ການ​ໝູນ​ໃຊ້ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ- “ໄມ້​ງັດ” ໃຫ້​ແກ່​ຂະ​ແໜງ​ກະ​ສິ​ກຳ​ແຂວງ ເຊີນ​ລາ

ທູ​ຮ​ວາ
Chia sẻ
(VOVWORLD) - ປະຈຸບັນ, ແຂວງ ເຊີນລາ ແມ່ນອູ່ໝາກໄມ້ໃຫ່ຍກ່ວາໝູ່ຢູ່ພາກເໜືອ ຫວຽດນາມ ແລະ ມີເນື້ອທີ່ປູກຕົ້ນໄມ້ກິນໝາກໃຫ່ຍອັນດັບທີ 2 ໃນທົ່ວປະເທດ. ບັນດາຜະລິດຕະພັນຂອງແຂວງ ເຊີນລາ ຄື: ໝາກລຳໄຍ, ໝາກໝັ້ນ, ໝາກມັງກອນໃຈແດງ, ໝາກມ່ວງ, ໝາກນອດ…ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ ແລະ ໄດ້ສົ່ງອອກໄປຍັງຕະຫຼາດໃຫ່ຍຫຼາຍແຫ່ງຄື: ຈີນ, ອົດສະຕາລີ, ອາເມລິກາ ແລະ ນິວຊີແລນ. ການໝູນໃຊ້ວິທະຍາສາດເຕັໂນໂລຊີ ເຂົ້າໃນການຜະລິດ ແມ່ນໜຶ່ງໃນບັນດາໄມ້ງັດ ຊຸກຍູ້ອູ່ໝາກໄມ້ນີ້ ສາມາດບືນຕົວຂຶ້ນ.
 
ການ​ໝູນ​ໃຊ້ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ-   “ໄມ້​ງັດ” ໃຫ້​ແກ່​ຂະ​ແໜງ​ກະ​ສິ​ກຳ​ແຂວງ ເຊີນ​ລາ - ảnh 1ຄອບຄົວທ່ານ ຫງວຽນວັນລາ ເມືອງຊົງມ້າ ໄດ້ນຳໃຊ້ວິທະຍາສາດເຕັກນິກ ໃນການປູກຕົ້ນລຳໄຍ ເພື່ອບັນລຸປະສິດທິຜົນສູງ (ພາບ: VOV)

    ຄອບຄົວທ່ານ ຫງວຽນວັນລາ ຢູ່ບ້ານຮຶງມາຍ, ຕາແສງນ່າງີ້ວ, ເມືອງຊົງມ້າ, ແຂວງເຊີນລາ ມີເນື້ອທີ່ປູກຕົ້ນລຳໄຍກ່ວາ 1,6 ເຮັກຕາ. ໃນໄລຍະ 2017-2018, ຜ່ານການຮຽນຮູ້ວິທີເຮັດຂອງສະມາຊິກຈຳນວນໜຶ່ງ ໃນສະຫະກອນປູກຕົ້ນລຳໄຍໃນບໍລິເວນເມືອງ, ໂດຍສະເພາະແມ່ນໄດ້ຮັບການແນະນຳຈາກພະນັກງານວິຊາສະເພາະຂອງຕາແສງ, ເມືອງ ກ່ຽວກັບດ້ານເຕັກນິກເພາະພືດເພື່ອປັບປຸງ, ຜະລິດຮູບແບບໝາກລຳໄຍສຸກກ່ອນລະດູ, ລາຍຮັບຂອງຄອບຄົວທ່ານ ລາ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ:

   ປີ 2019, ເນື້ອທີ່ປູກຕົ້ນລຳໄຍສຸກກ່ອນລະດູ ຫຼືເອີ້ນວ່າແນວພັນ T6 ໄດ້ໃຫ້ເກັບກ່ຽວໝາກແລ້ວ. ຄອບຄົວຂ້າພະເຈົ້າເກັບກ່ຽວໝາກລຳໄຍໄດ້ 5 ໂຕນ, ລາຄາສະເລ່ຍໃນເວລານນັ້ນແມ່ນກ່ວາ 30.000 ດົ່ງ/ໂລ, ສູງທົບ 3-4 ເທົ່າເມື່ອທຽບກັບໝາກລຳໄຍຕາມລະດູ.

ການ​ໝູນ​ໃຊ້ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ-   “ໄມ້​ງັດ” ໃຫ້​ແກ່​ຂະ​ແໜງ​ກະ​ສິ​ກຳ​ແຂວງ ເຊີນ​ລາ - ảnh 2

ຫຼາຍຄອບຄົວຢູ່ ເຊີນລາ ໄດ້ສ້າງຄວາມຮັ່ງມືຈາກການປູກຕົ້ນໄມ້ກິນໝາກເພື່ອສົ່ງອອກ (ພາບ: VOV)

    ກໍ່ຄືກັນກັບຄອບຄົວທ່ານ ລາ, ກ່ອນນີ້, ທ່ານ ລໍ່ວັນເທືອງ, ຕາແສງເມືອງບູ, ເມືອງເມື່ອງລາ ກໍ່ໄດ້ຊອກຫາວິທີປູກຕົ້ນໝາກກະທັນ, ໝາກມີ້, ໝາກມ່ວງດ້ວຍຕົນເອງ ໃນເນື້ອທີ່ດິນກ່ວາ 1,4 ເຮັກຕາ. ຕົ້ນໄມ້ກິນໝາກຊະນິດຕ່າງໆລ້ວນແຕ່ໃຫ້ປະລິມານການຜະລິດຕ່ຳ ຍ້ອນທັງໝົດແມ່ນເບັ້ຍໄມ້ເກົ່າ, ວີທີປູກ ແລະ ບົວລະບັດຕາມທຳມະຊາດ. ແຕ່ມາຮອດປະຈຸບັນ, ຍ້ອນໄດ້ໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນຂອດຕ່າງໆຄື: ປັບດິນ, ບົວລະບັດ, ຂ້າແມງໄມ້, ຫໍ່ໝາກ…ອ້າຍໄດ້ເປີດກ້ວາງເນື້ອທີ່ປູກຕົ້ນໄມ້ກິນໝາກຂຶ້ນເຖິງ 12 ເຮັກຕາ ດ້ວຍຫຼາຍຊະນິດໃໝ່, ໃຫ້ສະມັດຕະພາບສູງ, ຄຸນນະພາບດີ, ລາຍຮັບທັງໝົດຂອງຄອບຄົວອ້າຍໄດ້ຂຶ້ນເຖິງ 2-3 ຮ້ອຍລ້ານດົ່ງ/ປີ.

   ກ່ອນນີ້, ເມື່ອຍັງບໍ່ທັນຄົ້ນຄ້ວາກ່ຽວກັບແນວພັນໝາກກະທັນປະສົມໃໝ່, ຄອບຄົວຂ້າພະເຈົ້າໄດ້ປູກແນວພັນເກົ່າທີ່ມີຄຸນນະພາບ ແລະ ລາຄາຕ່ຳ. ແຕ່ຫຼັງຈາກໄດ້ຮັບການໜູນຊ່ວຍດ້ານເຕັກນິກ, ປູກແນວພັນໝາກກະທັນໃໝ່, ເມື່ອເກັບກ່ຽວໝາກກະທັນກໍ່ມີຮູບແບບງາມຕາ, ລາຄາສູງກ່ວາ 2-3 ເທົ່າ, ດັ່ງນັ້ນ, ລາຍຮັບກໍ່ດີກ່ວາເມື່ອທຽບກັບເມື່ອກ່ອນ.

  ຄອບຄົວອ້າຍລາ ແລະ ອ້າຍເທືອງ ແມ່ນ 2 ໃນຈຳນວນນັບພັນຄອບຄົວປູກຕົ້ນໄມ້ກິນໝາກ ຊື່ງພວມໄດ້ຮັບການໜູນຊ່ວຍດ້ານເຕັກນິກ, ເຕັກໂນໂລຊີຈາກແຂວງ ເຊີນລາ ໃນວິວັດການພັດທະນາການປູກຕົ້ນໄມ້ກິນໝາກ. ທ່ານ ຫງວຽນຢຸຍຮວ່າງ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ເຊີນລາ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ການໝູນໃຊ້ວິທະຍາສາດເຕັກໂນໂລຊີ ຖືກຖືວ່າ ແມ່ນ “ໄມ້ງັດ” ເພື່ອໃຫ້ແຂວງ ເຊີນລາ ບືນຕົວຂຶ້ນ ໃນການພັດທະນາການປູກຕົ້ນໄມ້ກິນໝາກ. ປະຈຸບັນ, ຢູ່ ເຊີນລາ ມີ 24 ຜະລິດຕະພັນກະເສດ, ໃນນັ້ນ ມີ 11 ຜະລິດຕະພັນຕົ້ນໄມ້ກິນໝາກ ທີ່ໄດ້ຮັບເອກະສານອາລັກຂາຈາກກົມກຳມະສິດທາງພູມປັນຍາ ດ້ວຍຮູບແບບແນະນຳທີ່ຕັ້ງພູມສາດ, ຍີ່ຫໍ້ຢັ້ງຢືນ, ຍີ່ຫໍ້ໝູ່ຄະນະ; ຫຼາຍຜະລິດຕະພັນໝາກໄມ້ ໄດ້ເຂົ້າຮ່ວມລະບົບການຜະລິດ, ຈຳໜ່າຍຜະລິດຕະພັນປອດສານພິດ ບັນລຸມາດຕະຖານຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍການເຂົ້າຮ່ວມຂອງນັບພັນຄອບຄົວໃນແຂວງ. ໃນນັ້ນສະເພາະໝາກມ່ວງມົນ ອຽນເຈົາ ນອນໃນບັນຊີລາຍຊື່ໄດ້ຮັບການອາລັກຂາຢູ່ ເອີລົບ ຕາມສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA). ເລື່ອງຜະລິດຕະພັນຂອງແຂວງ ໄດ້ຮັບການອອກເອກະສານຢັ້ງຢືນອາລັກຂາ ໄດ້ປະກອບສ່ວນຢັງຢືນເຄື່ອງໝາຍການຄ້າ, ແຫຼ່ງກຳເນີດຂອງສິນຄ້າ, ຜ່ານນັ້ນ ກໍ່ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃນຂອດຈຳໜ່າຍ, ພິດເສດແມ່ນການສົ່ງອອກຜະລິດຕະພັນກະເສດ. ທ່ານ ຫງວຽນຢຸຍຮວ່າງ ເນັ້ນໜັກວ່າ:

 ພວກຂ້າພະເຈົ້າສືບຕໍ່ສຸມໃສ່ຄັດເລືອກບັນດາແນວພັນຕົ້ນໄມ້ກິນໝາກທີ່ມີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນປະຈຸບັນ, ໃຫ້ຜະລິດຕະພັນທີ່ມີຄຸນນະພາບດີກ່ວາ ແລະ ສະມັດຕະພາບສູງກ່ວາ. ນອກຈາກນັ້ນ ກໍ່ສຸມໃສ່ຄົ້ນຄ້ວາການໝູນໃຊ້ເພື່ອປະຕິບັດການຖ່າຍທອດວຽກງານຄົ້ນຄ້ວາ, ປຸງແຕ່ງ, ຮັກສາ ສຳລັບບັນດາຜະລິດຕະພັນຕົ້ນໄມ້ກິນໝາກຂອງແຂວງ.

   ເພື່ອສືບຕໍ່ເສີມຂະຫຍາຍບັນດາທ່າແຮງຂອງທ້ອງຖິ່ນ, ຊຸກຍູ້ການສ້າງໂຄງປະກອບກະສິກຳຄືນໃໝ່ ໃນບໍລິເວນແຂວງ ໄລຍະ 2021-2025, ແຂວງ ເຊີນລາ ຈະສຸມໃສ່ຂຸດຄົ້ນ, ໝູນໃຊ້ບັນດາທ່າໄດ້ປຽບດ້ານທຳມະຊາດໃຫ້ເປັນຢ່າງດີ, ກໍ່ສ້າງ ແລະ ພັດທະນາບັນດາເຂດກະສິກຳໝູນໃຊ້ເຕັກໂນໂລຊີສູງ ບັນລຸບັນດາມາດຖານສາກົນ ກ່ຽວກັບການຄ້ຳປະກັນສະບຽງອາຫານຕາມລະບົບມູນຄ່າ, ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ. ທຸກຢ່າງແມ່ນເພື່ອມຸ່ງໄປເຖິງເປົ້າໝາຍກໍ່ສ້າງແຂວງ ເຊີນລາ ກາຍເປັນສູນກາງພັດທະນາກະສິກຳໝູນໃຊ້ເຕັກໂນໂລຊີສູງຂອງເຂດຕາເວັນຕົກສ່ຽງເໜືອ ຫວຽດນາມ ໃນໄລຍະຈະມາເຖິງ./.

ຕອບກັບ