງ; ໄລຍະທີ 2 ໄດ້ເປີດກ້ວາງອອກ ແລະ ໃຫ້ 20 ກ່ວາຄອບຄົວຢູ່ບ້ານຕຸ່ນເຈນເຂົ້າຮ່ວມ. ປະຈຸບັນ, ພໍ່ແມ່ປະຊາຊົນໄດ້ສົ່ງຄືນທຶນກູ້ຢືມທັງ 2 ໄລຍະແລ້ວ ແລະ ທົ່ວບ້ານມີຝູງມ້າຂຶ້ນເຖິງ 120 ໂຕ. ທ່ານຮ່ວາງວັນມິນ ປະທານສະມາຄົມຊາວກະສິກອນຕາແສງເຢືອງກຸ່ຍ ໃຫ້ຮູ້ວ່າ:

   ລ້ຽງມ້າແມ່ນໂຄງການປະສົບຜົນສຳເລັດທີ່ສຸດ, ໃນໄລຍະຈະມາເຖິງ, ຕາແສງເຢືອງກຸ່ຍ ຈະສ້າງໂຄງການລ້ຽງປາ, ໃຫ້ 10 ຄອບຄົວຢູ່ບ້ານນາຮິນ ກູ້ຢືມທຶນປະມານ 500 ລ້ານດົ່ງ.

   ບ້ານຕຸ່ນເຈນ ມີ 57 ຄອບຄົວ, ໃນນັ້ນມີ 30 ກ່ວາຄອບຄົວພວມຮັກສາປະສິດທິຜົນຂອງຮູບການລ້ຽງມ້າຢູ່. ຄຽງຄູ່ກັນນັ້ນ, ບັນດາຄອບຄົວອື່ນກໍ່ພັດທະນາຝູງແບ້, ຄວາຍ ແລະ ໝູທ້ອງຖິ່ນ. ຮັກສາເນື້ອທີ່ປ່າ, ຫຼາຍຄອບຄົວຢູ່ບ້ານຕຸ່ນເຈນ ກໍ່ໄດ້ເປີດກ້ວາງການຜະລິດກະສິກຳ, ປູກ…….ເພື່ອສ້າງແຫຼ່ງລາຍຮັບເປັນປົກກະຕິ ແລະ ຮັບປະກັນສະບຽງອາຫານຢູ່ກັບທີ່. ພາຍຫລັງໄດ້ປະຕິບັດບັນດາໂຄງການ, ລາຍການໜູນຊ່ວຍປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກມາເປັນເວລາ 4 ປີ, ມາຮອດປະຈຸບັນ, ເມືອງວັນບ່ານ ໄດ້ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກເທື່ອລະກ້າວໂດຍພື້ນຖານ. ທ່ານນາງເຈິ່ນທິຫວຽດ ຮອງເລຂາຜູ້ປະຈຳຄະນະພັກເມືອງ, ປະທານຄະນະກຳມະການສະພາປະຊາຊົນເມືອງວັນບ່ານ ໃຫ້ຮູ້ວ່າ:

   ເມືອງວັນບ່ານ ສູ້ຊົນຮອດປີ 2020, ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ບັນລຸໄດ້ 45 ລ້ານດົ່ງ/ຄົນ. ເມືອງກໍ່ຕັ້ງໜ້າຮຽກຮ້ອງໃຫ້ບັນດາໂຄງການ, ຫັນປ່ຽນຜົນລະປູກ, ສັດລ້ຽງ ເພື່ອຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.

  ບັນດາການປ່ຽນແປງໃນຊີວິດປະຈຳບັນ ຂອງຊາວເຜົ່າຢ້າວຢູ່ບ້ານຕຸ່ນເຈນ, ເມືອງວັນບ່ານ ໄດ້ສະແດງໃຫ້ເຫັນປະສິດທິຜົນຂອງບັນດາໂຄງການໜູນຊ່ວຍປະຊາຊົນໃນການພັດທະນາການຜະລິດ. ຜ່ານນັ້ນກໍ່ແມ່ນການພິສູດໃຫ້ແກ່ຄວາມມານະພະຍາຍາມບືນຕົວຂຶ້ນ ຂອງປະຊາຊົນບັນດາເຜົ່າຢູ່ເຂດພູສູງ ໃນການພັດທະນາການຜະລິດ, ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ມຸ່ງໄປເຖິງການສ້າງຄວາມຮັ່ງມີໃນເຂດດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ.

ຕອບກັບ