ການສ້າງສະຫະກອນແບບໃໝ່ຕິດພັນກັບການພັດທະນາລະບົບມູນຄ່າຜະລິດຕະພັນ

Lai Hoa - Lan Anh
Chia sẻ
ໃນ​ຈຳນວນ​ສະຫະກອນກະສິກຳ​ 10.000 ​ແຫ່ງ​ຂອງ​ທົ່ວ​ປະ​ເທດ​, ປະຈຸ​ບັນ​ນັ້ນມີ​ ສະຫະກອນພຽງ 40% ​ເຄື່ອນ​ໄຫວ​ຢ່າງ​ມີປະສິດທິ​ຜົນ​ເທົ່າ​ນັ້ນ. ທີ່​ກອງ​ປະຊຸມ​ສະຫລຸບ 3 ປີ​ແຫ່ງ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ສະຫະກອນ​ແບບ​ໃໝ່​ຫວ່າງ​​ມໍ່ໆ​ມານີ້

(vovworld) - ໃນ​ຈຳນວນ​ສະຫະກອນກະສິກຳ​ 10.000 ​ແຫ່ງ​ຂອງ​ທົ່ວ​ປະ​ເທດ​, ປະຈຸ​ບັນ​ນັ້ນມີ​ ສະຫະກອນພຽງ 40% ​ເຄື່ອນ​ໄຫວ​ຢ່າງ​ມີປະສິດທິ​ຜົນ​ເທົ່າ​ນັ້ນ. ທີ່​ກອງ​ປະຊຸມ​ສະຫລຸບ 3 ປີ​ແຫ່ງ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ສະຫະກອນ​ແບບ​ໃໝ່​ຫວ່າງ​​ມໍ່ໆ​ມານີ້, ມີ​ຫຼາຍຄຳ​ເຫັນຖື​ວ່າ: ​ເພື່ອ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ສະຫະກອນ​ກະສິກຳ ​ແມ່ນຕ້ອງ​ຍູ້​ແຮງ​ການ​ກໍ່ສ້າງ​ຮູບ​​ແບບ​ຮ່ວມ​ສຳພັນ​ທຳ​ການ​ຜະລິດ ​ແລະ ຈຳໜ່າຍຜະລິດ​ຕະພັນຕາ​ມລະບົບມຸນ​ຄ່າ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລ້າຍ​ຮວາ.

ການສ້າງສະຫະກອນແບບໃໝ່ຕິດພັນກັບການພັດທະນາລະບົບມູນຄ່າຜະລິດຕະພັນ - ảnh 1
ພາບປະກອບ

ຕາ​ແສງ ກ໋ຽນ​ແທ່ງ, ​ເມືອງ ​ເຈີ໋ນອຽນ, ​ແຂ​ວງ ​ອຽນ​ບ໋າ​ຍ ມີ​ເນື້ອ​ທີ່​ກ້ວາງກ່ວາ 8,8 ​ເຮັກຕາ, ສ່ວນ​ຫຼາຍ​ແມ່ນ​ດິນປ່າ. ນີ້​ແມ່ນຈຸດ​ສຸມ​ໃນ​​ແຜນ​ກຳນົດ​ປູກ​ໄມ້​ໄຜ່​ເອົາ​ໜໍ່​ໄມ້​ຂອງ​ແຂ​ວງ, ປະ​ຈຸ​ບັນ, ສະຫະກອນ​ບໍລິການ​ສັງ​ລວມ ກ໋ຽນ​ແທ່ງ ​ໄດ້​ຮັບ​ການຈັດຕັ້ງ​ຄືນ​ໃໝ່​ຕາມ​ກົດໝາຍ​ວ່າ​ດ້ວຍ​ສະຫະກອນ​ປີ 2012, ​​ຮ່ວມ​ສຳພັນ​ກັບ​ບໍລິສັດ ອຽນ​ແທ່ງ, ​ເມືອງ ອຽນ​ບີ່​ງ ​ໃນ​ວິວັດ​ການ​ປູກ, ​ເກັບ​ກ່ຽວ, ປຸງ​​ແຕ່ງ ​ແລະ ສົ່ງ​ອອກ​ຜະລິດ​ຕະພັນ​ໜໍ່​ໄມ້ ບາດ​ໂດ້. ​ແຕ່​ປີ 2015 ມາ​ຮອດ​ປະ​ຈຸ​ບັນ, ສະຫະກອນ​ໄດ້​ເກັບ​ກ່ຽວ, ຈຳໜ່າຍ​ປະລິ​ມານ​ໜໍ່​ໄມ້ ບາດ​ໂດ້ ຂອງ​ບັນດາສະມາຊິກ​ສະຫະກອນ ​ແລະ ຂອງ​ປະ​ຊາ​ຊົນ​ໄດ້​ປະມານ 90%, ບັນລຸ​ລາຍ​ຮັບ​ກ່ວາ 6 ຕື້​ດົ່ງ, ສ້າງ​ວຽກ​ເຮັດ​ງານ​ທຳ​​ເປັນ​ປົກກະຕິ​ໃຫ້​ຄົນ​ງານ 30 ຄົນ​​ດ້ວຍ​ລະດັບ​ເງິນ​ເດືອນ 3,5 ລ້ານ​ດົ່ງ/ຄົນ/​ເດືອນ. ຕາມ​ທ່ານ ​ເຈີ່ນ​ງອກ​ສື​, ຜູ້ອຳນວຍການ​ສະຫະ​ກອນ ກຽນ​ແທ່ງ ​ແລ້ວ, ນັບ​ແຕ່​ເມື່ອ​ປະຕິບັດ​ການ​ຮ່ວມ​ສຳພັນ​ລົງທຶນ​ຕາມ​ລະບົບມຸນ​ຄ່າ​​ການ​ເຄື່ອນ​ໄຫວໄດ້​ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນທຸກ​ຍາກ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ຊາວ​ຊົນ​ເຜົ່າ​ຢູ່​ທ້ອງ​ຖິ່ນ:

“​ເມື່ອ​ຮ່ວມ​ສຳພັນ​ກັບ​ບໍລິສັດ ອຽນ​ແທ່ງ​ ນັ້ນ, ຜະລິດ​ຕະພັນ​ຂອງ​ພໍ່​ແມ່​ປະຊາຊົນ​ຖືກ​ຂາຍ​ດ້ວຍ​ລາຄາ​ສູງ​ກ່ວາ, ​​ແລະໄດ້​ຮັບ​ການ​ປຸງ​ແຕ່ງ​​ເປັນ​ຜະລິດ​ຕະພັນ​ໜໍ່​ໄມ້​ສົ່ງ​ອອກ ທີ່​ມີ​ມູນ​ຄ່າ​ ເສ​ດຖະກິດ​ສູງ, ຊ່ວຍ​ໃຫ້​ພໍ່​ແມ່​ປະຊາຊົນ​​ເພີ່ມລາຍ​ຮັບ​ຕື່ມ​ອີກ. ​ເມື່ອ​ສະຫະກອນ​ບໍ່ທັນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ນັ້ນ, ​ໃນ​ເນື້ອ​ທີ​່ ປູກ​ໜໍ່​ໄມ້ 1 ​ເຮັກຕາ ສາມາດສ້າງ​ລາຍ​ຮັບ​ໄດ້​ແຕ່ 20 30 ລ້ານ​ເທົ່າ​ນັ້ນ, ​ ​ແຕ່​ເມື່ອ​​ໄດ້​ຮັບ​ການສ້າງ​ຕັ້ງ ​ແລະ ຮ່ວມ​ສຳພັນ​, ຮ່ວມ​ທຸລະ​ກິດ​ກັບ​ບໍລິສັດ​, ລາຍ​ຮັບ​ຂອງ​ພໍ່​ແມ່​ປະຊາຊົນ​​ໄດ້ເພີ່ມ​ຂຶ້ນ​ແຕ່ 40 50 ລ້ານ/ເຮັກຕາ.”

ການສ້າງສະຫະກອນແບບໃໝ່ຕິດພັນກັບການພັດທະນາລະບົບມູນຄ່າຜະລິດຕະພັນ - ảnh 2

ພາບປະກອບ

ຈາກ​ບັນດາ​ຜົນງານ​​ເບື້ອງ​ຕົ້ນ​ໃນການ​ຮ່ວມ​ສຳພັນ​ລະຫວ່າງ​ສະຫະກອນ ​ກັບ ວິ​ສາ​ຫະກິດ, ບໍລິສັດ ຮື​ງທິ້ງ ຈຳກັດ, ​ເມືອງ ​ເຈີ໋ນອຽນ ກໍ່​ໄດ້​ຮ່ວມ​ສຳພັນ​ກັບ​ບັນດາ​ສະຫະກອນ ​ເຈື່ອງ​ຊວນ, ​ເຕີນ​ເຮືອງ ​ເມືອງ ອຽນ​ບີ່​ງ ​ແລະ ສະຫະກອນ ກຽນ​ທ້ວນ, ​ເມືອງ ວັນ​ເຈີ໋ນ ລົງທຶນ​ປະກອບເຕັກ​ນິກ​​ບົວລະບັດ, ​ເກັບ​ກຽວ​ຊາຕາ​ມມາ​ດຕະຖານ VietGap (​ເຊິ່ງ​ແມ່ນ​ການ​ປະຕິບັດ​ການ​ຜະລິດ​ກະສິກຳ​ທີ່ມີ​ຄຸນ​ນະພາ​ບດີ​ຢູ່ ຫວຽດນາມ). ສະຫະກອນ​ໄດ້​ຂົນຂວາ​ຍບັນດາ​ຄອບຄົວ​ປູກ​ຕົ້ນ​ຊາ​ເຂົ້າ​ຮ່ວມ​ຊຸດເຝິກອົບຮົມ, ມອບ​​ໂອນ​ເຕັກນິກ​ໃນ​ການ​ປູກຝັງ ​ແລະ ​ເກັບ​ກຽວ​ເພື່ອ​ຮັບປະກັນ​ມາດຕະຖານ​ດ້ານ​ຄຸນ​ນະພາ​ບ, ສ້າງ​ປະຖົມ​ປັດ​ໄຈ​ເພື່ອ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຍົກ​ສູງ​ຄຸນ​ນະພາ​ບ​ ​ຮັບ​ໃຊ້​​ໃຫ້​ແກ່ການ​ສົ່ງ​ອອກ. ທ່ານ ຈື໋ກວກ​ຕ໋ວນ, ຜູ້ອຳນວຍການ​ບໍລິສັດ ຮື​ງທິ້ງ ຈຳກັດ, ຢັ້ງຢືນ​ວ່າ:

“ພວກ​ຂ້າພະ​ເຈົ້າ​ໄດ້​ສົມທົບ​ກັບ​ສະຫະກອນ​ນັບແຕ່​ປີ 2002, ຄາວ​ນັ້ນ, ຍັງ​ກະ​ແຈກ​ກະຈາຍ​ຫຼາຍຢູ່ ຮອດ​ເດືອນ ​5/2015 ​ຈຶ່ງ​ສ້າງ​ຕາມ​ລະບົບ ​ແລະ ​ເຫັນ​ວ່າ​ມີປະສິດທິ​ຜົນ​ຢ່າ​ງຈະ​ແຈ້ງ. ຜະລິດ​ຕະພັນ​ຊາ​ຂອງ​ພໍ່​​ແມ່​ປະຊາຊົນ​ຄ່ອຍໆ​ບັນ​ລຸມາດຕະຖານ​ກ່ວາ. ບົນ​ພື​້ນຖານ​ນັ້ນ, ຄຸນ​ນະພາ​ບ​ກໍ່ເພີ່ມ​ຂຶ້ນ. ທີ​ສາມ, ​ແມ່ນພໍ່​ແມ່​ປະຊາຊົນ​ໄດ້​ຮູ້​ວິທີບົວ​ລະ​ບັດ​ຕົ້ນ​ຊາ​ປອດ​ສານຜິດ​ກ່ວາ ​ແລະ ຮູ້​​ໃຊ້ຝຸ່ນ, ຢາຂ້າ​ສັດຕູ​ພືດ​ຢ່າງເໝາະ​ສົມ.”

ສະພາບ​ຕົວ​ຈິງ​ຢູ່​ແຂວງ ອຽນ​ບ໋າ​ຍ ​ ສະ​ແດງ​ໃຫ້​ເຫັນ​ວ່າ, ​ເພື່ອ​ໃຫ້​ບັນດາ​ກົນ​ໄກ​ນະ​ໂຍບາຍ​ສະຫະ​ກອນສືບ​ຕໍ່​ກ້າວ​ເຂົ້າ​ສູ່​ຊີວິດ​ນັ້ນ, ຕ້ອງ​ກຳນົດ​ລະບົບ​ມູນຄ່າ​ຜະລິດ​ຕະພັນ​ໃນ​ການ​ຜະລິດ​ກະສິກຳ. ​ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ມຸນ​ຄ່າ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດນັບ​ມື້​ນັບ​​ໃຫຍ່​ຫຼວງນັ້ນ, ສະຫະກອນ​ຂະໜາດນ້ອຍ​ແຕ່ລະ​ແຫ່ງ​ບໍ່​ສາ​ມາກ​ປະຕິບັດ​ບັນດາ​ມຸນ​ຄ່າ, ດັ່ງ​ນັ້ນ, ສະຫະກອນ​ຕ້ອງ​ຮ່ວມ​ສຳພັນ​ນຳ​ກັນ​ຈຶ່ງ​ມີ​ຄວາມ​ສາມາດ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດຢ່າງ​ພຽງພໍ ​ແລະ ​ເຮັດ​ໃຫ້​ມູນ​ຄ່າ​ລະບົບ​ການ​ຜະລິດ​ກະສິກຳ​ເພີ່ມ​ຂຶ້ນ​ໄດ້. ທ່ານ ຫວໍ​ກິມກື້, ປະທານ​ສະຫະພັນ​ສະຫະກອນ ຫວຽດນາມ​, ຖື​ວ່າ: ​ເພື່ອ​ສ້າງ​ຕັ້ງ​ສະຫະກອນ​ແບບ​ໃໝ່​ຕິດ​ພັນ​ກັບ​ລະບົບ​ມູນຄ່າ​ຜະລິດ​ຕະພັນ ຕ້ອງ​ການ​ມີ​ຜູ້ອຳ​ນວນ​ການ​ສະຫະກອນ​ທັງ​ມີ​ຈິດ​ໃຈ ທັງ​ມີ​ຄວາມ​ສາມາດ. ພິ​ເສດ, ຕ້ອງ​ວາງ​ແຜນ​ຜັງ​ຜະລິດ​ຕະພັນ​ມີ​ຂອບ​ຂະໜາດ​ສິນຄ້າ ​ແລະ ຜະລິດ​ຕະພັນທີ່​ມີ​ກຳລັງ​ແຜ່​ຂະຫຍາຍ:

“ຄວາມ​ຮັບຜິດຊອບ​ຂອງ​ສະຫະພັນ​ສະຫະກອນ​ແມ່ນ​ເຊື່ອມ​ຕໍ່​ລະບົບ​ໜ່ວຍ​ຮ່ວມ​ມື, ສະຫະກອນ, ທັງ​ສຶກສາ, ທັງ​ໂຄສະນາ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​​ໃຫ້​ພະນັກງານ. ພ້ອມ​ທັງ​ປະຕິບັດສຳ​ເລັດ​ພັນທະ​ສຳລັບ​ວິ​ສາ​ຫະກິດ​ຄື: ​ເຊັນ​ສັນຍາ​ມອບ-ສົ່ງ​ສິນຄ້າ​ຢ່າງ​ເຂັ້ມ​ງວດ, ຮັບປະກັນ​ຄຸນ​ນະພາ​ບ, ​ເວລາ ​ແລະ ຈຳນວນ. ຖ້າຫາກ​ມອບ-ສົ່ງ​ສິນຄ​້າບໍ່​ມີ​ຄຸນ​ນະພາ​ບຈະ​ເສຍ​​ອິດ​ທິພົນ, ​ເຄື່ອງໝາຍ​ການ​ຄ້າ​ ສົ່ງຜົນ​ສະທ້ອນ​ເຖິງ​ສະຫະກອນ. ພ້ອມ​ກັນ​ແບ່ງປັນ​ກັບ​ວິ​ສາ​ຫະກິດ, ສ້າງ​​ວິ​ສາ​ຫະກິດ​​ໃຫ້ພັດທະນາ​ຢ່າງສະ​ເໝີ​ພາບ​ໃນ​ຕະຫຼາດ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ.”

​ເພື່ອ​ໃຫ້​ບັນດາ​ກົນ​ໄກ​ນະ​ໂຍບາຍ​ສະຫະກອນ​ສືບ​ຕໍ່​ກ້າວ​ເຂົ້າ​ສູ່​ຊີວິດ, ຕ້ອງ​ກຳນົດ​ລະບົບ​ມູນຄ່າ​ຜະລິດ​ຕະພັນ​ໃນ​ການ​ຜະລິດ​ກະສິກຳ. ດັ່ງ​ນັ້ນ, ດ້ວຍ​ການ​ສ້າງ​ຕັ້ງ​​ບັນດາ​ຮູບ​ແບບ​ສະຫະກອນ​ແບບ​ໃໝ່​ຕິດ​ພັນ​ກັບ​ການ​ພັດທະນາ​ລະບົບ​ມູນຄ່າ​ຜະລິດ​ຕະພັນໃນ​ເບື້ອງ​ຕົ້ນ, ຫວັງ​ວ່າ​ຈະ​ສ​້າງກຳລັງ​ໜູນ, ກາຍ​ເປັນ​ໄມ້​ງັດ, ຊຸກ​ຍູ້​ເສດຖະກິດ​ລວມໝູ່​ພັດທະນາ, ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະ​ນາ​ກະສິກຳ.