ຊາວ​ກະ​ສິ​ກອນ​ຮ່າ​ໂນ້ຍ ເຊື່ອມ​ຕໍ່​ການ​ຈຳ​ໜ່າຍ ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ສະ​ພາບ​ທີ່​ເກີດ​ໂລກ​ລະ​ບາດ

Ngoc Anh
Chia sẻ
(VOVWORLD) - ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ຂະແໜງກະສິກຳນະຄອນຮ່າໂນ້ຍ ປະສົບກັບຄວາມຫຍຸ້ງຍາກໃນການຜະລິດ, ຈຳໜ່າຍຜະລິດຕະພັນ. ເພື່ອໜູນຊ່ວຍຊາວກະສິກອນ, ວິສາຫະກິດ, ບັນດາສະຫະກອນ, ຫົວໜ່ວຍທີ່ກ່ຽວຂ້ອງກັບຂະແໜງກະສິກຳຢູ່ນະຄອນຮ່າໂນ້ຍ ລ້ວນແຕ່ໄດ້ເປີດກ້ວາງຫຼາຍຊ່ອງທາງຈຳໜ່າຍຜະລິດຕະພັນກະເສດ, ສ້າງລະບົບຈຳໜ່າຍ ຜະລິດຕະພັນກະເສດ ເພື່ອແນໃສ່ຮັບປະກັນການຜະລິດ, ດຳເນີນທຸລະກິດໃນສະພາບການປະຈຸບັນນີ້ໃຫ້ເປັນປົກກະຕິ.
ຊາວ​ກະ​ສິ​ກອນ​ຮ່າ​ໂນ້ຍ ເຊື່ອມ​ຕໍ່​ການ​ຈຳ​ໜ່າຍ  ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ສະ​ພາບ​ທີ່​ເກີດ​ໂລກ​ລະ​ບາດ - ảnh 1

   ໂດຍໄດ້ກຳນົດເອົາການຮ່ວມເດີນທາງພ້ອມກັບຊາວກະສິກອນ, ບັນດາສະຫະກອນແມ່ນຄວາມຮັບຜິດຊອບຂອງຕົນ ແລະ ກໍ່ແມ່ນເພື່ອຮັກສາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດນັ້ນ, ມີຫຼາຍວິສາຫະກິດໃນບໍລິເວນ ໄດ້ຫັນທິດເຄື່ອນໄຫວຢ່າງໄວວາ ດ້ວຍບັນດາມາດຕະການທີ່ມີໄຫວພິບ, ເໝາະສົມກັບສະພາບຕົວຈິງ. ເພື່ອຊ່ວຍໃຫ້ບັນດາຜະລິດຕະພັນກະເສດສາມາດຈຳໜ່າຍໄດ້ຢ່າງງ່າຍດາຍ, ຕອບສະໜອງຄວາມຕ້ອງການຂອງຊາວນະຄອນຫຼວງນັ້ນ, ບັນດາວິສາຫະກິດໄດ້ຕິດສະແຕມ QR Code ເພື່ອຮູ້ຈັກໄດ້ເຖິງແຫຼ່ງກຳເນີດຂອງຜະລິດຕະພັນກະເສດປະເພດຕ່າງໆ ຊື່ງໄດ້ຊ່ວຍໃຫ້ຜູ້ບໍລິໂພກມີຄວາມອຸ່ນອ່ຽນໃຈ ກ່ຽວກັບຄຸນນະພາບຂອງຜະລິດຕະພັນກະເສດ.

   ແຕ່ລະມື້, ສະຫະກອນກະສິກຳອົງຄະທາດ ຕ່າມຊາ ໄດ້ຈຳໜ່າຍຜັກປະມານ 2 ໂຕນຜ່ານລະບົບຮ້ານສັບພະສິນຄ້າ ແລະ ສະຖານທີ່ຂາຍເຄື່ອງແຫ່ງຕ່າງໆ ໄດ້ຢ່າງງ່າຍດາຍ ແຕ່ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19, ປະລິມານການຈຳໜ່າຍ ຜັກຂອງສະຫະກອນກໍ່ຖືກຫລຸດລົງຫຼາຍ. ທ່ານເລດຶກທັງ ຮອງຫົວໜ້າສະຫະກອນກະສິກຳອົງຄະທາດ ຕ່າມຊາ ໃຫ້ຮູ້ວ່າ:

  ບັນດາສະມາຊິກໃນສະຫະກອນ ຢາກນຳເອົາຜັກປອດສານຜິດໄປເຖິງມືຂອງຜູ້ບໍລິໂພກໂດຍກົງ. ສະນັ້ນ, ຖ້າມີບັນດາລະບົບເຊື່ອມຕໍ່ກັນກໍ່ຍິ່ງເປັນການດີ, ໂດຍສະເພາະແມ່ນໃນໄລຍະທີ່ເກີດໂລກລະບາດຄືປະຈຸບັນນີ້.

   ສະເພາະຕາແສງຕ່າມຊາ, ເມືອງດົງແອງ ກໍ່ມີເນື້ອທີ່ປູກຜັກປອດສານຜິດ 64 ເຮັກຕາ. ໃນນັ້ນ 2.5 ເຮັກຕາ ແມ່ນໄດ້ຫັນປ່ຽນໄປປູກຜັກອົງຄະທາດທີ່ມີຄຸນນະພາບສູງ ສະແດງໃຫ້ເຫັນວ່າ ການຂະຫຍາຍເນື້ອທີ່ປູກຜັກອົງຄະທາດຕາມຂັ້ນຕອນ ແມ່ນທິດເດີນທີ່ບັນລຸປະສິດທິຜົນ. ແຕ່ເຖິງແນວນັ້ນກໍ່ຕາມ, ໃນ 2, 3 ເດືອນຜ່ານມາ, ປະລິມານຜັກຈຳໜ່າຍຊັກຊ້າ ໄດ້ເຮັດໃຫ້ຊາວກະສິກອນເກີດຄວາມເປັນຫ່ວງ. ທ່ານນາງ ເລທິແທງ ປະທານສະມາຄົມຊາວກະສິກອນ ຕາແສງ ຕ່າມຊາ, ເມືອງດົງແອງ ໃຫ້ຮູ້ວ່າ:

   ຖ້າບັນດາຜະລິດຕະພັນໄດ້ຮັບການຈຳໜ່າຍໝົດ, ຊາວກະສິກອນ ຈຶ່ງຈະມີຄວາມອຸ່ນອ່ຽນໃຈ. ສິນຄ້າຜະລິດອອກມາຂາຍບໍ່ໄດ້ ກໍ່ເຮັດໃຫ້ຊາວກະສິກອນມີຄວາມເປັນຫ່ວງ.

ຊາວ​ກະ​ສິ​ກອນ​ຮ່າ​ໂນ້ຍ ເຊື່ອມ​ຕໍ່​ການ​ຈຳ​ໜ່າຍ  ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ສະ​ພາບ​ທີ່​ເກີດ​ໂລກ​ລະ​ບາດ - ảnh 2 ພາບປະກອບ:  (nongthonngaynay.vn)

    ລະບົບຮ້ານສັບພະສິນຄ້າ, ຫົວໜ່ວຍຂາຍຍ່ອຍ ທີ່ມີຄວາມໄວ້ເນື້ອເຊື່ອໃຈ ຢູ່ຮ່າໂນ້ຍ ສ່ວນຫຼາຍ ເຂົາເຈົ້າໄດ້ເປັນເຈົ້າການໃນການພົວພັນກັບບັນດາສະຫະກອນປູກ ຜັກ, ໝາກໄມ້ ເພື່ອສັ່ງຊື້ສິນຄ້າ. ບັນດາເມືອງຢູ່ຮ່າໂນ້ຍ ລ້ວນແຕ່ໄດ້ຈັດບັນດາສະຖານທີ່ຂາຍເຄື່ອງດ້ວຍລາຄາເປັນປົກກະຕິ ຢູ່ຕາມເຂດຊຸມຊົນ, ເຂດຄອນໂດ… ບັນດາສະຫະກອນໄດ້ເຊື່ອມຕໍ່ກັບລະບົບສະໜອງ ເພື່ອຈຳໜ່າຍຜະລິດຕະພັນກະເສດ. ສູນໜູນຊ່ວຍພັດທະນາແມ່ຍິງຮ່າໂນ້ຍ ໄດ້ເຊື່ອມຕໍ່ການສະໜອງ, ຄວາມຕ້ອງການ, ພ້ອມທັງໜູນຊ່ວຍໃຫ້ທັງສອງຝ່າຍຊາວກະສິກອນ ແລະ ຜູ້ບໍລິໂພກ. ນອກຈາກການເຊື່ອມຕໍ່ກັບບັນດາສະຫະກອນຈຳໜ່າຍຜະລິດຕະພັນກະເສດໃນນະຄອນແລ້ວ, ສູນໜູນຊ່ວຍພັດທະນາແມ່ຍິງ ຮ່າໂນ້ຍ ຍັງໄດ້ເຊື່ອມຕໍ່ກັບບັນດາແຂວງນະຄອນໃກ້ຄຽງ. ມາຮອດປະຈຸບັນ, ສູນໄດ້ຈຳໜ່າຍຜະລິດຕະພັນກະເສດກ່ວາ 500 ໂຕນແລ້ວ ດ້ວຍ ຜັກ, ໝາກໄມ້ປະມານ 10 ປະເພດ ຂອງບັນດາສະຫະກອນຢູ່ເຂດ, ພາກຕ່າງໆຄື: ໝາກມ່ວງ, ມັນດ້າງ, ໝາກອຶ… ພ້ອມທັງໄດ້ມອບຂອງຂວັນນັບຮ້ອຍພູດ ລວມມີສະບຽງອາຫານ, ທັນຍາຫານ, ຜະລິດຕະພັນກະເສດ ເພື່ອຊ່ວຍເຫຼືອຜູ້ປະສົບກັບຄວາມຫຍຸ້ງຍາກ ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19. ທ່ານນາງຫງວຽນທິຫາວ ຫົວໜ້າສູນໜູນຊ່ວຍພັດທະນາແມ່ຍິງ ຮ່າໂນ້ຍ ໃຫ້ຮູ້ວ່າ:

   ສູນໄດ້ເປີດບາງສະຖານທີ່ຈຳໜ່າຍຜະລິດຕະພັນກະເສດຢູ່ນະຄອນ ແລະ ເມືອງຕ່າງໆ ເພື່ອເຊື່ອມຕໍ່ການຈຳໜ່າຍຜະລິດຕະພັນ. ພວກຂ້າພະເຈົ້າໄດ້ຕິດພັນການສະໜອງບັນດາຄວາມຕ້ອງການທີ່ຈຳເປັນ ໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ, ພິເສດແມ່ນບັນດາແມ່ຍິງ.

  ດ້ວຍໄຫວພິບ, ຂະຫຍັນຂັນເຄື່ອນ, ຂະແໜງກະສິກຳ ຮ່າໂນ້ຍ ໄດ້ປັບຕົວເຂົ້າກັບສະພາບການທີ່ປະຊາຊົນຈຳກັດການໄປມາ, ຈຳກັດການສຳຜັດ, ປະກອບສ່ວນປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ-19. ເມື່ອມີການຮ່ວມເດີນທາງຂອງອຳນາດການປົກຄອງຂັ້ນຕ່າງໆ ແລະ ປະຊາຄົມວິສາຫະກິດ, ພ້ອມກັບການຮ່ວມແຮງຮ່ວມໃຈຂອງຊາວກະສິກອນ, ຂະແໜງກະສິກຳນະຄອນຫຼວງ ຈະຜ່ານຜ່າສິ່ງທ້າທາຍໃນປະຈຸບັນ, ຮັກສາ ແລະ ພັດທະນາການຜະລິດ, ດຳເນີນທຸລະກິດ, ຮັບປະກັນແຫຼ່ງສະໜອງຜະລິດຕະພັນກະເສດ, ສະບຽງອາຫານປອດສາພິດຍສໃຫ້ແກ່ຕະຫຼາດນະຄອນຮ່າໂນ້ຍ.

ຕອບກັບ