ການ​ຂະ​ຫຍາຍສະ​ມາ​ຊິກ​ພັກ ແລະ ຊ່ວຍ ປ​ຊ​ຊ ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຢູ່​ບ້ານ ກໍ​ເດືອ

ທູ​ຮ​ວາ
Chia sẻ
(VOVWORLD) -

ເສັ້ນທາງໄປບ້ານ ກໍເດືອ, ຕາແສງເມື່ອງຊາຍ, ເມືອງຊົງມ້າ, ແຂວງເຊີນລາ ແມ່ນເສັ້ນທາງທຸລະກັນດານທີ່ສຸດ. ທ່ານ ຕ່ອງວັນຫວຽດ, ເລຂາຄະນະພັກ ຕາແສງເມື່ອງຊາຍ ໃຫ້ຮູ້ວ່າ: ຖ້າເສັ້ນທາງສາຍນີ້ໄດ້ກໍ່ສ້າງສຳເລັດໃນເດືອນໜ້າ, ແນ່ນອນວ່າ, ເສັ້ນທາງຍາວທີ່ປະມານ 10 ກມ ຈະໄປຮອດບ້ານຈະໄວກ່ວາທົບຫຼາຍເທົ່າ.

ການ​ຂະ​ຫຍາຍສະ​ມາ​ຊິກ​ພັກ ແລະ ຊ່ວຍ ປ​ຊ​ຊ ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຢູ່​ບ້ານ ກໍ​ເດືອ - ảnh 1ເສັ້ນທາງໄປບ້ານກໍເດືອ

 ກໍເດືອ ແມ່ນບ້ານຊາຍແດນເຂດພູສູງ ທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດຂອງ ຕາແສງເມື່ອງຊາຍ ດ້ວຍ 100% ແມ່ນຊາວຊົນເຜົ່າມົ້ງ ທີ່ຖືສາສະໜາ ໂປຣແຕສຕັງ. ມື້ນີ້, ທ່ານເລຂາຄະນະພັກ ຕາແສງເມື່ອງຊາຍ ຕ່ອງວັນຫວຽດ,  ເລຂາໜ່ວຍພັກບ້ານ ກໍເດືອ ຢ່າງອາປໍ ແລະ ທ່ານພັນຕີ ກ່ວາງວັນຊົມ, ພະນັກງານການເມືອງປ້ອມປ້ອງກັນຊາຍແດນດ່ານ ຈຽງເຄືອງ ໄດ້ໄປຢ້ຽມຢາມ ປຊຊ ບ້ານກໍເດືອ ໂດຍບໍ່ມີການນັດໝາຍກ່ອນ. ເຂົາເຈົ້າໄດ້ເຂົ້າຢ້ຽມບ້ານຂອງນາຍບ້ານ ຢ່າງກາຢ້າ ຜູ້ທີ່ຫາກໍ່ກັບມາຈາກການຮຽນບຳລຸງຄວາມຮູ້ ສະຫງວນໃຫ້ແກ່ສະມາຊິກພັກຄົນໃໝ່ຢູ່ເມືອງຊົງມ້າ.

   ຄະນະພັກ ສົມທົບກັບຄະນະກຳມະການຕາແສງ ແລະ ປ້ອມປ້ອງກັນຊາຍແດນ ໄປຢ້ຽມຢາມ ປຊຊ ເພື່ອຢາກຮູ້ວ່າ ປຊຊ ພັດທະນາການຜະລິດຄືແນວໃດ ແລະ ເບິ່ງສະພາບການດຳເນີນຊີວິດຂອງໜ່ວຍພັກ. ເວລານີ້ ປະຊາຊົນພວມກຽມການຫວ່ານກ້າແມ່ນບໍ່

ປະຈຸບັນ ປຊຊ ພວມຕັດຫຍ້າ, ພຸນດິນເພື່ອກຽມປູກສາລີ ແລະ ເຂົ້າ ໃນເດືອນມິຖຸນາຈະມາເຖິງນີ້. ການດຳເນີນຊີວິດຢູ່ໜ່ວຍພັກກໍ່ເປັນປົກກະຕິ.

ການ​ຂະ​ຫຍາຍສະ​ມາ​ຊິກ​ພັກ ແລະ ຊ່ວຍ ປ​ຊ​ຊ ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຢູ່​ບ້ານ ກໍ​ເດືອ - ảnh 2ເອື້ອຍຄູ ແລະ ນັກຮຽນບ້ານກໍເດືອ

 ກໍເດືອ ແມ່ນບ້ານປະສົບກັບຄວາມຫຍຸ້ງຍາກທາງດ້ານພູມສັນຖານ ແລະ ເສັ້ນທາງຄົມມະນາຄົມທີ່ສຸດ, ນັບແຕ່ກ່ອນມາຮອດປະຈຸບັນ, 100% ຄອບຄົວໃນບ້ານ ກໍເດືອ ໄດ້ປູກແຕ່ຕົ້ນສາລີ ແລະ ມັນຕົ້ນຢ່າງດຸໝັ່ນຂະຫຍັນພຽນ ແຕ່ຍັງບໍ່ທັນໄດ້ຫລຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອ. ຄະນະພັກຕາແສງ ເມື່ອງຊາຍ ກຳນົດວ່າ ເມື່ອເສດຖະກິດໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງ ປຊຊ ໄດີຮັບການຍົກສູງຂຶ້ນ ບ້ານກໍເດືອ ຈະສາມາດຫລຸດພົ້ນອອກຈາກຄວາມທຸກຍາກໄດ້ ແລະ ສະມາຊິກພັກຈະຕ້ອງແມ່ນຜູ້ນຳໜ້າ, ແມ່ນປັດໄຈເຊື່ອມຕໍ່, ໜູນຊ່ວຍ ປຊຊ ພັດທະນາເສດຖະກິດ ແລະ ພັດທະນາບ້ານ. ແຕ່ ກໍເດືອ ບໍ່ມີສະມາຊິກພັກ, ສະນັ້ນ, ສະມາຊິກພັກ ຢ່າງອາປໍ, ລັດຖະກອນຂອງຕາແສງເມື່ອງຊາຍ ໄດ້ຖືກສົ່ງໄປດຳເນີນຊີວິດຢູ່ບ້ານ ກໍເດືອ ແລະ ຮັບຜິດຊອບການຂະຫຍາຍສະມາຊິກພັກຢູ່ທີ່ນີ້. ຕົ້ນປີ 2020, ທ່າວອາລອງ ແລະ ຢ່າງອາຢ້າ ໄດ້ຮັບເຂົ້າເປັນສະມາຊິກພັກ, ສະມາຊິກພັກ 2 ຄົນທຳອິດຂອງບ້ານ ກໍເດືອ ພ້ອມກັບ ຢ່າງອາປໍ-ເລຂາໜ່ວຍພັກບ້ານກໍເດືອ ຊົ່ວຄາວ ໄດ້ມານະພະຍາຍາມໂຄສະນາເຜີຍແຜ່, ແນະນຳໃຫ້ ປຊຊ ໃນການປະຕິບັດບັນດາແຜນນະໂຍບາຍຂອງພັກ ແລະ ລັດ, ກ່ອນອື່ນໝົດແມ່ນຂົນຂວາຍ ປຊຊ ພັດທະນາການຜະລິດ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ. ຢ່າງອາປໍ ໃຫ້ຮູ້ວ່າ:

ຍ້ອນບ້ານກໍເດືອ ມີ ປຊຊ 100% ແມ່ນຊາວເຜົ່າມົ້ງ, ຢູ່ເຂດຫ່າງໄກສອກຫລີກ, ມີການສຳຜັດກັບສັງຄົມໜ້ອຍ, ຂໍ້ມູນຂ່າວກ່ຽວກັບບັນດາແຜນນະໂຍບາຍຂອງພັກກໍ່ຂາດເຂີນຫຼາຍ. ການໂຄສະນາເຜີຍແຜ່ ບັນດາແຜນນະໂຍບາຍ, ເຮັດໃຫ້ ປຊຊ ເຂົ້າໃຈ ແລະ ນຳໃຊ້ບັນດານະໂຍບາຍເຂົ້າໃນການຜະລິດ ກໍ່ແມ່ນບັນຫາທີ່ຍັງຖືກຕິດຄັດ.

ການ​ຂະ​ຫຍາຍສະ​ມາ​ຊິກ​ພັກ ແລະ ຊ່ວຍ ປ​ຊ​ຊ ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຢູ່​ບ້ານ ກໍ​ເດືອ - ảnh 3ມອບຂອງຂວັນໃຫ້ ປຊຊ ບ້ານກໍເດືອ

 ຍ້ອນໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ, ອົງຄະນະພັກ ແລະ ອຳນາດການປົກຄອງຕາແສງເມື່ອງຊາຍ, ບ້ານກໍເດືອ ໄດ້ຮັບຫຼາຍໂຄງການໜູນຊ່ວຍ ປຊຊ ເພື່ອລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ພິເສດ, ເລື່ອງລັດລົງທຶນກກໍ່ສ້າງເສັ້ນທາງຄົມມະນາຄົມຊົນນະບົດໄປຍັງບ້ານກໍເດືອ ຈະນຳມາເຊິ່ງຫຼາຍແງ່ຫວັງກ່ຽວກັບການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກຢູ່ທີ່ນີ້. ທ່ານ ຕ່ອງວັນຫວຽດ ເລຂາຄະນະພັກ ຕາແສງເມື່ອງຊາຍ ໃຫ້ຮູ້ວ່າ:

   ນັບແຕ່ມີສະມາຊິກພັກ, ສະພາບເສດຖະກິດສັງຄົມຂອງບ້ານ ໄດ້ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຢ່າງ, ສະຕິຄວາມຮັບຮູ້ຂອງ ປຊຊ ກໍ່ໄດ້ຮັບການຍົກສູງຂຶ້ນ. ທາງຕາແສງກໍ່ໄດ້ສຸມທຸກແຫຼ່ງກຳລັງ, ນຳໃຊ້ແຫຼ່ງກຳລັງຂອງລັດ ເພື່ອລົງທຶນກໍ່ສ້າງພື້ນຖານໂຄງລ່າງຄື: ເສັ້ນທາງໄປມາ, ໂຮງຮຽນ, ຕາໜ່າງໄຟຟ້າ… ປະຈຸບັນ ກໍ່ກຳລັງລົງທຶນກໍ່ສ້າງເສັ້ນທາງໄປເຖິງບ້ານ. ຄາດວ່າເດືອນໜ້າຈະກໍ່ສ້າງສຳເລັດ, ເພື່ອໃຫ້ ປຊຊ ມີການແລກປ່ຽນສິນຄ້າຢ່າງສະດວກສະບາຍ ແລະ ສາມາດ ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກເທື່ອລະກ້າວ.

ພ້ອມກັບຄວາມເອົາໃຈໃສ່ຈາກອົງຄະນະພັກ, ອຳນາດການປົກຄອງຕາແສງເມື່ອງຊາຍ, ປ້ອມປ້ອງກັນຊາຍແດນດ່ານ ຈຽງເຄືອງ ກໍ່ມີຫຼາຍການເຄື່ອນໄຫວໜູນຊ່ວຍຊີວິດດ້ານວັດຖຸ ແລະ ຈິດໃຈຂອງ ປຊຊ ບ້ານກໍເດືອ. ແຕ່ລະເທື່ອທີ່ໄປຢ້ຽມຢາມ ປຊຊ ໃນບ້ານຄືມື້ນີ້, ພະນັກງານ, ນັກຮົບ ປ້ອມປ້ອງກັນຊາຍແດນດ່ານ ຈຽງເຄືອງ ກໍ່ໄດ້ກຳແໜ້ນຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຂອງ ປຊຊ  ແລະ ໜູນຊ່ວຍ ປຊຊ ໃນທຸກດ້ານຂອງຊີວິດເປັນປະຈຳ.

-     ໃນການໄປປະຕິບັດງານ, ດຳເນີນຊີວິດພ້ອມກັບ ປຊຊ, ຕາມນາຍບ້ານແລ້ວ, ປຊຊ ມີຂໍ້ສະໜີ, ມີຄວາມມຸ່ງຫວັງ ໃດແດ່ທີ່ຕ້ອງການຈະສະເໜີກັບທະຫານຊາຍແດນບໍ່

-     ທາງບ້ານຫວັງວ່າ ທະຫານຊາຍແດນຈະຂຶ້ນໄປຢ້ຽມຢາມ ປຊຊ ຈັກໜຶ່ງ ຫາສອງວັນໃນອາອິດໄດ້ບໍ່

-     ເຈົ້າ, ພະນັກງານ ນັກຮົບປ້ອມປ້ອງກັນຊາຍແດນຈະມີຫຼາຍລາຍການ, ຖ້າຕັດຜົມໃຫ້ ປຊຊ ບໍ່ຕ້ອງເສຍຄ່າຈະເຕົ້າໂຮມ ປຊຊ ໄດ້ບໍ່

-     ເຈົ້າ, ຖ້າຫາກວ່າ ທະຫານປ້ອງກັນຊາຍແດນມາຕັດຜົມໃຫ້ ປຊຊ ຫລືມອບຂອງຂວັນ, ປຊຊ ຈະມີຄວາມພາກພູມໃຈທີ່ສຸດ

-     ລູກຫຼານໃນບ້ານກໍ່ມີຫ້ອງຮຽນອະນຸບານ ໂດຍພັກ ແລະ ລັດກໍ່ສ້າງໃຫ້ໃຫ່ຍໂຕ ແລະ ສວຍງາມແລ້ວ. ຖ້າຢາກໄດ້ຫຍັງ ກໍ່ສະເໜີມາ ເພື່ອທະຫານປ້ອງກັນຊາຍແດນ ພ້ອມກັບຕາແສງ ແລະ ບັນດາຜູ້ມີໃຈບຸນໃຈກຸສົນ ຈະຊ່ວຍເຫຼືອໃຫ້ ປຊຊ

-     ເຈົ້າ ນັກຮຽນກໍ່ຢາກໄດ້ຮັບໂສ້ງເສື້ອ, ເກີບ ແລະ ປື້ມ, ສໍແດ່..

    ຄວາມເອົາໃຈໃສ່ຈາກອົງຄະນະພັກ, ອຳນາດການປົກຄອງຕາແສງເມື່ອງຊາຍ ແລະ ພະນັກງານ, ນັກຮົບ, ປ້ອມປ້ອງກັນຊາຍແດນດ່ານ ຈຽງເຄືອງ ໄດ້ຊ່ວຍໃຫ້ຊີວິດການເປັນຢູ່ຂອງ ປຊຊ ຊາວເຜົ່າມົ້ງ ຢູ່ບ້ານກໍເດືອ ນັບມື້ນັບຈະມີຄວາມອີ່ມໜຳສຳລານ ແລະ ມີຄວາມຜາສຸກຫຼາຍກ່ວາອີກ.

   ເສັ້ນທາງກໍ່ສ້າງໃໝ່ ພ້ອມກັບໂຄງການກໍ່ສ້າງຕາໜ່າງໄຟຟ້າ ຊື່ງໄດ້ຮັບການລົງທຶນດ້ວຍຈຳນວນເງິນເກືອບ 20 ຕື້ດົ່ງ ພວມກໍ່ສ້າງສຳເລັດແລ້ວ. ເສັ້ນທາງເຂົ້າບ້ານ ກໍເດືອ ຊື່ງເປັນບ້ານດຽວຢູ່ຕາແສງເມື່ອງຊາຍ ທີ່ຫາກໍ່ໄດ້ຮັບສະມາຊິກພັກ ໄດ້ເປັນການສະແດງໃຫ້ເຫັນຄວາມເບີກບານມ່ວນຊື່ນໃນເບື້ອງຕົ້ນຂອງການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ຄວາມຫຼ້າຫຼັງ ຢູ່ເຂດດິນແດນທີ່ມີ ປະຊາຊົນ ຊາວເຜົ່າມົ້ງເຖິງ 100%  ທີ່ຖືສາສະໜາ ໂປຼແຕສຕັງ.

ຕອບກັບ