ປະ​ຊາ​ຄົມຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ລາວອ​ວາຍ​ໜ້າ​ມາ​ສູ່ພໍ່​ແມ່​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ

Chia sẻ

(VOVWORLD) - ປັດຈຸບັນ ມີຊາວຫວຽດນາມກ່ວາ 100.000ຄົນໄດ້ເລືອກເອົາລາວເປັນບ້ານເກີດເມືອງນອນແຫ່ງທີສອງເພື່ອສະໜິດຕິດພັນ, ເຂົາເຈົ້າອາດຈະແມ່ນປັນຍາຊົນ, ນັກທຸລະກິດຫຼືແມ່ນຊາວອອກແຮງງານກໍ່ຕາມ ແຕ່ເຖິງວ່າຢູ່ຂະແໜງອາຊີບໃດປະຊາຊົນຫວຽດນາມຢູ່ດິນແດນລາວຍາມໃດກໍ່ມີບັນດາການເຄື່ອນໄຫວທຳການກຸສົນອວາຍໜ້າມາຫາບ້ານເກີດເມືອງນອນຂອງຕົນ.



ປະ​ຊາ​ຄົມຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ລາວອ​ວາຍ​ໜ້າ​ມາ​ສູ່ພໍ່​ແມ່​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ - ảnh 1ປ້າລີ ພ້ອມກັບເພື່ອນມິດຂອງຕົນມາວັດເພື່ອບໍລິຈາກເງິນໜູນຊ່ວຍປະຊາຊົນຢູ່ເຂດນ້ຳຖ້ວມ

ໂດຍຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຄະນະປະສານງານ, ຮ່ວມມືສະມາຄົມພຸດທະສາສະໜາຫວຽດນາມຢູ່ລາວ, ໃນຊຸມວັນນີ້, ປະຊາຄົມຊາວຫວຽດນາມອາໄສຢູ່ນະຄອນຫຼວງວຽງຈັນເວົ້າລວມແລະສາສະນິກກະຊົນຢູ່ລາວເວົ້າສະເພາະໄດ້ຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນຢູ່ບັນດາແຂວງ, ນະຄອນຂອງສອງປະເທດລາວແລະຫວຽດນາມທີ່ພວມຖືກຜົນກະທົບຢ່າງໜັກໜ່ວງໂດຍພາຍຸເລກທີ 3 (ຊື່ສາກົນວ່າ Yagi) ກໍ່ຂຶ້ນ.

ເຖິງວ່າມີອາຍຸສູງ, ການເດີນທາງໄປມາປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມແຕ່ເມື່ອໄດ້ຮັບຂ່າວວ່າວັດເຟິດຕິກຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີສວດມົນພາວະນາ ແລະ ແຜ່ບໍລິຈາກເງິນຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກຮັບຜົນເສຍຫາຍໂດຍພາຍຸນ້ຳຖ້ວມກໍ່ຂຶ້ນ, ປ້າກາວທິລີອາຍຸ 73 ປີພ້ອມກັບເພື່ອນມິດຂອງຕົນເຊິ່ງແມ່ນຊາວຫວຽດນາມອາໄສຢູ່ນະຄອນຫຼວງວຽງຈັນໄດ້ມາວັດເພື່ອແຜ່ບໍລິຈາກເງິນຊ່ວຍເຫຼືອສະໜັບສະໜູນ.

ຜ່ານຂໍ້ມູນຂ່າວຈາກສື່ມວນຊົນແລະສື່ສັງຄົມອອນໄລ, ປ້າລີໃຫ້ຮູ້ວ່າພາຍຸເລກທີ 3 ແມ່ນພາຍຸແຮງທີ່ສຸດຢູ່ທະເລຕາເວັນອອກໃນຮອບເວລາ 30 ປີຜ່ານມາໂດຍໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີແລະຊັບສິນໃຫ້ແກ່ບັນດາແຂວງ, ນະຄອນທາງພາກເໜືອຫວຽດນາມກໍ່ຄືເຮັດໃຫ້ນ້ຳຖ້ວມຢູ່ລາວ. ປ້າລີແບ່ງປັນດ້ວຍຄວາມສະເທື່ອນໃຈວ່າ:

“ເມື່ອຄິດເຖິງພໍ່ແມ່ພີ່ນ້ອງຊາວຫວຽດນາມ ຂ້າພະເຈົ້າຮູ້ສຶກອີຕົນສົງສານແທ້ໆ. ຜ່ານຂ່າວຄາວທີ່ໃຫ້ເຫັນສະພາບພາຍຸນ້ຳຖ້ວມເກີດຂຶ້ນຮ້າຍແຮງ ຄືແນວນັ້ນ ກໍ່ຈົນນ້ຳຕາຕົກສະນັ້ນພວກຂ້າພະເຈົ້າກໍ່ຢາກປະກອບສ່ວນຈຳນວນເງິນເລັກນ້ອຍຕາມຄວາມສາມາດຂອງຄອບຄົວເພື່ອສົ່ງເມືອຫນູນຊ່ວຍປະຊາຊົນຢູ່ບ້ານເກີດເມືອງນອນ”.

ໂດຍມີເຊື້ອຊາດຫວຽດນາມ, ເອື້ອຍຫງວຽນທິທູຮ່ວຽນແມ່ນນັກທຸລະກິດທີ່ປະສົບຜົນສຳເລັດພວມເຄື່ອນໄຫວໃນຂົງເຂດສາທາລະນະສຸກຢູ່ລາວ. ເອື້ອຍຮ່ວຽນ ແບ່ງປັນວ່າ, ຊາວຫວຽດນາມຢູ່ລາວໃນປັດຈຸບັນ, ອາດຈະແມ່ນລຸ້ນຄົນທີ 2, ທີ 3 ພວມດຳລົງຊີວິດຢູ່ດິນແດນລາວ, ເຂົາເຈົ້າອາດຈະແມ່ນປັນຍາຊົນ, ນັກທຸລະກິດຫຼືແມ່ນຜູ້ອອກແຮງງານ ແຕ່ເຖິງວ່າຢູ່ຂະແໜງໃດ ຊາວຫວຽດນາມຢູ່ດິນແດນລາວຍາມໃດກໍ່ມີການເຄື່ອນໄຫວອວາຍໜ້າສູ່ບ້ານເກີດເມືອງນອນດ້ວຍຈິດໃຈຮັກແພງ, ຊ່ວຍເຫຼືອເຊິ່ງກັນແລະກັນ. ເອື້ອຍຮ່ວຽນ ໃຫ້ຮູ້ວ່າ:

ເອື້ອຍນ້ອງພວກຂ້າພະເຈົ້າພ້ອມກັນໄປວັດເພື່ອປະກອບເຄື່ອງຂອງຕ່າງໆໃຫ້ແກ່ພໍ່ແມ່ປະຊາຊົນຢູ່ເຂດພາກເໜືອຫວຽດນາມທີ່ຖືກຜົນເສຍຫາຍຈາກພາຍຸນ້ຳຖ້ວມ. ເມື່ອເຫັນບັນດາພາບຖ່າຍນັ້ນ, ພວກຂ້າພະເຈົ້າຮູ້ສຶກເຈັບປວດແລະອີຕົນພໍ່ແມ່ປະຊາຊົນຫວຽດນາມຫຼາຍ. ຫວັງວ່າພໍ່ແມ່ປະຊາຊົນຈະຜ່ານຜ່າຜົນຮ້າຍຢ່ອນຫຼັງຈຂາກພາຍຸລູກນີ້ ແລະກັບຄືນສູ່ຊີວິດທີ່ເປັນປົກກະຕິໂດຍໄວ.

ປະ​ຊາ​ຄົມຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ລາວອ​ວາຍ​ໜ້າ​ມາ​ສູ່ພໍ່​ແມ່​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ - ảnh 2ພະອາຈານໃຫຍ່ທິກມິງກວາງ, ເຈົ້າອາວາດວັດເຟິດຕິກ, ຫົວໜ້າຄະນະປະສານງານ, ຮ່ວມມືສະມາຄົມພຸດທະສາສະໜາຫວຽດນາມຢູ່ລາວ

ຈາກຈິດໃຈຊ່ວຍເຫຼືອມະນຸດຂອງພຸດທະສາສະໜາ, ຈາກທິດສະດີ ແລະ ມູນເຊື້ອ“ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ” ຂອງຊາດຫວຽດນາມ, ບັນດາຄູບາພ້ອມກັບສາສະນິກກະຊົນຢູ່ວັດເຟິດຕິກໄດ້ຈັດຕັ້ງພິທີສສວດມົນພາວະນາ, ຮຽກຮ້ອງການສະໜັບສະຫນູນ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກພາຍຸແລະນ້ຳຖ້ວມໃນປັດຈຸບັນ. ພະອາຈານໃຫຍ່ທິກມິງກວາງ, ເຈົ້າອາວາດວັດເຟິດຕິກ, ຫົວໜ້າຄະນະປະສານງານ, ຮ່ວມມືສະມາຄົມພຸດທະສາສະໜາຫວຽດນາມຢູ່ລາວໃຫ້ຮູ້ວ່າ:

ພວກອາດຕະມາໄດ້ສົມທົບກັບຄູບາລາວ, ສາສະນິກກະຊົນລາວເພື່ອເປີດກວ້າງການແຜ່ບໍລິຈາກເງິນເພື່ອແນໃສ່ຊ່ວຍພໍ່ແມ່ປະຊາຊົນທີ່ຖືກຜົນກະທົບໂດຍພາຍຸນ້ຳຖ້ວມກໍ່ຂຶ້ນ. ຜ່ານນັ້ນກໍ່ສະແດງໃຫ້ເຫັນຈິດໃຈສາມັກຄີກັນ, ນ້ຳໃຈແບບພິເສດລາວ - ຫວຽດນາມ, ມຸ່ງໄປເຖິງຜູ້ປະສົບເຄາະຮ້າຍສອງປະເທດ.

ມາຮອດປັດຈຸບັນ, ປະຊາຄົມຊາວຫວຽດນາມອາໄສຢູ່ລາວໄດ້ຮັບເງິນແຜ່ລິຈາກປະມານ 300 ລ້ານດົ່ງ. ຕາມແຜນການ, ພາຍຫຼັງການແຜ່ບໍລິຈາກຊ່ວຍເຫຼືອສິ້ນສຸດລົງ, ຄະນະປະສານງານ, ຮ່ວມມືສະມາຄົມພຸດທະສາສະໜາຫວຽດນາມຢູ່ລາວຈະສົ່ງເງິນແຜ່ບໍລິຈາກຂອງຜູ້ໃຈບຸນໃຈກຸສົນມາຍັງປະຊາຊົນສອງປະເທດຫວຽດນາມ - ລາວ ໂດຍກົງ.

ຂອງນ້ອຍນ້ຳໃຈຫຼາຍ, ແຕ່ຈິດໃຈຮັກແພງ, ຊ່ວຍເຫຼືອເຊິ່ງກັນແລະກັນເພື່ອພ້ອມກັນຮ່ວມແຮງຮ່ວມໃຈແບ່ງປັນຄວາມຫຍຸ້ງຍາກກັບພໍ່ແມ່ປະຊາຊົນພາຍໃນປະເທດກໍ່ຄືປະຊາຊົນລາວທີ່ພວມຖືກຜົນທະກົບຢ່າງໜັກໜ່ວງຈາກພາຍຸເລກທີ 3 ໄດ້ສະແດງໃຫ້ເຫັນມູນເຊື້ອອັນດີງາມຂອງຊາດຫວຽດນາມພວມສືບຕໍ່ຮັກສາແລະເສີມຂະຫຍາຍ. ເຖິງວ່າຢູ່ບອນໃດ, ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດເວົ້າລວມແລະຢູ່ລາວ ເວົ້າສະເພາະ ຍາມໃດກໍ່ອວາຍໜ້າສູ່ປະເທດຊາດ, ຮ່ວມແຮງຮ່ວມໃຈແບ່ງປັນຄວາມຫຍຸ້ງຍາກກັບພໍ່ແມ່ປະຊາຊົນຢູ່ພາຍໃນປະເທດ.

ຕອບກັບ