ໂຄສະນາທັດສະນີຍະພາບຮ່າໂນ້ຍຜ່ານກະແລັມ 3 ມິຕິ

Minh Ngoc – Le Phuong
Chia sẻ
(VOVWORLD) - ບັນດາກະແລັມ 3 ມິຕິທີ່ເຮັດເປັນຮູບບັນດາທັດສະນີຍະພາບມີຊື່ສຽງຂອງນະຄອນຫຼວງ, ຄື: ວັດເສົາດຽວ, ໂອກວານເຈືອງ, ທາບຣົ່ວ
ໂຄສະນາທັດສະນີຍະພາບຮ່າໂນ້ຍຜ່ານກະແລັມ 3 ມິຕິ - ảnh 1ບັນດາກະແລັມ 3 ມິຕິທີ່ເຮັດເປັນຮູບ
(ພາບ: ເຈົ້າຂອງຮ້ານກະແລັມ)

ຖ່າຍຮູບພ້ອມກັບກະແລັມ 3 ມິຕິທີ່ມີຮູບທັດສະນີຍະພາບຂອງຮ່າໂນ້ຍ, ຖ່າຍຮູບcheck-in ຢູ່ບັນດາສະຖານທີ່ນີ້ແມ່ນໜຶ່ງໃນບັນດາຄວາມສົນໃຈຂອງໄວໜຸ່ມນະຄອນຫຼວງໃນໄລຍະຜ່ານມາ. ບັນດາກະແລັມເຮັດເປັນຮູບ 3 ມິຕິແມ່ນວິທີທີ່ເປັນເອກະລັກສະເພາະເພື່ອໃຫ້ລິຫາຍຮວ່າງເຕິນ, ເຈົ້າຂອງຮ້ານກະແລັມ Gelato Stick, ປະກອບສ່ວນໂຄສະນາບັນດາສະຖານທີ່ທີ່ມີຊື່ສຽງຂອງຮ່າໂນ້ຍເຖິງແຂກທ່ອງທ່ຽວທັງຢູ່ພາຍໃນປະເທດແລະສາກົນ.

ກະແລັມນີ້ມີຮູບງາມຕາ, ມີລົດຫວານໆ. ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ກິນກະແລັມທີ່ມີຮູບບັນດາເຂດທັດສະນີຍະພາບປະຫວັດສາດ. ຮູບຂອງແລັມແມ່ນຄືກັບທັດສະນີສະພາບແທ້. ຂ້າພະເຈົ້າທັງກິນ, ທັງເປີດ Google Map ເພື່ອສົມທຽບກັບພາຖ່າຍບັນດາທັດສະນີຍະພາບ, ສິ່ງນີ້ດຶງດູດໃຈທີ່ສຸດ”.

ເລື່ອງເຮັດກະແລັມເປັນຮູບບັນດາທັດສະນີຍະພາບ ຈະສ້າງຄວາມປະທັບໃຈຕໍ່ບັນດາເພື່ອນໜຸ່ມເມື່ອເຂົາເຈົ້າກິນ. ຮູບຊົງກະແລັມແມ່ນງາມຕາສະນັ້ນ, ພວກເພື່ອນຈະຖ່າຍພາບນັ້ນລົງໃນສື່ສັງຄົມອອນລາຍ. ຜ່ານນັ້ນ, ບັນດາເພື່ອນມິດຢູ່ພາຍໃນປະເທດແລະຕ່າງປະເທດຈະຮູ້ັກຫຼາຍກວ່າ, ກວ້າງຂວາງກວ່າ”.

ບັນດາກະແລັມ 3 ມິຕິທີ່ເຮັດເປັນຮູບບັນດາທັດສະນີຍະພາບມີຊື່ສຽງຂອງນະຄອນຫຼວງ, ຄື: ວັດເສົາດຽວ, ໂອກວານເຈືອງ, ທາບຣົ່ວ (ທາດເຕົ່າ), ຕະຫຼາດດົ່ງຊວັນ, ໂບດໃຫຍ່, ໂຮງລະຄອນໃຫຍ່, ເຄວວັນກາກ, ຂົວລອງບຽນ… ນີ້ແມ່ນບັນດາສະຖານທີ່ທຳອິດຢູ່ຮ່າໂນ້ຍທີ່ແຂກທ່ອງທ່ຽວສ່ວນຫຼາຍຈະມາຢ້ຽມຢາມ.

ເພື່ອເຮັດກະແລັມທີ່ເປັນເອກະລັກສະເພາະນີ້, ລິຫາຍຮວ່າງເຕິນ, ເຈົ້າຂອງຮ້ານກະແລັມ Gelato Stick, ຢູ່ເຮືອນເລກທີ 113 ຖະໜົນຫງວຽນຄາງ, ເມືອງເກົ່າໄຢ, ໄດ້ໄປຫຼາຍບ່ອນເພື່ອຮຽນວິທີເຮັດ. ອ້າຍໄດ້ເລີ່ມຄົ້ນຄວ້າກ່ຽວກັບກະແລັມ 3 ມິຕິຈາກບັນດາຮູບສັດນັບແຕ່ປີ 2018 ແລະ ໄດ້ເລີ່ມເຮັດກະແລັມທີ່ມີຮູບບັນດາທັດສະນີຍະພາບນັບແຕ່ປີ 2023.

ໂດຍເລີ່ມມາຈາກການທີ່ຂ້າພະເຈົ້າມັກກິນກະແລັມ ແລະມີຄວາມເມົາມົວຄົ້ນຄວ້າ, ຜະລິດກະແລັມ. ພ້ອມກັນນັ້ນ, ຂ້າພະເຈົ້າກໍ່ໄດ້ໄປຮຽນເຮັດກະແລັມຢູ່ຕ່າງປະເທດ. ເມື່ອກັບມາຫວຽດນາມ, ເຫັນວ່າຫວຽດນາມມີທັດສະນະຍະພາບຫຼາຍແຫ່ງ, ພິເສດແມ່ນຢູ່ຮ່າໂນ້ຍ. ສະນັ້ນ, ຂ້າພະເຈົ້າຈິ່ງໄດ້ເຮັດກະແລັມນີ້ດ້ວຍຄວາມຫວັງຢາກໂຄສະນາການທ່ອງທ່ຽວ. ນອກຈາກມາຮ່າໂນ້ຍກິນກະແລັມແລ້ວ, ເຂົາເຈົ້າກໍ່ສາມາດຖ່າຍຮູບອີກດ້ວຍ. ສະນັ້ນ, ອາດສາມາດດຶງດູດແຂກທ່ອງທ່ຽວມາຢ້ຽມຢາມຮ່າໂນ້ຍໄດ້ຫຼາຍກວ່າອີກ”.

ໂຄສະນາທັດສະນີຍະພາບຮ່າໂນ້ຍຜ່ານກະແລັມ 3 ມິຕິ - ảnh 2ບັນດາຂັ້ນຕອນເຮັດກະແລັມກໍ່ລວມມີຫຼາຍຂັ້ນຕອນທີ່ລະອຽດລະອໍ
(ພາບ: ເຍິດມິງ)

ອ້າຍຮ່ວາງເຕິນຕ້ອງໃຊ້ເວລາ 3 ເດືອນ, ຈາກຂອດສ້າງແນວຄວາມຄິດຕະຫຼອດຮອດຜະລິດອອກເປັນຜະລິດຕະພັນກະແລັມທີ່ແປກໃໝ່ນີ້. ຕໍ່ຈາກນັ້ນ, ອ້າຍເຕິນຕ້ອງໄປຍັງບັນດາເຂດທັດສະນີຍະພາບນີ້ເພື່ອຖ່າຍຮູບ. ຖ່າຍຮູບແລ້ວຕ້ອງສະແກນເປັນຮູບ 3 ມິຕິ, ໄຈ້ແຍກລາຍລະອຽດເພື່ອສ້າງພາບແຕ້ມ. ເພື່ອຜະລິດອອກກະແລັມ 3 ມິຕິທີ່ມີຮູບຮ່າງຄ້າຍຄືບັນດາສະຖານທີ່ເຫຼົ່ານັ້ນ, ອ້າຍຕ້ອງດັດແກ້ພາບແຕ້ມຫຼາຍຄັ້ງໃຫ້ເໝາະສົມ, ເຮັດເບົ້າ ແລະ ເຮັດຄືນໃໝ່. ບັນດາຂັ້ນຕອນເຮັດກະແລັມກໍ່ລວມມີຫຼາຍຂັ້ນຕອນທີ່ລະອຽດລະອໍ, ມີວັດຖຸດິບຈຳນວນໜຶ່ງອ້າຍຮວ່າງເຕິນຕ້ອງນຳເຂົ້າຈາກອີຕາລີແລະໄດ້ເຮັດຕາມສູດສະເພາະຂອງຮ້ານ. ທັດສະນີຍະພາບແຕ່ລະແຫ່ງພັດມີລົດຊາດທີ່ແຕກຕ່າງກັນ, ຄື: ສະຕໍເບີຣີ່, ຊ໋ອກໂກແລັດ, ໝາກພ້າວ… ເພື່ອໃຫ້ລູກຄ້າສາມາດເລືອກເອົາລົດຊາດຕາມໃຈ. ອ້າຍລິຫາຍຮວ່າງເຕິນ, ໃຫ້ຮູ້ວ່າ:

ທຳ ອິດ, ລົດ ຊາດ ຕ້ອງເຮັດຕາມຄວາມນິຍົມຂອງ ຊາວຫວຽດ ນາມ, ຄື: ບໍ່ ຫວານ ຫຼາຍ, ມີ ໝາກ ໄມ້ ສົດ ຫຼາຍກວ່າ, ສະ ນັ້ນ ສີ ຂອງ ກະ ແລັມ ກໍ່ ອອກ ຄື ທຳ ມະ ຊາດກວ່າ, ເພື່ອ ໃຫ້ ຕອນ ກິນຮູ້ສຶກບໍ່ເບື່ອ”.

ຜ່ານແຕ່ລະຜະລິດຕະພັນນັ້ນ, ລິຫາຍຮວ່າງເຕິນປາດຖະໜາຢາກນຳຮູບພາບກະແລັມທີ່ເປັນເອກະລັກສະເພາະ, ສົ່ງສານຂອງນະຄອນຫຼວງແຫ່ງອະລິຍະທຳນັບພັນປີມາສູ່ມະຫາຊົນ, ເພື່ອໃຫ້ກະແລັມແຕ່ລະອັນ ບໍ່ພຽງແຕ່ມີລົດຊາດພິເສດເທົ່ານັ້ນ, ຫາກຍັງແມ່ນການເດີນທາງຄົ້ນຫາສະຖານທີ່ພົ້ນເດັ່ນຂອງນະຄອນຫຼວງອີກດ້ວຍ.

ພາຍຫຼັງຜົນສຳເລັດຂອງກະແລັມ 3 ມິຕິທີ່ເຮັດເປັນຮູບບັນດາທັດສະນີຍະພາບຂອງຮ່າໂນ້ຍແລ້ວ, ຮ້ານກະແລັມ Gelato Stick ຂອງອ້າຍຮວ່າງເຕິນກໍ່ສືບຕໍ່ແນະນຳສູ່ຕະຫຼາດຊຸດຮູບແບບໃໝ່ທີ່ມີຊື່ວ່າ: “ຫວຽດນາມ - ບັນດາແຂວງ, ນະຄອນ”. ໃນນັ້ນ, ກະແລັມແຕ່ລະອັນຈະມີຮູບພາບຂອງທັດສະນີຍະພາບຢູ່ບັນດາແຂວງ, ນະຄອນ, ພ້ອມກັບມີຕົວໜັງສືຫວຽດນາມ ຕິດຢູ່ນຳອີກ./.

ຕອບກັບ