ຊາວກະສິກອນ ເຊີນລາ ກາຍເປັນເສດຖິຈາກການປູກຕົ້ນກາເຟ

Tran Long - Vinh Phong
Chia sẻ
(VOVWORLD) -

ໄລຍະຜ່ານມາ, ປະຊາຊົນໄດ້ປ່ຽນບັນດາສວນປູກສາລີ, ປູກມັນຕົ້ນໃຫ້ສັດມັດຕະພາບຕ່ຳຢູ່ແຂວງ ເຊີນລາ ເປັນສວນປູກກາເຟທີ່ຂຽວອຸ່ມທຸມ. ເໝາະສົມກັບດິນຟ້າອາກາດ, ເຂດດິນແດນ, ໃຫ້ປະສິດທິຜົນດ້ານເສດຖະກິດສູງ… ຕົ້ນກາເຟໄດ້ກາຍເປັນຕົ້ນໄມ້ຫຼັກແຫຼ່ງ, ນຳມາເຊິ່ງລາຍຮັບສູງໃຫ້ແກ່ຊາວກະສິກອນເຊີນລາ, ໃນນັ້ນມີຊາວກະສິກອນຫຼາຍຄົນກາຍເປັນເສດຖີ.

ຊາວກະສິກອນ ເຊີນລາ ກາຍເປັນເສດຖິຈາກການປູກຕົ້ນກາເຟ - ảnh 1ບັນດາຮ້ານເກັບຊື້ກາເຟ (ພາບ:VOV)
  ໂດຍໄດ້ເລີ່ມປູກແຕ່ຊຸມປີ 1990, ຕົ້ນກາເຟ ກາຍເປັນຕົ້ນໄມ້ຫຼັກແຫຼ່ງ ຢູ່ຕາແສງ ຈ່ຽງຈູງ (ເມືອງ ມາຍເຊີນ, ແຂວງ ເຊີນລາ). ຕົ້ນໄມ້ອຸດສາຫະກຳປະເພດນີ້ພວມຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວກະສິກອນບັນດາຊົນເຜົ່າສ່ວນໜ້ອຍຢູ່ຕາແສງ ຈ່ຽງຈູງ ຫລຸດຜ່ອນຈຳນວນຄອບຄົວທຸກຍາກ, ເພີ່ມຈຳນວນຄອບຄົວມີລາຍຮັບປານກາງ ແລະ ຮັ່ງມີ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບສະເລ່ຍໃສ່ຫົວຄົນ. ຄອບຄົວທ່ານ ຫລໍ່ວັນແຮ່, ຢູ່ຕາແສງ ຈ່ຽງຈີງ, ເມືອງມາຍເຊີນ, ແມ່ນໜຶ່ງໃນບັນດາຄອບຄົວທຳອິດຂອງຕາແສງ ຈ່ຽງຈູງ ກ້າປ່ຽນເຂດສວນປູກມັນຕົ້ນ, ປູກສາລີ ເປັນສວນປູກກາເຟ. ນັບແຕ່ນັ້ນ, ຊີວິດທາງດ້ານເສດຖະກິດຂອງຄອບຄົວທ່ານ ກໍ່ຄືບັນດາຄອບຄົວໃນບໍລິເວນຕາແສງນັບມື້ນັບດີຂຶ້ນ. ດ້ວຍເນື້ອທີດິນ 2 ເຮັກຕາປູກກາເຟ, ແຕ່ລະປີ, ຄອບຄົວທ່ານໄດ້ເກັບມາໄດ້ຈຳນວນເງິນກ່ວາ 200 ລ້ານດົ່ງ (ເທົ່າກັບປະມານ 9.000 ໂດລາສະຫະລັດ).

ໃນຂະນະນັ້ນ, ຢູ່ຕາແສງ ຈ່ຽງເກາະ, ນະຄອນ ເຊີນລາ, ໃນຊຸມວັນນີ້, ພໍ່ແມ່ປະຊາຊົນພວມຫ້າງຫາກະກຽມເກັບກ່ຽວກາເຟ. ເອື້ອຍ ເລ່ວທິຖາວ, ຢູ່ບ້ານ ຮູ່ນ, ຕາແສງ ຈ່ຽງເກາະ, ໄດ້ແບ່ງປັນວ່າ:  

“ກ່ອນນີ້, ຄອບຄົວຂ້າພະເຈົ້າໄດ້ປູກຕົ້ນສາລີ ແລະ ບັນດາປະເທດທັນຍາພືດໃຫ້ສັດມັດຕະພາບຕ່ຳ,  ດັ່ງນັ້ນສະພາບການເສດຖະກິດຂອງຄອບຄົວປະສົບກັບຄວາມຫຍຸ້ງຍາກ, ລາຄາສາລີກໍ່ບໍ່ໄດ້ດີ. ແຕ້ປີ 2000, ຄອບຄົວຂ້າພະເຈົ້າໄດ້ຫັນມາປູກກາເຟ, ຈາກນັ້ນ, ສະພາບເສດຖະກິດຂອງຄອບຄົວຂ້າພະເຈົ້ານັບມື້ນັບດີຂຶ້ນ. ຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈຍ້ອນການຫັນທິດມາປູກກາເຟນີ້”.

ຄອບຄົວ ປ້າ ຫງວຽນທິຊວຽນ, ແມ່ນໜຶ່ງໃນບັນດາຄອບຄົວໄດ້ເຄື່ອນຍ້າຍມາຕັ້ງຖິ່ນຖານຄົງທີ່ຢູ່ບ້ານ ຈ່ຽງອຽນ, ຕາແສງ ຈ່ຽງເກາະ, ໄດ້ດຳລົງຊີວິດນັບແຕ່ປີ 2010. ໄລຍະເວລານັ້ນ, ພາຍຫຼັງຊ່ວຍເວລາໜຶ່ງໄດ້ປູກມັນຕົ້ນ, ສາລີ, ປ້າ ຊວຽນ ໄດ້ຫັນໄປປູກກາເຟ ເພື່ອພັດທະນາເສດຖະກິດຄອບຄົວ. ປະຈຸບັນ, ສວນປູກກາເຟມີເນື້ອທີ່ 1 ເຮັກຕາຂອງປ້າ ໄດ້ນຳມາເຊິ່ງປະສິດທິຜົນເສດຖະກິດເປັນປົກກະຕິ, ບັນລຸລາຍຮັບແຕ່ 100 – 150 ລ້ານດົ່ງ (ເທົ່າກັບ 4.500 – 7.000 ໂດລາສະຫະລັດ)/ປີ, ຊ່ວຍໃຫ້ຄອບຄົວປ້າ ຊວຽນ ບື່ນຕົວຂຶ້ນກາຍເປັນຄອບຄົວມີເສດຖະກິດປານກາງໃນບ້ານ, ຕາແສງ. ປ້າ ຫງວຽນທິຊວຽນ, ແບ່ງປັນວ່າ:

 “ໃນເບື້ອງຕົ້ນໄດ້ປູກມັນຕົ້ນ ແລະ ສາລີ, ບໍ່ມີສະມັດຕະພາບສູງ ແລະ ຕົ້ນໄມ້ບໍ່ຂະຫຍາຍໄດ້ຍ້ອນທີ່ດິນຢູ່ນີ້ບໍ່ດີປານໃດ. ຫຼັງຈາກນັ້ນ, ຄອບຄົວຂ້າພະເຈົ້າໄດ້ຫັນມາປູກຕົ້ນກາເຟ, ປູກ ກາເຟ ຍືນຍົງກ່ວາ, ໃຫ້ສະມັດຕະພາບສູງກ່ວາ, ລາຍຮັບກໍ່ດີກ່ວາ, ສະພາບຄອບຄົວເປັນປົກກະຕິ ແລະ ລູກຫຼານໄດ້ຮ່ຳຮຽນດີກ່ວາ”.

ຊາວກະສິກອນ ເຊີນລາ ກາຍເປັນເສດຖິຈາກການປູກຕົ້ນກາເຟ - ảnh 2ການປຸງແຕ່ງ ກາເຟ (ພາບ:VOV)

  ພາຍຫຼັງກ່ວາ 30 ປີແຫ່ງການພັດທະນາເຂດວັດຖຸດິບ ປູກສະເພາະຕົ້ນກາເຟ, ປະຈຸບັນ, ນະຄອນ ເຊີນລາ ມີເນື້ອທີ່ປູກຕົ້ນກາເຟເກືອບ 5.000 ເຮັກຕາ, ປະລິມານກາເຟ ບັນລຸເກືອບ 40.000 ໂຕນ, ນຳມາເຊິ່ງມູນຄ່າເສດຖະກິດກ່ວາ 500 ຕື້ດົ່ງ (ກ່ວາ 20,3 ລ້ານໂດລາສະຫະລັດ), ກວມເອົາ 46% ຍອດມູນຄ້າການຜະລິດບັນດາປະເພດຕົ້ນໄມ້ຕົ້ນຕໍ່ໃນແຂວງ. ທ່ານ ຮ່າຈູງຈ໋ຽນ, ເລຂາຄະນະພັກ ແຂວງ ເຊີນລາ, ໃຫ້ຮູ້ວ່າ: ກາເຟ ເກັບມາໄດ້ເທົ່າໃດ ຂາຍໄດ້ເທົ່ານັ້ນໃນທັນທີ. ປະຈຸບັນ, ທ້ອງຖິ່ນມີຮາກຖານຜະລິດ, ປຸງແຕ່ງກາເຟ ທີ່ໄດ້ໃນໃບຢັ້ງຢືນຕົ້ນກຳເນີດ ກາເຟເຊີນລາ, ຜະລິດຕະພັນຂອງໂຄງການ OCOP 5 ດາວຂັ້ນປະເທດຊາດ ແລະ ເຄື່ອງໝາຍກະສິກຳຄຳ ຫວຽດນາມ ແລ້ວ. ທ່ານ ຮ່າຈູງຈ໋ຽນ, ໃຫ້ຮູ້ວ່າ:

 “ໄປຄຽງຄູ່ກັບການຮັບປະກັນຄຸນນະພາບເຂດປູກ, ພວກຂ້າພະເຈົ້າໄດ້ເອົາເປັນໃຈໃສ່ພິເສດເຖິງຮູບແບບຮ່ວມສຳພັນລະຫວ່າງບັນດາວິສາຫະກິດ; ບັນດາຄອບຄົວພັດທະນາກາຍເປັນສະຫະກອນ ເພື່ອຄວບຄຸມຂັ້ນຕອນຜະລິດກາເຟ ຢ່າງແໜ້ນແຟ້ນ. ຈາກນັ້ນ, ຍົກອອກຜະລິດຕະພັນດີທີ່ສຸດໃຫ້ແກ່ລູກຄ້າ ຢູ່ຕະຫຼາດພາຍໃນປະເທດ ກໍ່ຄືການສົ່ງອອກ”.

         ການປູກຝັງໄດ້ຮັບຜົນດີ, ລາຄາດີ, ລະດູການເກັບກາເຟປີນີ້ໝັ້ນໝາຍໄດ້ໄຊຊະນະ, ຊ່ວຍໃຫ້ປະຊາຊົນມີແຫຼ່ງກຳລັງລົງທຶນຍົກສູງຄຸນນະພາບ ກາເຟ, ອຸ່ນອ່ຽນໃຈອອກແຮງງານທຳການຜະລິດ. ຜ່ານຜ່າທຸກໆຄວາມຫຍຸ້ງຍາກຂອງແຂວງ ພູດອຍ, ດ້ວຍນ້ຳໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບືນຕົວຂຶ້ນຂອງປະຊາຊົນ, ຊາວກະສິກອນແຂວງ ເຊີນລາ ພວມສ້າງຄວາມຮັ່ງມີ, ກາຍເປັນ “ຊາວກະສິກອນເງິນລ້ານ” ໃນເຂດດິນແດນບ້ານເກີດເມືອງນອນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດຂອງແຂວງ ເຊີນລາ ໃນຊຸມປີຜ່ານມາ./.

ຕອບກັບ