ຄຳຖາມຂໍ້ທີ 5 ລວມມີ 3 ເນື້ອໃນ, ໃນນັ້ນ ມີຕອນຖາມວ່າ: ຕາມເພື່ອນແລ້ວ, ວິທະຍຸກະຈາຍສຽງ ຫວຽດນາມ ຕ້ອງປັບໃຫ້ເຂົ້າກັບການຫັນປ່ຽນທາງເຕັກໂນໂລຊີ ຄືແນວໃດ ເພື່ອຕອບສະໜອງໄດ້ຕາມຄວາມຕ້ອງການຂອງທ່ານຜູ້ຟັງສາກົນ ແລະ ສ້າງຂີດໝາຍແຫ່ງການພັດທະນາໃໝ່ໃນປະຫວັດສາດກະຈາຍສຽງຂອງຕົນ? ເພື່ອນສາມາດເຂົ້າອ່ານບັນດາບົດຂຽນທີ່ມີຫົວຂໍ້ “ກະຈາຍສຽງ ໃນສັງກາດນະວັດຕະກຳ” (ວັນທີ 13 ກຸມພາ 2025). ຜ່ານບົດຂຽນ, ທ່ານຈະເຫັນວ່າ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມີການປ່ຽນແປງໃໝ່, ຕັ້ງໜ້າຫັນເປັນດີຈີຕອນຢ່າງບໍ່ຢຸດຢັ້ງ ເພື່ອໄປທັນກັບທ່າອ່ຽງຂອງຍຸກສະໄໝ. ນອກຈາກບົດຂຽນດັ່ງກ່າວ, ທ່ານກໍສາມາດທາບທາມບັນດາຂໍ້ມູນກ່ຽວທີ່ຂ້ອງເຖິງວິທະຍຸກະຈາຍສຽງ ຫວຽດນາມ ໃນເວັບໄຊ vovworld.vn ຕື່ມອີກ.
ດ້ວຍບັນດາເນື້ອໃນອື່ນໆໃນຄຳຖາມນີ້, ຄະນະຈັດຕັ້ງເຊື່ອໝັ້ນວ່າ ດ້ວຍຄວາມຮັກ, ຄວາມສົນໃຈຂອງທ່ານທີ່ມີຕໍ່ວິທະຍຸກະຈາຍສຽງ ຫວຽດນາມ, ທ່ານຈະມີຄຳຕອບທີ່ຈັບອົກຈັບໃຈ. ຈົ່ງແບ່ງປັນແນວຄວາມຄິດ, ຄວາມຮູ້ສຶກຂອງທ່ານກັບພວກຂ້າພະເຈົ້າ. ນັ້ນຈະແມ່ນຄຳເຫັນປະກອບທີ່ຊ່ວຍໃຫ້ພວກຂ້າພະເຈົ້ານັບມື້ນັບພັດທະນາດີກວ່າ ແລະ ນັ້ນກໍແມ່ນການລະດົມກຳລັງໃຈຢ່າງໃຫຍ່ຫຼວງ, ຊ່ວຍໃຫ້ພວກຂ້າພະເຈົ້າມີກຳລັງໜູນສືບຕໍ່ຂະບວນວິວັດນຳ ຫວຽດນາມ ຫຍັບມໍ່ເຂົ້າໃກ້ກັບທ່ານຜູ້ຟັງ, ຜູ້ອ່ານໃນທົ່ວໂລກ.
ຫວັງວ່າ ທ່ານຈະພ້ອມກັບພວກຂ້າພະເຈົ້າແນະນຳການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ 2025 ນີ້ ໃຫ້ຜູ້ຟັງຜູ້ອ່ານຫຼາຍໆຄົນອີກ.
ຂໍອວຍພອນໃຫ້ທ່ານຈົ່ງຂຽນບົດເສັງໄດ້ເປັນຢ່າງດີ ແລະ ຍາດໄດ້ລາງວັນສູງໃນການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025.
ຈົ່ງເຂົ້າຮ່ວມການເສັງເພື່ອມີໂອກາດຄົ້ນຫາຄວາມງາມຂອງປະເທດ ຫວຽດນາມ!