ໂຮ່​ຈີ​ມິນ: ສັນ​ຍາ​ລັກ​ແຫ່ງ​ສັນ​ຕິ​ພາບ ແລະ ຄວາມສາ​ມັກ​ຄີ​ສາ​ກົນ

Chia sẻ
(VOVWORLD) - ຊີວິດ ແລະ ພາລະກິດຂອງປະທານໂຮ່ຈີມິນ, ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນ ຫວຽດນາມ, ຕິດພັນກັບສັນຍາລັກຂອງສັນຕິພາບ ແລະ ຄວາມສາມັກຄີລະຫວ່າງບັນດາຊົນຊາດ. ໃນຄາວຍັງມີຊີວິດຢູ່ ກໍຄືກ່ອນທີ່ຈະຈາກໄປ, ໃນບົດພິໄນກຳ, ເພີ່ນໄດ້ສັ່ງໄວ້ວ່າ ພັກກອມມູນິດ ຫວຽດນາມ ຕ້ອງອອກແຮງເຄື່ອນໄຫວ, ປະກອບສ່ວນຢ່າງສຸດຂີດເຂົ້າໃນການຟື້ນຟູຄືນກຸ່ມກ້ອນມະຫາສາມັກຄີລະຫວ່າງບັນດາພັກອ້າຍນ້ອງ. ເພີ່ນກໍ່ມີຄວາມປາດຖະຫນາຢາກໃຫ້ປະເທດຊາດມີສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ ແລະ ຮັ່ງມີເຂັ້ມແຂງ ແລະ ປະກອບສ່ວນຢ່າງເໝາະສົມເຂົ້າໃນພາລະກິດປະຕິວັດໂລກ. ແນວຄິດຂອງປະທານໂຮ່ຈີມິນ ກ່ຽວກັບສັນຕິພາບ, ກ່ຽວກັບຄວາມສາມັກຄີສາກົນ ໄດ້ເປັນເຂັມຊີ້ທິດໃຫ້ແກ່ແນວທາງການຕ່າງປະເທດ ຫວຽດນາມ, ສ້າງຂີດໝາຍອັນເລິກເຊິ່ງໃນໃຈຂອງເພື່ອນມິດສາກົນ.

ພາກທີ I. ແນວຄິດໂຮ່ຈີມິນ ກ່ຽວກັບຄວາມສາມັກຄີສາກົນ: ວິໄສທັດຂ້າມຍຸກສະໄຫມ

ທັດສະນະກ່ຽວກັບຄວາມສາມັກຄີສາກົນ ຂອງທ່ານປະທານໂຮ່ຈີມິນ ແມ່ນລຸລ່ວງ ແລະ ສະເຫມີຕົ້ນສະເຫມີປາຍ. ເພີ່ນເຫັນໄດ້ການປະຕິວັດປົດປ່ອຍຊາດ ຕາມເສັ້ນທາງປະຕິວັດກຳມະຊີບ ແຕ່ຢາກໄປເຖິງໄຊຊະນະ ຕ້ອງລະດົມ ແລະ ເຕົ້າໂຮມໄດ້ກຳລັງແຮງສາມັກຄີສາກົນແຕ່ຫົວທີ. ແນວຄິດສາມັກຄີຂອງປະທານໂຮ່ຈີມິນ ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງພູມປັນຍາ ແລະ ວິໄສທັດຂອງເພີ່ນ.

       ສາມັກຄີສາກົນຕາມແນວຄິດຂອງປະທານໂຮ່ຈີມິນ ນັ້ນແມ່ນບໍ່ມີການຈຳແນກການປະພຶດ, ມີຄວາມສະເຫມີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ; ຕ້ອງເສີມຂະຫຍາຍຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອີງໃສ່ກຳລັງຂອງຕົນເອງເປັນຕົ້ນ ພ້ອມທັງເນັ້ນຫນັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະຕັ້ງທຸກການພົວພັນໄມຕີຈິດການຮ່ວມມືກັບບໍ່ວ່າປະເທດໃດ ບົນຫລັກການເຄົາລົບກ່ຽວກັບອະທິປະໄຕ ແລະ ຜືນແຜ່ນດິນຂອງກັນຢ່າງຄົບຖ້ວນ, ບໍ່ລ່ວງລ້ຳເຊິ່ງກັນ ແລະກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ມີຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ດຳລົງຊີວິດຮ່ວມໃນສັນຕິພາບ. ນີ້ແມ່ນຈິນຕະນາການ ແລະ ວິໄສທັດຂ້າມຍຸກສະໄຫມ. ນັກປະຫວັດສາດ ເຢືອງຈູງກວັກ ແບ່ງປັນວ່າ:

ໂຮ່​ຈີ​ມິນ: ສັນ​ຍາ​ລັກ​ແຫ່ງ​ສັນ​ຕິ​ພາບ ແລະ ຄວາມສາ​ມັກ​ຄີ​ສາ​ກົນ - ảnh 1ນັກປະຫວັດສາດ ເຢືອງຈູງກວັກ (ພາບ: VOV)

“ພວກເຮົາຮູ້ໄດ້ວ່າ ຂະບວນການກອມມູນິດສາກົນໄດ້ຜ່ານຜ່າຫລາຍສິ່ງທົດສອບ. ພາຍຫລັງສົງຄາມໂລກຄັ້ງທີ 2, ໂລກໄດ້ແບ່ງຂົ້ວ. ໃນຄາວນັ້ນ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍສຳຄັນ: ປະຕິບັດໃຫ້ໄດ້ພື້ນຖານເອກະລາດຊົນຊາດ. ພວກເຮົາຕ້ອງສ້າງສຳເລັດພື້ນຖານເອກະລາດ, ພິເສດແມ່ນເປັນເອກະພາບແຫ່ງຊາດ. ອາດເວົ້າໄດ້ວ່າ ປະທານໂຮ່ຈີມິນ ດ້ວຍແນວທາງທີ່ຄ່ອງແຄ້ວບົນພື້ນຖານຢາກຟື້ນຟູຄືນຂະບວນການກອມມູນິດດີເລີດ ຄືທີ່ໄດ້ມີຢູ່ແລ້ວນັ້ນ, ແຕ່ສຳຄັນກວ່າ ແມ່ນໄດ້ຊີ້ໃຫ້ເຫັນບ່ອນອີງເພື່ອປະຕິບັດເປົ້າໝາຍສ້າງປະເທດຊາດໃຫ້ມີຄວາມເປັນເອກະພາບ”.

ຕາມເພີ່ນແລ້ວ, ຄວາມສາມັກຄີສາກົນ ແມ່ນຍາດແຍ່ງແຫລ່ງກຳລັງຢູ່ພາຍນອກ ເພື່ອເພີ່ມທະວີກຳລັງແຮງໃຫ້ແກ່ການຕໍ່ສູ້ຍາດເອົາເອກະລາດຊົນຊາດ ແລະ ສ້າງສາປະເທດຊາດ. ເຕົ້າໂຮມກຳລັງແຮງຊົນຊາດ, ກຳລັງແຮງຂອງຍຸກສະໄຫມກາຍເປັນກຳລັງແຮງສັງລວມ.

“ການປະຕິວັດ ຫວຽດນາມ ນັບແຕ່ຫົວທີ່ໄດ້ກຳນົດແມ່ນພາກສ່ວນຫນຶ່ງຂອງການປະຕິວັດໂລກ ສະນັ້ນການປະຕິວັດ ຫວຽດນາມ ຄືແນວໃດ ຍັງຖືກຜົນສະທ້ອນການກະທົບຈາກໂລກ ຊື່ງການຫນູນຊ່ວຍແມ່ນຂອງສາກົນ ພິເສດ ຂອງ ໂຊວຽດ ເກົ່າ ໃນຄາວນັ້ນ ແລະຂອງຈີນ ກໍ່ຄືຂອງບັນດາປະເທດອ້າຍນ້ອງ ແມ່ນປະຖົມປັດໄຈສຳຄັນ”

ກົງກັນຂ້າມ, ຫວຽດນາມ ມີຄວາມຮັບຜິດຊອບສະຫນັບສະຫນູນຊ່ວຍເຫລືອບັນດາປະເທດອື່ນ ປະຕິບັດພັນທະສາກົນ ແລະ ຄວາມສາມັກຄີສາກົນ ສ້າງເປັນກຳລັງແຮງ. ທ່ານ ຊາງດີເຫວີຍ (Zhang Dé Wéi) ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ໄລຍະແຕ່ ເດືອນພຶດສະພາ 1989 - ເດືອນກຸມພາ 1993  ແບ່ງປັນວ່າ:

“ປະທານໂຮ່ຈີມິນ ມີຄວາມເອົາໃຈໃສ່ ແລະ ເນັ້ນຫນັກເຖິງຄວາມສາມັກຄີ, ເຮັດແນວໃດສາມັກຄີໄດ້ທັງໝົດກຳລັງທີ່ກ້າວຫນ້າໃນໂລກ, ທຸກກຳລັງທີ່ເປັນທຳໃນໂລກ”.

ພາກທີ II. ບັນດາຄຳສັ່ງສອນຂອງປະທານ ໂຮ່ຈີມິນ ກ່ຽວກັບຄວາມສາມັກຄີສາກົນ

ກ່ອນນີ້ 55 ປີ, ໃນບົດພິໄນກຳຂອງຕົນ, ປະທານໂຮ່ຈີມິນ ໄດ້ປະຕິວັດບັນດາຄຳສັ່ງສອນຕັກເຕືອນອັນລ້ຳຄ່າກ່ຽວກັບນ້ຳໃຈສາມັກຄີສາກົນໄວ້. ເພີ່ນມີທັດສະນະຈະແຈ້ງກ່ຽວກັບເປົ້າໝາຍຂອງຄວາມສາມັກຄີສາກົນ.

ຕາມທ່ານ ປອ David Marr, ຫນຶ່ງໃນບັນດານັກຮຽນຮູ້ແຖວຫນ້າກ່ຽວກັບປະຫວັດສາດ ຫວຽດນາມ ແລ້ວ, ບົດພິໄນກຳແມ່ນຜົນການປະດິດໂດຍສະແດງໃຫ້ເຫັນພູມປັນຍາ ແລະ ວິໄສທັດຂອງປະທານໂຮ່ຈີມິນ ຢ່າງຈະແຈ້ງ. ບົດພິໄນກຳຂອງປະທານໂຮ່ຈີມິນ ບໍ່ພຽງແຕ່ສ່ອງແສງໃຫ້ເຫັນບັນດາຄວາມມານະພະຍາຍາມປົດປ່ອຍຊາດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນວິໄສທັດທົ່ວໂລກກ່ຽວກັບສັນຕິພາບ ແລະ ມະໂນທຳ”.

          ທ່ານ ປອ Michel Duhamel, ຜູ້ຊ່ຽວຊານຄົ້ນຄ້ວາກ່ຽວກັບບັນດາຂະບວນການປະຕິວັດ ຖືວ່າ: ພິໄນກຳຂອງປະທານໂຮ່ຈີມິນ ມີຄວາມໝາຍຢ່າງເລິກເຊິ່ງກວ້າງຂວາງສຳລັບຂະບວນການສາມັກຄີສາກົນ. ບົດພິໄນກຳໄດ້ສົ່ງເສີມໃຫ້ຫລາຍປະເທດໃນໂລກກ່ຽວກັບການຮ່ວມມື ແລະ ຫນູນຊ່ວຍເຊິ່ງກັນ ແລະກັນໃນພາລະກິດແຫ່ງການສ້າງສັນຕິພາບ ແລະ ພັດທະນາແບບຍືນຍົງ. ນັກປະຫວັດສາດ ຊາວ ຝລັ່ງ Alain Ruscio ຕີລາຄາວ່າ:

ໂຮ່​ຈີ​ມິນ: ສັນ​ຍາ​ລັກ​ແຫ່ງ​ສັນ​ຕິ​ພາບ ແລະ ຄວາມສາ​ມັກ​ຄີ​ສາ​ກົນ - ảnh 2 ນັກປະຫວັດສາດ ຊາວ ຝລັ່ງ Alain Ruscio 
(ພາບ: lanouvellerepublique.fr)

“ຂ້າພະເຈົ້າຄິດວ່າ ສານໃຫຍ່ສຸດທີ່ມາຈາກຊີວິດຂອງປະທານໂຮ່ຈີມິນ ນັ້ນແມ່ນບັນດາທ່ານຜູ້ນຳຂອງປະເທດ ສັງຄົມນິຍົມ, ຂອງບັນດາພັກກອມມູນິດ ຍາມໃດກໍ່ໃກ້ຊິດຕິດແທດກັບປະຊາຊົນ, ເອົາໃຈໃສ່ເຖິງຄວາມຫຍຸ້ງຍາກລຳບາກຂອງປະຊາຊົນ ແລະ ຕ້ອງນຳຫນ້າໃນການກ່າວປະນາມ, ການຕໍ່ສູ້ຕ້ານຄືນໄພສໍ້ລາດບັງຫລວງ, ໄພອາດຍາສິດ, ເສື່ອມທາດຂາດຄຸນແນວທາງກອມມູນິດ. ປະທານໂຮ່ຈີມິນ ແມ່ນຕາງຫນ້າໃຫ້ຮູບພາບຂອງຜູ້ທີ່ດີເລີດ. ນັ້ນແມ່ນຜູ້ນຳກອມມູນິດທີ່ໄດ້ຮັບການເຄົາລົບນັບຖື. ຂ້າພະເຈົ້າຄິດວ່າ ສານນັ້ນຍັງມີຄຸນຄ່າເໝືອນເດີມຮອດປະຈຸບັນ”.

   ມີນັກຊ່ຽວຊານສາກົນຫຼາຍທ່ານທີ່ຄົ້ນຄວ້າກ່ຽວກັບ ຫວຽດນາມ ໄດ້ຢັ້ງຢືນວ່າ ຢາກຊອກຮູ້ກ່ຽວກັບນ້ຳໃຈຂອງຊາວ ຫວຽດນາມ ກ່ອນອື່ນໝົດຕ້ອງຊອກຮູ້ກ່ຽວກັບປະທານ ໂຮ່ຈີມິນ, ໃນນັ້ນ ມີທັງພິໄນກຳຂອງເພິ່ນ. ທ່ານສາດສະດາຈານ Ahn Kyong Hwan, ນັກຊ່ຽວຊານ ສ.ເກົາຫຼີ ກ່ຽວກັບບັນດາບັນຫາທະເລຕາເວັນອອກ ແລະ ຫວຽດນາມ ວິທະຍາ ກໍມີຂໍ້ສັງເກດເຊັ່ນດຽວກັນ. ຕໍ່ໄປເຊີນທ່ານຮັບຟັງການສຳພາດ ທ່ານສາດສະດາຈານ  Ahn Kyong Hwan ຂອງນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ກ່ຽວກັບບັນຫານີ້.

ໂຮ່​ຈີ​ມິນ: ສັນ​ຍາ​ລັກ​ແຫ່ງ​ສັນ​ຕິ​ພາບ ແລະ ຄວາມສາ​ມັກ​ຄີ​ສາ​ກົນ - ảnh 3ທ່ານສາດສະດາຈານ Ahn Kyong Hwan (ພາບ: hanoimoi.vn)

ນັກຂ່າວ: ຂໍຮຽນ ທ່ານສາດສະດາຈານ, ເມື່ອທ່ານໄດ້ອ່ານຄຳພິໄນກຳຂອງປະທານ ໂຮ່ຈີມິນ ໃນຄັ້ງທຳອິດ, ທ່ານມີຄວາມປະທັບໃຈກ່ຽວກັບສິ່ງໃດທີ່ສຸດ?

        ຕາມຂ້າພະເຈົ້າແລ້ວ, ເພື່ອມີຄວາມເຂົ້າໃຈກ່ຽວກັບປະທານ ໂຮ່ຈີມິນ ເຮົາຕ້ອງເຂົ້າໃຈເຖິງບັນດາຜົນງານຂອງເພິ່ນ, ໃນນັ້ນ ມີຄຳພິໄນກຳຂອງເພິ່ນ. ຂ້າພະເຈົ້າຄິດວ່າ ເຮົາຕ້ອງແນະນຳຜົນງານນີ້ເຖິງປະຊາຊົນ ສ.ເກົາຫຼີ ຢ່າງກວ້າງຂວາງກວ່າ ສະນັ້ນ ໄດ້ແປເນື້ອໃນຄຳພິໄນກຳທັງໝົດ ແລະ ຈັດກອງປະຊຸມສຳມະນາວິຊາການສຶກສາສາກົນ ເພື່ອແນະນຳກ່ຽວກັບຜົນງານນັ້ນ.

ຂ້າພະເຈົ້າຮູ້ສຶກວ່າ ປະທານ ໂຮ່ຈີມິນ ແມ່ນການນຳທີ່ມີຄວາມຮັກຢ່າງລົ້ນເຫຼືອຕໍ່ປະເທດຊາດ ແລະ ພໍ່ແມ່ປະຊາຊົນ ຫວຽດນາມ. ປະທານ ໂຮ່ຈີມິນ ຍັງແມ່ນຜູ້ທີ່ມີຄວາມຄາດຫວັງອັນແຮງກ້າກ່ຽວກັບຄວາມເປັນເອກະພາບຂອງປະເທດຊາດ.

ສິ່ງທີ່ຂ້າພະເຈົ້າປະທັບໃຈທີ່ສຸດ ເມື່ອອ່ານຄຳພິໄນກຳນັ້ນ ໜ້າຈະແມ່ນຜູ້ເນັ້ນໜັກຂອງປະທານ ໂຮ່ຈີມິນ ກ່ຽວກັບນ້ຳໃຈສາມັກຄີ. ເພິ່ນຖືວ່າ ຫວຽດນາມ ຈະພັດທະນາໄດ້ ກໍຕໍ່ເມື່ອປະເທດຊາດ ຫວຽດນາມ ມີຄວາມສາມັກຄີເທົ່ານັ້ນ. ຄວາມສາມັກຄີພາຍໃນພັກ, ຄວາມສາມັກຄີສາກົນ.

ນັກຂ່າວ: ຕາມທ່ານສາດສະດາຈານແລ້ວ, ທັດສະນະຂອງເພິ່ນກ່ຽວກັບນ້ຳໃຈສາມັກຄີ ມີລັກສະນະແຫ່ງຍຸກສະໄໝຫຼືບໍ?

“ສຳລັບປະທານ ໂຮ່ຈີມິນ, ບໍ່ມີຫຍັງທີ່ລ້ຳຄ່າກວ່າເອກະລາດ ແລະ ເສລີພາບ. ປະທານ ໂຮ່ຈີມິນ ກໍມີຄວາມມານະພະຍາຍາມເພື່ອແຜ່ກະຈາຍນ້ຳໃຈນີ້. ເພິ່ນ ບໍ່ພຽງແຕ່ຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງຕໍ່ສູ້ຄືນລັດທິລ່າເມືອງຂຶ້ນ, ສັກດິນາ, ຈັກກະພັດ, ຟາດຊິດ ເພື່ອເອກະລາດ ແລະ ເສລີພາບຂອງບັນດາຊົນຊາດທີ່ຖືກກົດຂີ່ຂູດຮີດ. ປະທານ ໂຮ່ຈີມິນ ແມ່ນຜູ້ທີ່ເດີນຕາມລັດທິສັນຕິພາບ, ປາສະຈາກການໃຊ້ຄວາມຮຸນແຮງ ແລະ ຍາມໃດກໍຢາກແກ້ໄຂບັນດາບັນຫາສາກົນດ້ວຍສັນຕິວິທີ, ນັ້ນແມ່ນການເຈລະຈາ. ດັ່ງນັ້ນ, ຍາມໃດເພິ່ນກໍມານະພະຍາຍາມແກ້ໄຂທຸກບັນຫາດ້ວຍການເຈລະຈາ ແລະ ຫຼີກລ້ຽງບໍ່ໃຫ້ເກີດສົງຄາມ. ຂ້າພະເຈົ້າຖືວ່າ ເມື່ອແນວຄິດຂອງປະທານ ໂຮ່ຈີມິນ ໄດ້ແຜ່ກະຈາຍຢ່າງກວ້າງຂວາງນັ້ນ, ສັນຕິພາບໃນໂລກຈະໄດ້ຮັບການຮັກສາ ແລະ ທົ່ວໂລກ ກໍ່ຕ້ອງຮຽນຮູ້ເອົາຄວາມມານະພະຍາຍາມຂອງເພິ່ນໃນການຕໍ່ສູ້ເພື່ອສັນຕິພາບ ແລະ ປາສະຈາກການໃຊ້ຄວາມຮຸນແຮງ”.

ນັກຂ່າວ: ເມື່ອທ່ານແນະນຳກ່ຽວກັບຄຳພິໄນກຳຂອງປະທານ ໂຮ່ຈີມິນ ໃນກອງປະຊຸມສໍາມະນາວິຊາການສຶກສາສາກົນ ເມື່ອປີ 2015 ນັ້ນ, ບັນດານັກຮຽນຮູ້ໄດ້ໃຫ້ການຕອບຮັບຄືແນວໃດ?

“ເຖິງວ່າໃນປີ 2015, ສາຍພົວພັນຮ່ວມມືສາກົນ ລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ ພັດທະນາຢ່າງແຮງ ກໍຕາມ, ແຕ່ວ່າ ຍັງບໍ່ມີນັກຮຽນຮູ້ໃດ ແລະ ປະຊາຊົນ ສ.ເກົາຫຼີ ໃດຢາກຮູ້ກ່ຽວກັບປະທານ ໂຮ່ຈີມິນ. ດັ່ງນັ້ນ, ໃນເມື່ອເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ແບ່ງປັນກ່ຽວກັບຄຳພິໄນກຳຂອງປະທານ ໂຮ່ຈີມິນ ນັ້ນ, ບັນດາຜູ້ແທນ ແລະ ນັກຮຽນຮູ້ກໍ່ມີຂໍ້ມູນເພີ່ມເຕີມກ່ຽວກັບບຸກຄະລິກກະພາບ ແລະ ນ້ຳໃຈຮັກຊາດ, ຮັກຫອມສັນຕິພາບຂອງເພິ່ນ. ຜ່ານຄຳພິໄນກຳ, ບັນດານັກຮຽນຮູ້ ແລະ ປະຊາຊົນ ສ.ເກົາຫຼີ ອີກຄັ້ງໜຶ່ງໄດ້ມີຄວາມຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ”.

ນັກຂ່າວ: ຕາມທ່ານແລ້ວ, ປະຊາຊົນ ຫວຽດນາມ ໄດ້ຜັນຂະຫຍາຍຄຳພິໄນກຳຂອງປະທານ ໂຮ່ຈີມິນ ຄືແນວໃດ?

“ຄຳພິໄນກຳຂອງປະທານ ໂຮ່ຈີມິນ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ການພັດທະນາຂອງຊາດ ຫວຽດນາມ. ພາຍຫຼັງທີ່ຈັດຕັ້ງປະຕິບັດບັນດານະໂຍບາຍປ່ຽນແປງໃໝ່ໃນປີ 1968, ຫວຽດນາມ ໄດ້ ແລະ ພວມດຶງດູດນັກລົງທຶນຕ່າງປະເທດເປັນຈຳນວນຫຼາຍ ແລະ ພັດທະນາກາຍເປັນປະເທດທີ່ຮຸ່ງເຮືອງເຂັ້ມແຂງ, ເປັນປະເທດທີ່ເປັນໜ້າຢູ່. ບໍ່ພຽງແຕ່ເທົ່ານັ້ນ, ຂ້າພະເຈົ້າເຊື່ອວ່າ ໃນອະນາຄົດ, ພັກ ແລະ ປະຊາຊົນ ຫວຽດນາມ ຈະສືບຕໍ່ສາມັກຄີ, ຮ່ວມຈິດຮ່ວມໃຈດັ່ງທີ່ປະທານ ໂຮ່ຈີມິນ ໄດ້ຂຽນໄວ້ໃນພິໄນກຳ, ເພື່ອນັບມື້ນັບຍົກທີ່ຕັ້ງບົດບາດຂອງ ຫວຽດນາມ ໃນເວທີສາກົນ, ໃຫ້ສູງຂຶ້ນສ້າງ ຫວຽດນາມ ກາຍເປັນປະເທດທີ່ຮຸ່ງເຮືອງເຂັ້ມແຂງກວ່າ, ເປັນໜ້າຢູ່ກວ່າເກົ່າ ແລະ ປະກອບສ່ວນຫຼາຍຢ່າງເຂົ້າໃນການສ້າງສັນຕິພາບໃນໂລກ”.

ນັກຂ່າວ: ຂອບໃຈທ່ານສາດສະດາຈານທີ່ໄດ້ສະຫຼະເວລາອັນລ້ຳຄ່າ ໃຫ້ການສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ.

ພາກທີ 3 - ຄວາມສາມັກຄີສາກົນ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນຍຸກປັດຈຸບັນ

   ຕົວຈິງຂອງການປະຕິວັດ ຫວຽດນາມ ໄດ້ພິສູດໃຫ້ເຫັນກຳລັງແຮງຂອງແນວຄິດປະທານ ໂຮ່ຈີມິນ ກ່ຽວກັບນ້ຳໃຈມະຫາສາມັກຄີສາກົນ. ໃນຄາວຍັງມີຊີວິດຢູ່, ປະທານ ໂຮ່ຈີມິນ ມີຄວາມສຸດຈິດສຸດໃຈຕໍ່ການສ້າງສາ, ປົກປັກຮັກສາ ແລະ ພັດທະນານ້ຳໃຈສາມັກຄີ, ຄວາມຜູກພັນລະຫວ່າງ ຫວຽດນາມ ກັບ ຈີນ, ສະຫະພັນ ລັດເຊຍ ແລະ ຫຼາຍປະເທດສັງຄົມນິຍົມອ້າຍນ້ອງ; ແລະ ປະຊາຊົນບັນດາປະເທດ ອາຊີ, ອາຟະລິກາ, ອາເມລິກາ ລາຕິນ… ແລະ ເມື່ອປະເທດທ້ອນໂຮມເປັນເອກະພາບ, ຫວຽດນາມ ໄດ້ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ການຕີລາຄາຂອງບັນດານັກການທູດ, ນັກຊ່ຽວຊານ, ນັກຄົ້ນຄວ້າສາກົນ ໄດ້ຊີ້ໃຫ້ເຫັນຜົນງານດັ່ງກ່າວຢ່າງຈະແຈ້ງ.

“ໃນປີຜ່ານມາ, ຫວຽດນາມ ໄດ້ຕ້ອນຮັບທ່ານປະທານປະເທດ ຈີນ ສີຈີ້ນຜິງ, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ເປັນການສະແດງໃຫ້ເຫັນວ່າ ຫວຽດນາມ ສາມາດຮັກສາໄດ້ທ່າດຸ່ນດ່ຽງລະຫວ່າງບັນດາປະເທດມະຫາອຳນາດ ແລະ  ຫວຽດນາມ ໃຫ້ຄຳໝັ້ນສັນຍາ ບໍ່ຮ່ວມສຳພັນທະມິດເພື່ອຕ້ານຄືນປະເທດອື່ນ ຫາກຍັງຮັກສາໄດ້ທ່າເອກະລາດຂອງຕົນ”.

“ຂ້າພະເຈົ້າຄິດວ່າ ຫວຽດນາມ ມີທີ່ຕັ້ງບົດບາດພິເສດໃນເວທີສາກົນ. ບົດບາດຂອງ ຫວຽດນາມ ຢູ່ພາກພື້ນ ອາຊີ - ປາຊີຟິກ ໃນໄລຍະຜ່ານມາໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ, ຢັ້ງຢືນທີ່ຕັ້ງບົດບາດ, ຄວາມສຳຄັນຂອງ ຫວຽດນາມ ໃນການແກ້ໄຂບັນດາບັນຫາທົ່ວໂລກ. ພ້ອມດຽວກັນນັ້ນ ແມ່ນໂຄສະນາກ່ຽວກັບການພັດທະນາ, ຜົນສຳເລັດຂອງ ຫວຽດນາມ ໃນທຸກດ້ານ”. 

“ໂດຍແມ່ນພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນ ອາຊຽນ, ຫວຽດນາມ ພວມນຳໜ້າບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນການຮັດແຄບໄລຍະຫ່າງຂອງການພັດທະນາ ແລະ ເພີ່ມທະວີການເຊື່ອມໂຍງໃນພາກພື້ນ. ຫວຽດນາມ ໄດ້ຈັດຕັ້ງປະຕິບັດປີເປັນປະທານ ອາຊຽນ ຢ່າງສຳເລັດຜົນໃນປີ 2020 ໃນສະພາບການໂລກລະບາດໂຄວິດ - 19 ແຜ່ລະບາດ. ນອກນັ້ນ, ເລື່ອງ ຫວຽດນາມ ຈັດຕັ້ງເວທີປາໄສອະນາຄົດ ອາຊຽນ ປີ 2024 ແມ່ນຕົວຢ່າງໜຶ່ງທີ່ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງຕໍ່ເນື່ອງຂອງ ຫວຽດນາມ ໃນການປະຕິບັດສຳເລັດວິໄສທັດປະຊາຄົມ ອາຊຽນ”.

ທີ່ຕັ້ງສາກົນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາໄດ້ຊີ້ໃຫ້ເຫັນວ່າ ຄວາມສາມັກຄີສາກົນຕາມຄຳພິໄນກຳຂອງປະທານ ໂຮ່ຈີມິນ ບໍ່ພຽງແຕ່ແມ່ນອຸດົມການອັນສູງສົ່ງເທົ່ານັ້ນ, ຫາກຍັງເປັນສ່ວນໜຶ່ງທີ່ບໍ່ອາດຂາດໄດ້ໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ຄວາມສາມັກຄີສາກົນ ໄດ້ກາຍເປັນສັດຈະທຳ, ເປັນທິດນຳການເຄື່ອນໄຫວທີ່ຈຳເປັນ, ຈາກນັ້ນ ກໍ່ປະກອບສ່ວນເຂົ້າໃນການສ້າງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງ ຫວຽດນາມ ແລະ ສ້າງໂລກແຫ່ງສັນຕິພາບ./.

ຕອບກັບ