ຊົນ​ນະ​ບົດ ນິງ​ທ້ວນ ພັດ​ທະ​ນາ​ຈາກ​ການ​ທ່ອງ​ທ່ຽວ​ເຂດຊຸມ​ຊົນ

Doan Si-Vinh Phong
Chia sẻ
(VOVWORLD) - ໃນໄລຍະທີ່ຜ່ານມາ, ແຂວງ ນິງທ້ວນ ໄດ້ຍູ້ແຮງການພັດທະນາການທ່ອງທ່ຽວເຂດຊຸມຊົນ, ທ່ອງທ່ຽວທຳມະຊາດ ຢູ່ບັນດາເຂດຊາວຊົນເຜົ່າສ່ວນໜ້ອຍ. ບັນດາຮູບການທ່ອງທ່ຽວນີ້ ໄດ້ປະກອບສ່ວນເພີ່ມລາຍຮັບ, ປົວແປງຊີວິດການເປັນຢູ່ໃຫ້ແກ່ຊາວທ້ອງຖິ່ນ, ແນະນຳ ແລະ ແຜ່ຂະຫຍາຍບັນດາຄຸນຄ່າວັດທະນະທຳ, ພ້ອມທັງຊ່ວຍປ່ຽນແປງໂສມໜ້າຊົນນະບົດ ເຂດຊົນເຜົ່າສ່ວນໜ້ອຍ ນິງທ້ວນ.
ຊົນ​ນະ​ບົດ ນິງ​ທ້ວນ ພັດ​ທະ​ນາ​ຈາກ​ການ​ທ່ອງ​ທ່ຽວ​ເຂດຊຸມ​ຊົນ - ảnh 1

ທ່ານ ເຢືອງຕາຍຕນ ຢູ່ຮາກຖານທ່ອງທ່ຽວຂອງຕົນ (ພາບ: Doan Si)

    ເມືອງ ນິງເຟືອກ ມີ ປຊຊ ຊາວເຜົ່າຈຳ ດຳລົງຊີວິດເປັນຈຳນວນຫຼາຍ ຊື່ງມີທ່າໄດ້ປຽບ ເພື່ອພັດທະນາການທ່ອງທ່ຽວທຳມະຊາດ ຍ້ອນມີສວນໝາກລາແຊງ ເຟືອກທ້ວນ ທີ່ມີເນື້ອທີ່ 100 ເຮັກຕາ, ຟາມລ້ຽງແກະບ້ານ ເຮົ້າແຊງ ຕິດພັນກັບການຄົ້ນຫາພະທາດ Po Rome. ບັນດາຮູບແບບການທ່ອງທ່ຽວຂອງຄອບຄົວ ຄືຄອບຄົວທ່ານ ເຢືອງຕ່າຍຕິນ ມີສະຖານທີ່ທ່ອງທ່ຽວທຳມະຊາດ Sen Araphat, ຢູ່ຖະໜົນ ໝີ້ງຽບ, ເທດສະບານຕາແສງ ເຟືອກເຢິນ, ເມືອງ ນິງເຟືອກ, ແຂວງ ນິງທ້ວນ. ທ່ານ ຕິນ ແບ່ງປັນວ່າ, ໃນ 10 ປີກ່ອນ, ຄອບຄົວຈຳນວນໜຶ່ງໄດ້ຫັນປ່ຽນທີ່ດິນປູກເຂົ້າ ໄປປູກດອກບົວເອົາແກ່ນ, ເອົາຮາກບົວ.   ຫຼັງຈາກນັ້ນ, ຫຼາຍຄົນໄດ້ໄປຢ້ຽມຢາມ, ຖ່າຍຮູບກັບດອກບົວ, ດັ່ງນັ້ນ, ມີຫຼາຍຄອບຄົວ, ໃນນັ້ນ ມີຄອບຄົວທ່ານ ໄດ້ຄ່ອຍໆຫັນໄປເຮັດການບໍລິການທ່ອງທ່ຽວທຳມະຊາດ:

   ເຮົາຕ້ອງເອົາໃຈໃສ່ປະດັບປະດາຟາມຂອງຕົນ, ເມື່ອແຂກມາຢ້ຽມຢາມກໍ່ຕ້ອງຕ້ອນຮັບ, ພາແຂກໄປຢ້ຽມຊົມ. ເຮັດການບໍລິການທ່ອງທ່ຽວຕ້ອງອະນາໄມໃຫ້ສະອາດ, ປະດັບປະດາສະຖານທີ່ຖ່າຍຮູບໃຫ້ສວຍງາມ.

ຊົນ​ນະ​ບົດ ນິງ​ທ້ວນ ພັດ​ທະ​ນາ​ຈາກ​ການ​ທ່ອງ​ທ່ຽວ​ເຂດຊຸມ​ຊົນ - ảnh 2

ແຂກຕ່າງປະເທດຢ້ຽມຢາມເຂດວາງສະແດງແພພື້ນເມືອງຢູ່ເຂດຖະໜົນມີ້ງຽບ (ພາບ: Doan Si)

      ໃນຂະນະນັ້ນ, ຕາແສງ ເຟືອກບິງ, ເມືອງ ບາກອາຍ ນອນໃນເຂດຕ່ຳຂອງປ່າສະຫງວນແຫ່ງຊາດ ເຟືອກບິງ ຊື່ງມີອາກາດປອດໂປ່ງ, ເຢັນສະບາຍ, ມີສວນຕົ້ນໄມ້ກິນໝາກທີ່ຂຽວສົດງົດງາມຫຼາຍແຫ່ງ. ໃນ 2,3 ປີມານີ້, ຫຼາຍຄອບຄົວໄດ້ກ້າທີ່ຈະລົງທຶນໃສ່ສວນໝາກໄມ້ຕື່ມອີກ ເພື່ອເຮັດການທ່ອງທ່ຽວເຂດຊຸມຊົນ. ອ້າຍ K’tơ Chinh, ຊົນເຜົ່າ Raglai, ໃຫ້ຮູ້ວ່າ, ກ່ອນນີ້ ຄອບຄົວອ້າຍໄດ້ປູກຕົ້ນໝາກສົ້ມໂອ, ໝາກຖົ່ວລຽນ ເພື່ອຂາຍໃຫ້ພໍ່ຄ້າຊາວຂາຍເປັນຕົ້ນ. ນັບແຕ່ເມື່ອທ້ອງຖິ່ນໄດ້ໂຄສະນາ, ຂົນຂວາຍ ປຊຊ ປູກຕົ້ນໃມ້ກິນໝາກ ສົມທົບກັບການເຮັດການທ່ອງທ່ຽວເຂດຊຸມຊົນ ເພື່ອພັດທະນາເສດຖະກິດ, ອ້າຍໄດ້ກ້າລົງທຶນ, ກໍ່ສ້າງເຂດທ່ອງທ່ຽວ Tagu Galamping. ປີ 2023, ເຂດທ່ອງທ່ຽວນີ້ໄດ້ຕ້ອນຮັບແຂກທ່ອງທ່ຽວກ່ວາ 1.000 ເທື່ອຄົນ.

    ເຂດທ່ອງທ່ຽວ Tagu Galamping ໄດ້ຮັບໃຊ້ແຂກໄປຢ້ຽມຊົມ ກໍ່ຄືຮັບປະທານບັນດາເຍື່ອງອາຫານພື້ນເມືອງຂອງຊາວ ເຜົ່າ Raglai ຄື: ໄກ່ປິ້ງ, ເຂົ້າຫຼາມ, ປາຫ້ວຍ, ໝູປິ້ງ, ໝູອົບໃນບັ້ງໄມ້ໃຜ່. ຜ່ານນັ້ນ ກໍ່ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຄອບຄົວຈຳນວນໜຶ່ງ.

    ປະຈຸບັນ, ຕາແສງ ເຟືອກບິງ ມີກ່ວາ 60 ຄອບຄົວໄດ້ລົງທຶນກໍ່ສ້າງເຮືອນທີ່ເປັນມູນເຊື້ອຂອງຊາວເຜົ່າ Ragla ຕິດພັນກັບສວນປູກຕົ້ນໄມ້ກິນໝາກເພື່ອເຮັດການທ່ອງທ່ຽວ. ທ່ານ ຟ້າມຝຸ່ງບາວເຈົາ, ປະທານຄະນະກຳມະການ ປຊຊ ຕາແສງ ເຟືອກບິງ, ເມືອງ ບາກອາຍ ໃຫ້ຮູ້ວ່າ:

     ທ້ອງຖິ່ນໄດ້ກຳນົດ 2 ປາຍແຫຼມ, ປູກຕົ້ນມ້ກິນໝາກຕິດພັນກັບການທ່ອງທ່ຽວເຂດຊຸມຊົນ. ກ່ຽວກັບຄວາມສາມາດບົ່ມຊ້ອນ ເພື່ອຂຸດຄົ້ນການທ່ອງທ່ຽວ, ຢູ່ນີ້ຈະມີບັນດາສະຖານທີ່ຄື: ເຂດຫີນ ປີນັງຕັກ, ນ້ຳຕົກຕາດ ຈາປອດ, ຟາມປາຄາເວຍ, ຟາມງົວກະທິງ ຢູ່ປ່າສະຫງວນແຫ່ງຊາດ ເຟືອກບິງ.

   ການພັດທະນາບັນດາຮູບການທ່ອງທ່ຽວເຂດຊຸມຊົນ, ທ່ອງທ່ຽວທຳມະຊາດຢູ່ເຂດຊາວຊົນເຜົ່າສ່ວນໜ້ອຍ ບໍ່ພຽງແຕ່ຊ່ວຍ ປຊຊ ເພີ່ມລາຍຮັບເທົ່ານັ້ນ, ຫາກຍັງໄດ້ປ່ຽນແປງໂສມໜ້າເຂດບ້ານນາອີກດ້ວຍ. ທ່ານນາງ ຟ້າມທິແທັງເຮື່ອງ, ຮອງຫົວໜ້າພະແນກວັດທະນະທຳ-ກິລາ ແລະ ການທ່ອງທ່ຽວ ແຂວງ ນິງທ້ວນ ໃຫ້ຮູ້ວ່າ: ຂະແໜງທ່ອງທ່ຽວ ຈະສືບຕໍ່ໜູນຊ່ວຍ ປຊຊ ພັດທະນາການທ່ອງທ່ຽວເຂດຊຸມຊົນ, ທ່ອງທ່ຽວທຳມະຊາດ:

    ພວກຂ້າພະເຈົ້າຈະໜູນຊ່ວຍ ປຊຊ ໃນການກໍ່ສ້າງ, ເປີດກ້ວາງເສັ້ນທາງຄົມມະນະຄົມຊົນນະບົດ, ເຮັດປ້າຍແນະນຳ ເພື່ອໃຫ້ແຂກຮູ້ວ່າ ນີ້ແມ່ນບ້ານທ່ອງທ່ຽວຊຸມຊົນ. ປະຈຸບັນ, ທາງທ້ອງຖິ່ນກໍ່ໄດ້ເອົາໃຈໃສ່ທີ່ສຸດເຖິງບັນດາວຽກງານນີ້, ດັ່ງນັ້ນ, ເສັ້ນທາງເຂົ້າໄປຕາແສງ ເຟືອກບິງ ແມ່ນງາມທີ່ສຸດ, ແຂກສາມາດໄປມາຢ່າງສະດວກ ແລະ ງ່າຍດາຍກ່ວາ.

     ເພື່ອໃຫ້ການເຮັດການທ່ອງທ່ຽວຂອງ ປຊຊ ນັບມື້ນັບເປັນມືອາຊີບນັ້ນ, ໃນໄລຍະຈະມາເຖິງ, ອຳນາດການປົກຄອງທ້ອງຖິ່ນຢູ່ ນິງທ້ວນ ສືບຕໍ່ຂົນຂວາຍ ປຊຊ ຮ່ວມແຮງຮ່ວມໃຈປະຕິບັດ; ພ້ອມກັນນັ້ນ ກໍ່ໄດ້ຍາດແຍ່ງບັນດາແຫຼ່ງກຳລັງ, ສືບຕໍ່ລົງທຶນກໍ່ສ້າງລະບົບພື້ນຖານໂຄງລ່າງ ແລະ ຍົກສູງຄຸນນະພາບຜະລິດຕະພັນການທ່ອງທ່ຽວ; ບຳລຸງສ້າງຊັບພະຍາກອນມະນຸດເຮັດການທ່ອງທ່ຽວໃຫ້ແກ່ບັນດາໜ່ວຍ, ກຸ່ມຊຸມຊົນ./.

 

        

ຕອບກັບ