ຊາວ​ຄຼິດ​ຮ່າ​ຕິ້ງ ມຸ່ງ​ໄປ​ເຖິງວັນ​ເລືອກ​ຕັ້ງ

Sy Duc
Chia sẻ
(VOVWORLD) - ຢູ່ແຂວງຮ່າຕິ້ງ, ຫຼາຍທ້ອງຖິ່ນພວມຕັ້ງໜ້າໂຄສະນາໃຫ້ປະຊາຊົນໃນການຈັດເວລາ, ວຽກງານຢ່າງເໝາະສົມເພື່ອເຂົ້າຮ່ວມວຽກງານເລືອກຕັ້ງ ສສຊ ແລະ ສະພາ ປຊຊ ທຸກຂັ້ນ. ໂດຍຜ່ານບັນດາບັ້ນໂຄສະນາ ຊາວຄຼິດແຂວງຮ່າຕິ້ງ ໄດ້ເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບຄວາມໝາຍຂອງການເລືອກຕັ້ງ ສສຊ ແລະ ສະພາ ປຊຊ ທຸກຂັ້ນ ໃນວັນທີ 23 ພຶດສະພາທີ່ຈະມາເຖິງນີ້.
ຊາວ​ຄຼິດ​ຮ່າ​ຕິ້ງ ມຸ່ງ​ໄປ​ເຖິງວັນ​ເລືອກ​ຕັ້ງ - ảnh 1

ບັນດາທ້ອງຖິ່ນໂຄສະນາວັນເລືອກຕັ້ງຢູ່ຖະໜົນແຫ່ງຕ່າງໆ (ພາບ: baohatinh.vn )

   ທ່ານຫງວຽນຊິຮ່ວານ ອາຍຸ 62 ປີ, ຢູ່ເມືອງຝູເລ້, ຕາແສງເຮືອງແຈັກ, ເມືອງເຮືອງເຄ ເຊີ່ງແມ່ນຊາວຄຼິດດີເດັ່ນ. ໃນເກືອບ 20 ປີຜ່ານມາ, ດ້ວຍບົດບາດໃນຄະນະບໍລິຫານງານຊາວຄຼິດ, ຄະນະກວດກາ ປຊຊ, ທ່ານໄດ້ເຂົ້າຮ່ວມການໂຄສະນາການເລືອກຕັ້ງ ສສຊ ແລະ ສະພາ ປຊຊ ທຸກຂັ້ນຫຼາຍຄັ້ງຢູ່ທ້ອງຖິ່ນແລ້ວ. ບໍ່ພຽຽງແຕ່ໂຄສະນາກ່ຽວກັບວຽກງານການເລືອກເທົ່ານັ້ນ, ທ່ານຮ່ວານ ຍັງກຳໄດ້ ຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຂອງຊາວຄຼິດ ໃນບໍລະເວນເປັນປະຈຳອີກດ້ວຍ. ທ່ານໄດ້ເຮັດແຈ້ງບັນດາທັດສະນະຜິດພາດ ແລະ ອະທິບາຍໃຫ້ ປຊຊ ຊາວຄຼິດເຂົ້າໃຈ ໃຫ້ຖືກຕ້ອງກ່ຽວກັບຄວາມໝາຍຂອງການເລືອກຕັ້ງຄັ້ງນີ້. ທ່ານຮ່ວານ ເວົ້າວ່າ:

   ວັນເລືອກຕັ້ງແມ່ນວັນບຸນຂອງທົ່ວປວງຊົນ, ແມ່ນຄວາມຮັບຜິດຊອບຂອງເຮົາ, ເມື່ອ ປຊຊ ບໍ່ເຂົ້າໃຈເຮົາກໍ່ຕ້ອງໂຄສະນາ. ໃນການເລືອກຕັ້ງທີ່ຈະມາເຖິງນີ້, ຂ້າພະເຈົ້າແມ່ນຜູ້ກວດກາປະຊາຊົນ, ແມ່ນອະດີດສະມາຊິກໃນຄະນະບໍລິຫານງານຊາວຄຼິດ ຕ້ອງໂຄສະນາໃຫ້ ປຊຊ. ຄຳເວົ້າຂອງການນຳຊາວຄຼິດຈະເຮັດໃຫ້ຊາວຄຼິດຮັບຟັງງ່າຍກ່ວາ. ແລ້ວເຮົາຈະປ່ອນບັດຄັດເລືອກຜູ້ທີ່ມີຄວາມສຸດຈິດສຸດໃຈ, ມີລະດັບຄວາມຮູ້ຄວາມສາມາດ, ປະຊາຊົນທຸກຄົນລ້ວນແຕ່ມີຄວາມພາກພູມໃຈ, ຍ້ອນນັ້ນແມ່ນວັນບຸນ.

ຊາວ​ຄຼິດ​ຮ່າ​ຕິ້ງ ມຸ່ງ​ໄປ​ເຖິງວັນ​ເລືອກ​ຕັ້ງ - ảnh 2

ບັນດາຂັ້ນ, ຂະແໜງການສະໜອງຂໍ້ມູນຂ່າວກ່ຽວກັບວຽກງານການເລືອກຕັ້ງໃຫ້ແກ່ ປຊຊ (ພາບ: baohatinh.vn )

    ຕາແສງເຮືອງແຈັກ ແມ່ນບໍລິເວນຫ່າງຈາກໃຈກາງ, ຊື່ງມີອັດຕາສ່ວນຊາວຄຼິດແມ່ນກ່ວາ 50%, ມີ 7 ໃນຈຳນວນ 13 ບ້ານມີຊາວຄຼິດ. ໃນ 9 ໜ່ວຍເລືອກຕັ້ງກໍ່ມີ 5 ໜ່ວຍມີຊາວຄຼິດລ້ວນແຕ່ມີຜູ້ຕາງໜ້າເຂົ້າຮ່ວມວຽກງານກະກຽມການເລືອກຕັ້ງ, ມີຊາວຄຼິດ 2 ຄົນແມ່ນຜູ້ສະໝັກຮັບເລືອກຕັ້ງ. ທ່ານ ກາວວຽກຮ່ວາ, ເລຂາຄະນະພັກຕາແສງ ເຮືອງແຈັກ ໃຫ້ຮູ້ວ່າ: ມາຮອດປະຈຸບັນນີ້, ວຽກງານການເລືອກຕັ້ງກໍ່ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນແລ້ວ. ອຳນາດການປົກຄອງທ້ອງຖິ່ນຕ້ອງສຸມໃສ່ແກ້ໄຂບັນດາຂໍ້ສະເໜີຂອງປະຊາຊົນເປັນປະຈຳ, ສະນັ້ນ, ສະພາບຄວາມສະຫງົບປອດໄພໃນບໍລະເວນໄດ້ເປັນປົກກະຕິໂດຍພື້ນຖານແລ້ວ.

   ພວກຂ້າພະເຈົ້າໄດ້ຮັບຮູ້ຈິດໃຈ ແລະ ຄວາມຮັບຜິດຊອບຂອງຊາວຄຼິດ ທີ່ກ່ຽວຂ້ອງເຖິງການເລືອກຕັ້ງ ສສຊ ແລະ ຜູ້ແທນສະພາ ປຊຊ ທຸກຂັ້ນ.ໃນອາຍຸການກ່ອນນີ້ ກໍ່ມີບົດບາດເປັນຜູ້ຕາງໜ້າຂອງຊາວຄຼິດ ເຂົ້າຮ່ວມໃນທີ່ຕັ້ງເປັນຜູ້ແທນສະພາ ປຊຊ ຕາແສງ, ເຂົົາເຈົ້າກໍ່ຕ້ອງເສີມຂະຫຍາຍຄວາມຮັບຜິດຊອບຂອງຕົນເປັນຢ່າງດີ, ເປັນຂົວຕໍ່ລະຫວ່າງຜູ້ມີສິດເລືອກຕັ້ງກັບອຳນາດການປົກຄອງທຸກຂັ້ນ.

   ຢູ່ຕາແສງເຂດຊາວຄຼິດ ກວາງງທໍ້, ເມືອງ ຫວຸ້ກວາງ ໄດ້ກຳນົດວ່າ, ວຽກງານກະກຽມການເລືອກຕັ້ງ ຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນກັບບັນດາເຂດຊາວຄຼິດ. ມາຮອດຈຸດເວລານີ້, ກໍ່ໄດ້ຖືວຽກງານໂຄສະນາກ່ຽວກັບການເລືອກຕັ້ງ, ໂດຍສະເພາະແມ່ນຢູ່ບັນດາບ້ານມີຊາວຄຼິດດຳລົງຊີວິດເປັນສຳຄັນ. ທ່ານ ຮ່າວັນອຽນ, ເລຂາຄະນະພັກຕາແສງ ກວາງທໍ້ ໃຫ້ຮູ້ວ່າ:

    ເພື່ອກະກຽມໃຫ້ແກ່ການເລືອກຕັ້ງທີ່ຈະມາເຖິງ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນກໍ່ມີຄວາມປາດຖະໜາລວມວ່າຢາກເຮັດແນວໃດໃຫ້ການເລືອກຕັ້ງປະສົບຜົນສຳເລັດຢ່າງຈົບງາມ ຄວາມຫວັງຢ່າງໃຫ່ຍຫຼວງແມ່ນວັນທີ 23 ພຶດສະພາຈະມາເຖິງນີ້ ພວກເຮົາຈະປະຕິບັດພັນທະ, ສິດຂອງພົນລະເມືອງ, ເລືອກຕັ້ງໃຫ້ຖືກຕ້ອງ, ຄົບຖ້ວນ, ຖືກຕາມການກຳນົດ.

    ທ່ານນາງ ຫງວຽນທິຮ່າເຕິນ, ເລຂາຄະນະພັກເມືອງ ຫວຸ້ກວາງ ໃຫ້ຮູ້ວ່າ: ວັນເລືອກຕັ້ງແມ່ນວັນບຸນຂອງທົ່ວປະເທດ,  ແລະ ຂອງ ປຊຊ ທຸກຄົນ, ບໍ່ວ່າແມ່ນຊາວຄຼິດ ແລະ ຜູ້ຖືສາດສະໜາອື່ນໆ. ທາງເມືອງໄດ້ກຳນົດວ່າ, ຄຽງຂ້າງວຽກງານກະກຽມການເລືອກຕັ້ງ, ສຸມໃສ່ກຳແໜ້ນຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຂອງ ປຊຊ, ແກ້ໄຂບັນດາຄຳເຫັນ, ຂໍ້ສະເໜີຂອງສ່ວນບຸກຄົນ, ອົງການຈັດຕັ້ງຢ່າງທັນການ. ເພື່ອສ້າງຄວາມເຫັນດີເຫັນພ້ອມ, ສາມັກຄີທົ່ວປວງຊົນ, ສຸມໃສ່ເຮັດໃຫ້ການເລືອກຕັ້ງປະສົບຜົນສຳເລັດຢ່າງຈົບງາມ. ທ່ານນາງ ຫງວຽນທິຮ່າ ເຕິນ ເວົ້າວ່າ:

    ຢູ່ຕາແສງ ຫວຸ້ກວາງ, ຊາວ ຄຼິດ ແລະ ຜູ້ຖືສາສາໜາພຸດແມ່ນອັນໜຶ່ງອັນດຽວກັນ, ເປັນວົງຄະນະຍາດສາມັກຄີກັນຢ່າງແໜ້ນແຟ້ນ, ສະນັ້ນ, ບັນດາທ້ອງຖິ່ນໃນບໍລິເວນເມືອງ ກໍ່ລ້ວນແຕ່ມຸ່ງໄປເຖິງວັນເລືອກຕັ້ງ, ວັນບຸນຂອງທົ່ວປະເທດ. ຖັນແຖວພະນັກງານເມືອງ ໄດ້ລົງຮ່ວມຊີວິດຢູ່ບັນດາໜ່ວຍພັກ, ແນະນຳບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການເລືອກຕັ້ງ, ພິເສດແມ່ນສິດ, ຜົນປະໂຫຍດ, ຄວາມຮັບຜິດຊອບ ແລະ ຂັ້ນຕອນເພື່ອແນະນຳບັນດາຜູ້ແທນທີ່ດີເດັ່ນ ໃຫ້ໄດ້ຮັບການເລືອກຕັ້ງເປັນຜູ້ແທນສະພາ ປຊຊ.

   ບໍ່ພຽງແຕ່ໄດ້ກຽມພ້ອມເຂົ້າຮ່ວມການເລືອກຕັ້ງ ສສຊ ແລະ ຜູ້ແທນ ສະພາ ປຊຊ ທຸກຂັ້ນເມືອວັນທີ 23 ພຶດສະພາທີ່ຈະມາເຖິງເທົ່ານັ້ນ, ດ້ວຍຖານະຕຳແໜ່ງເປັນຜູ້ມີສິດເລືອກຕັ້ງ, ຊາວຄຼິດແຂວງ ຮ່າຕິ້ງ ໄດ້ ແລະ ພວມແມ່ນບັນດາຜູ້ສະໝັກຮັບເລືອກຕັ້ງທີ່ຕັ້ງໜ້າ ເຂົ້າໃນວຽກງານກະກຽມໃຫ້ແກ່ການເລືອກຕັ້ງຄັ້ງນີ້ອີກດ້ວຍ.

ຕອບກັບ