ກະ​ຕິ​ກາການ​​ເສັງ​ ເພື່ອນ​ຮູ​້​ຫຍັງແດ່​ກ່ຽວ​ກັບ ຫວຽດ​ນາມ ປີ 2025

Chia sẻ

(VOVWORLD) - ການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ແມ່ນການເສັງໂດຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນ. ການເສັງແມ່ນມອບລາງວັນໃຫ້ແກ່ຜູ້ຂຽນທີ່ມີບົດສົ່ງເຂົ້າຮ່ວມການເສັງດີເດັ່ນຕາມຂໍ້ກຳນົດ.



ພາກທີ 1: ຂໍ້ກຳນົດລວມ

ມາດຕາ 1. ຊື່ຂອງການເສັງ

ການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ແມ່ນການເສັງໂດຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນ. ການເສັງແມ່ນມອບລາງວັນໃຫ້ແກ່ຜູ້ຂຽນທີ່ມີບົດສົ່ງເຂົ້າຮ່ວມການເສັງດີເດັ່ນຕາມຂໍ້ກຳນົດ.

ມາດຕາ 2. ເປົ້າໝາຍ, ຄວາມໝາຍຂອງການເສັງ

1.  ຜູ້ຟັງ, ຜູ້ອ່ານສາກົນມີໂອກາດສະແດງນ້ຳໃຈຄວາມຮັກແພງ ແລະ ຄວາມຮູ້ກ່ຽວກັບປະເທດ ແລະ ຊາວຫວຽດນາມ ໂດຍຜ່ານການເສັງ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຜູ້ຟັງສະແດງຄວາມຮູ້ສຶກຂອງຕົນທີ່ມີຕໍ່ວິທະຍຸກະຈາຍສຽງ ຫວຽດນາມ.

2.  ເຊີດຊູບັນດາຜູ້ຂຽນ, ກຸ່ມຜູ້ຂຽນທີ່ມີບົດສົ່ງເຂົ້າຮ່ວມການເສັງທີ່ດີເດັ່ນ. ປະກອບສ່ວນໂຄສະນາ, ຖະແຫຼງຂ່າວການຕ່າງປະເທດ, ໂຄສະນາພາບພົດຂອງປະເທດ ແລະ ຊາວຫວຽດນາມ.

3.  ປະກອບສ່ວນຜັນຂະຫຍາຍແຜນນະໂຍບາຍ, ແນວທາງ, ນະໂຍບາຍກ່ຽວກັບການຖະແຫຼງຂ່າວການຕ່າງປະເທດຂອງ ພັກ ແລະ ລັດ ຢ່າງມີປະສິດທິຜົນ, ເພີ່ມທະວີການພົວພັນລະຫວ່າງ ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ກັບເພື່ອນມິດຕ່າງປະເທດ ແລະ ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ.

ພາກທີ II: ບັນດາຂໍ້ກຳນົດລະອຽດ

ມາດຕາ 3: ເປົ້າໝາຍຜູ້ເຂົ້າຮ່ວມການເສັງ

ຊາວຕ່າງປະເທດ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດ ຫຼືຢູ່ ຫວຽດນາມ.

ມາດຕາ 4: ມາດຖານໃນການພິຈາລະນາມອບລາງວັນ

1.  ກ່ຽວກັບເນື້ອໃນ

ບົດເຂົ້າຮ່ວມການເສັງທີ່ໄດ້ພິຈາລະນາຮັບລາງວັນແມ່ນບັນດາຜົນງານດີເດັ່ນ, ສະແດງໃຫ້ເຫັນຄວາມເຂົ້າໃຈໃດໜຶ່ງກ່ຽວກັບ ຫວຽດນາມ, ກໍ່ຄືນ້ຳໃຈອາລົມຈິດຄວາມຮັກແພງທີ່ສະຫງວນໃຫ້ແກ່ປະເທດຊາດ ແລະ ຊາວຫວຽດນາມ.

2. ກ່ຽວກັບຮູບແບບ

ບັນດາຜູ້ຂຽນຕ້ອງຕອບ 5 ຄຳຖາມຂອງການເສັງທີ່ໄດ້ອອກອາກາດ ແລະ ເອົາລົງໃນເວັບໄຊ vovworld.vn.

ເວລາຂອງການເສັງ: ເລີ່ມແຕ່ວັນທີ 10 ມີນາ 2025 ຫາວັນທີ 15 ມິຖຸນາ 2025 (ໄລ່ຕາມກາຂອງມື້ສົ່ງໄປສະນີ). ບົດເຂົ້າຮ່ວມການເສັງ ສົ່ງໄປຍັງທີ່ຢູ່: ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45, ຖະໜົນ ບ່າຈ້ຽວ, ນະຄອນ ຮ່າໂນ້ຍ, ລະຫັດ code 100000.

ຄະນະຈັດຕັ້ງຂໍແນະນຳໃຫ້ບັນດາຜູ້ຂຽນສົ່ງບົດຂຽນເຂົ້າ ອີເມວ: laovov5@gmail.com

3. ໂຄງປະກອບລາງວັນ

-      ລາງວັນທີ 1 ມີ 1 ລາງວັນ: ການເດີນທາງໄປທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນໂດຍບໍ່ເສຍຄ່າ ພ້ອມກັບຂອງຂວັນໃຫ້ແກ່ຜູ້ຄ້ວາໄດ້ລາງວັນ.

-      ລາງວັນທີ 2 ມີ 1 ລາງວັນ: : ການເດີນທາງໄປທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນໂດຍບໍ່ເສຍຄ່າ ພ້ອມກັບຂອງຂວັນໃຫ້ແກ່ຜູ້ຄ້ວາໄດ້ລາງວັນ.

-      ລາງວັນທີ 3 ມີ 1 ລາງວັນ: : ການເດີນທາງໄປທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນໂດຍບໍ່ເສຍຄ່າ.

-      ລາງວັນຊົມເຊີຍ ມີ 10 ລາງວັນ: ແຕ່ລະລາງວັນມີມູນຄ່າ 2.000.000 ດົ່ງ (ໂດຍຈະມອບເປັນວັດຖຸພັນ).

-      ລາງວັນໃຫ້ແກ່ຜູ້ເຂົ້າຮ່ວມການເສັງທີ່ມີອາຍຸນ້ອຍທີ່ສຸດ, ອາຍຸສູງທີ່ສຸດ: ແຕ່ລະລາງວັນມີມູນຄ່າ 2.000.000 ດົ່ງ (ໂດຍຈະມອບເປັນວັດຖຸພັນ).

-      ລາງວັນໃຫ້ແກ່ບົດເຂົ້າຮ່ວມການເສັງທີ່ມີຄວາມພິຖີພິຖັນ, ມີຄວາມປະທັບໃຈ: ລາງວັນມີມູນຄ່າ 5.000.000 ດົ່ງ (ໂດຍຈະມອບເປັນວັດຖຸພັນ).

ມາດຕາ 5. ພິທີປະກາດ ແລະ ມອບລາງວັນ

ຜົນຂອງການເສັງຈະໄດ້ຮັບການປະກາດເນື່ອງໃນໂອກາດ ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະຖານີວິທະຍຸກະຈາຍສຽງ ຫວຽດນາມ (07 ກັນຍາ 2025)./.

ຕອບກັບ