ນັກສຶກສາຊາວເຜົ່າສ່ວນໜ້ອຍດ້ວຍຄວາມຄາດຫວັງອຸທິດສ່ວນໃຫ້ແກ່ປະຊາຄົມ

H’Xiu – Le Phuong
Chia sẻ
(VOVWORLD) - ປະຈຸບັນ, ດັກລັກ ມີນັກຮຽນ, ນັກສຶກສາຊາວເຜົ່າສ່ວນໜ້ອຍ ຫຼາຍກວ່າ 170.000 ຄົນ ທີ່ພວມຮໍ່າຮຽນຢູ່ຊັ້ນມັດທະຍົມ, ວິທະຍາໄລ, ມະຫາວິທະຍາໄລ.
ນັກສຶກສາຊາວເຜົ່າສ່ວນໜ້ອຍດ້ວຍຄວາມຄາດຫວັງອຸທິດສ່ວນໃຫ້ແກ່ປະຊາຄົມ - ảnh 1

ດ້ວຍຄວາມຄາດຫວັງອຸທິດສ່ວນໃຫ້ແກ່ປະຊາຄົມ, ໝູ່ບ້ານ, ມີນັກຮຽນ, ນັກສຶກສາຊາວເຜົ່າສ່ວນໜ້ອຍຫຼາຍຄົນ ຢູ່ແຂວງ ດັກລັກ ພວມມານະພະຍາຍາມ,       ຝຶກຝົນຫຼໍ່ຫຼອມທັກສະຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ຜົນງານທີ່ດີໃນການ ຮ່ຳຮຽນ . ພວກນ້ອງໄດ້ປະກອບສ່ວນສ້າງແຫຼ່ງບັນດານໃຈ, ປຸກລຸກຄວາມຄາດຫວັງບືນຕົວຂຶ້ນໄປສູງກວ່າໃຫ້ແກ່ ລຸ້ນໜຸ່ມ.

ນ້ອງ  ດວ່ານຢາເຮີນ,  ຊາວເຜົ່າ ໄຕ,  ແມ່ນຕົວແທນພຽງຄົນດຽວຂອງແຂວງ ດັກລັກ  ທີ່ໄດ້ຮັບການເຊີດຊູ ທີ່ພິທີຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາ, ຊາວໜຸ່ມບັນດາເຜົ່າສ່ວນໜ້ອຍດີເດັ່ນຄັ້ງທີ 10, ປີ 2023, ເຊິ່ງຈັດຂຶ້ນໃນເດືອນ ທັນວາ 2023, ຢູ່ ຮ່າໂນ້ຍ. ນ້ອງນັກຮຽນຫ້ອງ  ມໍ 7 ລົງເລິກວິຊາຊີວະສາດ, ໂຮງຮຽນ ມັດທະຍົມຕອນປາຍລົງເລິກວິຊາ ຫງວຽນຢູ, ໄດ້ສ້າງຜົນງານທີ່ໜ້າປະທັບໃຈ, ດ້ວຍ: ລາງວັນທີ 1 ຂັ້ນແຂວງ ແລະ ລາງວັນທີ 2 ລະດັບຊາດການເສັງ Olympic ພາສາ ອັງກິດ ນັກຮຽນ - ນັກສຶກສາປີ 2022; ເປັນສະມາຊິກທິມນັກຮຽນເກັ່ງລະດັບຊາດວິຊາຊີວະສາດ… ບໍ່ພຽງແຕ່ຮຽນເກັ່ງເທົ່ານັ້ນ, ນ້ອງຍັງມີການປະກອບ ສ່ວນຫຼາຍຢ່າງໃຫ້ແກ່ວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນ, ອະນຸຊົນຢູ່ທ້ອງຖິ່ນອີກດ້ວຍ. ນ້ອງ ຢາເຮີນ, ແບ່ງປັນວ່າ:

“ນ້ອງປາດຖະໜາຢາກສືບຕໍ່ມານະພະຍາຍາມເສີມຂະຫຍາຍ ເພື່ອບັນລຸໄດ້ໝາກຜົນທີ່ດີກວ່າ. ໃນອະນາຄົດ, ດ້ວຍວິຊາລົງເລິກແມ່ນຊີວະສາດ, ນ້ອງຢາກກາຍເປັນນັກວິທະຍາສາດ ຄົ້ນຄວ້າກ່ຽວກັບເຕັກໂນໂລຊີຊີວະສາດ ກໍຄືເຕັກນິກແພດສາດ ເພື່ອນຳມາເຊິ່ງເຕັກນິກທີ່ກ້າວໜ້າ, ທັນສະໄໝໃນການປິ່ນປົ່ວໃຫ້ແກ່ທຸກໆຄົນ”.

ນັກສຶກສາຊາວເຜົ່າສ່ວນໜ້ອຍດ້ວຍຄວາມຄາດຫວັງອຸທິດສ່ວນໃຫ້ແກ່ປະຊາຄົມ - ảnh 2(ນາງ ອີອູນຢ້ຽມ, ນັກສຶກສາປີທີ 3, ລົງເລິກຂະແໜງສ້າງຄູພາສາອັງກິດ, ມະຫາວິທະຍາໄລ ໄຕງວຽນ)

ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນຢູ່ເຂດພູພຽງ, ອີອູນຢ້ຽມ, ນັກສຶກສາປີທີ 3, ລົງເລິກຂະແໜງສ້າງຄູພາສາອັງກິດ, ມະຫາວິທະຍາໄລ ໄຕງວຽນ, ແມ່ນຄວາມເອກອ້າງທະນົງໃຈຂອງໝູ່ບ້ານ ຍ້ອນບັນດາຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກເພື່ອພິຊິດເສັ້ນທາງຄວາມຮູ້. ຄອບຄົວຂອງ ອີອູນຢ້ຽມ ແມ່ນຄອບຄົວທຸກຍາກຢູ່ບ້ານ ດັກບາ, ຕາແສງ ດັກຍຸກ, ເມືອງ ງອັກໂຮ່ຍ, ແຂວງ ກອນຕຸມ. ສະນັ້ນ, ພາຍຫຼັງຮຽນຈົບມັດທະຍົມຕອນປາຍ, ຢ້ຽມ ຕ້ອງປະລະຄວາມໄຝ່ຝັນເສັງເຂົ້າມະຫາວິທະຍາໄລ ເພື່ອໄປເຮັດວຽກຢູ່ນະຄອນ ໂຮ່ຈີມິນ, ປະຢັດເງິນໄວ້ເພື່ອໄປຮຽນ. ພາຍຫຼັງໄລຍະ 3 ປີທີ່ມານະພະຍາຍາມ, ຄວາມຄາດຫວັງໄປໂຮງຮຽນໄດ້ຊ່ວຍໃຫ້ຍິງສາວຊາວເຜົ່າ ຈຽງ ກາຍເປັນນັກສຶກສາຂອງມະຫາວິທະຍາໄລ ໄຕງວຽນ. ມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ມີຄວາມເຊື່ອໝັ້ນຕົນເອງ, ນັ້ນແມ່ນ ບັນດາຄຳໃຫ້ສັງເກດຂອງຄູ,  ເພື່ອນມິດ ເມື່ອເວົ້າກ່ຽວກັບ ຢ້ຽມ. ນ້ອງໄດ້ຮັບຫຼາຍນາມມະຍົດ, ຄື: “ນັກສຶກສາ 5 ດີ”  ຂັ້ນແຂວງ ແລະ ແມ່ນຫົວໜ້າໜ່ວຍຊາວໜຸ່ມໂຮງຮຽນ ນຳພາໜ່ວຍຊາວໜຸ່ມ ຍາດໄດ້ນາມມະຍົດ “ໝູ່ນັກສຶກສາ 5 ດີ” ຂັ້ນສູນກາງ. ປະຈຸບັນ, ຢ້ຽມ ມີຄວາມໄຝ່ຝັນຈະປະຕິບັດໂຄງການ ຢູ່ບ້ານຂອງຕົນ ໃນອະນາຄົດອັນໃກ້ໆນີ້.

“ນ້ອງໄດ້ສ້າງໂຄງການມີຊື່ວ່າ “ນຳເອົາພາສາ ອັງກິດ ມາສູ່ບ້ານ”.  ດ້ວຍບັນດາເພື່ອນທີ່ເປັນຊາວເຜົ່າສ່ວນໜ້ອຍ ຄືນ້ອງ, ຢູ່ໃນບໍລິເວນບ້ານ ແມ່ນຍາກທີ່ຈະໄດ້ເຂົ້າເຖິງພາສາ ອັງກິດ. ສະນັ້ນ, ພາຍຫຼັງຮຽນຈົບ, ຄາດວ່າ, ນ້ອງຈະກັບເມືອບ້ານເພື່ອຊ່ວຍໃຫ້ພວກເພື່ອນມີໂອກາດໄດ້ຮຽນພາສາ ອັງກິດ, ໄດ້ໄປເຖິງບັນດາ ເຂດດິນແດນໃໝ່ ແລະ ສ້າງແຫຼ່ງບັນດານໃຈໃຫ້ແກ່ພວກເພື່ອນ, ເພື່ອໃຫ້ພວກເພື່ອນມີໂອກາດໄດ້ຮ່ຳຮຽນ ຄືນ້ອງ”.

ປະຈຸບັນ, ດັກລັກ ມີນັກຮຽນ, ນັກສຶກສາຊາວເຜົ່າສ່ວນໜ້ອຍຫຼາຍກວ່າ 170.000 ຄົນ ທີ່ພວມຮໍ່າຮຽນຢູ່ຊັ້ນ ມັດທະຍົມ, ວິທະຍາໄລ, ມະຫາວິທະຍາໄລ. ໂດຍຮ່ວມເດີນທາງພ້ອມກັບນັກຮຽນ, ນັກສຶກສາໃນໄລຍະຜ່ານມາ, ແຂວງ ດັກລັກໄດ້ມີຫຼາຍນະໂຍບາຍ, ລະບອບໜູນຊ່ວຍ, ສົ່ງເສີມພວກນ້ອງບືນຕົວຂຶ້ນ, ສ້າງເງື່ອນໄຂສະດວກ ແລະ ກຳລັງໜູນເພື່ອໃຫ້ພວກນ້ອງມີຄວາມອຸ່ນອ່ຽນໃຈໃນການຮ່ຳຮຽນ. ນ້ອງ ເຮີເຟືອງຮວາ ເອບານ, ນັກສຶກສາພະແນກສ້າງຄູພາສາອັງກິດ, ມະຫາວິທະຍາໄລ ໄຕງວຽນ, ໃຫ້ຮູ້ວ່າ:

“ໃນໄລຍະຮ່ຳຮຽນ, ຍາມໃດນ້ອງກໍ່ໄດ້ຮັບການໜູນຊ່ວຍຈາກບັນດານະໂຍບາຍຂອງພັກ ແລະ ລັດ. ການໜູນຊ່ວຍນີ້ໄດ້ຊ່ວຍໃຫ້ນ້ອງສາມາດສຸມຈິດສຸມໃຈຮ່ຳຮຽນ, ກໍ່ຄືການຝຶກຝົນຫຼໍ່ຫຼອມ. ໂດຍເລີ່ມມາຈາກ ຄວາມຄາດຫວັງຢາກອຸທິດສ່ວນໃຫ້ແກ່ສັງຄົມ ກໍ່ຄືພໍ່ແມ່ພີ່ນ້ອງຕົນ, ນ້ອງຢາກຝຶກຝົນຫຼໍ່ຫຼອມຄວາມຮູ້ໃຫ້ຫຼາຍ ກວ່າອີກ”.

ດ້ວຍບົດບາດແມ່ນຜູ້ຕາງໜ້າ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງນັກສຶກສາ, ໃນຊຸມປີຜ່ານມາ, ສະມາຄົມນັກສຶກສາ ຫວຽດນາມ ແຂວງ ດັກລັກ ໄດ້ຜັນຂະຫຍາຍໂຄງການ ຍົກສູງກຳລັງຄວາມສາມາດ ດ້ານພາສາ ອັງກິດ ແລະ ທັກສະເຊື່ອມໂຍງເຂົ້າກັບສາກົນໃຫ້ແກ່ນັກສຶກສາ. ເອື້ອຍ ເຮີຢາງນີເອ, ເລຂາຄະນະ ຊາວໜຸ່ມ, ປະທານສະມາຄົມນັກສຶກສາ ຫວຽດນາມ ແຂວງ ດັກລັກ, ປາດຖະໜາວ່າ:

“ພວກຂ້າພະເຈົ້າປາດຖະໜາວ່າ ພວກນ້ອງຈະສະແດງໃຫ້ດເຫັນບົດບາດຂອງພວກນ້ອງໃນການເຄື່ອນໄຫວລວມ ຂອງຄະນະຊາວໜຸ່ມ, ສະມາຄົມ; ເສີມຂະຫຍາຍບົດບາດແກ່ນສານແມ່ນນັກຮຽນ, ນັກສຶກສາ, ຊາວໜຸ່ມບັນດາ ເຜົ່າສ່ວນໜ້ອຍໃນການອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ເຂົ້າຮ່ວມການຫັນເປັນ ດີຈີຕອນ”.

ເລື່ອງມີນັກຮຽນ, ນັກສຶກສາຊາວເຜົ່າສ່ວນໜ້ອຍຢູ່ແຂວງ ດັກລັກ ມີຄວາມຫານກ້າ ແລະ ເຊື່ອໝັ້ນຕົນເອງ ຫຼາຍກວ່າໃນບັນດາການເຄື່ອນໄຫວ, ຂະບວນການ, ຕັ້ງໜ້າຮໍ່າຮຽນ ແມ່ນແຫຼ່ງກຳລັງອັນລ້ຳຄ່າເພື່ອສ້າງ ປະຊາຄົມ, ໝູ່ບ້ານໃຫ້ນັບມື້ນັບພັດທະນາ.

ຕອບກັບ