ຮູບແບບລ້ຽງກຸ້ງອີງຕາມດິນຟ້າອາກາດຢູ່ແຂວງ ເຮົ້າຢາງ

Tan Phong – Vinh Phong
Chia sẻ
(VOVWORLD) - ດ້ວຍຮູບແບບລ້ຽງກຸ້ງອີງຕາມດິນຟ້າອາກາດດັ່ງກ່າວ, ພໍ່ແມ່ປະຊາຊົນໄດ້ມີລາຍຮັບເປັນປົກກະຕິ, ຍົກສູງຊີວິດທາງດ້ານວັດຖຸ.
ຮູບແບບລ້ຽງກຸ້ງອີງຕາມດິນຟ້າອາກາດຢູ່ແຂວງ ເຮົ້າຢາງ - ảnh 1(ຊາວກະສິກອນຢູ່ບ້ານ 6, ຕາແສງ ເລືອງເຫງ້ຍເກັບກຸ້ງ)

        ກ່ອນນີ້, ແຕ່ລະປີ ຕາແສງ ເລືອງເຫງ້ຍ, ເມືອງ ລອງມີ້, ແຂວງ ເຮົ້າຢາງ, ໄດ້ປູກເຂົ້າ 2 ລະດູການ, ແຕ່ຍ້ອນຜົນສະທ້ອນຢ່າງໜັກໜ່ວງຈາກສານສົ້ມ ແລະ ນ້ຳເຄັມຊຶມເຂົ້າ ສະນັ້ນມີສະມັດຕະພາບຕ່ຳ. 2 – 3 ປີມໍ່ໆມານີ້, ອຳນາດການປົກຄອງທ້ອງຖິ່ນໄດ້ຂົນຂວາຍປະຊາຊົນຫັນປ່ຽນການປູກເຂົ້າໃນລະດູຮ້ອນຕໍ່ໃສ່ລະດູໃບໄມ້ຫຼົ່ນ ໄປສູ່ການລ້ຽງກຸ້ງ. ດ້ວຍຮູບແບບລ້ຽງກຸ້ງອີງຕາມດິນຟ້າອາກາດດັ່ງກ່າວ, ພໍ່ແມ່ປະຊາຊົນໄດ້ມີລາຍຮັບເປັນປົກກະຕິ, ຍົກສູງຊີວິດທາງດ້ານວັດຖຸ.

        ບັນດາເຂດທົ່ງນາລ້ຽງກຸ້ງເພີ່ມຕື່ມຢູ່ບ້ານ 6, ຕາແສງ ເລືອງເຫງ້ຍ, ເມືອງ ລອງມີ້ ມີເນື້ອທີ່ໜ້ານ້ຳກວ້າງໃຫຍ່, ແຕ່ພຽງຂວ່າງແຫ ຫຼື ປ່ອນມືລົງດຶງກະຕ່າຢູ່ໃຕ້ນ້ຳຂຶ້ນ ກໍ່ເຫັນກຸ້ງພວມເຕັ້ນຢູ່ໃນນັ້ນເລີຍ. ທ່ານ ຫງວຽນວັນງື້, ຢູ່ບ້ານ 6, ຕາແສງ ເລືອງເຫງ້ຍ ມີຄວາມປິຕິຊົມຊື່ນໃຫ້ຮູ້ວ່າ, ທ່ານໄດ້ເລີ່ມລ້ຽງກຸ້ງກຸລາດຳ ໃນຕົ້ນເດືອນ ພຶດສະພາ, ຮອດທ້າຍເດືອນ ກໍລະກົດ ຜ່ານມາ, ທ່ານເກັບກຸ້ງຄັ້ງທຳອິດໄດ້ກວ່າ 1,3 ໂຕນ. ດ້ວຍລາຄາ 90.000 ດົ່ງ (3,8 USD)/ກີໂລກຣາມ ກຸ້ງປະເພດ 100 ໂຕ, ທ່ານ ງື້ ເກັບລາຍຮັບມາໄດ້ກວ່າ 100 ລ້ານ ດົ່ງ (4.300 USD).

        ຂ້າພະເຈົ້າເຫັນວ່າ, ລ້ຽງກຸ້ງາມຮູບແບບນີ້ດ້ວຍເນື້ອທີ່ດິນປະມານ 3 ເຮັກຕາ, ກໍ່ມີກຳໄລກວ່າ 7 ລ້ານດົ່ງ (ເກືອບ 300 USD). ປະຈຸບັນ, ກຸ້ງຍັງຫຼາຍ, ຂ້າພະເຈົ້າໄດ້ເກັບເທື່ອໜຶ່ງແລ້ວ, ປະຈຸບັນ ກໍ່ັງມີກຸ້ງປະມານ 700 800 ກີໂລກຣາມ”.

        ບໍ່ພຽງແຕ່ທ່ານ ງື້ ເທົ່ານັ້ນ, ຫາກໃນ ປີ 2024 ຊາວກະສິກອນລ້ຽງກຸ້ງຢູ່ຕາແສງ ເລືອງເຫງ້ຍ ລ້ວນແຕ່ບັນລຸສະມັດຕະພາບສູງ. ປະຈຸບັນ, ກຸ້ງກຸລາດຳມີນ້ຳໜັກປະມານ 30 ໂຕ/ກິໂລກຣາມ ແລະ ແມ່ຄ້າຊາວຂາຍຊື້ດ້ວຍລາຄາ 170.000 ດົ່ງ (7 USD)/ ກີໂລກຣາມ). ຕາມພໍ່ແມ່ປະຊາຊົນແລ້ວ, ວິທີລ້ຽງກຸ້ງຕາມຮູບແບບນີ້ແມ່ນອີງໃສ່ແຫຼ່ງອາຫານທີ່ມີຢູ່ແລ້ວໃນເຂດທົ່ງນາ, ບໍ່ເສຍຄ່າຊື້ອາຫານໃຫ້ແກ່ກຸ້ງ, ສະນັ້ນຈຶ່ງນຳມາເຊິ່ງກຳໄລສູງ. ອ້າຍ ເຈິ່ນວັນທິ້ງ, ຢູ່ບ້ານ 6, ຕາແສງ ເລືອງເຫງ້ຍ, ເມືອງ ລອງມີ້, ໃຫ້ຮູ້ວ່າ:

        ກຸ້ງໄດ້ລ້ຽງແບບທຳມະຊາດ ໂດຍບໍ່ໄດ້ໃຫ້ກິນອາຫານ. ຢູ່ທີ່ນີ້ພຽງແຕ່ກວດກາເບິ່ງນ້ຳ, ຖ້າອາກາດແດດຮ້ອນ ແລະ  ນ້ຳຫຼຸດລົງ ເຮົາກໍ່ສູບນ້ຳຕື່ມໃສ່ໜອງ, ໄລສູງກວ່າທົບຫຼາຍເທົ່າເມື່ອທຽບໃສ່ການປູກເຂົ້າ 2 ລະດູການຄືທຸກປີ. ຂ້າພະເຈົ້າລ້ຽງກຸ້ງລະດູການນີ້ແມ່ນເພື່ອໃຫ້ດິນໄດ້ພັກຜ່ອນ, ສ້າງດິນສັນດອນໃຫ້ຫຼາຍຂຶ້ນເພື່ອຮອດລະດູປູກເຂົ້າໃນລະດູໜາວຕໍ່ໃສ່ລດູບານໃໝ່ປີຕໍ່ໄປ ເຮົາຫວ່ານເຂົ້າໃສ່ລາຍ່າຍກໍ່ຕ່ຳກວ່າ ແລະ ລະດູການເກັບກ່ຽວກໍ່ໄດ້ຮັບຜົນດີກວ່າ”.

        ຕາມທ່ານ ເລວຽດຮົ່ງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ລອງມີ້ ແລ້ວ, ຍ້ອນຖືກຜົນສະທ້ອນຢ່າງໜັກໜ່ວງຈາກສະພາບດິນສົ້ມ, ນ້ຳເຄັມຊຶມທຸກປີ, ສະນັ້ນ, ທາງເມືອງມີແຜນນະໂຍບາຍຫັນປ່ຽນຮູບແບບປູກເຂົ້າໄປສູ່ຮູບແບບປູກເຂົ້າ - ລ້ຽງກຸ້ງ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດສຳລັບເຂດດິນນອນຢູ່ນອກຄັນຄູກັນນ້ຳເຄັມຢູ່ຕາແສງ ເລືອງເຫງ້ຍ. ໃນເບື້ອງຕົ້ນ, ມີ 10-20 ຄອບຄົວປະຕິບັດການລ້ຽງກຸ້ງເທົ່ານັ້ນ, ເຖິງຢ່າງໃດກໍ່ຕາມ, ເມື່ອເຫັນບັນລຸປະສິດທິຜົນທາງດ້ານເສດຖະກິດສູງທົບ 2 – 3 ເທົ່າເມື່ອທຽບໃສ່ການປູກເຂົ້າໃນລະດູຮ້ອນຕໍ່ໃສ່ລະດູໃບໄມ້ຫຼົ່ນ, ສະນັ້ນ, ພໍ່ແມ່ປະຊົນກໍ່ຄ່ອຍໆຮຽນເຮັດຕາມ.

        ມາຮອດຈຸດເວລານີ້, ພວກຂ້າພະເຈົ້າຕີລາຄາວ່າ, ຮູບແບບດັ່ງກ່າວໄດ້ນຳມາເຊິ່ງປະສິດທິຜົນແບບຍືນຍົງໃຫ້ແກ່ຊາວກະສິກອນ. ທາງເມືອງຈະສືບຕໍ່ທະວີູນຮູບແບບນີ້ອອກຢູ່ເຂດໃກ້ຄຽງ. ເມື່ອນ້ຳເຄັມຊຶມເຂົ້າຮອດໃສກໍ່ຈະສືບຕໍ່ໜູນຊ່ວຍຊາວກະສິກອນເປີດກວ້າງເນື້ອທີ່ລ້ຽງກຸ້ງ ເພື່ອປະກອບສ່ວນສ້າງລາຍຮັບເປັນປົກກະຕິ, ກໍຄືຍົກສູງລາຍຮັບໃຫ້ແກ່ຊາວກະສິກອນຢູ່ເຂດດິນທີ່ຖືກຜົນສະທ້ອນຈາກສະພາບນ້ຳເຄັມຊຶມເຂົ້າ”.

        ປະຈຸບັນ, ພໍ່ແມ່ປະຊາຊົນບໍ່ປູກເຂົ້າໃນລະດູຮ້ອນຕໍ່ໃສ່ລະດູໃບໄມ້ຫຼົ່ນໃນເນື້ອທີ່ດິນເກືອບ 150 ເຮັກຕາ ນອນຢູ່ນອກຄັນຄູຢູ່ຕາແສງ ເລືອງເຫງ້ຍ ອີກ, ຫາກຫັນປ່ຽນເປັນການລ້ຽງກຸ້ງ. ພ້ອມກັບການລ້ຽງກຸ້ງກຸລາດຳ, ກຸ້ງຂາວ, ປະຊາຊົນກໍ່ລ້ຽງກຸ້ງກ້າມ ເພື່ອເພີ່ມລາຍຮັບ. ນອກຈາກຕາແສງ ເລືອງເຫງ້ຍ ແລ້ວ, ບັນດາຕາແສງ, ຄື: ເລືອງເຕິມ, ຊ່າຟຽນ ຂອງເມືອງ ລອງມີ້ ກໍ່ມີຫຼາຍເຂດນອນຢູ່ນອກຄັນຄູ ຖືກຜົນສະທ້ອນຍ້ອນນ້ຳເຄັມຊຶມໃນແຕ່ລະປີ. ຕາມແຜນການ, ເມືອງ ລອງມີ້ ຈະຂົນຂວາຍພໍ່ແມ່ປະຊາຊົນຢູ່ແຫ່ງນີ້ປະຕິບັດຮູບແບບລ້ຽງກຸ້ງ - ປູກເຂົ້າ, ຍົກສູງເນື້ອທີ່ລ້ຽງກຸ້ງອີງຕາມດິນຟ້າອາກາດຢູ່ເມືອງຂຶ້ນປະມານ 500 ເຮັກຕາ.

ຕອບກັບ